ກ່ອນນີ້ 48 ປີ, ຄະນະຜູ້ແທນຂັ້ນສູງພັກ ແລະລັດຖະບານຫວຽດນາມ, ໂດຍທ່ານ ເລຢວນ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ແລະທ່ານ ຟ້າມວັນດົ່ງ ນາຍົກລັດຖະມົນຕີ  ນຳໜ້າ, ໄດ້ມີການຢ້ຽມຢາມມິດຕະພາບຢ່າງເປັນທາງການ ສປປ.ລາວ ແຕ່ວັນທີ 15-18 ກໍລະກົດ ປີ 1977.

leftcenterrightdel
ເສັ້ນທາງໂຮ່ຈີມິນ ປະຫວັດສາດ. ພາບ: ສໍານັກຂ່າວສານຫວຽດນາມ

ວັນທີ 18 ກໍລະກົດ ປີ 1977, ສອງຝ່າຍໄດ້ເປັນເອກະພາບລົງນາມໃນສົນທິສັນຍາຈຳນວນໜຶ່ງ ແລະ ອອກຖະແຫຼງການຮ່ວມ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະການຮ່ວມມືຢ່າງຍາວນານລະຫວ່າງສອງປະເທດ, ໃນນັ້ນມີສົນທິສັນຍາມິດຕະພາບ ແລະການຮ່ວມມືລະຫວ່າງ ສສ ຫວຽດນາມ ແລະ ສປປ ລາວ. ນີ້ແມ່ນເອກະສານພິເສດ, ມີລັກສະນະຍຸດທະສາດຍາວນານ, ເປັນພື້ນຖານດ້ານການເມືອງ ແລະ ນິຕິກຳສຳຄັນ ເພື່ອປັບປຸງ ແລະ ເພີ່ມທະວີນ້ຳໃຈສາມັກຄີ, ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ, ແມ່ນຂີດໝາຍປະຫວັດສາດທີ່ຍິ່ງໃຫຍ່, ສ້າງຂີດໝາຍເປັນບາດລ້ຽວໃໝ່ໃນສາຍພົວພັນມິດຕະພາບ, ການຮ່ວມມືພ້ອມກັນພັດທະນາຂອງສອງປະເທດ.

leftcenterrightdel
ທ່ານພັນໂທ ຫຸມພັນ ຈັນສະຫງ່າ ອຳນວຍການຫໍພິພິທະພັນມູນເຊື້ອໄຊຊະນະຮ່ວມສຳພັນສູ້ຮົບລາວ-ຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ

ໜຶ່ງໃນບັນດາສັນຍາລັກທີ່ມີຊີວິດຊີວາທີ່ສຸດໃນນ້ຳໃຈແບບພິເສດ ຫວຽດນາມ - ລາວ ແມ່ນເສັ້ນທາງໂຮ່ຈີມິນປະຫວັດສາດ. ທ່ານພັນໂທ ຫຸມພັນ ຈັນສະຫງ່າ ອຳນວຍການຫໍພິພິທະພັນມູນເຊື້ອໄຊຊະນະຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ຢູ່ແຂວງ ສະຫວັນນະເຂດ, ເນັ້ນໜັກວ່າ: “ເສັ້ນທາງໂຮ່ຈີມິນ ບໍ່ພຽງແຕ່ແມ່ນເສັ້ນທາງຍຸດທະສາດ, ເປັນສັນຍາລັກຂອງສາຍພົວພັນທີ່ຍິ່ງໃຫຍ່ລະຫວ່າງ ລາວ - ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນ “ສາຍ” ຕິດພັນຢ່າງສະໜິດແໜ້ນເພື່ອໃຫ້ສອງປະເທດ ລາວ - ຫວຽດນາມ ຮຽງບ່າຮຽງໄຫຼ່ຕະຫຼອດໄປອີກດ້ວຍ. ມີພຽງແຕ່ລາວ ແລະ ຫວຽດນາມ ຈຶ່ງສາມາດພ້ອມກັນຕົກລົງຮ່ວມມື, ຮ່ວມຂຸມຄອງດຽວກັນ ແລະ ມຸ່ງໄປເຖິງຈຸດປະສົງໜຶ່ງດຽວແມ່ນຂັບໄລ່ສັດຕູໂຕດຽວກັນ”.

ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ