ທີ່ກອງບັນຊາການແນວໜ້າຂອງຄະນະຊີ້ນຳປ້ອງກັນພົນລະເຮືອນແຫ່ງຊາດ (ຕັ້ງຢູ່ສູນບັນຊາການທະຫານເຂດ 4), ສະຫາຍ ເຈິ່ນຮົ່ງຮ່າ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ເປັນປະທານກອງປະຊຸມຜ່ານທາງອິນເຕີແນັດ ເພື່ອຜັນຂະຫຍາຍວຽກງານຮັບມືກັບພາຍຸລູກທີ 5. ເຂົ້າຮ່ວມກອງປະຊຸມມີທ່ານພົນໂທ ຫງວຽນວັນຮ່ຽນ, ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ; ທ່ານພົນຈັດຕະວາ ຫງວຽນບາລຶກ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນຫວຽດນາມ; ການນຳບັນດາກະຊວງ, ຂະແໜງການຂັ້ນສູນກາງ ແລະແຂວງເງະອານ ແລະຮ່າຕິ້ງ.

ພາຍຫຼັງຮັບຟັງການລາຍງານຂອງການນຳບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ຕີລາຄາສູງຕໍ່ການເປັນເຈົ້າການ, ຄວາມມານະພະຍາຍາມຂອງທະຫານ ແລະປະຊາຊົນເຂດ 4 ໃນການຮັບມືກັບພາຍຸ. ທ່ານຮອງນາຍົກລັດຖະມົນຕີ ໃສ່ໃຈວ່າ: ນີ້ແມ່ນພາຍຸທີ່ມີຄວາມແຮງດ້ວຍການເຄື່ອນໄຫວໄວ, ສະນັ້ນ ບັນດາທ້ອງຖິ່ນ ແລະບັນດາກຳລັງປະກອບອາວຸດໄດ້ຜັນຂະຫຍາຍບັນດາແຜນການຮັບມືຢ່າງຮີບດ່ວນເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ ແລະຊັບສິນ, ພິເສດແມ່ນບັນດາໂຄງການສຳຄັນ, ຂົວ ແລະລະບົບລະບາຍນ້ຳ, ເຂື່ອນ,  ອ່າງເກັບນ້ຳ…

ຕໍ່ໜ້າການຄາດຄະເນທີ່ວ່າ ພາຍຸລູກທີ 5 ຈະມີລົມພັດແຮງທີ່ສຸດ, ຄື້ນຟອງທະເລຂຶ້ນສູງ, ຝົນຕົກໜັກ ເຊິ່ງເປັນສາຍເຫດເກີດດິນເຈື່ອນ ແລະເກີດໄພນ້ຳຖ້ວມໃນບໍລິເວນກວ້າງຂວາງ, ບັນດາທ້ອງຖິ່ນ ແລະກໍາລັງປະກອບອາວຸດທະຫານເຂດ 4 ໄດ້ຜັນຂະຫຍາຍຢ່າງຄົບຊຸດກ່ຽວກັບມາດຕະການຮັບມື, ໂດຍສະເພາະແມ່ນຮີບເຮັ່ງຍົກຍ້າຍປະຊາຊົນນັບພັນຄອບຄົວອອກຈາກເຂດອັນຕະລາຍ, ຮັບປະກັນຄວາມປອດໄພໃຫ້ປະຊາຊົນ.

leftcenterrightdel
ທ່ານ ເຈິ່ນຮ່ົງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ລົງຢ້ຽມຢາມຄັນຄູ ໂຮ້ຍທົ໊ງ (ຕາແສງ ດານຫາຍ, ແຂວງ ຮ່າຕິ້ງ). ພາບ: ຈ້ອງເຊີນ

ສະເພາະຢູ່ແຂວງ ຮ່າຕິ້ງ ບ່ອນທີ່ພາຍຸພັດເຂົ້າ, ກ່ອນທີ່ພາຍຸຈະພັດເຂົ້າ, ອໍານາດການປົກຄອງ ແລະກຳລັງປະຕິບັດໜ້າທີ່ໄດ້ຮີບເຮັ່ງຍົກຍ້າຍ 8.247 ຄອບຄົວດ້ວຍປະຊາຊົນ 19.387 ຄົນຢູ່ເຂດແຄມທະເລ ແລະເຂດທີ່ມີຄວາມສ່ຽງນໍ້າຖ້ວມເລິກ, ນ້ຳໄຫຼຊຸ ແລະດິນເຈື່ອນ. ຢູ່ຄັນຄູ ໂຮ້ຍທົ໊ງ, ນ້ຳທະເລໄດ້ເພີ່ມຂຶ້ນສູງ, ລົ້ນຄັນຄູ, ຂົ່ມຂູ່ 1,132 ຄອບຄົວໂດຍກົງ. ພະນັກງານ, ນັກຮົບກໍາລັງປະກອບອາວຸດແຂວງຮ່າຕິ້ງ 200 ກວ່າຄົນ, ພ້ອມດ້ວຍສະມາຊິກຊາວໜຸ່ມ, ໄວໜຸ່ມໄດ້ຮີບເຮັ່ງເອົາເປົາຊາຍ ແລະເສົາໄມ້ໄຜ່ໄປປ້ານນ້ຳ, ເສີມສ້າງຄວາມເຂັ້ມແຂງໃນທ່າມກາງລົມແຮງ ແລະຝົນຕົກໜັກ.

ເພື່ອຮັບມືກັບພາຍຸ, ແຂວງເງະອານ ໄດ້ປະກາດໃຊ້ເອກະສານຫ້າມສັນຈອນຊົ່ວຄາວ ນັບແຕ່ເວລາ 11 ໂມງເຊົ້າຂອງວັນທີ 25 ສິງຫາ. ກຳປັ່ນ ແລະເຮືອຫາປາທຸກລຳໄດ້ກັບມາຈອດທອດສະໝໍເພື່ອຫຼີກລ້ຽງຈາກພາຍຸຢ່າງປອດໄພ. ຕາແສງ ເຈື່ອງວິງ ເປັນເຂດທີ່ມີຄວາມສ່ຽງ, ມີເກືອບ 1.400 ຄອບຄົວດຳລົງຊີວິດຢູ່ເຂດຕ່ຳ, ເຂດແຄມແມ່ນ້ຳ ຫຼື ຕຶກອາຄານທີ່ຊຸດໂຊມ. ຄະນະກຳມະການປະຊາຊົນຕາແສງໄດ້ຈັດຕັ້ງຈຸດພັກພິງ 10 ແຫ່ງຢູ່ໂຮງຮຽນ, ສຸກສາລາ, ຫໍວັດທະນະທຳ ແລະສໍານັກງານປົກຄອງ, ພ້ອມທັງກະກຽມສະບຽງອາຫານ, ນ້ຳດື່ມ, ຢຸກຢາ.

leftcenterrightdel
ກໍາລັງປະກອບອາວຸດແຂວງຮ່າຕິ້ງ ໄດ້ມານະພະຍາຍາມເພື່ອປົກປັກຮັກສາຄັນຄູໃນສະພາບລົມແຮງ ແລະຝົນຕົກໜັກກ່ອນທີ່ພາຍຸຈະພັດເຂົ້າ. ພາບ: ຈ້ອງເຊີນ

ຢູ່ເຂດແຄມທະເລ, ໃນຕອນຄ່ຳວັນທີ 24 ສິງຫາ, ຄ້າຍທະຫານຊາຍແດນແຂວງ ກວິ່ງເຝືອງ (ທະຫານຊາຍແດນແຂວງເງະອານ) ໄດ້ສົມທົບກັບບັນດາຫົວໜ່ວຍເພື່ອຍົກຍ້າຍປະຊາຊົນນັບຮ້ອຍຄອບຄົວຢູ່ແຫ່ງຕ່າງໆ ຄື: ຮົ່ງຫາຍ, ເຕິນຕ໊ຽນ ແລະກວຽດຕ໊ຽນ (ຕາແສງກວິ່ງເຝືອງ) ໄປຢູ່ບ່ອນທີ່ປອດໄພ. ບັນດາຄອບຄົວທີ່ຢູ່ໃນເຂດອັນຕະລາຍໄດ້ຍົກຍ້າຍໄປຢູ່ຫໍວັດທະນະທໍາ, ໂຮງຮຽນ...

ຢູ່ແຂວງແທງຮວ໊າ, ມີປະຊາຊົນເກືອບ 60.000 ຄົນ ທີ່ພວມດໍາລົງຊີວິດຢູ່ໃກ້ທະເລ ໄດ້ຖືກຍົກຍ້າຍໄປຢູ່ສະຖານທີ່ປອດໄພ ໂດຍກຳລັງປະກອບອາວຸດສົມທົບກັບອຳນາດການປົກຄອງທ້ອງຖິ່ນ.  ທ່ານພັນເອກພິເສດ ຫງວຽນຈ້ອງຍິ ຮອງຫົວໜ້າການທະຫານ, ຫົວໜ້າເສນາທິການກອງບັນຊາການທະຫານແຂວງ ແທງຮວ໊າ ໃຫ້ຮູ້ວ່າ: “ມາຮອດເວລາ 11 ໂມງ 30 ນາທີຂອງວັນທີ 25 ສິງຫາ, ພວກຂ້າພະເຈົ້າ ໄດ້ຍົກຍ້າຍປະຊາຊົນເກືອບ 2.000 ຄອບຄົວ ມີປະຊາຊົນ 7.000 ກວ່າຄົນ”.

ຢູ່ເຂດພູດອຍ ແທງຮວ໊າ ມີ 233 ບ້ານ/59 ຕາແສງ ຢູ່ເຂດທີ່ມີຄວາມສ່ຽງນໍ້າຖ້ວມ; 529 ບ້ານ/82 ຕາແສງຢູ່ເຂດທີ່ມີຄວາມສ່ຽງດິນເຈື່ອນໃນເວລາທີ່ພາຍຸລູກທີ 5 ພັດເຂົ້າ. ທ່ານພັນເອກພິເສດ ໂດ໊ຫງອກວິງ, ຫົວໜ້າການທະຫານກອງບັນຊາການທະຫານຊາຍແດນແຂວງແທງຮວ໊າ ໄດ້ລົງຊີ້ນໍາການຮັບມືກັບນໍ້າຖ້ວມ, ດິນເຈື່ອນ ໂດຍກົງຢູ່ບ້ານ ນາຄ່າ, ບ້ານ ຈຽນປຸກ ຢູ່ຕາແສງ ເມື່ອງລ໊າດ ແລະໂຄງການຊົນລະປະທານສົມທົບກັບໄຟຟ້ານ້ຳຕົກແຕ໊ນຕັ້ນ ທີ່ສັງກັດຢູ່ຕາແສງກວາງຈ໊ຽວ ໂດຍໃຫ້ຮູ້ວ່າ: “ພວກຂ້າພະເຈົ້າ ໄດ້ຊີ້ນໍາຄ້າຍທະຫານຊາຍແດນ ເມື່ອງລ໊າດ, ກວານເຊີນ, ກວນຮວ໊າ... ສົມທົບກັບອໍານາດການປົກຄອງທ້ອງຖິ່ນກວດກາຄືນບັນດາເຂດທີ່ສຳຄັນ, ກະກຽມແຜນຍົກຍ້າຍປະຊາຊົນຢູ່ເຂດທີ່ມີຄວາມສ່ຽງສູງ"

ຢູ່ແຂວງກວາງຈິ, ຄ້າຍທະຫານຊາຍແດນ ໄດ້ຍົກຍ້າຍປະຊາຊົນນັບຮ້ອຍຄອບຄົວໄປຢູ່ເຂດທີ່ປອດໄພ. ຢູ່ດ່ານຊາຍແດນສາກົນຈາລໍ, ບັນດາໜ່ວຍປະຕິບັດງານໄດ້ເວນຍາມ, ໜູນຊ່ວຍປະຊາຊົນເສີມສ້າງ, ຜູກມັດເຮືອນຊານ, ໂຮງຮຽນ ແລະສຸກສາສາໃຫ້ແໜ້ນໜາຖາວອນເພື່ອໃຊ້ເປັນບ່ອນຫຼີກລ້ຽງພາຍຸ.

ຢູ່ເຂດຊາຍແດນ ແລະແຄມຝັ່ງທະເລກວາງຈິ, ກໍາລັງທະຫານຊາຍແດນໄດ້ໄປເຄາະປະຕູເຮືອນແຕ່ລະຫຼັງ, ຍົກຍ້າຍປະຊາຊົນເກືອບ 2.000 ຄອບຄົວອອກຈາກເຂດທີ່ມີຄວາມສ່ຽງດິນເຈື່ອນ ແລະນ້ຳຖ້ວມ.

ກ່ອນທີ່ພາຍຸຈະພັດເຂົ້າ, ອຳນາດການປົກຄອງ ແລະກຳລັງປະຕິບັດໜ້າທີ່ຂອງຕາແສງ ເກືອລໍ່ ໄດ້ຮຽກຮ້ອງໃຫ້ປະຊາຊົນຍົກຍ້າຍ. ປະຊາຊົນ 3.800 ກວ່າຄົນໄດ້ຍົກຍ້າຍໄປຢູ່ບ່ອນທີ່ປອດໄພຢ່າງຮີບດ່ວນ; ເຮືອຫາປາໄດ້ດຶງຂຶ້ນຝັ່ງ, ຜູກມັດດ້ວຍເຊືອກສະໝໍທີ່ແໜ້ນໜາ... ຍ້ອນມີການກະກຽມຢ່າງຮອບຄອບຖີ່ຖ້ວນ ແລະມີຄວາມຕັດສິນໃຈສູງ, ທະຫານ ແລະປະຊາຊົນຢູ່ບໍລິເວນທະຫານເຂດ 4 ໄດ້ອົງອາດກ້າຫານ, ໝັ້ນແກ່ນໃນການຮັບມືກັບໄພທຳມະຊາດ.

ໂດຍ: ໄຊນີດາ