ແຂວງບໍລິຄໍາໄຊ ມີທີ່ຕັ້ງພູມສາດທີ່ມີຄວາມສະດວກຫຼາຍທີ່ສຸດເຊິ່ງຫ່າງຈາກດ່ານຊາຍແດນສາກົນ ເກົ່າແຈວ (ແຂວງຮ່າຕິ້ງ, ຫວຽດນາມ) ປະມານ 150 ກິໂລແມັດ, ຫ່າງຈາກແຂວງບຶງການ (ພາກອີ່ສານຂອງໄທ) ປະມານ 30 ກວ່າກິໂລແມັດ ແລະຫ່າງຈາກນະຄອນຫຼວງວຽງຈັນ ເຊິ່ງເປັນທີ່ຕັ້ງສະຖານີລົດໄຟ ລາວ-ຈີນ 100 ກວ່າກິໂລແມັດ.

ພິເສດ, ພາຍຫຼັງຂົວມິດຕະພາບແຫ່ງທີ 5 ກໍ່ສ້າງສໍາເລັດ ແລະເປີດນໍາໃຊ້ໃນທ້າຍປີ 2025, ເຊື່ອມຕໍ່ແຂວງບໍລິຄຳໄຊກັບແຂວງບຶງການຂອງໄທ, ການຄ້າ ແລະການຂົນສົ່ງສິນຄ້າຈະມີຄວາມສະດວກຫຼາຍຂຶ້ນ. ນີ້ແມ່ນໂອກາດທີ່ດີຊ່ວຍຊຸກຍູ້ການພັດທະນາເສດຖະກິດ ແລະດຶງດູດການລົງທຶນທາງດ້ານກະສິກຳໃນຂົງເຂດນີ້, ໂດຍສະເພາະແມ່ນພື້ນຖານກະສິກໍາຂອງລາວ ຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງທີ່ຍັງບໍ່ທັນໄດ້ຂຸດຄົ້ນ.

leftcenterrightdel
ຂົວມິດຕະພາບລາວ-ໄທ ແຫ່ງທີ 5 ຈະເປີດນໍາໃຊ້ໃນທ້າຍປີ 2025, ສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາການຄົມມະນາຄົມເຊື່ອມຕໍ່ກັບບັນດາປະເທດໃນພາກພື້ນ. ພາບ: ສໍານັກຂ່າວສານຫວຽດນາມ

ແຂວງບໍລິຄຳໄຊ ເປັນໜຶ່ງໃນບັນດາທ້ອງຖິ່ນທີ່ມີທ່າແຮງດ້ານກະສິກຳຂອງລາວ, ມີເນື້ອທີ່ດິນອຸດົມສົມບູນ ແລະໃນແຕ່ລະປີແຜນການຜະລິດ, ການປ້ອງກັນຕ້ານໄພທຳມະຊາດ ຍາມໃດອຳນາດການປົກຄອງທ້ອງຖິ່ນກໍຜັນຂະຫຍາຍປະຕິບັດຢ່າງຄົບຊຸດ.

ແລກປ່ຽນກັບນັກຂ່າວສໍານັກຂ່າວສານຫວຽດນາມ, ທ່ານ ດາລາພອນ ພົນສະຫວັດດີ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງບໍລິຄຳໄຊ ໃຫ້ຮູ້ວ່າ ໃນລະດູແລ້ງຜ່ານມາ, ແຂວງບໍລິຄໍາໄຊ ໄດ້ຜັນຂະຫຍາຍການຜະລິດເນື້ອທີ່ປູກຕົ້ນໄມ້ຜະລິດຕະພັນກະເສດຢ່າງມີປະສິດທິຜົນ. ສະເພາະເນື້ອທີ່ປູກເຂົ້າລະດູແລ້ງບັນລຸ 1.500 ເຮັກຕາ, ເກັບກ່ຽວໄດ້ 100%, ຜົນຜະລິດສະເລ່ຍ 6 ໂຕນ/ເຮັກຕາ.

ໜ້າເອົາໃຈໃສ່, ມັນຕົ້ນແມ່ນໜຶ່ງໃນບັນດາພືດຫຼັກແຫຼ່ງທີ່ບັນລຸເນື້ອທີ່ປູກ 9.000 ເຮັກຕາ, ສຳເລັດການເກັບກ່ຽວດ້ວຍຜົນຜະລິດທັງໝົດລື່ນກາຍ 600.000 ໂຕນ. ໃນຕົວຈິງ, ເນື້ອທີ່ປູກມັນຕົ້ນທັງໝົດຂອງແຂວງໃນປັດຈຸບັນຂຶ້ນເຖິງ 20.000 ກວ່າເຮັກຕາ, ລື່ນແຜນການທີ່ວາງອອກ. ໄປຄຽງຄູ່ກັບຜົນສຳເລັດຂອງລະດູແລ້ງ, ປັດຈຸບັນແຂວງບໍລິຄຳໄຊ ພວມປະຕິບັດການຜັນຂະຫຍາຍການຜະລິດລະດູຝົນດ້ວຍແຜນການປູກ 37.000 ກວ່າເຮັກຕາ. ມາຮອດປັດຈຸບັນ, ປະຕິບັດໄດ້ 14.000 ເຮັກຕາ, ເທົ່າກັບ 39% ຂອງແຜນການ. ນອກຈາກນີ້, ແຂວງບໍລິຄໍາໄຊ ຍັງສຸມໃສ່ພັດທະນາການລ້ຽງສັດ ເປັນສິນຄ້າ ເພື່ອຮັບໃຊ້ການບໍລິໂພກຢູ່ພາຍໃນ ແລະສົ່ງອອກ.

leftcenterrightdel
ທ່ານ ດາລາພອນ ພົນສະຫວັດດີ ຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງບໍລິຄຳໄຊ ໃຫ້ສຳພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ປັດຈຸບັນ, ທົ່ວແຂວງ ມີຟາມລ້ຽງງົວ, ຄວາຍ 48 ແຫ່ງ ໂດຍມີຝູງງົວ, ຄວາຍ 5.000 ໂຕ ແລະຟາມລ້ຽງໝູ 13 ແຫ່ງ, ສ່ວນຫຼາຍສະໜອງໃຫ້ບັນດາແຂວງໃກ້ຄຽງ. ນອກຈາກນີ້, ບັນດາຮູບແບບລ້ຽງປາ, ລ້ຽງກົບ ແລະບັນດາຮູບແບບປູກຝັງຂະໜາດນ້ອຍ ກໍສືບຕໍ່ໄດ້ຮັບການສົ່ງເສີມເພື່ອຮັບປະກັນການຫາເງິນລ້ຽງຊີບແບບຍືນຍົງ. ປັດຈຸບັນ, ມີຫຼາຍໂຮງງານປຸງແຕ່ງແປ້ງມັນຕົ້ນໃນບໍລິເວນແຂວງ ໄດ້ເຄື່ອນໄຫວຢ່າງມີປະສິດທິຜົນເປັນຕົ້ນແມ່ນຢູ່ເມືອງຄຳເກີດ, ເມືອງວຽງທອງ, ເມືອງປາກກະດິງ..., ສະໜອງຜະລິດຕະພັນໃຫ້ແກ່ຜູ້ບໍລິໂພກທີ່ຢູ່ພາຍໃນ ແລະສົ່ງອອກໄປຍັງຫວຽດນາມ, ໄທ ແລະຈີນ.

ທ່ານຮອງຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງບໍລິຄຳໄຊ ຍັງໃຫ້ຮູ້ຕື່ມອີກວ່າ ປັດຈຸບັນທາງແຂວງຍາມໃດກໍມີແຜນການສົ່ງພະນັກງານວິຊາການລົງຮາກຖານ ເພື່ອແນະນຳປະຊາຊົນລ້ຽງງົວ, ປູກຜັກ, ບົວລະບັດຕົ້ນໄມ້ກິນໝາກ, ຕົ້ນຢາງພາລາ... ປັດຈຸບັນ, ສູນບໍລິການເຕັກນິກກະສິກຳ ແລະປ່າໄມ້ ແລະພັດທະນາຊົນນະບົດ ຍັງຮັບຜິດຊອບການຜະລິດແນວພັນເຂົ້າທີ່ມີຄຸນນະພາບສູງ, ຈຳໜ່າຍ ແລະເກັບຊື້ຜະລິດຕະພັນກະເສດພາຍຫຼັງເກັບກ່ຽວ, ຊ່ວຍໃຫ້ຊາວກະສິກອນມີສົ້ນອອກທີ່ໝັ້ນຄົງ.

ເພື່ອມຸ່ງໄປເຖິງເປົ້າໝາຍຫຼຸດຜ່ອນຄວາມເສຍຫາຍຈາກໄພພິບັດທໍາມະຊາດ, ແຂວງບໍລິຄໍາໄຊ ກໍານົດວ່າ ການພັດທະນາການຜະລິດຍາມໃດກໍຕ້ອງຕິດພັນກັບການສະກັດກັ້ນຄວາມສ່ຽງຢູ່ສະເໝີ ແລະນີ້ຖືແມ່ນໜ້າທີ່ທີ່ຕ້ອງໄດ້ເຮັດໄປພ້ອມໆກັນ.

ຄວາມມານະພະຍາຍາມຢ່າງຄົບຊຸດ ຈາກອໍານາດການປົກຄອງຕະຫຼອດຮອດປະຊາຊົນພວມ ແລະຈະປະກອບສ່ວນສ້າງພື້ນຖານອັນໜັກແໜ້ນເພື່ອໃຫ້ແຂວງບໍລິຄຳໄຊ ຜ່ານຜ່າລະດູຝົນໃນແຕ່ລະປີຢ່າງໝັ້ນຄົງ ເພື່ອຮັບປະກັນການຜະລິດໃຫ້ມີປະສິດທິຜົນ, ພ້ອມທັງປະກອບສ່ວນດຶງດູດນັກລົງທຶນຕ່າງປະເທດເຂົ້າມາລົງທຶນຢູ່ແຂວງບໍລິຄຳໄຊ ນັບມື້ນັບຫຼາຍຂຶ້ນ. 

ໂດຍ: ໄຊຊະນະ