ເຂົ້າຮ່ວມກອງປະຊຸມມີຜູ້ຕາງໜ້າການນຳທະຫານເຂດ 2, ຜູ້ຕາງໜ້າການນໍາກອງບັນຊາການທະຫານບັນດາແຂວງເຊີນລາ, ດ້ຽນບຽນ ແລະຕວຽນກວາງ. ຝ່າຍລາວ ມີການເຂົ້າຮ່ວມຂອງການນຳກະຊວງປ້ອງກັນປະເທດລາວ ພ້ອມດ້ວຍຜູ້ຕາງໜ້າການນຳກົມກອງກອງທັບປະຊາຊົນລາວ ຕັ້ງທັບຢູ່ພາກເໜືອຂອງລາວ.

leftcenterrightdel
ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາ. ພາບ: ຜູ້ຮ່ວມງານ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນຈັດຕະວາ ດັ້ງວັນລອງ ຮອງຜູ້ບັນຊາການທະຫານເຂດ 2 ໃຫ້ຮູ້ວ່າ ການພົວພັນດ້ານປ້ອງກັນຊາດລະຫວ່າງທະຫານເຂດ 2 ແລະບັນດາກົມກອງກອງທັບປະຊາຊົນລາວ ຢູ່ພາກເໜືອຂອງລາວ ແມ່ນພາກສ່ວນໜຶ່ງເນື້ອເລືອດໃນສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະກອງທັບປະຊາຊົນສອງປະເທດຫວຽດນາມ-ລາວ.

ການຈັດຕັ້ງກອງປະຊຸມຄັ້ງນີ້ບໍ່ພຽງແຕ່ສືບຕໍ່ຢືນຢັນນໍ້າໃຈສາມັກຄີສະໜິດຕິດພັນລະຫວ່າງກໍາລັງປະກອບອາວຸດສອງຝ່າຍເທົ່ານັ້ນ, ຫາກຍັງປະກອບສ່ວນປັບປຸງການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ກໍ່ສ້າງເສັ້ນຊາຍແດນລະຫວ່າງສອງປະເທດສັນຕິພາບ, ມິດຕະພາບ ແລະການພັດທະນາອີກດ້ວຍ.

ທີ່ກອງປະຊຸມ, ສອງຝ່າຍຕີລາຄາສູງໝາກຜົນການຮ່ວມມືທີ່ບັນລຸໄດ້ໃນປີ 2024, ພິເສດແມ່ນການເຄື່ອນໄຫວແລກປ່ຽນຄະນະ, ການລາດຕະເວນປ້ອງກັນຊາຍແດນ, ບຳລຸງສ້າງພະນັກງານ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດ... ກອງປະຊຸມໄດ້ເຫັນດີເປັນເອກະພາບຮັບຮອງເອົາທິດທາງການຮ່ວມມືປີ 2025 ດ້ວຍ 10 ເນື້ອໃນຈຸດສຸມ, ໃນນັ້ນສຸມໃສ່ບຳລຸງສ້າງຊັບພະຍາກອນມະນຸດ, ຍູ້ແຮງການແຮກສ່ຽວລະຫວ່າງບັນດາກົມກອງ, ພ້ອມທັງເພີ່ມທະວີການສົມທົບປ້ອງກັນ, ຕ້ານໄພທຳມະຊາດ ແລະກູ້ໄພກູ້ຊີບຢູ່ເຂດຊາຍແດນ.

ໂດຍ: ເຈິ່ນຮວ່ຽນ