ຄາດຫວັງຢາກຂ້າມຊາຍແດນ
ຂ້າພະເຈົ້າເກີດຢູ່ເມືອງໂຂງ, ແຂວງຈໍາປາສັກ - ຊົນນະບົດທີ່ສະຫງົບສຸກຢູ່ທາງພາກໃຕ້ຂອງລາວ. ນັບແຕ່ໄດ້ເຂົ້າເປັນທະຫານ (ໃນປີ 2014), ຂ້າພະເຈົ້າມີຄວາມໃຝ່ຝັນຢາກໄປຮໍ່າຮຽນຢູ່ຫວຽດນາມ, ປະເທດທີ່ຂ້າພະເຈົ້າຍາມໃດກໍ່ມີຄວາມເຄົາລົບນັບຖືຕໍ່ປະຫວັດສາດອັນອົງອາດກ້າແກ່ນ ແລະຜູ້ຄົນເປັນມິດ. ເຖິງວ່າຍັງບໍ່ທັນໄດ້ຮັບໂອກາດຢ່າງເປັນທາງການ, ແຕ່ຂ້າພະເຈົ້າ ກໍ່ພະຍາຍາມຮຽນພາສາຫວຽດນາມ ດ້ວຍຕົນເອງຜ່ານປຶ້ມ ແລະສື່ສັງຄົມອອນລາຍ, ຫວັງວ່າມື້ໜຶ່ງຄວາມໃຝ່ຝັນນັ້ນຈະເປັນຈິງ.
ໃນຕົ້ນປີ 2020, ຂ້າພະເຈົ້າມີຄວາມໂຊກດີພ້ອມກັບພະນັກງານ, ນັກຮົບລາວ 200 ກວ່າຄົນທີ່ໄດ້ຮັບການຄັດເລືອກໄປຮຽນຢູ່ຫວຽດນາມ. ແຕ່ພະຍາດໂຄວິດ-19 ໄດ້ເກີດຂຶ້ນໂດຍບັງເອີນ, ຊາຍແດນທັງໝົດໄດ້ຖືກປິດ, ຖ້ຽວບິນຖືກຍົກເລີກ ແລະແຜນການໄປຮຽນຢູ່ຕ່າງປະເທດເບິ່ງຄືວ່າຈະຖືກຍົກເລີກແລ້ວ. ໂຊກດີ, ໃນທ້າຍເດືອນສິງຫາ 2020, ເມື່ອສະພາບການພະຍາດໂຄວິດ-19 ສາມາດຄວບຄຸມໄດ້ໂດຍພື້ນຖານ, ຂ້າພະເຈົ້າຈຶ່ງສາມາດໄປຮຽນ, ເຮັດໃຫ້ຄວາມໃຝ່ຝັນມີຄວາມຫວັງ ແລະຕື່ນເຕັ້ນຫຼາຍ.
    |
 |
ທ່ານພັນເອກພິເສດ ຫງວຽນວັນຫາຍ ມອບປື້ມໃຫ້ນັກສຶກສາລາວ 3 ຄົນທີ່ຝຶກງານຢູ່ຫ້ອງການບັນນາທິການວັດທະນະທຳ-ກິລາ, ໜັງສືພິມກອງທັບປະຊາຊົນຫວຽດນາມ, ເດືອນມີນາ 2025. ພາບ: ແຄ໊ງຮ່ວາ. |
ພາຍຫຼັງກັກບໍລິເວນແລ້ວ, ພວກຂ້າພະເຈົ້າ ໄດ້ນຳໄປຍັງກອງ 871, ກົມໃຫຍ່ການເມືອງ ເພື່ອເລີ່ມຮຽນພາສາຫວຽດ. ທັນທີທີ່ລົດເມຢຸດ, ເພື່ອນທີ່ຫາກໍ່ພົບພໍ້ກັນ ໃນເວລາກັກບໍລິເວນ 15 ມື້ຢູ່ແຂວງຮາຕິ້ງ, ເພື່ອນ ທູມມີ ໄດ້ຮ້ອງຂຶ້ນເປັນພາສາລາວວ່າ: "ໂອຍ ຟ້າເອີຍ! ຮອດແລ້ວ! ກອງ 871 ກວ້າງແທ້". ຂ້າພະເຈົ້າໄດ້ລົງຈາກລົດ ແລະຢືນຢູ່ຊົ່ວຄາວ, ຕົກຕະລຶງກັບຂອບເຂດບໍລິເວນທີ່ກວ້າງໃຫຍ່, ສະອາດ ແລະງາມຕາ. ນີ້ຈະແມ່ນເຮືອນຫຼັງທີສອງໃນໄລຍະທາງແຫ່ງການຮໍ່າຮຽນຂອງຂ້າພະເຈົ້າ.
ໃນເດືອນກັນຍາ 2020, ຂ້າພະເຈົ້າ ໄດ້ເລີ່ມຮຽນພາສາຫວຽດໃນຫຼັກສູດ 10 ເດືອນຢ່າງເປັນທາງການ. ເບິ່ງຄືວ່າທຸກສິ່ງທຸກຢ່າງໄດ້ດຳເນີນໄປຢ່າງຄ່ອງແຄ້ວ, ຈາກນັ້ນກໍ່ເກີດຄວາມຕົກໃຈຂຶ້ນມາຢ່າງກະທັນຫັນ: ພໍ່ຂອງຂ້າພະເຈົ້າໄດ້ເສຍຊີວິດ. ຂ່າວຮ້າຍໄດ້ເກີດຂຶ້ນໃນຂະນະທີ່ຂ້າພະເຈົ້າຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ທ່າມກາງພະຍາດໂຄວິດ-19 ຜັນແປຢ່າງສັບສົນ. ຂ້າພະເຈົ້າບໍ່ສາມາດກັບບ້ານໄດ້ ເພື່ອໄປໄວ້ທຸກໃຫ້ພໍ່ທີ່ຮັກຂອງຂ້າພະເຈົ້າ. ຫົວໃຈຂອງຂ້າພະເຈົ້າຮູ້ສຶກຄືກັບວ່າມັນຖືກບີບຮັດ. ການບໍ່ມີເຫື່ອມີແຮງ ແລະຄວາມທໍລະມານ, ກະວົນກະວານເຮັດໃຫ້ຂ້າພະເຈົ້າອຶດອັ່ງໃນໃຈຫຼາຍຄືນ.
ເວລານັ້ນກົງກັບການສອບເສັງຈົບພາສາຫວຽດ, ຄວາມກົດດັນກໍ່ເພີ່ມຂຶ້ນ. ແຕ່ຂ້າພະເຈົ້າບໍ່ໄດ້ຢູ່ຄົນດຽວ. ຄູອາຈານ, ພະນັກງານຄຸ້ມຄອງນັກສຶກສາ ແລະໝູ່ເພື່ອນຍາມໃດກໍ່ໃຫ້ກໍາລັງໃຈ, ແບ່ງປັນຄວາມທຸກໂສກ. ອາລົມຈິດນັ້ນ-ງ່າຍດາຍແຕ່ອົບອຸ່ນ-ຊ່ວຍໃຫ້ຂ້າພະເຈົ້າ ລຸກຂຶ້ນ, ຜ່ານຜ່າຄວາມເຈັບປວດ, ສືບຕໍ່ເສັ້ນທາງການຮໍ່າຮຽນດ້ວຍເຈດຈໍານົງທີ່ຍັງເຫຼືອຢູ່.
ການເດີນທາງທີ່ຫຍຸ້ງຍາກ, ມີການເລີ່ມຕົ້ນທີ່ໜ້າຈັບໃຈຫຼາຍ
ຂ້າພະເຈົ້າໄດ້ຮຽນຈົບພາສາຫວຽດ ດ້ວຍຜົນງານດີ ແລະຕັດສິນໃຈສືບຕໍ່ຮຽນຂະແໜງການສະເພາະສື່ມວນຊົນຢູ່ມະຫາວິທະຍາໄລວັດທະນະທຳສິລະປະກອງທັບ ແຕ່ເດືອນ ກັນຍາ 2021. ແຕ່ວັນເດືອນປີທີ່ໝົກໝຸ້ນຢູ່ກັບປຶ້ມກັບສໍ, ບົດບັນລະຍາຍ ແລະປະຕິບັດສື່ມວນຊົນໄດ້ຊ່ວຍໃຫ້ຂ້າພະເຈົ້ານັບມື້ນັບເຕີບໃຫຍ່ຂຶ້ນ. ຜົນງານການຮໍ່າຮຽນທີ່ດີຊ່ວຍໃຫ້ຂ້າພະເຈົ້າໄດ້ຮັບໃບຍ້ອງຍໍລະດັບໂຮງຮຽນ-ເຊິ່ງເປັນລາງວັນບໍ່ພຽງແຕ່ໃຫ້ຂ້າພະເຈົ້າເທົ່ານັ້ນຫາກຍັງໃຫ້ຄວາມມານະພະຍາຍາມທີ່ມິດງຽບໃນຕະຫຼອດເວລາທີ່ຂ້າພະເຈົ້າຢູ່ໄກຈາກບ້ານເກີດເມືອງນອນ.
    |
 |
ທ່ານພັນໂທ, ນັກຂ່າວ ດ້ັງທູຮ່າ ແລກປ່ຽນວິຊາການກັບນັກສໍາມະນາກອນລາວຝຶກງານຢູ່ຫ້ອງການບັນນາທິການວັດທະນະທຳ-ກິລາ, ໜັງສືພິມກອງທັບປະຊາຊົນຫວຽດນາມ, ເດືອນມີນາ 2025. ພາບ: ຟຸກໂນ້ຍ |
ເວລາຮຽນຢູ່ຫວຽດນາມ ເກືອບ 5 ປີຜ່ານໄປໄວຫຼາຍ. ຮອດເດືອນກຸມພາ 2025, ຂ້າພະເຈົ້າ ພ້ອມດ້ວຍນັກສຶກສາລາວ 5 ຄົນ ໄດ້ເລີ່ມຝຶກງານຢູ່ໜັງສືພິມກອງທັບປະຊາຊົນຫວຽດນາມ. ຢູ່ທີ່ນີ້, ພວກຂ້າພະເຈົ້າ ໄດ້ຮັບການແນະນຳ, ຊ່ວຍເຫຼືອຢ່າງສຸດຈິດສຸດໃຈຈາກການນໍາຄະນະບັນນາທິການ ແລະນັກຂ່າວ, ນັກບັນນາທິການ. ໃນນັ້ນມີທ່ານພັນເອກພິເສດ ຫງວຽນວັນຫາຍ ຫົວໜ້າຫ້ອງການບັນນາທິການວັດທະນະທຳ-ກິລາ. ເພິ່ນເປັນຄົນທີ່ມີຄວາມສຸດໃຈ ແລະເບີກບານມ່ວນຊື່ນ. ອ້າຍ ຫາຍ ໄດ້ແບ່ງປັນບົດຮຽນໃນການຂຽນຂ່າວ, ບົດ, ເລົ່າເລື່ອງໃຫ້ຂ້າພະເຈົ້າຟັງໃນໄລຍະທີ່ອ້າຍເດີນທາງໄປປະຕິບັດງານຢູ່ລາວ, ໄປນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງອຸດົມໄຊ...; ໄປກອງພົນທີ 1, ກອງພົນທີ 2, ກອງພົນທີ 3, ກອງພັນໃຫຍ່ທະຫານອາກາດ 703, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ... ສະຖານທີ່ເຫຼົ່ານັ້ນແມ່ນບ່ອນທີ່ອ້າຍ ຫາຍ ເຄີຍໄປຢ້ຽມຊົມ ແລະຊອກຮູ້, ໄປເອົາຂໍ້ມູນຂຽນບົດກ່ຽວກັບມູນເຊື້ອກອງທັບປະຊາຊົນລາວ.
ມື້ໜຶ່ງ, ອ້າຍ ຫາຍ ໄດ້ໂທຫາຂ້າພະເຈົ້າເຂົ້າໄປໃນຫ້ອງການຂອງອ້າຍ ແລະເວົ້າວ່າ: “ອ້າຍ ມີປື້ມຢາກມອບໃຫ້ນ້ອງ!”. ຂ້າພະເຈົ້າ ແປກໃຈ ແລະຖາມອ້າຍວ່າ: “ເປັນຫຍັງອ້າຍຈຶ່ງເອົາປຶ້ມໃຫ້ນ້ອງ?”. ອ້າຍ ຫາຍ ຕອບດ້ວຍຄວາມຍິ້ມແຍ້ມແຈ່ມໃສວ່າ: “ຢູ່ຫວຽດນາມ, ການໃຫ້ປຶ້ມແມ່ນວິທີທີ່ສະແດງໃຫ້ເຫັນຄວາມນັບຖືຢ່າງສູງ. ຄົນເຮົາຮັກແພງກັນມອບປື້ມໃຫ້”. ປຶ້ມທີ່ອ້າຍມອບໃຫ້ນ້ອງມີຊື່ວ່າ: “ຊື່ສຽງດັງກ້ອງຂອງ “ທະຫານລຸງໂຮ່”, ໂດຍສຳນັກພິມກອງທັບປະຊາຊົນ ຈັດພິມຈຳໜ່າຍໃນຕົ້ນປີ 2024.
ນັ້ນແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ຮູ້ກ່ຽວກັບວັດທະນະທຳຫວຽດນາມ ທີ່ພິເສດ - ລຽບງ່າຍແຕ່ເລິກເຊິ່ງ, ຄື: ການມອບປຶ້ມເພື່ອສະແດງໃຫ້ເຫັນຄວາມນັບຖືຢ່າງສູງ ແລະຄວາມສະໜິດຕິດພັນ. ເຖິງວ່າໄດ້ດຳລົງຊີວິດ ແລະຮໍ່າຮຽນຢູ່ຫວຽດນາມ ເປັນເວລາເກືອບ 5 ປີ, ແຕ່ຮູ້ສຶກວ່າຕົນເອງ ຍັງບໍ່ເຂົ້າໃຈຄວາມງາມຂອງວັດທະນະທຳປະເທດນີ້. ແຕ່ພາສາຫວຽດ - ພາສາທີ່ຂ້າພະເຈົ້າພາກພຽນຮໍ່າຮຽນໃນຫຼາຍປີຜ່ານມາ - ຍັງມີຄວາມໝາຍຫຼາຍຢ່າງທີ່ເຮັດໃຫ້ຂ້າພະເຈົ້າງົງ, ຍິ່ງໄປກວ່ານັ້ນແມ່ນເຮັດໃຫ້ຂ້າພະເຈົ້າສັບສົນ. ຂ້າພະເຈົ້າ ໄດ້ບອກກັບຕົນເອງວ່າ ຕ້ອງພະຍາຍາມໃຫ້ຫຼາຍກວ່າອີກ - ບໍ່ພຽງແຕ່ເວົ້າພາສາຫວຽດໃຫ້ຄ່ອງແຄ້ວເທົ່ານັ້ນ ຫາກຍັງຕ້ອງໄດ້ຮັບຟັງ, ຮູ້ສຶກ ແລະເຂົ້າໃຈຢ່າງເລິກເຊິ່ງກວ່າອີກກ່ຽວກັບຊາວຫວຽດນາມ, ວັດທະນະທຳ, ເລື່ອງລາວທີ່ລຽບງ່າຍແຕ່ເຕັມໄປດ້ວຍມະນຸດສະທຳຂອງດິນແດນທີ່ໄດ້ອູ້ມຊູຊ່ວຍເຫຼືອຂ້າພະເຈົ້າ ຄືຍາດພີ່ນ້ອງໃນຄອບຄົວ.
ໃນການອຳລາສິ້ນສຸດການຝຶກງານ, ພວກຂ້າພະເຈົ້າ ພ້ອມດ້ວຍອ້າຍ ຫາຍ ແລະພວກອ້າຍ, ເອື້ອຍນ້ອງໃນຫ້ອງການວັດທະນະທໍາ-ກິລາໄດ້ພາກັນນັ່ງກິນເຂົ້າດ້ວຍຄວາມອົບອຸ່ນ ແລະສະໜິດສະໜົມ. ເກືອບ 5 ປີທີ່ຮໍ່າຮຽນຢູ່ຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງຄວາມຮູ້ໃຫ້ແກ່ຂ້າພະເຈົ້າເທົ່ານັ້ນ ຫາກຍັງສອນໃຫ້ຂ້າພະເຈົ້າບົດຮຽນອັນເລິກເຊິ່ງກ່ຽວກັບຄວາມຮັກແພງ, ແບ່ງປັນ ແລະຄວາມຮູ້ບຸນຄຸນອີກດ້ວຍ.
ຂ້າພະເຈົ້າ ແມ່ນນັກຮົບລາວທີ່ຜ່ານຜ່າສິ່ງທ້າທາຍຫຼາຍຢ່າງເພື່ອເຕີບໂຕຢູ່ຫວຽດນາມ. ທ້າຍເດືອນ ມິຖຸນາ 2025, ພາຍຫຼັງຮຽນຈົບມະຫາວິທະຍາໄລວັດທະນະທໍາສິລະປະກອງທັບຢູ່ຫວຽດນາມ, ຂ້າພະເຈົ້າ ຈະກັບຄືນເມືອປະເທດທີ່ຮັກແພງຂອງຕົນ. ແລະໃນມື້ນີ້, ເມື່ອຂ້າພະເຈົ້າເບິ່ງຄືນໄລຍະທາງນັ້ນ, ຂ້າພະເຈົ້າເຊື່ອວ່າ ຄວາມໃຝ່ຝັນ, ຖ້າເຕີບຂະຫຍາຍຕົວ ແລະມີຄວາມຄົງທົນຢ່າງພຽງພໍນັ້ນ, ຈະຜ່ານຜ່າທຸກເຂດແດນ - ບໍ່ພຽງແຕ່ແມ່ນເສັ້ນຊາຍແດນຂອງແຫ່ງຊາດເທົ່ານັ້ນ, ແຕ່ຍັງຜ່ານຜ່າຂີດຈຳກັດຂອງພາສາ, ວັດທະນະທໍາ ແລະຕົວເອງ. ເພາະການເດີນທາງໄປຕາມຫາຄວາມໃຝ່ຝັນກໍ່ແມ່ນການເດີນທາງ ເພື່ອໃຫ້ຕົນເອງກາຍເປັນເວີຊັນ, ເປັນຕົວຂອງຕົນເອງກວ່າອີກດ້ວຍ.
ໂດຍ: ເຈິ່ນຮວ່ຽນ