ກາລະໂອກາດແຜ່ກະຈາຍຮູບເງົາຫວຽດນາມ ຕໍ່ມະຫາຊົນ ອາຟະລິກາເໜືອ
ຫວັງວ່າບັນດາຮູບເງົາຂອງຫວຽດນາມ ທີ່ສາຍໃນງານມະໂຫລານຄັ້ງນີ້ ຈະນຳມາໃຫ້ຜູ້ຊົມ ອານເຊຣີ ໂອກາດຄົ້ນຫາພື້ນຖານຮູບເງົາເຕັມໄປດ້ວຍລັກສະນະມະນຸດສະທໍາ, ສວຍງາມ ແລະ ຕິດພັນຢ່າງແໜ້ນແຟ້ນກັບປະຫວັດສາດຂອງຊາດຫວຽດນາມ.
    |
 |
ພາບປະກອບ: thethaovanhoa.vn |
ງານມະໂຫລານຟິມຮູບເງົາສາກົນ Imedghassen ຄາດວ່າຈະຈັດຂຶ້ນແຕ່ວັນທີ 10-16 ກັນຍາ ຢູ່ນະຄອນ Batna, ປະເທດ ອານເຊຣີ. ທີ່ງານມະໂຫລານຮູບເງົາສາກົນ Imedghassen ຄັ້ງທີ 5 ນີ້, ຫວຽດນາມ ເປັນກຽດໄດ້ກາຍເປັນແຂກຖືກເຊີນກິດຕິມະສັກ.
ໜັງສືພິມລາຍວັນ “El Moudjahid” ສະບັບອອກວັນທີ 24 ສິງຫາ ໄດ້ແນະນຳກ່ຽວກັບການເຕີບໃຫຍ່ຂອງຮູບເງົາຫວຽດນາມ; ພ້ອມກັນນັ້ນ, ຫວັງວ່າ ບັນດາຮູບເງົາຂອງຫວຽດນາມ ທີ່ສາຍໃນງານມະໂຫລານຄັ້ງນີ້ຈະນຳມາໃຫ້ຜູ້ຊົນ ອານເຊຣີ ໂອກາດຄົ້ນຫາພື້ນຖານຮູບເງົາເຕັມໄປດ້ວຍລັກສະນະມະນຸດສະທໍາ, ສວຍງາມ ແລະຕິດພັນຢ່າງແໜ້ນແຟ້ນກັບປະຫວັດສາດຂອງຊາດຫວຽດນາມ.
ຕາມບົດຂຽນ, ຮູບເງົາຫວຽດນາມ ໄດ້ສ້າງຕັ້ງ ແລະພັດທະນາໃນຫຼາຍທົດສະວັດແຫ່ງການຕໍ່ສູ້ ແລະ ຄວາມຄາດຫວັງຍາດເອົາເອກະລາດ. ບັນດາຮູບເງົາຄື “ນາງສາວ ຮ່າໂນ້ຍ” (1975) ຫຼື “ຍາມໃດຈຶ່ງຈະຮອດເດືອນ ຕຸລາ” (1984) ໄດ້ສ້າງຂີດໝາຍຢ່າງເລິກເຊິ່ງ, ປະກອບສ່ວນສ້າງເປັນສີສັນຂອງພື້ນຖານຮູບເງົາຂອງຊາດຫວຽດນາມ.
ຂ່າວ: ວິທະຍຸກະຈາຍສຽງຫວຽດນາມ