ການແຂ່ງຂັນເວົ້າພາສາຫວຽດ ແລະສະແດງສິລະປະໂດຍໂຮງຮຽນວິທະຍາໄລການແພດກວາງຈິ ຈັດຕັ້ງຂຶ້ນໃນທຸກປີໄດ້ສ້າງບັນຍາກາດການແຂ່ງຂັນຢ່າງຟົດຟື້ນ, ປະຕິບັດການໃຊ້ພາສາຫວຽດ ໃຫ້ແກ່ນັກສຶກສາໃນທົ່ວໂຮງຮຽນເວົ້າລວມ ແລະນັກສຶກສາລາວ ເວົ້າສະເພາະໃນໄລຍະທີ່ຮໍ່າຮຽນ ແລະດຳລົງຊີວິດຢູ່ຫວຽດນາມ; ເພີ່ມທະວີການພົບປະແລກປ່ຽນວັດທະນະທຳຫວຽດນາມ - ລາວ ໃນໝູ່ນັກສຶກສາຂອງໂຮງຮຽນ.
ຫວ່າງແລ້ວນີ້, ວິທະຍາຄານການແພດກວາງຈິ ໄດ້ຈັດຕັ້ງການແຂ່ງຂັນເວົ້າພາສາຫວຽດ ແລະສະແດງສິລະປະ ຄັ້ງທີ 3, ປີ 2025. ພາຍຫຼັງຮອບຄັດເລືອກ, ຄະນະຈັດຕັ້ງໄດ້ຄັດເລືອກເອົາການແຂ່ງຂັນເວົ້າ 9 ບົດ ແລະ 9 ລາຍການສະແດງສິລະປະເພື່ອເຂົ້າຮ່ວມຮອບສຸດທ້າຍ. ເຂົ້າຮ່ວມການແຂ່ງຂັນຄັ້ງນີ້ມີນັກຮຽນ, ນັກສຶກສາຊາວຫວຽດນາມ ແລະຊາວລາວ ທີ່ພວມຮ່ຳຮຽນຢູ່ໂຮງຮຽນການເມືອງເລຢວນ ແລະວິທະຍາໄລການແພດກວາງຈິ. ໃນການແຂ່ງຂັນປີນີ້, ຜູ້ເຂົ້າຮ່ວມຕ້ອງແຂ່ງຂັນສອງພາກສ່ວນ, ຄື: ພາກເວົ້າ ແລະພາກສະແດງສິລະປະ.
ເນື້ອໃນການແຂ່ງຂັນແມ່ນອຸດົມສົມບູນ, ຄື: ຍ້ອງຍໍຊົມເຊີຍມູນເຊື້ອ, ປະຫວັດສາດ, ວັດທະນະທຳ... ຂອງຫວຽດນາມ ແລະລາວ; ຄວາມຮູ້ສຶກກ່ຽວກັບປະຊາຊົນ, ທໍາມະຊາດ, ທັດສະນີຍະພາບຂອງຫວຽດນາມ ແລະລາວ; ປະສົບການໃນການຮຽນພາສາຫວຽດ; ອານຸສອນຂອງນັກສຶກສາລາວ ເມື່ອມາຮ່ຳຮຽນ ແລະດໍາລົງຊີວິດຢູ່ຫວຽດນາມ. ດ້ວຍການກະກຽມຢ່າງຮອບຄອບຖີ່ຖ້ວນ ແລະລະອຽດ, ການສະແດງເວົ້າ ແລະສະແດງສິລະປະຂອງທີມຕ່າງໆໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ຊົມ. ຄະນະຈັດຕັ້ງໄດ້ມອບລາງວັນໃຫ້ແກ່ທີມທີ່ດີເດັ່ນ.
    |
 |
ລາຍການແຂ່ງຂັນເວົ້າພາສາຫວຽດ ແລະສະແດງສິລະປະທີ່ປະທັບໃຈໃນການແຂ່ງຂັນ ຄັ້ງທີ 3, ປີ 2025 ໂດຍໂຮງຮຽນວິທະຍາໄລການແພດກວາງຈິ ຈັດຕັ້ງ. ພາບ: baoquangtri.vn |
ທິບພາພອນ, ຜູ້ເຂົ້າຮ່ວມການແຂ່ງຂັນ ແລະພ້ອມກັບທີມຍາດໄດ້ລາງວັນທີ 1 ທັງສອງພາກເວົ້າພາສາຫວຽດ ແລະພາກສະແດງສິລະປະ ຄັ້ງທີ 3, ປີ 2025 ພວມຮຽນຢູ່ຫ້ອງການຢາ K8, ໂຮງຮຽນວິທະຍາໄລການແພດກວາງຈິ ແບ່ງປັນວ່າ: “ນ້ອງຮູ້ສຶກພາກພູມໃຈຫຼາຍທີ່ໄດ້ມາຮຽນຢູ່ວິທະຍາໄລການແພດກວາງຈິ, ໃນໄລຍະທີ່ຮໍ່າຮຽນຢູ່ໂຮງຮຽນ, ນ້ອງໄດ້ຮັບຄວາມເອົາໃຈໃສ່ຫຼາຍດ້ານ, ສ້າງເງື່ອນໄຂໃນໄລຍະຮໍ່າຮຽນດີທີ່ສຸດ ໂດຍສະເພາະແມ່ນການແນະນຳ, ສອນພາສາຫວຽດ ຢ່າງສຸດຈິດສຸດໃຈຂອງຄູອາຈານ ແລະພວກເພື່ອນຊາວຫວຽດນາມ. ການແຂ່ງຂັນແມ່ນສະໜາມລະຫຼີ້ນທີ່ມີປະໂຫຍດ, ສ້າງເງື່ອນໄຂໃຫ້ພວກນ້ອງມີໂອກາດພົບປະແລກປ່ຽນ, ຮໍ່າຮຽນຫຼາຍກວ່າກ່ຽວກັບຄໍາສັບທີ່ອຸດົມສົມບູນຂອງພາສາຫວຽດ, ຜ່ານນັ້ນມີຄວາມຮັກຕໍ່ກັບວັດທະນະທໍາ, ປະຫວັດສາດຂອງປະເທດຫວຽດນາມ.
ໂດຍກຳລັງຮຽນທິດສະດີການເມືອງຂັ້ນກາງ, ຊຸດທີ 14 ຢູ່ໂຮງຮຽນການເມືອງເລຢວນ, ເມື່ອໄດ້ຮັບຂ່າວວ່າ ຈະມີການແຂ່ງຂັນທີ່ມີຄວາມໝາຍນີ້, ອ້າຍ ມິນຕາ ຈຶ່ງໄດ້ລົງທະບຽນເຂົ້າຮ່ວມກັບທິມງານຂອງໂຮງຮຽນໃນທັນທີ. ເຖິງວ່າມາຫວຽດນາມ ບໍ່ທັນໄດ້ດົນ, ແຕ່ດ້ວຍຄວາມມານະພະຍາຍາມຮໍ່າຮຽນ, ສະນັ້ນພາສາຫວຽດຂອງອ້າຍ ມິນຕາ ເກັ່ງພໍສົມຄວນ, ອ້າຍຖືກສົ່ງໃຫ້ເຂົ້າຮ່ວມການແຂ່ງຂັນໃນພາກເວົ້າ. ອ້າຍ ມິນຕາ ແບ່ງປັນວ່າ: “ນີ້ແມ່ນໂອກາດເພື່ອຊອກຮູ້ກ່ຽວກັບຂົງເຂດຊີວິດສັງຄົມຂອງຫວຽດນາມ ເວົ້າລວມ ແລະແຂວງກວາງຈິ ເວົ້າສະເພາະ. ຜ່ານນັ້ນ, ຂ້າພະເຈົ້າຮູ້ສຶກພາກພູມໃຈເມື່ອໄດ້ຮຽນພາສາຫວຽດ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບສາຍພົວພັນແບບພິເສດລາວ- ຫວຽດນາມ; ມູນເຊື້ອວັດທະນະທຳທີ່ເປັນເອກະລັກສະເພາະຂອງສອງປະເທດ”.
ໂດຍປະຕິບັດຕາມແຜນການຮ່ວມມືລະຫວ່າງແຂວງກວາງຈິ ກັບແຂວງສະຫວັນນະເຂດ ແລະສາລະວັນ (ສປປ ລາວ), ນັບແຕ່ປີ 2017 ເປັນຕົ້ນມາ, ວິທະຍາໄລການແພດກວາງຈິ ເປັນຫົວໜ່ວຍເປັນເຈົ້າພາບໃຫ້ການໜູນຊ່ວຍບໍາລຸງສ້າງຂະແໜງພະຍາບານ ແລະການຢາຂັ້ນວິທະຍາໄລ ແກ່ນັກສຶກສາຂອງສອງແຂວງດັ່ງກ່າວ. ເພື່ອອໍານວຍຄວາມສະດວກໃນການດໍາເນີນຊີວິດ, ທາງໂຮງຮຽນໄດ້ມີການຕິດຕໍ່ພົວພັນຢ່າງໃກ້ຊິດກັບຄະນະຄຸ້ມຄອງຫໍພັກຂອງມະຫາວິທະຍາໄລເຫ້ວ ສາຂາຢູ່ແຂວງກວາງຈິ ເພື່ອຈັດຫ້ອງພັກໃຫ້ແກ່ນັກສຶກສາລາວທັງໝົດ. ຜ່ານນັ້ນ, ຊ່ວຍໃຫ້ນັກສຶກສາລາວເພີ່ມທະວີຄວາມສາມາດຝຶກຝົນຫຼໍ່ຫຼອມການນຳໃຊ້ພາສາຫວຽດ ຜ່ານການທັກທາຍ. ທາງໂຮງຮຽນກຍັງໄດ້ຮ່ວມມືກັບວິທະຍາໄລສ້າງຄູກວາງຈິ ເພື່ອຈັດຕັ້ງການບໍາລຸງສ້າງພາສາຫວຽດ ໃຫ້ນັກສຶກສາລາວ.
2 ໂຮງຮຽນ ໄດ້ພ້ອມກັນຈັດຕັ້ງກອງປະຊຸມສຳມະນາຢ່າງເປັນປະຈຳ ເພື່ອຍົກສູງຄຸນນະພາບວຽກງານຄຸ້ມຄອງ, ຈັດຕັ້ງການບໍາລຸງສ້າງພາສາຫວຽດ ໃນການບໍາລຸງສ້າງລົງເລິກຂະແໜງໃຫ້ແກ່ນັກສຶກສາລາວ; ຂຽນຫຼັກສູດພາສາຫວຽດ ສໍາລັບລົງເລິກຂະແໜງການແພດ-ການຢາ ເພື່ອຊ່ວຍໃຫ້ພວກນ້ອງນັກສຶກສາກໍາແໜ້ນວິຊາສະເພາະ ແລະເຂົ້າໃຈບົດຮຽນໄດ້ດີຂຶ້ນ.
ທ່ານ ເຈືອງດຶກຕູ໊, ຜູ້ອຳນວຍການວິທະຍາໄລການແພດກວາງຈິ ໃຫ້ຮູ້ວ່າ: “ໃນວຽກງານບໍາລຸງສ້າງນັກສຶກສາລາວ, ທາງໂຮງຮຽນຍາມໃດກໍ່ກຳນົດວ່າປັດໄຈສຳຄັນທີ່ຕັດສິນຄຸນນະພາບການບໍາລຸງສ້າງແມ່ນລະດັບພາສາຫວຽດ ຂອງພວກນ້ອງ. ຍ້ອນເຫດນັ້ນ, ການຍົກສູງຄວາມສາມາດດ້ານພາສາຫວຽດ ຍາມໃດກໍໄດ້ຮັບຖືວ່າແມ່ນໜ້າທີ່ວຽກງານສຳຄັນ ແລະລຸລ່ວງໃນວິວັດການບໍາລຸງສ້າງຢູ່ໂຮງຮຽນ ຄື: ສ້າງຫຼັກສູດ ແລະແຜນການບໍາລຸງສ້າງກັບຫົວໜ່ວຍສອນພາສາຫວຽດ ແມ່ນໂຮງຮຽນວິທະຍາໄລສ້າງຄູກວາງຈິ. ເພີ່ມເວລາສອນພາສາຫວຽດ ໃຫ້ແກ່ນັກສຶກສາຕ່າງປະເທດ. ຊີ້ນຳຄະນະຊາວໜຸ່ມຂອງໂຮງຮຽນ ໃນການກໍ່ສ້າງ ແລະຮັກສາການໜູນຊ່ວຍນັກສຶກສາລາວ ຍົກລະດັບພາສາຫວຽດ. ເພີ່ມທະວີໃຫ້ແກ່ນັກສຶກສາຕ່າງປະເທດໄປທັດສະນະສຶກສາ ແລະປະຕິບັດຕົວຈິງ...”.
ໂດຍ: ທູຈາງ