ໃນຂອບເຂດທີ່ສະຫງົບງຽບຂອງວັດ ເຟີດຕິກ ທີ່ຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ, ໃນຕອນເຊົ້າຂອງທຸກໆວັນເສົາ, ເຮືອນຄົວແຫ່ງສາຍຈິດມິດໃຈໄດ້ແຕ່ງກິນ. ພຸດທະສາສະນິກກະຊົນໄດ້ຕົ້ມເຂົ້າປຽກ, ຫຸງເຂົ້າແຕ່ລະໜໍ້ດ້ວຍນ້ຳໃຈນັ້ນໄດ້ກາຍເປັນບ່ອນອີງທີ່ອົບອຸ່ນສຳລັບຜູ້ທີ່ໂຊກຮ້າຍ, ຜູ້ທີ່ເຈັບປ່ວຍຫຼາຍຮ້ອຍຄົນ.
    |
 |
ໃນຕະຫຼອດຫຼາຍປີຜ່ານມາ, ພຸດທະສາສະນິກກະຊົນຂອງວັດ ເຟີດຕິກ ຍາມໃດກໍ່ຮັກສາເຮືອນຄົວແຫ່ງການກຸສົນໄວ້ຕະຫຼອດເວລາ, ນຳເອົາເຂົ້າປຽກໄປແຈກຢາຍໃຫ້ຄົນເຈັບຢູ່ຕາມໂຮງໝໍແຫ່ງຕ່າງໆຢູ່ລາວ ດ້ວຍມືຕົນເອງ. ພາບ: ສຳນັກຂ່າວສານຫວຽດນາມ |
ນັບແຕ່ຟ້າຍັງບໍ່ທັນແຈ້ງ, ພຸດທະສາສະນິກກະຊົນທັງຫຼາຍກໍ່ໄດ້ພາກັນມາລ້າງເຂົ້າ, ໄຈ້ຜັກ, ແຕ່ງກິນ... ໃນເຮືອນຄົວຂະຫນາດນ້ອຍທີ່ມີກິ່ນຫອມຂອງຂີງ, ກິ່ນຫອມເຂົ້າໃໝ່ ແລະນ້ຳລວກຜັກ, ແຕ່ລະຄົນໄດ້ປະກອບສ່ວນຊ່ວຍນ້ຳໃຈ, ຊ່ວຍກັນເຮັດດ້ວຍສອງຝ່າມື. ບໍ່ມີໃຜຈົ່ມອິດເມື່ອຍ ຫຼືຫວັງສິ່ງຕອບແທນ, ສິ່ງທີ່ເຂົາເຈົ້າມຸ່ງໄປເຖິງແມ່ນການແບ່ງປັນ, ຖ້ວຍເຂົ້າປຽກອຸ່ນໆ ເພື່ອຊ່ວຍໃຫ້ຄົນເຈັບຮູ້ສຶກຫິວໜ້ອຍລົງ, ຫຼຸດຜ່ອນຄວາມນ້ອຍໃຈລົງ ໃນການຕໍ່ສູ້ກັບພະຍາດ.
ທ່ານນາງ ເຈິ່ນທິຕວຽດແອັງ, ອາຍຸ 70 ປີ, ຄົນລາວເຊື້ອຊາດຫວຽດນາມ, ແມ່ນຜູ້ລິເລີ່ມລາຍການກຸສົນນີ້ຂຶ້ນມາແຕ່ປີ 2020, ເຊິ່ງແມ່ນໄລຍະທີ່ພະຍາດໂຄວິດ-19 ແຜ່ລະບາດ. ໃນຕະຫຼອດຫຼາຍປີຜ່ານມາ, ທ່ານນາງພ້ອມກັບພຸດທະສາສະນິກກະຊົນວັດ ເຟີດຕິກ ຄົນອື່ນໆຍາມໃດກໍ່ຮັກສາເຮຶອນຄົວແຫ່ງການກຸສົນໄວ້ຕະຫຼອດເວລາ, ນຳເອົາເຂົ້າປຽກໄປແຈກຢາຍໃຫ້ຄົນເຈັບຢູ່ຕາມໂຮງໝໍ, ສູນສົງເຄາະສັງຄົມຢູ່ວຽງຈັນດ້ວຍມືຂອງຕົນເອງ. ທ່ານນາງ ຕວຽດແອັງ ແບ່ງປັນວ່າ “ເຖິງວ່າບໍ່ຫຼາຍ, ແຕ່ນັ້ນແມ່ນນ້ຳໃຈທັງໝົດຂອງພວກຂ້າພະເຈົ້າ. ຫວັງຢາກປະກອບສ່ວນທາດບຳລຸງ, ນຳເອົາຄວາມອົບອຸ່ນເລັກໆນ້ອຍໆມາໃຫ້ຜູ້ທີ່ມີຄວາມຕ້ອງການ”.
    |
 |
ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ແລະເຈົ້າອາວາດວັດ ທິກມິງກວາງ ມອບຂອງຂວັນໃຫ້ແກ່ພະສົງອົງໜຶ່ງຢູ່ລາວ. ພາບ: ສຳນັກຂ່າວສານຫວຽດນາມ. |
ອາຫານຄາບໜຶ່ງມີແຕ່ເຂົ້າປຽກຖ້ວຍດຽວ, ນ້ຳນົມ 1 ກ່ອງ, ແຕ່ວ່າສຳລັບຜູ້ທີ່ຮັບ, ນັ້ນເປັນຄຳເຕືອນວ່າເຂົາເຈົ້າບໍ່ໄດ້ຢູ່ໂດດດ່ຽວ. ພາຍໃຕ້ການແນະນຳຂອງເຈົ້າອາວາດວັດ, ກິດຈະກຳການເຄື່ອນໄຫວກຸສົນຈຶ່ງໄດ້ຈັດຕັ້ງຢ່າງສະໝ່ຳສະເໝີໃນຫຼາຍປີມານີ້.
ແບ່ງປັນກັບນັກຂ່າວສຳນັກຂ່າວສານປະຈຳຢູ່ລາວ, ເຈົ້າອາວາດວັດ ໃຫ້ຮູ້ວ່າ ນີ້ແມ່ນວິທີທີ່ວົງຄະນາຍາດພຸດທະສາສະນິກກະຊົນຊາວຫວຽດນາມ ອາໄສຢູ່ລາວ ສະແດງໃຫ້ເຫັນຈິດໃຈ “ໃບດີຕູ້ມຫໍ່ເອົາໃບຂາດ”, ຮັກສາສິນທໍາທີ່ດີງາມຂອງຊາດ”.
ສິ່ງທີ່ພິເສດໃນອາຫານແຕ່ລະຄາບແມ່ນຄວາມພິຖີພິຖັນ ແລະຄວາມເຂົ້າອົກເຂົ້າໃຈ. ລາຍການອາຫານໄດ້ປ່ຽນໄປຕາມລະດູການ, ຮັບປະກັນຄົບທາດບຳລຸງ, ຍ່ອຍງ່າຍ, ເໝາະສຳລັບຄົນເຈັບແຕ່ລະຄົນ. ອາຫານແຕ່ລະເຍື່ອງນັບແຕ່ເຂົ້າປຽກຜັກ, ອາຫານເຈ ແລະແກງຮ້ອນ ລ້ວນແຕ່ໄດ້ປຸງແຕ່ງດ້ວຍນ້ຳໃຈ.
ທ່ານນາງ ມາທິກິມເກືອງ, ອາຍຸ 60 ປີ, ພຸດທະສາສະນິກກະຊົນຄົນໜຶ່ງທີ່ໄດ້ຜູກພັນກັບເຮືອນຄົວແຫ່ງການກຸສົນມາເປັນເວລາຫຼາຍປີ, ແບ່ງປັນວ່າ ທຸກໆຄັ້ງທີ່ເຂົ້າຮ່ວມການເຄື່ອນໄຫວອາສາສະໝັກ, ນາງຮູ້ສຶກຄືວ່າ ຕົນເອງໄດ້ໃຊ້ຊີວິດຢ່າງເຕັມທີ່ດ້ວຍຈິດໃຈຄົນຫວຽດນາມ - ຄວາມຮັກແພງ, ແບ່ງປັນ, ອູ້ມຊູ້ຊ່ວຍເຫຼືອເຊິ່ງກັນ ແລະກັນ.
ພິເສດ, ໃນການມອບຂອງຂວັນຄັ້ງນີ້, ທ່ານ ຫງວຽນມິງເຕີມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ພ້ອມດ້ວຍພັນລະຍາ ໄດ້ໄປຫ້ອງປິ່ນປົວພະຍາດຢູ່ສູນມະເຮັງ ຂອງລາວ, ຢ້ຽມຢາມຖາມຂ່າວ ແລະໃຫ້ກຳລັງໃຈຄົນເຈັບທີ່ກຳລັງຕໍ່ສູ້ກັບຄວາມເຈັບປວດທັງເວັນທັງຄືນ.
    |
 |
ທ່ານນາງ ຫວູທິຢູງ, ພັນລະຍາທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ມອບຂອງຂວັນໃຫ້ເດັກນ້ອຍຄົນໜຶ່ງຢູ່ໂຮງໝໍແມ່ ແລະເດັກ ຂອງລາວ. ພາບ: ສຳນັກຂ່າວສານຫວຽດນາມ. |
ບໍ່ໄດ້ຈຳກັດຢູ່ແຕ່ບໍລິເວນະຄອນຫຼວງວຽງຈັນ ເທົ່ານັ້ນ, ໃນຊຸມປີຜ່ານມາ, ກິດຈະກຳເຄື່ອນໄຫວການກຸສົນຂອງວັດເຟີດຕິກ ຍັງໄດ້ໄປຈັດຕັ້ງຢູ່ເຂດຫ່າງໄກສອກຫຼີກ - ບ່ອນທີ່ປະຊາຊົນລາວ ພວມປະສົບກັບຄວາມຫຍຸ້ງຍາກ, ເຄາະຮ້າຍ, ໄພອັນຕະລາຍຕ່າງໆ. ຂອງຂວັນເຫຼົ່ານັ້ນ ແມ່ນຂົວເຊື່ອມຕໍ່ຄວາມຮັກແພງ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ຍິ່ງໆຂຶ້ນ.
ໂດຍ: ແສງເດືອນ