ງານປະກວດສະແດງສິລະປະແມ່ນການເຄື່ອນໄຫວທີ່ມີຄວາມໝາຍທີ່ສຸດ, ແມ່ນດອກໄມ້ທີ່ສວຍງາມຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ປະກອບສ່ວນເຂົ້າປ່າດອກໄມ້ທີ່ສວຍງາມຂອງທົ່ວປວງຊົນທັງຊາດຫວຽດນາມ ຖະຫວາຍດ້ວຍຄວາມນັບຖືຕໍ່ປະທານໂຮ່ຈີມິນ ທີ່ຮັກແພງ; ປະກອບສ່ວນປັບປຸງຊີວິດການເປັນຢູ່ທາງດ້ານວັດທະນະທຳ ແລະຈິດໃຈໃນປະຊາຄົມ ເພື່ອກໍ່ສ້າງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ໃຫ້ໝັ້ນຄົງເຂັ້ມແຂງ; ພ້ອມທັງເປັນການຢັ້ງຢືນວ່າ ຄົນລຸ້ນໃນປະຈຸບັນຍາມໃດກໍຈື່ຈໍາເຖິງຄຸນງາມຄວາມດີອັນໃຫຍ່ຫຼວງຂອງລຸງໂຮ່ ຕໍ່ປະເທດ, ຊົນຊາດ ແລະຄວາມສາມັກຄີແບບພິເສດ ຫວຽດນາມ - ລາວ.

leftcenterrightdel
ລາຍການສະແດງສິລະປະໂດຍພະນັກງານໂຮງໝໍຮ່າໂນ້ຍ-ວຽງຈັນ ສະແດງ. ພາບ: vov.vn

17 ລາຍການສະແດງດ້ວຍ 4 ເນື້ອໃນ, ຄື: ການຮ້ອງເພງດ່ຽວ, ຮ້ອງເພງຄູ່, ຮ້ອງເພງກຸ່ມ ແລະຟ້ອນ ໄດ້ຮັບການເລືອກເຟັ້ນຈາກ 49 ລາຍການ ເພື່ອເຂົ້າສູ່ຮອບສຸດທ້າຍຂອງງານປະກວດສະແດງສິລະປະ. ລາຍການສະແດງທັງໝົດ ລ້ວນແຕ່ຊົມເຊີຍຄຸນຄ່າດີງາມອັນສູງສົ່ງ ກ່ຽວກັບປະທານໂຮ່ຈີມິນ ຜູ້ຍິ່ງໃຫຍ່ ແລະພັກກອມມູນິດຫວຽດນາມ ອັນສະຫງ່າອົງອາດ, ຍ້ອງຍໍສັນລະເສີນບ້ານເກີດເມືອງນອນ, ປະເທດຫວຽດນາມ, ປະເທດລາວ ອ້າຍນ້ອງ ແລະ ນ້ຳໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງຫວຽດນາມ ແລະ ລາວ.

leftcenterrightdel
ລາຍການຟ້ອນ ໂດຍພະນັກງານ, ພາລະກອນສະຖານທູດຫວຽດນາມ ປະຈໍາລາວ ສະແດງ. ພາບ: vov.vn

ນັກດົນຕີ ດວງມີໄຊ ລິກະຍາ, ສະມາຊິກຄະນະກໍາມະການ ໄດ້ຕີລາຄາວ່າ: “ຜ່ານລາຍການຂອງບັນດາຄະນະສະແດງສິລະປະຂອງຫວຽດນາມ ທີ່ດໍາເນີນຢູ່ນະຄອນຫຼວງວຽງຈັນ ໄດ້ສ້າງບັນຍາກາດຟົດຟື້ນມ່ວນຊື່ນ, ປະກອບສ່ວນເພີ່ມພູນຄູນສ້າງໃຫ້ນໍ້າໃຈມິດຕະພາບອັນຍິ່ງໃຫຍ່ລະຫວ່າງລາວ-ຫວຽດນາມ”.

ສິ້ນສຸດຮອບສຸດທ້າຍງານປະກວດສະແດງສິລະປະ, ຄະນະຈັດຕັ້ງ ໄດ້ມອບລາງວັນທີໜຶ່ງ, ທີສອງ, ທີສາມ ແລະລາງວັນຊົມເຊີຍໃຫ້ແກ່ບັນດາໝູ່ຄະນະ ແລະບຸກຄົນທີ່ໄດ້ຮັບລາງວັນໃນແຕ່ລະເນື້ອໃນ.

leftcenterrightdel
ທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ ມອບລາງວັນໃຫ້ແກ່ບັນດາໝູ່ຄະນະ ແລະບຸກຄົນ. ພາບ: vov.vn

ໃນລາຍການຍັງດໍາເນີນການປະມູນຮູບພາບ 9 ແຜ່ນ ທີ່ເຮັດຈາກໃບໂບດີ ແລະຄະນະຈັດຕັ້ງ ໄດ້ມອບເງິນທີ່ມີມູນຄ່າ 200 ລ້ານກີບ (ປະມານ 240 ລ້ານດົ່ງ) ຈາກການປະມູນ ໃຫ້ກອງທຶນສະຫວັດດີການສັງຄົມລາວ, ສະແດງໃຫ້ເຫັນເຖິງນ້ຳໃຈດ້ວຍຄວາມເມດຕາຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ທີ່ມີຕໍ່ສັງຄົມປະເທດປະຈໍາຖິ່ນ.

ໂດຍ: ທູຈາງ