ໃນຊຸມປີມໍ່ໆມານີ້, ລັດຖະບານລາວ ໄດ້ເປັນເຈົ້າການຊຸກຍູ້ນະໂຍບາຍເປີດປະຕູ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ ແລະປັບປຸງລະບົບພື້ນຖານໂຄງລ່າງຄົມມະນາຄົມໃຫ້ສົມບູນແບບເທື່ອລະກ້າວ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ພາຍໃນປະເທດ ແລະເຂດຕ່າງໆ.

ຕາມແຜນຜັງ, ລາວ ຈະພັດທະນາທາງດ່ວນຕາມທິດເໜືອ-ໃຕ້ ແລະຕາເວັນອອກ-ຕາເວັນຕົກ, ສ້າງເຄືອຂ່າຍຄົມມະນາຄົມທີ່ສຳຄັນຊອດທະລຸທົ່ວປະເທດ. ພາຍຫຼັງກໍ່ສ້າງສຳເລັດແລ້ວ, ທາງດ່ວນເຫຼົ່ານີ້ຈະຊ່ວຍຫຼຸດເວລາ ໃນການເຄື່ອນຍ້າຍ ແລະຂົນສົ່ງສິນຄ້າ, ຫຼຸດຄ່າໃຊ້ຈ່າຍໂລຈິດສະຕິກ ແລະ ອຳນວຍຄວາມສະດວກກວ່າໃຫ້ການຄ້າຂ້າມຊາຍແດນກໍຄືການພົບປະແລກປ່ຽນປະຊາຊົນລະຫວ່າງລາວ ກັບຫວຽດນາມ ແລະປະເທດບ້ານໃກ້ເຮືອນຄຽງອື່ນໆ, ຄື: ໄທ, ຈີນ ແລະກຳປູເຈຍ.

leftcenterrightdel
ແຂວງໄຊຍະບູລີ (ລາວ) ໄດ້ຮັບການຕີລາຄາວ່າແມ່ນທ້ອງຖິ່ນທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ສະດວກຕໍ່ການພັດທະນາກະສິກໍາ, ອຸດສາຫະກໍາປຸງແຕ່ງ ແລະພະລັງງານ. ພາບ: ສໍານັກຂ່າວສານຫວຽດນາມ

ຄຽງຂ້າງນັ້ນ, ດ້ວຍພື້ນຖານເສດຖະກິດຍັງມີຄວາມສາມາດບົ່ມຊ້ອນເພື່ອການພັດທະນາຍັງຫຼາຍຢູ່ ແລະແຫຼ່ງຊັບພະຍາກອນທໍາມະຊາດທີ່ອຸດົມສົມບູນ, ລາວ ກາຍເປັນສະຖານທີ່ທີ່ດຶງດູດນັກລົງທຶນຕ່າງປະເທດ, ພິເສດແມ່ນໃນຂົງເຂດກະສິກໍາເຕັກໂນໂລຢີສູງ, ການທ່ອງທ່ຽວຊີວະພາບ, ໂລຈິດສະຕິກ, ອຸດສາຫະກໍາປຸງແຕ່ງ ແລະພື້ນຖານໂຄງລ່າງ.

ລັດຖະບານລາວ ໃຫ້ຄຳໝັ້ນສັນຍາວ່າ ຈະຮ່ວມເດີນທາງ ແລະສ້າງເງື່ອນໄຂສະດວກທີ່ສຸດເພື່ອໃຫ້ວິສາຫະກິດຫວຽດນາມ ແລະສາກົນ ຜັນຂະຫຍາຍການເຄື່ອນໄຫວລົງທຶນ, ດຳເນີນທຸລະກິດຢູ່ລາວ ຢ່າງມີປະສິດທິຜົນ. ແຂວງໄຊຍະບູລີ ຕັ້ງຢູ່ທາງທິດຕາເວັນຕົກສ່ຽງເໜືອຂອງລາວ ຕິດຈອດກັບປະເທດໄທ, ມີເນື້ອທີ່ 16.389 km2, ໄດ້ຮັບການຕີລາຄາວ່າ ແມ່ນເຂດທີ່ມີດິນແດນ ແລະແຫຼ່ງຊັບພະຍາກອນນໍ້າທີ່ອຸດົມສົມບູນ, ພິເສດແມ່ນມີຄວາມສະດວກຕໍ່ການພັດທະນາກະສິກໍາ, ອຸດສາຫະກຳປຸງແຕ່ງ ແລະພະລັງງານ.

ຕາມທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໆໄຊຍະບູລີ ແລ້ວ, ການພັດທະນາເສດຖະກິດ-ສັງຄົມ ຢູ່ທ້ອງຖິ່ນແມ່ນອີງໃສ່ 3 ເສົາຄ້ຳຕົ້ນຕໍ, ຄື: ກະສິກຳ, ອຸດສາຫະກຳ ແລະພະລັງງານ. ທາງແຂວງໄຊຍະບູລີ ໄດ້ສົ່ງເສີມການພັດທະນາຕົ້ນໄມ້ອຸດສາຫະກຳທີ່ມີມູນຄ່າສົ່ງອອກ, ຄື: ມັນຕົ້ນ, ສາລີ, ຢາງພາລາ... ຜະລິດຕະພັນຈາກມັນຕົ້ນ ແລະສາລີ ໄດ້ມີໂຮງງານປຸງແຕ່ງທາດແປ້ງຢູ່ກັບທີ່, ຊ່ວຍຍົກສູງມູນຄ່າເພີ່ມກ່ອນທີ່ຈະສົ່ງອອກ.

leftcenterrightdel
ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໆໄຊຍະບູລີແບ່ງປັນກ່ຽວກັບນະໂຍບາຍພັດທະນາເສດຖະກິດ-ສັງຄົມ ແລະດຶງດູດການລົງທຶນຂອງແຂວງ. ພາບ: ສໍານັກຂ່າວສານຫວຽດນາມ

ກ່ຽວກັບດ້ານອຸດສາຫະກຳ, ແຂວງໄຊຍະບູລີ ມີໂຮງງານໄຟຟ້ານ້ຳຕົກຂະໜາດໃຫຍ່ 2 ແຫ່ງ, ຄື: ໄຊຍະບູລີ ແລະຫົງສາ ພ້ອມກັບໂຮງງານໄຟຟ້ານ້ຳຕົກແຫ່ງອື່ນອີກ, ສວມບົດບາດສຳຄັນໃນການສະໜອງໄຟຟ້າໃຫ້ແກ່ການພັດທະນາເສດຖະກິດ ແລະດຶງດູດການລົງທຶນ.

ເປັນໜ້າໃສ່ໃຈ, ແຂວງໄຊຍະບູລີ ພວມນໍາໃຊ້ກົນໄກ “ປະຕູດຽວ” ໃນການຄຸ້ມຄອງ ແລະອອກໃບອະນຸຍາດລົງທຶນ. ຜ່ານຄະນະກໍາມະການຄຸ້ມຄອງການລົງທຶນຂອງແຂວງ, ບັນດາວິສາຫະກິດສາມາດປະຕິບັດບັນດາລະບຽບການທີ່ກ່ຽວຂ້ອງໄດ້ຢ່າງວ່ອງໄວ, ຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍ ແລະສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ.

ທ່ານ ພົງແກ້ວ ບຸນຍະວົງ ຫົວໜ້າພະແນກກະສິກຳ ແລະປ່າໄມ້ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການນຳຂອງແຂວງຍາມໃດກໍ່ຮ່ວມເດີນທາງ ແລະໜູນຊ່ວຍວິສາຫະກິດ ໃນວິວັດການໃຫ້ເຊົ່າທີ່ດິນ, ຂໍໃບອະນຸຍາດລົງທຶນ ແລະຜັນຂະຫຍາຍໂຄງການ. ນອກຈາກນັ້ນ, ອໍານາດການປົກຄອງທ້ອງຖິ່ນກໍ່ສົ່ງເສີມວິສາຫະກິດຫວຽດນາມ, ຈີນ, ໄທ ມາລົງທຶນເຂົ້າແຂວງໃນຂົງເຂດບູລິມະສິດ.

ໃນຂະນະນັ້ນ, ແຂວງຄໍາມ່ວນ - ແມ່ນໜຶ່ງໃນບັນດາແຂວງພາກກາງຂອງລາວ - ເຊິ່ງໄດ້ຕີລາຄາວ່າເປັນທ້ອງຖິ່ນທີ່ຂະຫຍັນຂັນເຄື່ອນ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ແລະກໍາລັງບືນຕົວຂຶ້ນຢ່າງແຂງແຮງໃນວິວັດການພັດທະນາເສດຖະກິດ - ສັງຄົມ.

leftcenterrightdel
ທ່ານ ສົມສະອາດ ບຸດສີດາ ຮອງເຈົ້າແຂວງຄໍາມ່ວນ ແບ່ງປັນກ່ຽວກັບນະໂຍບາຍ ແນໃສ່ດຶງດູດວິສາຫະກິດຫວຽດນາມ ແລະວິສາຫະກິດຕ່າງປະເທດ ລົງທຶນເຂົ້າທ້ອງຖິ່ນ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍທີ່ຕັ້ງເປັນຈຸດຕັດກັນຂອງທາງຫຼວງເລກທີ 13 ແລະທາງຫຼວງເລກທີ 12, ແຂວງຄໍາມ່ວນ ສວມບົດບາດສໍາຄັນໃນການເຊື່ອມຕໍ່ພາຍໃນປະເທດ ແລະສາກົນ, ພິເສດແມ່ນແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ. ຕາມທ່ານ ສົມສະອາດ ບຸດສີດາ ຮອງເຈົ້າແຂວງໆຄໍາມ່ວນ ແລ້ວ, ອໍານາດການປົກຄອງທ້ອງຖິ່ນຕີລາຄາສູງບົດບາດ, ປະສິດທິຜົນຂອງວິສາຫະກິດຫວຽດນາມ ທີ່ກໍາລັງລົງທຶນຢູ່ໃນແຂວງ. ທ່ານ ສົມສະອາດ ຢືນຢັນວ່າແຂວງຄໍາມ່ວນ ຈະສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດຫວຽດນາມ ມີຄວາມອຸ່ນອ່ຽນໃຈລົງທຶນຢູ່ແຂວງໃນໄລຍະຍາວ, ເປັນຕົ້ນແມ່ນບັນດາຂົງເຂດທີ່ມີຄວາມສາມາດບ່ົມຊ້ອນ ຄື: ໂລຈິດສະຕິກ, ຜະລິດພະລັງງານສະອາດ, ພະລັງງານແຮງລົມ, ການປູກຝັງ, ລ້ຽງສັດ, ອຸດສາຫະກຳປຸງແຕ່ງ ແລະອື່ນໆ.

ຕາມແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ໃນປະຈຸບັນ, ແຂວງຄໍາມ່ວນ ພວມສຸມໃສ່ 3 ຂົງເຂດຕົ້ນຕໍ, ຄື: ກະສິກໍາ-ປ່າໄມ້, ພະລັງງານ-ຂຸດຄົ້ນບໍ່ແຮ່ ແລະການທ່ອງທ່ຽວ-ການບໍລິການ. ອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດພວມມີບາດກ້າວພັດທະນາຢ່າງຈະແຈ້ງ, ຊ່ວຍຍົກສູງມູນຄ່າຜະລິດຕະພັນກະເສດ, ສ້າງວຽກເຮັດງານທຳຢູ່ຊົນນະບົດໄດ້ຫຼາຍກວ່າເກົ່າ.

ອໍານາດການປົກຄອງແຂວງຄຳມ່ວນ ພວມມານະພະຍາຍາມປະຕິຮູບລະບຽບການບໍລິຫານ, ຫຼຸດຜ່ອນເວລາໃນການແກ້ໄຂເອກະສານການລົງທຶນ, ພ້ອມທັງເຊື່ອມຕໍ່ນັກລົງທຶນກັບແຫຼ່ງຊັບພະຍາກອນມະນຸດຂອງທ້ອງຖິ່ນ ເພື່ອຮັບປະກັນການພັດທະນາຢ່າງກົມກຽວ ແລະຍືນຍົງ.

ເລື່ອງຍູ້ແຮງການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ພິເສດແມ່ນເສັ້ນທາງຄົມມະນາຄົມລະຫວ່າງປະເທດໃນໄລຍະຈະມາເຖິງ, ຍິ່ງເປັນການຢັ້ງຢືນບົດບາດສົ່ງຕໍ່ສິນຄ້າທີ່ສຳຄັນຂອງລາວ ໃນພາກພື້ນ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານເສດຖະກິດ-ການຄ້າ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງ, ຕ່າງຝ່າຍຕ່າງມີຜົນປະໂຫຍດ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ແລະການນໍາແຂວງຄໍາມ່ວນ ຢ້ຽມຢາມ ແລະກວດກາໂຄງການກະສິກໍາຂອງວິສາຫະກິດຫວຽດນາມ ຢູ່ທ້ອງຖິ່ນ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍນະໂຍບາຍທີ່ມີສະຖຽນລະພາບ, ສະພາບແວດລ້ອມແຫ່ງການລົງທຶນນັບມື້ນັບໄດ້ຮັບການປັບປຸງໃຫ້ດີຂຶ້ນ ແລະການໜູນຊ່ວຍທີ່ຕັ້ງໜ້າຈາກອຳນາດການປົກຄອງທຸກຂັ້ນ, ລາວ ເວົ້າລວມ ແລະບັນດາແຂວງ, ຄື: ແຂວງໄຊຍະບູລີ,  ຄຳມ່ວນ ເວົ້າສະເພາະພວມເປີດກາລະໂອກາດຮ່ວມມືລົງທຶນ - ດຳເນີນທຸລະກິດທີ່ດຶງດູດໃຈໃຫ້ແກ່ວິສາຫະກິດຫວຽດນາມ.

ໃນສະພາບການພົວພັນຫວຽດນາມ-ລາວ ນັບມື້ນັບພັດທະນາແບບຍືນຍົງ ແລະແທດຈິງ, ບັນດາວິສາຫະກິດຫວຽດນາມ ສືບຕໍ່ສວມບົດບາດເປັນຂົວຕໍ່ປະກອບສ່ວນຮັດແໜ້ນການຮ່ວມມືມິດຕະພາບ ແລະພັດທະນາທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງສອງປະເທດອ້າຍນ້ອງ.

ໂດຍ: ທູຈາງ