leftcenterrightdel
ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ. ພາບ: ສໍານັກຂ່າວສານຫວຽດນາມ

ຕອບສໍາພາດຕໍ່ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ນະຄອນຫຼວງວຽງຈັນ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ຢືນຢັນວ່າ ການຕັ້ງສຳນັກງານຂອງອົງການສື່ມວນຊົນຫວຽດນາມ ປະຈຳ ລາວ ແມ່ນການສະແດງໃຫ້ເຫັນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ. ສື່ມວນຊົນບໍ່ພຽງແຕ່ແມ່ນຊ່ອງທາງຖ່າຍທອດຂໍ້ມູນຂ່າວສານເທົ່ານັ້ນ, ຫາກຍັງເປັນຂົວຕໍ່ທີ່ສຳຄັນໃນການແຜ່ຂະຫຍາຍຄວາມຮັບຮູ້ກ່ຽວກັບປະຫວັດສາດ, ຄຸນຄ່າ ແລະຍຸດທະສາດອັນເລິກເຊິ່ງຂອງສາຍພົວພັນ ລາວ-ຫວຽດນາມ ເຖິງປະຊາຊົນສອງປະເທດ ກໍ່ຄືປະຊາຄົມສາກົນ.

ໃນສະພາບການລະເບີດຂຶ້ນຂອງຂໍ້ມູນຂ່າວສານ, ພິເສດແມ່ນໃນສື່ສັງຄົມອອນລາຍ, ບ່ອນທີ່ມີຂໍ້ມູນທີ່ບໍ່ຖືກຕ້ອງ, ບິດເບືອນຫຼາຍສາມາດກໍ່ໃຫ້ເກີດການແບ່ງແຍກ ແລະສົງໄສ, ບົດບາດຂອງສື່ມວນຊົນທາງການຍິ່ງມີຄວາມຈຳເປັນຢ່າງຍິ່ງ. ທ່ານລັດຖະມົນຕີ ທອງສະຫວັນ ພົມວິຫານ ໄດ້ເນັ້ນໜັກວ່າ ສື່ມວນຊົນຫວຽດນາມ ຢູ່ລາວ ພວມປະຕິບັດພາລະກຳສະໜອງຂໍ້ມູນຂ່າວສານທີ່ຖືກຕ້ອງ, ທັນການເປັນຢ່າງດີ, ປະກອບສ່ວນປັບປຸງຄວາມເຊື່ອໝັ້ນ ແລະຄວາມເຂົ້າໃຈເຊິ່ງກັນ ແລະກັນລະຫວ່າງສອງຊາດ, ພ້ອມທັງຢືນຢັນຄວາມຊອບທຳ, ໂປ່ງໃສ ແລະການຮ່ວມມືຂອງສາຍພົວພັນສອງຝ່າຍ.

ໃນແງ່ມູມທິດສະດີ ແລະຍຸດທະສາດ, ທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ ພັດໄດ້ລົງເລິກເຖິງບົດບາດປະຫວັດສາດ ແລະພາລະກໍາໃໝ່ຂອງສື່ມວນຊົນປະຕິວັດໃນຍຸກເຕັກໂນໂລຢີດີຈີຕອນ. ທ່ານຢືນຢັນວ່າ ສື່ມວນຊົນປະຕິວັດຫວຽດນາມ ໄດ້ຮ່ວມເດີນທາງພ້ອມກັບຊົນຊາດຜ່ານບາດລ້ຽວສໍາຄັນຍິ່ງ, ຄື: ຈາກການຕໍ່ສູ້, ທ້ອນໂຮມປະເທດຊາດເປັນເອກະພາບຈົນເຖິງການປ່ຽນແປງໃໝ່ ແລະເຊື່ອມໂຍງ. ໃນມື້ນີ້, ສື່ມວນຊົນສືບຕໍ່ແມ່ນກໍາລັງນໍາໜ້າໃນແນວຮົບດ້ານແນວຄິດ, ວັດທະນະທໍາ, ປະເຊີນກັບສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນຍ້ອນເຕັກໂນໂລຢີດິີຈີຕອນ, ປັນຍາປະດິດ ແລະສື່ສັງຄົມອອນລາຍນຳມາໃຫ້.

ການປະຕິວັດອຸດສາຫະກຳ 4.0 ໄດ້ປ່ຽນແປງວິທີການສື່ສານຢ່າງຮອບດ້ານ ແລະພຶດຕິກຳຮັບຂໍ້ມູນຂ່າວສານຂອງມະຫາຊົນ. ແທນທີ່ຈະອ່ານໜັງສືພິມພິມ ຫຼືເບິ່ງໂທລະພາບຄືແຕ່ກ່ອນ, ແຕ່ວ່າປະຊາຊົນໃນປະຈຸບັນເຂົ້າເຖິງຂໍ້ມູນຂ່າວສານຜ່ານທາງໂທລະສັບສະຫຼາດ, ສື່ສັງຄົມອອນລາຍ ແລະລະບົບດີຈີຕອນ.

ທ່ານ ຄຳພັນ ເຜີຍຍະວົງ ຍັງໄດ້ຊີ້ແຈງຢ່າງກົງໄປກົງມາວ່າ ການພັດທະນາຢ່າງວ່ອງໄວຂອງເຕັກໂນໂລຢີ, ເຖິງວ່າເປີດໂອກາດຫຼາຍຢ່າງກໍ່ຕາມ, ແຕ່ກໍ່ຍັງນຳມາເຊິ່ງຄວາມສ່ຽງຕ່າງໆ, ຄື: ເສຍການຄວບຄຸມເນື້ອໃນ, ຄຸນສົມບັດສື່ມວນຊົນຖືກທ້າທາຍ ແລະຄວາມສ່ຽງຕໍ່ການເຜີຍແຜ່ຂ່າວປອມ. ຈາກນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ອົງການສື່ມວນຊົນບໍ່ພຽງແຕ່ຫັນປ່ຽນດີຈີຕອນດ້ານເຕັກໂນໂລຢີຢ່າງວ່ອງໄວເທົ່ານັ້ນ, ຫາກຍັງຕ້ອງປ່ຽນແປງຢ່າງຮອບດ້ານນັບແຕ່ເນື້ອໃນ, ຍຸດທະສາດການສື່ສານຕະຫຼອດຮອດແນວຄິດວິພາກວິຈານ. ນັກຂ່າວຄວນມີຫຼັກໝັ້ນການເມືອງທີ່ໜັກແໜ້ນ, ປະຕິບັດຕາມຈັນຍາບັນອາຊີບ, ພ້ອມທັງເປັນເຈົ້າຂອງເຕັກໂນໂລຢີເພື່ອປົກປ້ອງຄວາມຈິງ, ກໍານົດທິດຫາງສຽງ ແລະຮັກສາຄວາມເຊື່ອໝັ້ນຂອງສັງຄົມ.

ສອງທັດສະນະ, ໜຶ່ງແມ່ນຈາກແງ່ມູມພຶດຕິກຳຕົວຈິງການທູດ ແລະສອງແມ່ນຈາກທິດສະດີການເມືອງທີ່ເລິກເຊິ່ງ, ໄດ້ພ້ອມກັນວາດພາບລວມກ່ຽວກັບບົດບາດພິເສດຂອງສື່ມວນຊົນປະຕິວັດຫວຽດນາມ ໃນປະຈຸບັນ: ທັງເປັນຂົວຕໍ່ມິດຕະພາບສາກົນ, ທັງເປັນກຳລັງປະຈັນບານປົກປ້ອງອຸດົມການ, ຄວາມຈິງ ແລະຄວາມເຊື່ອໝັ້ນໃນສັງກາດດີຈີຕອນ. ພາລະກໍານັ້ນຍິ່ງມີຄວາມສັກສິດຂຶ້ນຕື່ມເມື່ອສື່ມວນຊົນບໍ່ພຽງແຕ່ສ່ອງແສງຄວາມເປັນຈິງເທົ່ານັ້ນ, ແຕ່ຍັງສ້າງຄວາມເຊື່ອໝັ້ນ ແລະນໍາພາຫາງສຽງໄປສູ່ຄຸນຄ່າຂອງຄວາມຈິງ, ຄວາມດີ ແລະຄວາມງາມໃນໂລກທີ່ພວມມີການຜັນປ່ຽນຢ່າງບໍ່ຢຸດຢັ້ງ.

ໂດຍ: ເຈິ່ນຮວ່ຽນ