ໃນບັນດາຄຸນຄ່າທີ່ປະທານໂຮ່ຈີມິນ ໄດ້ປະໄວ້ໃຫ້, ແນວຄິດກ່ຽວກັບນໍ້າໃຈສາມັກຄີສາກົນອັນຜ່ອງໃສ, ພິເສດແມ່ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ຍາມໃດກໍ່ຖືວ່າແມ່ນໜຶ່ງໃນບັນດາພະຍານຫຼັກຖານດີເດັ່ນ.

ຜູ້ສ້າງພື້ນຖານໃຫ້ສາຍພົວພັນ ຫວຽດນາມ-ລາວ

ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ແມ່ນສາຍພົວພັນທີ່ຫາຍາກໃນໂລກ. ສາຍພົວພັນດັ່ງກ່າວບໍ່ພຽງແຕ່ມີຈຸດເລີ່ມຕົ້ນມາຈາກຄວາມໃກ້ຊິດທາງດ້ານພູມສາດ, ຄວາມຄ້າຍຄືກັນທາງດ້ານວັດທະນະທໍາເທົ່ານັ້ນ ເຊິ່ງກ່ອນອື່ນໝົດແມ່ມາຈາກການເສຍສະລະ, ການແບ່ງປັນ, ແບ່ງທຸກແບ່ງສຸກໃນຕະຫຼອດວິວັດການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດ ແລະສ້າງສາປະເທດຊາດ. ປະທານໂຮ່ຈີມິນ ເປັນຜູ້ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ສາຍພົວພັນພິເສດນັ້ນ.

ຮສຈ. ປອ ຫວູຈ້ອງເລິມ, ຜູ້ອຳນວຍການ, ຫົວໜ້າບັນນາທິການສຳນັກພິມຈໍາໜ່າຍການເມືອງແຫ່ງຊາດ ຊື້ເທີດ ໃຫ້ຮູ້ວ່າ: “ແຕ່ຫົວທີ, ປະທານໂຮ່ຈີມິນ ໄດ້ຮັບຮູ້ຢ່າງຈະແຈ້ງເຖິງຄວາມສຳຄັນທາງຍຸດທະສາດຂອງສາຍພົວພັນລະຫວ່າງ 3 ປະເທດອິນດູຈີນ: ຫວຽດນາມ, ລາວ ແລະກຳປູເຈຍ”. ເພິ່ນຢັ້ງຢືນວ່າ: “ຢາກກູ້ຊາດ ແລະປົດປ່ອຍຊາດ, ແມ່ນບໍ່ມີທາງອື່ນອີກແລ້ວນອກຈາກເສັ້ນທາງປະຕິວັດກໍາມາຊີບ”.

leftcenterrightdel
ປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ ຢູ່ຮ່າໂນ້ຍ ປີ 1966. ພາບເອກະສານ

ບົນເນື້ອໃນຈິດໃຈນັ້ນ, ເພິ່ນໄດ້ທຸ້ມເທເຫື່ອແຮງເພີ່ມພູມຄູນສ້າງກະກຽມກ່ຽວກັບດ້ານແນວຄິດ, ການຈັດຕັ້ງ ແລະພະນັກງານເພື່ອຊຸກຍູ້ການພັດທະນາຂະບວນການປະຕິວັດຢູ່ ລາວ ແລະກຳປູເຈຍ, ພ້ອມທັງໜູນຊ່ວຍການປະຕິວັດປະເທດເພື່ອນ ຄືກັນກັບການປະຕິວັດຫວຽດນາມ. ປີ 1930, ໃນຖານະທີ່ເປັນຜູ້ກໍ່ຕັ້ງ ແລະນຳພາພັກກອມມູນິດອິນດູຈີນ, ປະທານໂຮ່ຈີມິນ ໄດ້ສ້າງຕັ້ງອົງການການເມືອງທີ່ມີຄວາມໝາຍປະຫວັດສາດບໍ່ພຽງແຕ່ສຳລັບຫວຽດນາມ ເທົ່ານັ້ນ, ຫາກຍັງສຳລັບລາວ ແລະກຳປູເຈຍ. ຈາກພື້ນຖານທິດສະດີ ແລະການຈັດຕັ້ງດັ່ງກ່າວ, ຂະບວນການປະຕິວັດຢູ່ 3 ປະເທດໄດ້ເຫັນດີເປັນເອກະພາບ, ເຊື່ອມຕໍ່ ແລະພັດທະນາຢ່າງແຂງແຮງ. ນີ້ແມ່ນປະຖົມປັດໄຈສຳຄັນທີ່ສຸດໃນການສ້າງຄວາມສາມັກຄີໃນການສູ້ຮົບລະຫວ່າງບັນດາຊົນຊາດອິນດູຈີນ.

ພິເສດ, ໃນຕະຫຼອດວິວັດການນຳພາການປະຕິວັດຫວຽດນາມ, ປະທານໂຮ່ຈີມິນ ຍາມໃດກໍ່ເອົາໃຈໃສ່, ຊ່ວຍເຫຼືອ ແລະໜູນຊ່ວຍອັນໃຫຍ່ຫຼວງໃຫ້ແກ່ພາລະກິດປະຕິວັດຂອງປະຊາຊົນລາວ. ໃນສະໄໝຕໍ່ຕ້ານລ່າເມືອງຂຶ້ນຝຣັ່ງ, ປະທານໂຮ່ຈີມິນ ໄດ້ມີແຜນກໍ່ສ້າງຖານທັບຕໍ່ຕ້ານທີ່ເຊື່ອມຕໍ່ລະຫວ່າງຫວຽດນາມ ແລະລາວ, ພ້ອມທັງຊ່ວຍເຫຼືອບໍາລຸງສ້າງພະນັກງານ, ສະໜອງອາວຸດຍຸດໂທປະກອນ, ພະລາທິການໃຫ້ແກ່ກຳລັງປະຕິວັດລາວ.

ພະຍານຫຼັກຖານສະແດງໃຫ້ເຫັນຢ່າງຈະແຈ້ງເຖິງຄວາມເອົາໃຈໃສ່ຂອງເພິ່ນ ແມ່ນເລື່ອງຫວຽດນາມ ໄດ້ສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍລາວ ໃນການສ້າງຕັ້ງແນວລາວອິດສະລະ ໃນປີ 1945 ແລະຫຼັງຈາກນັ້ນແມ່ນການສ້າງຕັ້ງພັກປະຊາຊົນປະຕິວັດລາວ ໃນປີ 1955. ພະນັກງານປະຕິວັດຫຼັກແຫຼ່ງຂອງລາວ ຫຼາຍຄົນໄດ້ຮັບການບໍາລຸງສ້າງຢູ່ຫວຽດນາມ ພາຍໃຕ້ການຊີ້ນຳໂດຍກົງຂອງປະທານໂຮ່ຈີມິນ.

ຮສຈ. ປອ ຫວູຈ້ອງເລິມ ເນັ້ນໜັກວ່າ: “ບໍ່ພຽງແຕ່ໃນສະໄໝຕໍ່ຕ້ານເທົ່ານັ້ນ, ແນວຄິດຂອງປະທານໂຮ່ຈີມິນ ກ່ຽວກັບສາຍພົວພັນ ຫວຽດນາມ-ລາວ ຍັງແມ່ນເຂັມທິດໃນສະໄໝສັນຕິພາບ, ສ້າງສາ ແລະພັດທະນາປະເທດຊາດ. ປະທານໂຮ່ຈີມິນ ແມ່ນຜູ້ທີ່ສ້າງພື້ນຖານໃຫ້ແກ່ການພົວພັນທີ່ບໍ່ຫາຜົນປະໂຫຍດ, ໂປ່ງໃສ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ນັ້ນແມ່ນເຫດຜົນທີ່ວ່າ, ບໍ່ວ່າຢູ່ໃນສະພາບການປະຫວັດສາດໃດກໍຕາມ, ສາຍພົວພັນ ຫວຽດນາມ-ລາວ ຍັງຮັກສາລັກສະນະຍືນຍົງ, ຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈ ແລະນັບມື້ນັບພັດທະນາຢ່າງຮອບດ້ານ”.

ພາຍຫຼັງປະທານໂຮ່ຈີມິນ ເຖິງແກ່ມໍລະນະກຳ, ແນວຄິດຂອງເພິ່ນກ່ຽວກັບນໍ້າໃຈສາມັກຄີ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການຮັກສາ ແລະພັດທະນາ, ໄດ້ກາຍເປັນພື້ນຖານໃຫ້ສາຍພົວພັນລະຫວ່າງສອງປະເທດມາຮອດປະຈຸບັນ. ຍ້ອນມີການກໍານົດທິດຂອງປະທານໂຮ່ຈີມິນ, ສາຍພົວພັນ ຫວຽດນາມ-ລາວ ຈຶ່ງໄດ້ກາຍເປັນໜຶ່ງໃນບັນດາສາຍພົວພັນທີ່ພິເສດ ແລະຍືນຍົງທີ່ສຸດໃນປະຫວັດສາດຂອງພາກພື້ນ, ແມ່ນນ້ຳໃຈສາມັກຄີສາກົນອັນບໍລິສຸດຜຸດຜ່ອງ, ຂຽວສົດງົດງາມໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ.

ສືບທອດ ແລະເສີມຂະຫຍາຍມູນເຊື້ອມິດຕະພາບແບບພິເສດລະຫວ່າງສອງປະເທດ

ວັນທີ 5 ກັນຍາ ປີ 1962, ຫວຽດນາມ ແລະລາວ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ສ້າງຂີດໝາຍບາດກ້າວສຳຄັນໃນການພົວພັນສອງປະເທດ.

ວັນທີ 18 ກໍລະກົດ ປີ 1977, ຫວຽດນາມ ແລະລາວ ໄດ້ລົງນາມໃນສົນທິສັນຍາມິດຕະພາບ ແລະການຮ່ວມມື. ສົນທິສັນຍາສະບັບດັ່ງກ່າວມີຄວາມໝາຍສຳຄັນທີ່ສຸດ, ເປັນພື້ນຖານນິຕິກຳອັນໜັກແໜ້ນໃຫ້ແກ່ການເພີ່ມທະວີ ແລະເປີດກວ້າງສາຍພົວພັນແບບພິເສດ ຫວຽດນາມ-ລາວ ໃນໄລຍະໃໝ່, ສ້າງພື້ນຖານເພື່ອໃຫ້ສອງປະເທດຊຸກຍູ້ການລົງນາມໃນສັນຍາຮ່ວມມືໃນໄລຍະຕໍ່ມາ.

ໃນວິວັດການຮ່ວມມື ແລະຊ່ວຍເຫຼືອເຊິ່ງກັນ ແລະກັນພາຍຫຼັງສົງຄາມ, ຫວຽດນາມ ໄດ້ສົ່ງຄະນະຜູ້ຊ່ຽວຊານຫຼາຍຄະນະໄປຊ່ວຍເຫຼືອປະເທດລາວ ເພື່ອຮັບປະກັນຄວາມໝັ້ນຄົງ, ປັບປຸງການດໍາລົງຊີວິດຂອງປະຊາຊົນ, ຟື້ນຟູການຜະລິດ ແລະພັດທະນາເສດຖະກິດ. ສາຍພົວພັນການຮ່ວມມືດັ່ງກ່າວໄດ້ດຳເນີນບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງກັນ; ເຊີດຊູເຈດຈຳນົງເພິ່ງຕົນເອງ, ກຸ້ມຕົນເອງ, ຮ່ວມມືຢ່າງສະເໝີພາບ ແລະຕ່າງຝ່າຍຕ່າງມີຜົນປະໂຫຍດ.

leftcenterrightdel
ຮສຈ. ປອ ຫວູຈ້ອງເລິມ, ຜູ້ອຳນວຍການ, ຫົວໜ້າບັນນາທິການສຳນັກພິມຈໍາໜ່າຍການເມືອງແຫ່ງຊາດຊື້ເທີດ. ພາບ: ຫວູຈ້ອງເລິມ

ຮສຈ. ປອ ຫວູຈ້ອງເລິມ ຢືນຢັນວ່າ: “ຄຸນຄ່າທີ່ຍືນຍົງຄົງຕົວຂອງສາຍພົວພັນ ຫວຽດນາມ-ລາວ ບໍ່ພຽງແຕ່ໄດ້ຕິດພັນຜ່ານການເສຍສະຫຼະເລືອດເນື້ອໃນການຕໍ່ສູ້ຍາດເອົາເອກະລາດເທົ່ານັ້ນ, ຫາກຍັງໄດ້ຮັບການເພີ່ມພູນຄູນສ້າງດ້ວຍນ້ຳໃຈທີ່ຈິງໃຈ, ຄວາມໄວ້ເນື້ອເຊື່ອໃຈ ແລະການແບ່ງປັນລະຫວ່າງສອງຊາດໃນຕະຫຼອດໄລຍະແຫ່ງການສ້າງສາ ແລະປົກປັກຮັກສາປະເທດຊາດອີກດ້ວຍ. ນໍ້າໃຈມິດຕະພາບລະຫວ່າງສອງປະເທດບໍ່ພຽງແຕ່ແມ່ນໝາກຜົນຂອງປະຫວັດສາດແຫ່ງການຕໍ່ສູ້ຮ່ວມກັນເທົ່ານັ້ນ, ຫາກຍັງແມ່ນພື້ນຖານອັນໜັກແໜ້ນໃຫ້ແກ່ການຮ່ວມມືຮອບດ້ານໃນຫຼາຍຂົງເຂດໃນປະຈຸບັນ ແລະໃນອະນາຄົດອີກດ້ວຍ”.

ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໂດຍປະທານໂຮ່ຈີມິນ ແລະການນຳລຸ້ນຕ່າງໆຂອງສອງປະເທດ ໄດ້ທຸ້ມເທເຫື່ອແຮງເພີ່ມພູມຄູນສ້າງ ແມ່ນຊັບສົມບັດອັນລ້ຳຄ່າ. ລຸ້ນໜຸ່ມຂອງຫວຽດນາມ ແລະລາວ ຕ້ອງເຂົ້າໃຈວ່າ ສາຍພົວພັນຫວຽດນາມ-ລາວ ບໍ່ພຽງແຕ່ແມ່ນຜົນການຮ່ວມມືດ້ານການເມືອງເທົ່ານັ້ນ, ຫາກຍັງແມ່ນສັນຍາລັກແຫ່ງນ້ຳໃຈສາກົນທີ່ສັດຊື່ບໍລິສຸດຜຸດຜ່ອງ, ຫາຍາກ. ຍ້ອນເຫດນັ້ນ, ຕ້ອງມີຄວາມຮັບຜິດຊອບໃນການສືບທອດ ແລະເສີມຂະຫຍາຍມູນເຊື້ອມິດຕະພາບລະຫວ່າງສອງປະເທດ. ຕັ້ງໜ້າຮໍ່າຮຽນ, ຝຶກຝົນຫຼໍ່ຫຼອມ, ເຊືື່ອມຊຶມແນວຄິດຂອງປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ, ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະຫວັດສາດສາຍພົວພັນລະຫວ່າງສອງພັກ, ສອງລັດ, ປະຊາຊົນສອງປະເທດ. ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນ, ຮ່ວມມືໃນບັນດາໂຄງການແລກປ່ຽນຊາວໜຸ່ມ, ຈັດກອງປະຊຸມສຳມະນາວິທະຍາສາດ ແລະການຮ່ວມມືດ້ານການສຶກສາ ເພື່ອແນໃສ່ຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ; ສືບຕໍ່ຮັກສານ້ຳໃຈສາມັກຄີ, ໜູນຊ່ວຍເຊິ່ງກັນ ແລະກັນໃນການພັດທະນາເສດຖະກິດ, ວັດທະນະທຳ ແລະສັງຄົມ.

ການຮັກສາ ແລະພັດທະນາສາຍພົວພັນ ຫວຽດນາມ-ລາວ ບໍ່ພຽງແຕ່ແມ່ນໜ້າທີ່ຮັບຜິດຊອບເທົ່ານັ້ນ ຫາກຍັງແມ່ນຄວາມເອກອ້າງທະນົງໃຈຂອງລຸ້ນໜຸ່ມໃນປະຈຸບັນ. ນັ້ນແມ່ນວິທີແທດຈິງທີ່ສຸດເພື່ອສະແດງຄວາມຮູ້ບຸນຄຸນຂອງປະທານໂຮ່ຈີມິນ ແລະຄົນລຸ້ນກ່ອນ, ພ້ອມທັງປະກອບສ່ວນສ້າງອະນາຄົດອັນສົດໃສໃຫ້ທັງສອງຊາດ.

ໂດຍ: ທູຈາງ