ທ່ານ ລໍ່ວັນຊິງ ປະທານຄະນະກໍາມະການປະຊາຊົນເມືອງຊົງມ໊າ ໃຫ້ຮູ້ວ່າ ໃນແຕ່ລະປີ, ຄະນະກໍາມະການປະຊາຊົນເມືອງໄດ້ເປັນເສນາທິການໃຫ້ຄະນະປະຈຳພັກເມືອງ ປະກາດໃຊ້ເອກະສານຊີ້ນຳນຳພາເພີ່ມທະວີການເຄື່ອນໄຫວພົວພັນຕ່າງປະເທດ. ກໍ່ສ້າງ, ເພີ່ມພູນຄູນສ້າງສາຍພົວພັນຮ່ວມມືມິດຕະພາບກັບບັນດາເມືອງຕິດກັບປະເທດເພື່ອນລາວ; ເປີດກວ້າງການຮ່ວມມືກັບອົງການຈັດຕັ້ງສາກົນຕ່າງໆ; ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າແຮງທາງດ້ານປະຫວັດສາດ, ວັດທະນະທຳ ແລະຄຸນຄ່າວັດທະນະທຳຂອງເມືອງໃຫ້ບັນດາທ້ອງຖິ່ນ, ປະເທດ, ອົງການ ແລະເພື່ອນມິດຢູ່ພາຍໃນ ແລະຕ່າງປະເທດ...

ຍູ້ແຮງການທູດເສດຖະກິດ, ເມືອງຊົງມ໊າ ໄດ້ເປັນເຈົ້າການສົມທົບກັບພະແນກ, ຂະແໜງການ, ວິສາຫະກິດໂຄສະນາ, ແນະນໍາຄວາມສາມາດບົ່ມຊ້ອນການຮ່ວມມືພັດທະນາເສດຖະກິດ, ເປັນເຈົ້າການສົ່ງເສີມການຄ້າ, ເປີດກວ້າງຕະຫຼາດສົ່ງອອກ, ນຳເຂົ້າສິນຄ້າ ແລະດຶງດູດການລົງທຶນຈາກຕ່າງປະເທດ. ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ, ສະຫະກອນເຂົ້າຮ່ວມການວາງສະແດງບັນດາຜະລິດຕະພັນທີ່ເປັນເອກະລັກຢູ່ຕາມເຫດການຕ່າງໆ, ແນະນຳ, ໂຄສະນາ,  ຊົມໃຊ້ບັນດາຜະລິດຕະພັນກະເສດດີເດັ່ນ, ມີຄຸນນະພາບຂອງເມືອງ.

leftcenterrightdel
ກອງປະຊຸມແລກປ່ຽນວຽກງານລະຫວ່າງເມືອງຊົງມ໊າ, ແຂວງເຊີນລາ ແລະເມືອງແອດ, ແຂວງຫົວພັນ, ປະເທດລາວ. ພາບ: baosonla.vn

ຄຽງຂ້າງນັ້ນ, ເມືອງຊົງມ໊າ ຍັງໄດ້ສ້າງຕັ້ງຄະນະເຂົ້າຮ່ວມ “ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ-ຫົວພັນ” ແລະວາງສະແດງ ແນະນຳ, ໂຄສະນາບັນດາຜະລິດຕະພັນການທ່ອງທ່ຽວ, ວັດທະນະທຳ, OCOP ຂອງເມືອງ. ສົມທົບກັບເມືອງແອດ, ແຂວງຫົວພັນ, ປະເທດລາວ ເພື່ອສ້າງເງື່ອນໄຂສະດວກໃຫ້ວິສາຫະກິດ ແລະປະຊາຊົນຊື້-ຂາຍ, ແລກປ່ຽນສິນຄ້າຮັບໃຊ້ຊີວິດການຜະລິດ. ຊີ້ນຳບັນດາອົງການວິຊາສະເພາະແນະນຳ, ຕິດຕາມຮູບແບບການປູກໝາກມ່ວງຢູ່ເມືອງແອດ, ໃນເນື້ອທີ່ 1,15 ເຮັກຕາ, ປະຈຸບັນ, ໝາກມ່ວງເຕີບໂຕ ແລະພັດທະນາດີ.

ນັບແຕ່ປີ 2024 ມາຮອດປະຈຸບັນ, ລວມຍອດປະລິມານການຜະລິດສົ່ງອອກ, ນໍາເຂົ້າສິນຄ້າຂອງເມືອງແອດ ບັນລຸກວ່າ 5,2 ລ້ານໂດລາສະຫະລັດ. ເມືອງຊົງມ໊າ ເປັນປະທານຈັດຕັ້ງກອງປະຊຸມແລກປ່ຽນວຽກງານກັບເມືອງແອດເພື່ອແລກປ່ຽນ, ຕີລາຄາໝາກຜົນການສົມທົບໃນທຸກຂົງເຂດ ແລະປຶກສາຫາລື, ເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືໃນແຕ່ລະປີ.

ເມືອງຊົງມ໊າ ໄດ້ຊີ້ນຳບັນດາຫົວໜ່ວຍທີ່ມີໜ້າທີ່ສົມທົບກັນຈັດຕັ້ງການລາດຕະເວນສອງຝ່າຍໄດ້ 7 ຄັ້ງ; ການລາດຕະເວນຊາຍແດນຝ່າຍດຽວໄດ້ 72 ຄັ້ງ, ໂດຍມີພະນັກງານ, ນັກຮົບ, ທະຫານລາດ, ແມ່ຍິງບັນດາຕາແສງຊາຍແດນເຂົ້າຮ່ວມ ແລະຈັດຕັ້ງການ ລາດຕະເວນ, ຄວບຄຸມບໍລິເວນໄດ້ 149 ຄັ້ງ. ກວດກາເປັນປະຈຳໄລຍະ, ອັບເດດຂໍ້ມູນກ່ຽວກັບຂົວ, ຖະໜົນຫົນທາງເປັນປະຈໍາ; ແປງຫຼັກໝາຍຊາຍແດນໃຫ້ຢູ່ຕຳແໜ່ງເດີມ, ທາສີ, ແປງປ້າຍ, ແປງຖ້ານຕັ້ງຫຼັກໝາຍ, ແປງຂອບຖະໜົນ, ຖາງຫຍ້າ, ເຮັດຮ່ອງນ້ຳ, ອະນາໄມເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ...

ທ່ານພັນໂທ ລໍ່ວັນຕວນ, ຫົວໜ້າການເມືອງຄ້າຍທະຫານຊາຍແດນເມື່ອງກາຍ ແບ່ງປັນວ່າ: ກົມກອງໄດ້ລາດຕະເວນເປັນປະຈຳ,  ຮັບປະກັນຄວາມສະຫງົບຢູ່ພາຍໃນເຂດຊາຍແດນ; ສົມທົບກັບກອງຮ້ອຍທະຫານຊາຍແດນ 212, ກອງບັນຊາການທະຫານແຂວງຫົວພັນ, ປະເທດລາວ ເພື່ອລາດຕະເວນ, ປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ. ຮັກສາໂຄງການ “ຊ່ວຍນ້ອງໄປໂຮງຮຽນ ແລະລູກລ້ຽງຄ້າຍທະຫານຊາຍແດນ”, ປະຈຸບັນ, ທາງກົມກອງໄດ້ຮັບລ້ຽງລູກລ້ຽງ 2 ຄົນຢູ່ຄ້າຍ ແລະໜູນຊ່ວຍ 3 ຄົນ (ເດັກນ້ອຍລາວ 1 ຄົນ), ດ້ວຍການໜູນຊ່ວຍແມ່ນ 5 ແສນດົ່ງ/ຄົນ/ເດືອນ ແລະແຜນຮ່າງ “ກອງທັບຊ່ວຍນ້ອງໄປໂຮງຮຽນ”, ໜູນຊ່ວຍຫຼານ 19 ຄົນ, ແຕ່ລະຄົນມີມູນຄ່າ 2,4 ລ້ານດົ່ງ/ປີ.

ເອົາໃຈໃສ່ເປັນພິເສດເຖິງວຽກງານການພົວພັນຕ່າງປະເທດ, ເມືອງຊົງມ໊າ ໄດ້ລະດົມແຫຼ່ງກໍາລັງລົງທຶນພັດທະນາໂຄງປະກອບພື້ນຖານໂຄງລ່າງຢ່າງມີປະສິດທິຜົນ, ດຶງດູດບັນດາພາກສ່ວນເສດຖະກິດທີ່ຢູ່ພາຍໃນ ແລະຕ່າງປະເທດເຂົ້າຮ່ວມຂະບວນການພັດທະນາ ເສດຖະກິດ-ສັງຄົມ, ກໍ່ສ້າງເຂດຊາຍແດນສັນຕິພາບ, ມິດຕະພາບ ແລະການພັດທະນາ.

ໂດຍ: ເຈິ່ນຮວ່ຽນ