ລາດຕະເວນຄວບຄຸມ, ສະກັດກັ້ນ ແລະຕ້ານອາດຊະຍາກຳປະເພດຕ່າງໆ

ເສັ້ນທາງໄປຍັງດ່ານຊາຍແດນທ້ອງຖິ່ນ ແຄ້ວ-ທ່າເລົ່າ ໄດ້ຮັບການເປີດກວ້າງ, ສ້າງຄວາມສະດວກໃຫ້ແກ່ການໄປມາຂອງປະຊາຊົນ. ປະຈຸບັນ, ມີບັນດາກຳລັງທີ່ກ່ຽວຂ້ອງຂຶ້ນກັບຄ້າຍທະຫານຊາຍແດນບ໊າດມອດ (ທະຫານຊາຍແດນແຂວງແທັງຮວ໊າ) ແລະກໍາລັງຕຳຫຼວດ, ການເງິນ (ພາສີ), ກວດກາປ່າໄມ້ຂອງເມືອງຊໍາໃຕ້ (ແຂວງຫົວພັນ) ພວມປະຕິບັດໜ້າທີ່. ຫ່າງຈາກດ່ານຊາຍແດນບໍ່ໄກປານໃດ, ໝວດທະຫານຊາຍແດນ ທ່າເລົ່າ/ກອງຮ້ອຍ 216 (ກອງບັນຊາການທະຫານແຂວງຫົວພັນ), ເຖິງວ່າບໍ່ປະຕິບັດໜ້າທີ່ຢູ່ດ່ານຊາຍແດນໂດຍກົງ, ແຕ່ສວມບົດບາດສຳຄັນພ້ອມກັບພະນັກງານ, ນັກຮົບຄ້າຍທະຫານຊາຍແດນບ໊າດມອດ ປະຕິບັດໜ້າທີ່ລາດຕະເວນ, ຄວບຄຸມເຂດໃກ້ກັບດ່ານຊາຍແດນ; ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ.

leftcenterrightdel
ດ່ານຊາຍແດນທ້ອງຖິ່ນ ແຄ້ວ-ທ່າເລົ່າ. ພາບ: ຫງອັກຮວ໊ນ

ດ່ານຊາຍແດນທ້ອງຖິ່ນ ແຄ້ວ-ທ່າເລົ່າ ແມ່ນບ່ອນຊື້-ຂາຍ, ແລກປ່ຽນສິນຄ້າຂອງປະຊາຊົນສອງຟາກຊາຍແດນ, ເຮັດລະບຽບການເຂົ້າ-ອອກເມືອງໃຫ້ປະຊາຊົນ, ພາຫະນະທີ່ຜ່ານສອງຟາກຊາຍແດນຂຶ້ນກັບສອງແຂວງແທັງຮວ໊າ-ຫົວພັນ. ຢູ່ດ່ານຊາຍແດນທ້ອງຖິ່ນແຄ້ວ, ທະຫານຊາຍແດນຂຶ້ນກັບປ້ອມຄວບຄຸມຊາຍແດນ (ຄ້າຍທະຫານຊາຍແດນບ໊າດມອດ) ບໍ່ພຽງແຕ່ປະຕິບັດໜ້າທີ່ເປັນຢ່າງດີສ້າງເງື່ອນໄຂໃຫ້ປະຊາຊົນສອງຟາກຊາຍແດນໄປມາ, ແລກປ່ຽນສິນຄ້າ, ເຮັດລະບຽບການເຂົ້າ-ອອກເມືອງໃຫ້ປະຊາຊົນ, ພາຫະນະຖືກຕ້ອງຕາມຂໍ້ກໍານົດເທົ່ານັ້ນ, ຫາກຍັງເພີ່ມທະວີວຽກງານລາດຕະເວນ, ຄວບຄຸມ, ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ເສັ້ນທາງຊາຍແດນ ແລະຫຼັກໝາຍຊາຍແດນແຫ່ງຊາດທີ່ກົມກອງຄຸ້ມຄອງອີກດ້ວຍ.

ສ້າງເງື່ອນໄຂໃຫ້ປະຊາຊົນຊາຍແດນຊື້-ຂາຍ, ແລກປ່ຽນສິນຄ້າ

ຮ້ອຍເອກພິເສດ ໂດ໋ຮຸຍແທັ່ງ, ປ້ອມກວດກາຊາຍແດນ ແຄ້ວ (ຄ້າຍທະຫານຊາຍແດນບ໊າດມອດ) ໃຫ້ຮູ້ວ່າ ຄ້າຍທະຫານຊາຍແດນບ໊າດມອດ ໄດ້ມອບໜ້າທີ່ຄຸ້ມຄອງ ແລະປົກປັກຮັກສາເສັ້ນຊາຍແດນຍາວ 17,492 ກິໂລແມັດ ດ້ວຍ 7 ຫຼັກໝາຍ ແລະ 2 ຫຼັກໝາຍຊາຍແດນຕິດກັນ. ໃນໄລຍະຜ່ານມາ, ປະຕິບັດຕາມການຊີ້ນໍາຂອງຄະນະພັກ, ຄະນະບັນຊາປ້ອມ, ພະນັກງານ, ນັກຮົບຢູ່ປ້ອມແລກປ່ຽນໜ້າທີ່, ສົມທົບກັບກຳລັງທີ່ກ່ຽວຂ້ອງຂອງລາວ ຢູ່ດ່ານຊາຍແດນເປັນປະຈໍາ, ຮັບປະກັນຄວາມສະດວກໃຫ້ປະຊາຊົນສອງຟາກຊາຍແດນໄປມາຢ້ຽມຢາມຍາດຕິພີ່ນ້ອງ, ຊື້-ຂາຍ, ແລກປ່ຽນສິນຄ້າ, ພ້ອມທັງຄວບຄຸມຄົນ, ພາຫະນະຂ້າມຊາຍແດນຢ່າງແໜ້ນແຟ້ນ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນ...

ດ່ານຊາຍແດນທ້ອງຖິ່ນແຄ້ວ-ທ່າເລົ່າ ເປັນບ່ອນດໍາເນີນການເຄື່ອນໄຫວຊື້-ຂາຍ, ການແລກປ່ຽນສິນຄ້າຂອງປະຊາຊົນສອງຟາກຊາຍແດນເປັນຕົ້ນຕໍ. ຝ່າຍລາວ, ພໍ່ແມ່ປະຊາຊົນບ້ານທ່າເລົ່າ, ກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້ ໄດ້ແລກປ່ຽນສິນຄ້າຜະລິດຕະພັນກະເສດ, ຄື: ເຂົ້າ, ສາລີ, ມັນຕົ້ນ ໃຫ້ບັນດາບ້ານໃນຕາແສງບ໊າດມອດ, ພ້ອມນັ້ນພໍ່ແມ່ປະຊາຊົນຕາແສງບ໊າດມອດ ແລະເຂດໃກ້ຄຽງຈະແລກປ່ຽນ, ຂາຍສິນຄ້າທີ່ຈຳເປັນ ແລະເຄື່ອງອຸປະໂພກບໍລິໂພກ, ຄື: ນໍ້າປາ, ເກືອ, ນ້ຳມັນປຸງອາຫານ, ປາແຫ້ງ... ໃຫ້ພໍ່ແມ່ປະຊາຊົນໃນກຸ່ມບ້ານຕ່າງໆຂອງລາວ. ດ່ານຊາຍແດນຍັງແມ່ນບ່ອນດໍາເນີນການເຄື່ອນໄຫວຢ້ຽມຢາມ, ກວດກາ, ປິ່ນປົວພະຍາດຂອງປະຊາຊົນ; ແລກປ່ຽນສະພາບການຂອງກຳລັງທີ່ກ່ຽວຂ້ອງ, ຄະນະພັກ, ອຳນາດການປົກຄອງທ້ອງຖິ່ນສອງຟາກຊາຍແດນ, ຜ່ານນັ້ນຮັດແໜ້ນຄວາມສາມັກຄີ, ມິດຕະພາບ, ຄວາມສະໜິດຕິດພັນລະຫວ່າງປະຊາຊົນສອງແຂວງ, ສອງປະເທດ ແລະເຂດຊາຍແດນ.

ໂດຍໄດ້ຮູ້ວ່າ ດ່ານຊາຍແດນທ້ອງຖິ່ນ ແຄ້ວ-ທ່າເລົ່າ ຂຶ້ນກັບຕາແສງເຂດຊາຍແດນບ໊າດມອດ, ເມືອງເທື່ອງຊວນ (ແທັງຮວ໊າ) ແລະບ້ານທ່າເລົ່າ, ກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້, ແຂວງຫົວພັນ (ລາວ) ໄດ້ຮັບອະນຸຍາດຊື້-ຂາຍ, ແລກປ່ຽນສິນຄ້າຂ້າມຊາຍແດນ ຕາມຂໍ້ຕົກລົງເລກທີ 3370/QĐ-UBND, ລົງວັນທີ 7 ຕຸລາ 2022 ຂອງປະທານຄະນະກໍາມະການປະຊາຊົນແຂວງແທັງຮວ໊າ. ຕາມນັ້ນແລ້ວ, ສິນຄ້າສົ່ງອອກດ້ວຍຮູບການຊື້-ຂາຍ, ແລກປ່ຽນຜ່ານດ່ານຊາຍແດນທ້ອງຖິ່ນ, ດ່ານຊາຍແດນປະເພນີຂອງນັກທຸລະກິດແມ່ນປະຕິບັດຕາມຂໍ້ກໍານົດຂອງກົດໝາຍ. ສິນຄ້ານໍາເຂົ້າຮັບໃຊ້ການຜະລິດພາຍໃນຕາມສາລະບານສິນຄ້າລະບຸໃນສະມຸດ I ປະກາດໃຊ້ພ້ອມກັບຈົດໝາຍວຽນ ສະບັບເລກທີ 01/2018/TT-BCT ລົງວັນທີ 27 ກຸມພາ 2018 ຂອງລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ແລະຂໍ້ກໍານົດທີ່ກ່ຽວຂ້ອງຂອງລັດ. ນີ້ກໍ່ແມ່ນໜຶ່ງໃນບັນດາຂອດສຳຄັນເຊິ່ງຄະນະກຳມະການປະຊາຊົນແຂວງແທັງຮວ໊າ ໄດ້ແກ້ໄຂເພື່ອຍູ້ແຮງການສົ່ງອອກ, ນຳເຂົ້າ, ເພີ່ມທະວີການແລກປ່ຽນສິນຄ້າຂອງປະຊາຊົນສອງແຂວງ ແທັງຮວ໊າ-ຫົວພັນ. ເຖິງວ່າໄດ້ຮັບອະນຸຍາດໃຫ້ມີການຊື້-ຂາຍ, ແລກປ່ຽນສິນຄ້າຂ້າມຊາຍແດນແລ້ວ, ແຕ່ດ່ານຊາຍແດນທ້ອງຖິ່ນ ແຄ້ວ-ທ່າເລົ່າ ຍັງບໍ່ອະນຸຍາດໃຫ້ລົດຂົນສົ່ງຂ້າມຊາຍແດນ, ເຮັດໃຫ້ການສົ່ງອອກ, ນຳເຂົ້າສິນຄ້າປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ. ຖ້າຫາກແກ້ໄຂລະບຽບການທີ່ຕິດຂັດໃຫ້ສຳເລັດ, ການຍົກລະດັບດ່ານຊາຍແດນທ້ອງຖິ່ນເປັນດ່ານຊາຍແດນຕົ້ນຕໍ ຈະຊຸກຍູ້ການແລກປ່ຽນຄ້າຂາຍ, ພັດທະນາເສດຖະກິດຢູ່ເຂດຊາຍແດນ.

ໂດຍ: ເຈິ່ນຮວ່ຽນ