ກ່ອນໜ້ານັ້ນ, ວັນທີ 19 ມິຖຸນາ 1945, ປະຊາຊົນຫວຽດນາມ ໄດ້ລຸກຂຶ້ນຕໍ່ສູ້ຍາດໄດ້ໄຊຊະນະ, ໂຄ່ນລົ້ມແອກປົກຄອງຂອງລັດທິຟາດຊິດ ຍີ່ປຸ່ນ ແລະລ່າເມືອງຂຶ້ນຝຣັ່ງ. ວັນທີ 2 ກັນຍາ 1945, ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ໄດ້ກຳເນີດເກີດຂຶ້ນ. ເຫດການປະຫວັດສາດນັ້ນ ໄດ້ປຸກລະດົມກໍາລັງໃຈຂະບວນການຕໍ່ຕ້ານ ແລະຂະບວນການຮັກຊາດຂອງປະຊາຊົນລາວ. ການປະຕິວັດເດືອນສິງຫາ ຢູ່ຫວຽດນາມ ແລະການລຸກຮືຂຶ້ນຍຶດອຳນາດຢູ່ລາວ ໄດ້ດຳເນີນໄປເກືອບພ້ອມໆກັນ, ຍາດໄດ້ໄຊຊະນະຢ່າງວ່ອງໄວ ແລະເກີດການນອງເລືອດໜ້ອຍທີ່ສຸດ, ສະແດງໃຫ້ເຫັນການນຳພາອັນຖືກຕ້ອງ, ມີຫົວຄິດປະດິດສ້າງຂອງພັກກອມມູນິດອິນດູຈີນ, ພ້ອມທັງເປັນການຢືນຢັນເຖິງກຳລັງແຮງຂອງນ້ຳໃຈສາມັກຄີສູ້ຮົບ, ສາຍພົວພັນແບບພິເສດຫວຽດນາມ-ລາວ ຢືນຄຽງບ່າຄຽງໄຫຼ່ກັນເພື່ອເປົ້າໝາຍລວມຂອງສອງຊາດ.

ພາຍຫຼັງວັນປະກາດເອກະລາດ, ປະທານ ໂຮ່ຈີມິນ ໄດ້ຈັດສົ່ງທ່ານ ເລວັນຮ່ຽນ ໄປຍັງ ວິງ (ແຂວງເງະອານ) ເພື່ອເຊີນ ສະເດັດເຈົ້າ ສຸພານຸວົງ ມາຢ້ຽມຢາມຮ່າໂນ້ຍ. ທີ່ການພົບປະໃນວັນທີ 4 ກັນຍາ 1945, ປະທານ ໂຮ່ຈີມິນ ແລະສະເດັດເຈົ້າ ສຸພານຸວົງ ໄດ້ປຶກສາຫາລືກ່ຽວກັບການຮ່ວມສໍາພັນສູ້ຮົບ, ພ້ອມກັນຕ້ານສັດຕູໂຕດຽວກັນເພື່ອປົກປັກຮັກສາພື້ນຖານເອກະລາດ.

leftcenterrightdel
ປະທານ ໂຮ່ຈີມິນ ແລະສະເດັດເຈົ້າ ສຸພານຸວົງ. ພາບເອກະສານ

ເມື່ອກັບຄືນປະເທດ, ຢູ່ ເຫ້ວ, ສະເດັດເຈົ້າ ສຸພານຸວົງ ໄດ້ພົບປະກັບສະຫາຍ ຫງວຽນຈີ້ແທງ, ໂຮ່ຕຸ່ງເໝົ້າ, ເຈີ່ນຮື້ວຢຶກ... ເພື່ອຮັບປະກັນຄວາມປອດໄພ, ບັນດາການນຳປະຕິວັດຫວຽດນາມ ໄດ້ສົ່ງກົມກອງໄປພ້ອມກັບສະເດັດເຈົ້າ, ໃນນັ້ນ ມີບັນດາພະນັກງານ, ນັກຮົບດີເດັ່ນຫຼາຍຄົນ ຄື: ເລຟຸ່ງເທີຍ, ດວ່ານທ່ວນ, ເຈີ່ນວັນຢິ້ງ, ເຈິ່ນງອກເກ້ວ... ນີ້ເປັນບັນດານັກຮົບອາສາສະໝັກຫວຽດນາມ ຜູ້ທຳອິດ ທີ່ໄປຊ່ວຍການປະຕິວັດລາວ. ເມື່ອໄປຮອດປະເທດລາວ, ສະເດັດເຈົ້າ ສຸພານຸວົງ ໄດ້ເອົາຮູບລຸງໂຮ່ ອອກມາຈາກຖົງເສື້ອ ແລະແນະນຳໃຫ້ພະນັກງານ, ນັກຮົບ ແລະພໍ່ແມ່ປະຊາຊົນຮັບຊາບວ່າ: “ນີ້ແມ່ນປະທານ ໂຮ່ຈີມິນ, ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນຫວຽດນາມ”. ວັນທີ 3 ຕຸລາ 1945, ທີ່ການໂຮມຊຸມນຸມຢູ່ແຂວງສະຫວັນນະເຂດ, ຕໍ່ໜ້າພໍ່ແມ່ປະຊາຊົນນັບໝື່ນຄົນໃນແຂວງ, ສະເດັດເຈົ້າ ສຸພານຸວົງ ໄດ້ຢືນຢັນວ່າ: “ນັບແຕ່ນີ້ເປັນຕົ້ນໄປ, ລາວ ເປັນປະເທດເອກະລາດ, ມີອະທິປະໄຕ, ເທົ່າທຽມກັບບັນດາປະເທດໃນໂລກ”, ພ້ອມທັງ ເນັ້ນໜັກວ່າ: “ການພົວພັນລາວ-ຫວຽດນາມ ນັບແຕ່ນີ້ເປັນຕົ້ນໄປຈະເປີດສັງກາດໃໝ່”.

ພາຍຫຼັງຫວຽດນາມ ແລະລາວ ປະກາດເອກະລາດ, ພວກລ່າເມືອງຂຶ້ນ ແລະບັນດາອິດທິກໍາລັງປໍລະປັກຍັງມີແຜນການຈະກັບຄືນມາຮຸກຮານ, ຈັດວາງລະບອບຫົວເມືອງຂຶ້ນແບບໃໝ່. ສະພາບການດັ່ງກ່າວໄດ້ຮຽກຮ້ອງໃຫ້ສອງປະເທດຕ້ອງສາມັກຄີກັນ, ຮ່ວມສໍາພັນກັນຢ່າງແໜ້ນແຟ້ນກວ່າເກົ່າ. ວັນທີ 16 ຕຸລາ 1945, ຜູ້ຕາງໜ້າລັດຖະບານຫວຽດນາມ ແລະລາວ ໄດ້ລົງນາມໃນສົນທິສັນຍາວ່າດ້ວຍການຊ່ວຍເຫຼືອເຊິ່ງກັນ ແລະກັນ ລາວ-ຫວຽດນາມ; ຕໍ່ມາ, ວັນທີ 30 ຕຸລາ 1945, ໄດ້ລົງນາມໃນສັນຍາວ່າດ້ວຍການຈັດຕັ້ງກຳລັງປະສົມລາວ-ຫວຽດນາມ. ນີ້ແມ່ນເອກະສານທາງການສະບັບທຳອິດ, ໄດ້ວາງພື້ນຖານນິຕິກຳໃຫ້ແກ່ການຮ່ວມມື, ການຮ່ວມສໍາພັນສູ້ຮົບລະຫວ່າງສອງປະເທດ. ພາຍໃຕ້ການນຳພາຂອງສະເດັດເຈົ້າ ສຸພານຸວົງ ແລະນັກປະຕິວັດລາວ ຮຸ່ນອາວຸໂສ, ການພົວພັນແບບພິເສດຫວຽດນາມ-ລາວ ນັບມື້ນັບສະໜິດຕິດພັນ, ພ້ອມກັນຕໍ່ສູ້ຈົນໄປເຖິງໄຊຊະນະສຸດທ້າຍ.

ສະເດັດເຈົ້າ ສຸພານຸວົງ ແມ່ນສັນຍາລັກອັນສູງສົ່ງແຫ່ງນໍ້າໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ. ໃນການຢ້ຽມຢາມຫວຽດນາມ, ກ່າວຄໍາເຫັນທີ່ການໂຮມຊຸມນຸມມິດຕິງຢູ່ຮ່າໂນ້ຍ ໃນວັນທີ 25 ພຶດສະພາ 1971, ສະເດັດເຈົ້າ ສຸພານຸວົງ ໄດ້ຍ້ອງຍໍສັນລະເສີນນ້ຳໃຈສາມັກຄີທີ່ເປັນແບບຢ່າງຂອງສອງຊາດ: “ລາວ ແລະຫວຽດນາມ ແມ່ນສອງປະເທດບ້ານໃກ້ເຮືອນຄຽງອ້າຍນ້ອງທີ່ໃກ້ຊິດຄືບ້ານໃຕ້ບ້ານເໜືອ, ພ້ອມກັນອີງໃສ່ສາຍພູຫຼວງທີ່ໃຫຍ່ໂຕມະໂຫຖານ, ດື່ມນ້ຳໃນແມ່ນໍ້າສາຍດຽວກັນ...”

ບັນດາຄຳປາໄສດັ່ງກ່າວ ບໍ່ພຽງແຕ່ເຕັມໄປດ້ວຍອາລົມຈິດ, ສີສັນວັດທະນະທຳຂອງລາວ ເທົ່ານັ້ນ, ຫາກຍັງແມ່ນການສັງເຂບກຳລັງແຮງຂອງສາຍພົວພັນແບບພິເສດຫວຽດນາມ - ລາວ ຢ່າງເລິກເຊິ່ງ ອີກດ້ວຍ. ນ້ຳໃຈອັນສັກສິດນັ້ນໄດ້ຊຶມເຂົ້າເລືອດເນື້ອຂອງພະນັກງານ, ນັກຮົບ ແລະປະຊາຊົນສອງປະເທດ, ກາຍເປັນກຳລັງໜູນອັນໃຫຍ່ຫຼວງນຳການປະຕິວັດໄປສູ່ໄຊຊະນະ.

ພັກ, ລັດ ແລະປະຊາຊົນຫວຽດນາມ ຍາມໃດກໍ່ເຄົາລົບ ແລະຮູ້ບຸນຄຸນຕໍ່ນ້ຳໃຈ ແລະການອຸທິດຕົນຂອງສະເດັດເຈົ້າ ສຸພານຸວົງ. ຫວຽດນາມ ໄດ້ມອບຫຼຽນໄຊດາວຄໍາໃຫ້ແກ່ສະເດັດເຈົ້າ ສຸພານຸວົງ, ນີ້ແມ່ນຫຼຽນໄຊອັນສູງສົ່ງທີ່ສຸດ, ເພື່ອຮັບຮູ້ຄຸນງາມຄວາມດີອັນໃຫຍ່ຫຼວງໃນພາລະກິດປັບປຸງ ແລະເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໃຫ້ນັບມື້ນັບຍືນຍົງຄົງຕົວໄປພ້ອມກັບສອງປະເທດ ຕະຫຼອດໄປ.

ໂດຍ: ຈາງຫງວຽນ