ກວດກາຄືນຮອບດ້ານ, ຍູ້ໄວການລົງທຶນໃສ່ພື້ນຖານໂຄງລ່າງ

ບັນດາອົງການ, ຄະນະ, ຂະແໜງການຂອງແຂວງ ຮ່າຕິ້ງ ພວມ “ແກ້ໄຂບັນດາຂໍ້ຕິດຂັດ” ໃຫ້ແກ່ເຂດເສດຖະກິດ ເກົ່າແຈວ ດ້ວຍມາດຕະການທີ່ແທດຈິງ, ມຸ່ງໄປເຖິງການເຮັດໃຫ້ສະຖານທີ່ແຫ່ງນີ້ກາຍເປັນກຳລັງໜູນພັດທະນາເຂດຊາຍແດນ.

ປະຕິບັດບົດສະຫຼຸບຂອງທ່ານ ຫງວຽນຢຸຍເລິມ, ເລຂາພັກແຂວງຮ່າຕິ້ງ ໃນແຈ້ງການສະບັບເລກທີ 1287-TB/TU, ຄະນະກຳມະການປະຊາຊົນແຂວງ ໄດ້ຮຽກຮ້ອງໃຫ້ຄະນະຄຸ້ມຄອງເຂດເສດຖະກິດແຂວງເປັນປະທານ, ສົມທົບກັບບັນດາພະແນກ, ຂະແໜງການທີ່ກ່ຽວຂ້ອງກວດກາຄືນຢ່າງຮີບດ່ວນ, ຕີລາຄາປະສິດທິຜົນການດຶງດູດການລົງທຶນ, ການເຄື່ອນໄຫວນຳເຂົ້າ-ສົ່ງອອກ, ການເຂົ້າ-ອອກເມືອງຢູ່ເຂດຊາຍແດນ.

leftcenterrightdel
ພາບປະກອບຈາກ: congly.vn

ຄຽງຂ້າງນັ້ນ, ຄະນະກໍາມະການປະຊາຊົນແຂວງ ໄດ້ຊີ້ນໍາໃຫ້ບັນດາອົງການທີ່ກ່ຽວຂ້ອງສໍາເລັດການດັດປັບການວາງແຜນຜັງລວມ ແລະການວາງແຜນຜັງລະອຽດຂອງເຂດເສດຖະກິດ ເກົ່າແຈວ ຮອດປີ 2045 ໂດຍໄວ. ດໍາເນີນການກວດກາ, ກວດການຄືນເນື້ອໃນສະເໜີຂອງຄະນະຄຸ້ມຄອງເຂດເສດຖະກິດແຂວງ ກ່ຽວກັບການດັດປັບການນຳໃຊ້ຕາມການອອກແບບຂອງໂຄງການອາຄານດ່ານຊາຍແດນສາກົນ ເກົ່າແຈວ ສົມທົບກວກມົນ ຢ່າງລະອຽດ ເພື່ອນໍາເອົາບາງການບໍລິການທີ່ຈໍາເປັນເຂົ້າໃນເຂດຊັ້ນ 1 ຂອງອາຄານເພື່ອແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ປະຊາຊົນ, ວິສາຫະກິດທີ່ເຄື່ອນໄຫວຢູ່ດ່ານຊາຍແດນ.

ສະຫຼຸບການຊີ້ນຳ, ເລຂາພັກແຂວງຮ່າຕິ້ງ ໄດ້ຮຽກຮ້ອງໃຫ້ສຸມໃສ່ຍູ້ໄວລະດັບຄວາມຄືບໜ້າບັນດາໂຄງການລົງທຶນພາກລັດ, ຜັນຂະຫຍາຍການກໍ່ສ້າງເດີ່ນກວດກາສິນຄ້າແຫ່ງໃໝ່ຢູ່ບ່ອນທີ່ເໝາະສົມໃນເຂດອຸດສາຫະກຳ ດ້າຍກີມ ຫຼື ເຂດຕາແສງ ເຊີນໄຕ, ເທດສະບານເມືອງ ໄຕເຊີນ ແລະໜູນຊ່ວຍການຜັນຂະຫຍາຍໂຄງການບໍລິການ  logistics ແລະການຄ້າ, ການບໍລິການຂອງບັນດາວິສາຫະກິດໃນພາກພື້ນ.

ດ້ວຍເປົ້າໝາຍຍົກສູງຄຸນນະພາບການຄຸ້ມຄອງ, ພ້ອມກັນນັ້ນກໍ່ເພີ່ມທະວີການປະຕິຮູບລະບຽບການບໍລິຫານ, ນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ, ການຫັນເປັນດີຈີຕອນໃນການຄຸ້ມຄອງການນຳເຂົ້າ-ສົ່ງອອກ, ສ້າງສະພາບແວດລ້ອມແຫ່ງການລົງທຶນທີ່ເປີດເຜີຍ, ໂປ່ງໃສໃຫ້ແກ່ວິສາຫະກິດ, ຄະນະກຳມະການປະຊາຊົນແຂວງ ຮ່າຕິ້ງ ໄດ້ມອບໃຫ້ພະແນກ ພາຍໃນເປັນປະທານ ສົມທົບການກວດກາຄືນ ແລະປັບປຸງການຈັດຕັ້ງຄະນະຄຸ້ມຄອງດ່ານຊາຍແດນ, ແບ່ງພາລະບົດບາດ, ໜ້າທີ່ຢ່າງຈະແຈ້ງ, ຮັບປະກັນປະສິດທິພາບ, ປະສິດທິຜົນໃນການຄຸ້ມຄອງລັດໃນຂົງເຂດນີ້.

ທາງແຂວງຮ່າຕິ້ງ ກໍ່ຮຽກຮ້ອງໃຫ້ບັນດາກົມກອງທະຫານຊາຍແດນ, ອົງການພາສີ, ອົງການກັກກັນພະຍາດ... ປັບປຸງລະບຽບບໍລິຫານ, ກໍ່ສ້າງສະພາບແວດລ້ອມເຮັດວຽກສີວິໄລ, ສົມທົບກັນຢ່າງແໜ້ນແຟ້ນໃນການເຄື່ອນໄຫວວິຊາສະເພາະເພື່ອຮັບປະກັນຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ຄວບຄຸມການເຄື່ອນໄຫວຜ່ານດ່ານຊາຍແດນຢ່າງເຂັ້ມງວດ. ຜ່ານນັ້ນ, ຫຼຸດຜ່ອນການຢຸດສະງັກ, ເພີ່ມທະວີປະສິດທິຜົນການຜ່ານດ່ານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນຢູ່ດ່ານຊາຍແດນ.

ການຮ່ວມມືສາກົນ, ການເຊື່ອມຕໍ່ຢູ່ເຂດຊາຍແດນ

ອີງຕາມຂໍ້ກຳນົດຂອງກົດໝາຍ, ບັນດາຂໍ້ຕົກລົງໄດ້ຮັບການລົງນາມລະຫວ່າງ ຫວຽດນາມ-ລາວ, ລະຫວ່າງແຂວງຮ່າຕິ້ງ (ຫວຽດນາມ) ກັບແຂວງບໍລິຄຳໄຊ. ປະຈຸບັນ, ຄະນະກຳມະການປະຊາຊົນແຂວງຮ່າຕິ້ງ ພວມສົມທົບກັບອຳນາດການປົກຄອງແຂວງບໍລິຄຳໄຊ ຊຸກຍູ້ການລົງທຶນ, ຍູ້ໄວລະດັບຄວາມຄືບໜ້າຂອງບັນດາໂຄງການຄົມມະນາຄົມເຊື່ອມຕໍ່ດ່ານຊາຍແດນຂອງສອງປະເທດ.

ສອງຝ່າຍໄດ້ລົງທຶນເປີດກວ້າງເສັ້ນທາງຄົມມະນາຄົມລະຫວ່າງດ່ານຊາຍແດນ ເກົ່າແຈວ-ນ້ຳພາວ, ແກ້ໄຂເຂດທີ່ມີດິນເຈື່ອນຢູ່ກິ່ວດິນຢູ່ຟາກຊາຍແດນຂອງລາວ, ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນການຄ້າຂ້າມຊາຍແດນ.

ທ່ານ ຫວໍແອງຕວນ, ຮອງຫົວໜ້າຄ້າຍທະຫານຊາຍແດນເກົ່າແຈວ ໃຫ້ຮູ້ວ່າ: “ກໍາລັງທະຫານຊາຍແດນ ຍາມໃດກໍ່ພ້ອມແລ້ວທີ່ຈະສົມທົບກັນຢ່າງແໜ້ນແຟ້ນກັບບັນດາຂະແໜງການ, ທ້ອງຖິ່ນ ແລະຝ່າຍລາວ ເພື່ອຮັບປະກັນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າ, ການແລກປ່ຽນສິນຄ້າ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດຊາຍແດນແບບຍືນຍົງ”.

ການລົງທຶນເປີດກວ້າງເສັ້ນທາງຄົມມະນາຄົມລະຫວ່າງບັນດາປະເທດ, ຍູ້ແຮງການປະຕິຮູບດ້ານບໍລິຫານ, ກໍ່ສ້າງພື້ນຖານໂຄງລ່າງດ້ານເຕັກນິກ, ກໍ່ສ້າງສູນ logistics, ເຂດເສດຖະກິດ ເກົ່າແຈວ ໄດ້ຕັ້ງຄວາມຫວັງໄວ້ວ່າ ຈະກາຍເປັນ “ປະຕູຄໍາ”, ນໍາເຂດແຫ່ງນີ້ກາຍເປັນຈຸດສົ່ງຕໍ່ສິນຄ້າຍຸດທະສາດ, ປະກອບສ່ວນຊຸກຍູ້ການຄ້າຢູ່ເຂດຊາຍແດນ ຫວຽດນາມ-ລາວ ໃນທົດສະວັດທີ່ຈະມາເຖິງ.

ໂດຍ: ຈາງຫງວຽນ