ນັບແຕ່ປີ 2016 ເປັນຕົ້ນມາ, ເອື້ອຍ ຫງວຽນທິທູຮວ່ຽນ, ຊາວຫວຽດນາມ ທີ່ດຳລົງຊີວິດ ແລະເຮັດວຽກຢູ່ ລາວ ໄດ້ສ້າງຫ້ອງຮຽນ - ຫ້ອງສອນພາສາຫວຽດ ຢູ່ວັດເຟິດຕິກແຫ່ງນີ້. ໂດຍເລີ່ມມາຈາກຄວາມປາດຖະໜາຂອງລູກຕົນທີ່ບໍ່ຢາກລືມພາສາຫວຽດ, ເອື້ອຍ ເປີດຫ້ອງຮຽນ-ຫ້ອງສອນຂະໜາດນ້ອຍຂຶ້ນ, ເລີ່ມຕົ້ນມີແຕ່ສອງສາມຄົນເທົ່ານັ້ນ. ຫຼັງຈາກນັ້ນຫ້ອງຮຽນ - ຫ້ອງສອນຄ່ອຍໆພັດທະນາຂຶ້ນເທື່ອລະກ້າວ, ກາຍເປັນບ່ອນພົບປະຂອງຊາວຫວຽດນາມ ຫຼາຍຄອບຄົວທີ່ພ້ອມກັນຄິດວ່າ ຈະເຮັດແນວໃດເພື່ອບໍ່ໃຫ້ພາສາຫວຽດ ຄ່ອຍໆສູນເສຍໄປຜ່ານແຕ່ລະຮຸ່ນຄົນ.
    |
 |
ເອື້ອຍ ຫງວຽນທິທູຮວ່ຽນ ແນະນຳໃຫ້ນັກຮຽນແມ່ນລູກຂອງຊາວຫວຽດນາມ ອາໄສຢູ່ລາວ ຮຽນຮ້ອງເພງແຫ່ງບ້ານເກີດເມືອງນອນຂອງຕົນ. ພາບ: ສຳນັກຂ່າວສານຫວຽດນາມ |
ປະຈຸບັນ, ຫ້ອງຮຽນ-ຫ້ອງສອນພາສາຫວຽດ ຢູ່ວັດເຟິດຕິກ ໄດ້ຈັດຕັ້ງການຮຽນ-ການສອນ 6 ຊົ່ວໂມງຕໍ່ອາທິດໜຶ່ງ, ແບ່ງເປັນສອງລະດັບ, ຄື: ລະດັບພື້ນຖານ ແລະລະດັບສູງ, ສອດຄ່ອງກັບລະດັບຄວາມຮູ້ ແລະຄວາມຕ້ອງການຂອງນັກຮຽນແຕ່ລະຄົນ. ຫ້ອງຮຽນລະດັບພື້ນຖານໄດ້ສຸມໃສ່ຝຶກຝົນຫຼໍ່ຫຼອມບັນດາທັກສະການຟັງ, ເວົ້າ, ອ່ານ, ຂຽນຊ່ວຍໃຫ້ນັກຮຽນນຳໃຊ້, ທັກທາຍເປັນພາສາຫວຽດໃນທຸກໆມື້. ຫ້ອງຮຽນລະດັບສູງແມ່ນສະຫງວນໃຫ້ແກ່ນັກຮຽນທີ່ມີພື້ນຖານແລ້ວ, ສືບຕໍ່ຍົກສູງຄວາມສາມາດນຳໃຊ້ພາສາຫວຽດ, ພ້ອມທັງເປີດກວ້າງຄວາມຮູ້ດ້ານວັດທະນະທຳ, ປະຫວັດສາດ, ພູມສາດຫວຽດນາມ, ປະກອບສ່ວນເພີ່ມພູນຄູນສ້າງຄວາມຮັກບ້ານເກີດເມືອງນອນໃນບົດຮຽນແຕ່ລະບົດ. ຮັບຜິດຊອບໜ້າທີ່ສິດສອນແມ່ນມີຄູສອນ 5 ຄົນ ລວມທັງຄົນຫວຽດນາມ ແລະຄົນລາວ, ລ້ວນແຕ່ແມ່ນຄູສອນອາສາສະໝັກ, ເຮັດວຽກຢ່າງສຸດຈິດສຸດໃຈດ້ວຍການຮັກສາພາສາຫວຽດ ຢູ່ປະເທດລາວ. ບໍ່ພຽງແຕ່ເປັນການໃຫ້ຄວາມຮູ້ເທົ່ານັ້ນ, ບັນດາຄູສອນຍັງໄດ້ຖ່າຍທອດວັດທະນະທຳ, ແຮງບັນດານໃຈທີ່ຮັກພາສາຫວຽດ ໃຫ້ແກ່ນັກຮຽນອີກດ້ວຍ.
ເກືອບໜຶ່ງທົດສະວັດຜ່ານພົ້ນໄປ, ມີນັກຮຽນຫຼາຍຮ້ອຍເທື່ອຄົນໄດ້ມາຮຽນຢູ່ວັດແຫ່ງນີ້, ນັບແຕ່ນ້ອງນ້ອຍເຍົາວະຊົນ, ອານຸຊົນ-ລູກຫຼານຂອງຊາວຫວຽດນາມ ຕະຫຼອດຮອດຊາວໜຸ່ມຄົນລາວ. ຜ່ານແຕ່ລະບົດສອນ, ແຕ່ລະບົດເພງ, ແຕ່ລະຊົ່ວໂມງຮຽນ, ພາສາຫວຽດໄດ້ແຜ່ຂະຫຍາຍໄປຢ່າງມິດງຽບຢູ່ໃຈກາງນະຄອນຫຼວງວຽງຈັນ.
ນ້ອງ ສຸລິຍາ ພັນທຸລັດສາ, ນັກຮຽນ ເຊື້ອສາຍຫວຽດນາມ ແບ່ງປັນວ່າ ພໍ່ແມ່ຂອງນ້ອງບອກກັບນ້ອງວ່າ ຕ້ອງຮັກສາພາສາຫວຽດໄວ້ຍ້ອນວ່ານັ້ນແມ່ນກົກເຄົ້າເຫງົ້າກໍຂອງຕົນ. ນ້ອງຮຽນພາສາຫວຽດໄວ້ເພື່ອໄປຮຽນຕໍ່ຢູ່ຫວຽດນາມ.
    |
 |
ນ້ອງ ສຸລິຍາ ພັນທຸລັດສາ ຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ. ພາບ: ສຳນັກຂ່າວສານຫວຽດນາມ |
ບໍ່ພຽງແຕ່ສະຫງວນໃຫ້ແກ່ປະຊາຄົມຊາວຫວຽດນາມ ເທົ່ານັ້ນ, ຫ້ອງຮຽນ-ຫ້ອງສອນພາສາຫວຽດດັ່ງກ່າວ ຍັງດຶງດູດເອົານັກຮຽນຄົນລາວ ຫຼາຍຄົນເຂົ້າຮ່ວມ. ເຂົາເຈົ້າ ມາຮຽນຍ້ອນວ່າມີຄວາມຮັກແພງຜູ້ຄົນ ແລະວັດທະນະທຳຫວຽດນາມ, ປາດຖະໜາຢາກຮ່ຳຮຽນ, ເຮັດວຽກຢູ່ຫວຽດນາມ ຫຼືວ່າ ຢາກເຂົ້າໃຈກ່ຽວກັບປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ. ອ້າຍ ຄຳເຟືອງ ລໍວັນໄຊ, ນັກຮຽນຄົນລາວ ແບ່ງປັນວ່າ: “ຂ້າພະເຈົ້າ ຮຽນພາສາຫວຽດ ຍ້ອນວ່າ ຂ້າພະເຈົ້າ ມີຄວາມຮັກແພງຜູ້ຄົນ ແລະວັດທະນະທຳຫວຽດນາມ”.
ແບ່ງປັນກັບນັກຂ່າວ, ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ໃຫ້ຮູ້ວ່າ ວັດເຟີດຕິກ ໄດ້ ແລະສວມບົດບາດຄືດັ່ງສູນຮັກສາພາສາຫວຽດ ແລະວັດທະນະທຳຫວຽດນາມ ຢູ່ນະຄອນຫຼວງວຽງຈັນ. ນີ້ແມ່ນບ່ອນຈັດຫ້ອງຮຽນ-ຫ້ອງສອນພາສາຫວຽດໃຫ້ແກ່ລູກຫຼານຊາວຫວຽດນາມ ອາໄສຢູ່ລາວ ແລະລວມທັງເພື່ອນລາວ ທີ່ມັກຮຽນພາສາຫວຽດ ໂດຍບໍ່ໄດ້ເກັບຄ່າ.
    |
 |
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ຕອບສຳພາດຕໍ່ນັກຂ່າວ. ພາບ: ສຳນັກຂ່າວສານຫວຽດນາມ |
ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຢືນຢັນວ່າ ຫ້ອງຮຽນ-ຫ້ອງສອນພາສາຫວຽດນີ້ບໍ່ພຽງແຕ່ເພື່ອແນໃສ່ສິດສອນພາສາແຕ່ຢ່າງດຽວເທົ່ານັ້ນ ຫາກຍັງເປັນແຜ່ຂະຫຍາຍສີສັນ, ຮັກສາພາສາແມ່ໄວ້ໃຫ້ຄົນຮຸ່ນທີສາມ, ທີສີ່ຂອງຄົນຫວຽດນາມ ທີ່ເກີດຢູ່ປະເທດລາວ ແລະເຜີຍແຜ່ປະຫວັດສາດ, ວັດທະນະທຳຫວຽດນາມອີກດ້ວຍ. ວັດເຟິດຕິກ ທັງແມ່ນບ່ອນຝາກຝັງຄວາມເຫຼື້ອມໃສສັດທາ, ທັງແມ່ນບ່ອນຮັກສາຈິດວິນຍານຂອງຊາດ.
ການສິດສອນພາສາຫວຽດ ຢູ່ຕ່າງປະເທດບໍ່ພຽງແຕ່ແມ່ນການເຄື່ອນໄຫວດ້ານການສຶກສາເທົ່ານັ້ນ ຫາກຍັງແມ່ນພາລະກຳວັດທະນະທຳອີກດ້ວຍ. ໃນສະພາບການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງ, ການຮັກສາພາສາຫວຽດຂອງປະຊາຄົມຊາວຫວຽດນາມ ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນແມ່ນປະສົບກັບສິ່ງທ້າທາຍຫຼາຍຢ່າງ, ແຕ່ວ່າກໍ່ແມ່ນໜ້າທີ່ອັນສັກກະລະບູຊາ. ຫ້ອງຮຽນ-ຫ້ອງສອນພາສາຫວຽດຢູ່ວັດແຫ່ງນີ້ບໍ່ພຽງແຕ່ແມ່ນບ່ອນຖ່າຍທອດພາສາເທົ່ານັ້ນ, ຫາກຍັງແມ່ນຂົວເຊື່ອມຕໍ່ຄົນຮຸ່ນໜຸ່ມກັບກົກເຄົ້າເຫງົ້າກໍ, ແມ່ນບ່ອນອີງທາງດ້ານຈິດໃຈຂອງຊາວຫວຽດນາມ ຢູ່ປະເທດເພື່ອນລາວອີກດ້ວຍ.
ໂດຍ: ແສງເດືອນ