ສົງຄາມໄດ້ສິ້ນສຸດລົງດົນແລ້ວ, ແຕ່ຜ່ານຄວາມຊົງຈຳຂອງທະຫານອາສາສະໝັກ, ພວກຂ້າພະເຈົ້າຈຶ່ງເຂົ້າໃຈຢ່າງເລິກເຊິ່ງກວ່າອີກກ່ຽວກັບນໍ້າໃຈມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ-ລາວ ວ່າແມ່ນອາລົມຈິດຄວາມຮັກແພງພິເສດທີ່ໄດ້ສ້າງຂຶ້ນດ້ວຍຢາດເຫື່ອ, ເລືອດເນື້ອເຊຶ້ອໄຂຂອງຄົນລຸ້ນຫຼັງບໍ່ຈັກວ່າເທົ່າໃດລຸ້ນຄົນ.
ທ່ານ ເລແຢວ, ຮອງຫົວໜ້າຄະນະຕິດຕໍ່ທະຫານອາສາສະໝັກ ແລະຊ່ຽວຊານທະຫານຫວຽດນາມ ຊ່ວຍເຫຼືອລາວ, ແຂວງແທັງຮວ໊າ - ຜູ້ທີ່ສູ້ຮົບໂດຍກົງຊ່ວຍເຫຼືອປະເທດເພື່ອນລາວ ຈົນຮອດ 10 ປີ (1965-1975), ເລົ່າຄືນວ່າ: ໃນເວລານັ້ນ, ຂ້າພະເຈົ້າ ເປັນຜູ້ຊ່ວຍດ້ານການເມືອງກອງພັນໃຫຍ່ຊ່າງແສງ 217, ຂຶ້ນກັບກອງບັນຊາການຊ່າງແສງກອງທັບປະຊາຊົນຫວຽດນາມ. ກົມກອງພວກຂ້າພະເຈົ້າໄດ້ຮັບການມອບໝາຍໜ້າທີ່ໃຫ້ເປີດເສັ້ນທາງ, ຮັບປະກັນການເດີນທາງ, ຮັບໃຊ້ໃຫ້ກົມກອງທະຫານບົກຂອງຫວຽດນາມ ສົມທົບກັບກົມກອງກອງທັບປົດປ່ອຍລາວ ຕີໄຊຊະນະສັດຕູອາເມລິກາ, ແນໃສ່ປົກປັກຮັກສາ ແລະເປີດກວ້າງເຂດປົດປ່ອຍບັນດາແຂວງພາກເໜືອຂອງລາວ. ສະເພາະໃນບັ້ນຮົບກູ່ກຽດ ປີ 1969-1970, ກອງພັນໃຫຍ່ໄດ້ປະກອບສ່ວນອັນໃຫຍ່ຫຼວງ, ຮັບປະກັນການເດີນທາງເສັ້ນທາງຍຸດທະສາດ, ຄື: ເສັ້ນທາງ 6B ຍາວ 192 ກິໂລແມັດ, ເສັ້ນທາງ 7B ຍາວເກືອບ 300 ກິໂລແມັດ, ເສັ້ນທາງ 4A + 4B ຍາວ 150 ກິໂລແມັດ... ໃນ 10 ປີ, ກອງພັນໃຫຍ່ທັງໝົດດ້ວຍກຳລັງທະຫານ 5.000 ຄົນ ໄດ້ຮັບປະກັນການເດີນທາງໃນ 6 ເສັ້ນທາງດ້ວຍຄວາມຍາວທັງໝົດ 760 ກິໂລແມັດ; ເປີດໃໝ່ 58 ກິໂລແມັດຈາກເທດສະບານຊໍາເໜືອ ເພື່ອປົດປ່ອຍຖານທີ່ໝັ້ນຣາດາຟາທີ່.
ບໍ່ພຽງແຕ່ປະຕິບັດສຳເລັດໜ້າທີ່ເປີດເສັ້ນທາງ, ຮັບປະກັນການເດີນທາງ, ຮັບໃຊ້ບັນດາບັ້ນຮົບໄດ້ຮັບໄຊຊະນະເທົ່ານັ້ນກອງພັນໃຫຍ່ຊ່າງແສງ 217 ຍັງໄດ້ສູ້ຮົບໂດຍກົງນັບຮ້ອຍຄັ້ງ, ດັບສູນສັດຕູນັບພັນຄົນ, ຍິງຍົນຕົກຫຼາຍລໍາ, ຈັບນັກບິນສັດຕູໄດ້ຫຼາຍຄົນ...
ທ່ານ ເລແຢວ ເລົ່າດ້ວຍຄວາມເອກອ້າງທະນົງໃຈວ່າ: ກອງພັນໃຫຍ່ຊ່າງແສງ 217, ໂດຍກົງແມ່ນກອງພັນ 6 ຮູ້ສຶກເປັນກຽດ ແລະເອກອ້າງທະນົງໃຈທີ່ໄດ້ຮັບໜ້າທີ່ພິເສດໂດຍກະຊວງປ້ອງກັນປະເທດ ມອບໝາຍໃຫ້ແມ່ນສ້ອມແປງຖໍ້າຫີນ, ຂຸດເຈາະອຸໂມງນັບຮ້ອຍແມັດຢູ່ເຂດພູຫີນປູນ, ເຊື່ອມຕໍ່ສໍານັກງານເຮັດວຽກໃຫ້ບັນດາອົງການ, ຄະນະ, ຂະແໜງການຂອງສູນກາງພັກ, ລັດຖະບານລາວ ຢູ່ເຂດທີ່ໝັ້ນນາກາຍ. ໃນ 6 ປີ (ແຕ່ປີ 1967 ຫາ 1972), 53 ກິດຈະກຳຂະໜາດໃຫຍ່ໄດ້ສຳເລັດ, ຮັບປະກັນຄວາມປອດໄພຢ່າງເດັດຂາດໃຫ້ແກ່ສຳນັກງານເຮັດວຽກຂອງການນຳ, ອົງການສູນກາງເພື່ອນໍາພາການປະຕິວັດລາວ ໄປສູ່ໄຊຊະນະໃນວັນທີ 2 ທັນວາ 1975. ການປະກອບສ່ວນອັນໃຫຍ່ຫຼວງ ແລະການເສຍສະຫຼະຂອງພະນັກງານ, ນັກຮົບ, ກຳມະກອນປ້ອງກັນຊາດ ກອງພັນໃຫຍ່ຊ່າງແສງ 217 ລຸ້ນຕ່າງໆ ໄດ້ຮັບນາມມະຍົດອັນສູງສົ່ງ “ວິລະຊົນກໍາລັງປະກອບອາວຸດປະຊາຊົນ” ຈາກພັກ, ລັດຫວຽດນາມ...
    |
 |
ນັກຮົບເກົ່າ ຫງວຽນແທັ່ງຢຸງ ຢູ່ຕາແສງຮາກແທັ່ງ-ຜູ້ທີ່ເຄີຍຈັບປືນຕໍ່ສູ້ໂດຍກົງຢູ່ປະເທດລາວ. ພາບ: baothanhhoa.vn |
ໃນຊຸມວັນກາງເດືອນກໍລະກົດ ປະຫວັດສາດ, ຂ້າພະເຈົ້າ ໄດ້ພົບປະກັບນັກຮົບເກົ່າ ຫງວຽນແທັ່ງຢຸງ ຢູ່ຕາແສງຮາກແທັ່ງ ເມື່ອທ່ານຫາກໍ່ກັບຄືນມາແຕ່ການເຂົ້າຮ່ວມພິທີເປີດສະຫຼອງຫໍບູຊານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ສາມແຍກແທັງທຸ໋ຍ, ແຂວງຕວຽນກວາງ. ນັກຮົບເກົ່າ ຫງວຽນແທັ່ງຢຸງ ເລົ່າວ່າ: ບໍ່ພຽງແຕ່ໄດ້ຕໍ່ສູ້ຢູ່ບັນດາສະໜາມຮົບພາຍໃນປະເທດເທົ່ານັ້ນ ແຕ່ຂ້າພະເຈົ້າຍັງໄດ້ຕໍ່ສູ້ໂດຍກົງຢູ່ເຂດທົ່ງໄຫຫີນຊຽງຂວາງຂອງປະເທດລາວ ເປັນເວລາ 2 ປີ 1972-1973. ນີ້ແມ່ນເຂດທີ່ຕັ້ງດີ, ມີທີ່ຕັ້ງສຳຄັນພິເສດ, ການຍຶດເອົາເຂດນີ້ໝາຍເຖິງການຄວບຄຸມອິນດູຈີນທັງໝົດ, ດັ່ງນັ້ນສັດຕູຈຶ່ງພະຍາຍາມຍຶດເອົາ ແລະກອງທັບຂອງຫວຽດນາມ ກໍ່ຕັ້ງໃຈທີ່ຈະປົດປ່ອຍ. ໃນສົງຄາມຄັ້ງນີ້, ສັດຕູມີທ່າໄດ້ປຽບຫຼາຍດ້ານ, ຄື: ອາວຸດ, ປືນ, ລູກປືນ, ສະບຽງອາຫານ, ແຕ່ກອງທັບຂອງຫວຽດນາມ ດ້ວຍຄວາມອົງອາດກ້າຫານ ແລະຄວາມສະຫຼາດຫຼັກແຫຼມ, ຈຶ່ງສາມາດຍຶດ ແລະປົດປ່ອຍໄດ້ຫຼາຍບ່ອນ. ພາຍຫຼັງສັນຍາປາຣີ ກ່ຽວກັບການຢຸດຕິສົງຄາມ ແລະສ້າງສັນຕິພາບຄືນໃໝ່ຢູ່ຫວຽດນາມ ໄດ້ລົງນາມໃນຕົ້ນປີ 1973, ສະພາບການໄດ້ປ່ຽນແປງຫຼາຍຢ່າງ. ເຖິງວ່າກອງທັບສັດຕູຍັງບຸກໂຈມຕີກໍ່ຕາມ, ແຕ່ຄວາມດຸເດືອດກໍ່ຫຼຸດໜ້ອຍຖອຍລົງ, ໃນຂະນະທີ່ກອງທັບຂອງຫວຽດນາມ ມີທ່າໄດ້ປຽບໃນຫຼາຍດ້ານ, ສະນັ້ນມາຮອດເດືອນທັນວາ 1973, ກອງທັບຂອງຫວຽດນາມ ສາມາດຢຶດທົ່ງໄຫຫີນຊຽງຂວາງໄດ້ທັງໝົດໂດຍພື້ນຖານແລ້ວ. ຫຼັງຈາກນັ້ນ, ພວກຂ້າພະເຈົ້າ ໄດ້ຮັບຄຳສັ່ງໃຫ້ຖອນກັບຄືນປະເທດເພື່ອກະກຽມເຂົ້າຮ່ວມບັ້ນຮົບໄຕງວຽນ ແລະບັ້ນຮົບໂຮ່ຈີມີນ ປະຫວັດສາດ.
ໂດຍປະຕິບັດຕາມຄໍາສັ່ງສອນຂອງປະທານໂຮ່ຈີມິນ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ວັນທີ 30 ຕຸລາ 1949, ຄະນະປະຈຳສູນກາງພັກກອມມູນິດອິນດູຈີນ ໄດ້ຕົກລົງວ່າ: “ບັນດາກໍາລັງການທະຫານຫວຽດນາມ ຕໍ່ສູ້ ແລະປະຕິບັດງານຊ່ວຍເຫຼືອລາວ ໃຫ້ຈັດຕັ້ງເປັນລະບົບຕ່າງຫາກ ດ້ວຍນາມວ່າ ທະຫານອາສາສະໝັກ”. ນີ້ແມ່ນຂີດໝາຍປະຫວັດສາດທີ່ສຳຄັນ, ຂີດໝາຍບາດກ້າວເຕີບໃຫຍ່ຂະຫຍາຍຕົວຂອງພະນັກງານ, ນັກຮົບທະຫານອາສາສະໝັກຫວຽດນາມ ລຸ້ນຕ່າງໆ. ໃນຕະຫຼອດໄລຍະທີ່ຍາວນານເກືອບ 40 ປີ, ທະຫານອາສາສະໝັກ ແລະນັກຊ່ຽວຊານການທະຫານຫວຽດນາມ ລຸ້ນຕ່າງໆ ໄດ້ຄຽງບ່າຄຽງໄຫຼ່ກັບທະຫານ ແລະປະຊາຊົນລາວ ຕ້ານສັດຕູໂຕດຽວກັນ 5 ຄັ້ງ, ຮອດປີ 1987, ທະຫານທັງໝົດ ໄດ້ຖອນກັບຄືນປະເທດ.
ພ້ອມກັບທົ່ວປະເທດ, ອົງຄະນະພັກ, ທະຫານ ແລະປະຊາຊົນບັນດາເຜົ່າແຂວງແທັງຮວ໊າ ໄດ້ສົ່ງພົນລະເມືອງນັບໝື່ນຄົນໄປຍັງປະເທດລາວ ເພື່ອປະຕິບັດໜ້າທີ່ສາກົນຕ້ານລ່າເມືອງຂຶ້ນຝຣັ່ງ ແລະຈັກກະພັດອາເມລິກາ ໃນບັນດາກອງພົນ 316, 324, 968, 678, ກອງພັນໃຫຍ່ຊ່າງແສງ 217... ເຂົາເຈົ້າຍອມຮັບຄວາມລຳບາກ, ໄດ້ເສຍສະຫຼະ, ປະຕິບັດສຳເລັດໜ້າທີ່. ໃນນັ້ນມີ ພະນັກງານ, ນັກຮົບຫຼາຍຄົນໄດ້ສ້າງຜົນງານດີເດັ່ນ ແລະໄດ້ຮັບນາມມະຍົດອັນສູງສົ່ງວິລະຊົນກໍາລັງປະກອບອາວຸດປະຊາຊົນ, ຄື: ວິລະຊົນ ເລວັນເບື່ອງ, ວິລະຊົນ ເລວັນຈູງ...
ຫຼາຍປີທີ່ເຂົ້າຮ່ວມການຕໍ່ສູ້ໂດຍກົງ, ຊ່ວຍປະເທດເພື່ອນລາວ ມີສະຖຽນລະພາບ ແລະພັດທະນາໄດ້ເຮັດໃຫ້ຮູບພາບ “ທະຫານລຸງໂຮ່” ດ້ວຍນໍ້າໃຈສາກົນອັນສູງສົ່ງ, ບໍ່ເຫັນແກ່ຕົວ, ບໍລິສຸດຜຸດຜ່ອງ. ຜ່ານນັ້ນຮັດແໜ້ນນ້ຳໃຈສາມັກຄີລະຫວ່າງສອງປະເທດ ຫວຽດນາມ-ລາວ ໃນຂະບວນການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ກໍ່ຄືໃນການພົວພັນຮ່ວມມືພ້ອມກັນພັດທະນາໃນທຸກມື້ນີ້.
ໂດຍ: ເຈິ່ນຮວ່ຽນ