ນັກຂ່າວ: ນຊຸມປີມໍ່ໆມານີ້, ສາຍພົວພັນຮ່ວມມືດ້ານການຄ້າ ແລະການລົງທຶນລະຫວ່າງຫວຽດນາມ ແລະລາວ ຕິດພັນຢ່າງແໜ້ນແຟ້ນ. ທ່ານນາງ ຕີລາຄາຄືແນວໃດກ່ຽວກັບຄວາມສາມາດບົ່ມຊ້ອນການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ?

ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຫຼວງພະບາງ: ປະຈຸບັນ, ຫວຽດນາມ ແລະ ລາວ ມີເສັ້ນຊາຍແດນຮ່ວມກັນຍາວກວ່າ 2.337 ກິໂລແມັດ. ເດືອນມີນາ 2016, ສອງຝ່າຍໄດ້ລົງນາມໃນອະນຸສັນຍາກ່ຽວກັບເສັ້ນຊາຍແດນ, ຫຼັກໝາຍຊາຍແດນແຫ່ງຊາດ ແລະສັນຍາວ່າດ້ວຍກົດລະບຽບຊາຍແດນ ແລະດ່ານຊາຍແດນ ຫວຽດນາມ - ລາວ.

ສາຍພົວພັນລະຫວ່າງຫວຽດນາມ ແລະລາວ ໄດ້ພັດທະນາຢ່າງວ່ອງໄວນັບແຕ່ເມື່ອສອງປະເທດໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການໃນປີ 1962. ສາຍພົວພັນນັ້ນມີຄວາມໝາຍເລິກເຊິ່ງໃນກິດຈະການສ້າງສັນປະເທດຄືນໃໝ່, ສ້າງສະພາບແວດລ້ອມທີ່ສະດວກໃຫ້ແກ່ການຮ່ວມມືລົງທຶນ ແລະພັດທະນາວິສາຫະກິດຂອງສອງປະເທດ. ການເຕີບໂຕດ້ານເສດຖະກິດ ແລະການຄ້າສອງສົ້ນບໍ່ພຽງແຕ່ສ້າງຄວາມສະໜິດຕິດພັນຢ່າງແໜ້ນແຟ້ນ ແລະມີປະສິດທິຜົນກວ່າໃນຂົງເຂດຕ່າງໆເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອຍູ້ແຮງການພົບປະແລກປ່ຽນລະຫວ່າງສອງພ້ືນຖານວັດທະນະທໍາ, ປັບປຸງສາຍພົວພັນແບບພິເສດຫວຽດນາມ - ລາວ ຕື່ມອີກ.

ນັກຂ່າວ: ຂໍໃຫ້ທ່ານນາງແບ່ງປັນກ່ຽວກັບຈຸດພົ້ນເດັ່ນໃນການເຊື່ອມຕໍ່ສົ່ງເສີມການຄ້າ ແລະການລົງທຶນລະຫວ່າງສອງປະເທດ. ໃນນັ້ນມີການປະກອບສ່ວນບໍ່ແມ່ນໜ້ອຍຂອງຂະແໜງອຸດສາຫະກຳ ແລະ ການຄ້າ?

ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາແຂວງຫຼວງພະບາງ: ອາດຈະເຫັນວ່າ, ໃນຊຸມປີມໍ່ໆມານີ້, ການຮ່ວມມືໃນຂົງເຂດອຸດສາຫະກຳ ແລະການຄ້າ ແມ່ນເສົາຄ້ຳໃນການພົວພັນລະຫວ່າງສອງປະເທດ. ແຕ່ປີ 2012 ມາຮອດປະຈຸບັນ, ສອງຝ່າຍໄດ້ປະຕິບັດສໍາເລັດເປົ້າໝາຍຍົກລະດັບການເຕີບໂຕຂອງວົງເງິນການຄ້າແຕ່ 10-15%/ປີ (ຍົກເວັ້ນໄລຍະແຜ່ລະບາດຂອງພະຍາດໂຄວິດ-19). ປີ 2023, ວົງເງິນການຄ້າສອງຝ່າຍບັນລຸ 1,63 ຕື້ USD, ຫຼຸດລົງ 4,3% ເມື່ອທຽບໃສ່ປີ 2022.

ເຖິງຢ່າງໃດກໍ່ຕາມ, ອາດຈະເຫັນວ່າ ວົງເງິນການຄ້າສອງປະເທດຫວຽດນາມ - ລາວ ບັນລຸພຽງ 1,65 ຕື້ USD, ພຽງແຕ່ເທົ່າກັບ 10% ຍອດວົງເງິນການຄ້າຕ່າງປະເທດຂອງລາວ ແລະ ເທົ່າກັບ 0,2% ວົງເງິນການຄ້າຕ່າງປະເທດຂອງຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າບໍ່ເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ສາຍພົວພັນແບບພິເສດລະຫວ່າງຫວຽດນາມ ແລະ ລາວ.

leftcenterrightdel
ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາ ແຂວງຫຼວງພະບາງ. ພາບ: congthuong.vn

ນັກຂ່າວ: ໃນໄລຍະຜ່ານມາ, ສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ລາວ ໄດ້ຜັນຂະຫຍາຍການເຄື່ອນໄຫວໃດແດ່ ເພື່ອຊຸກຍູ້ການຮ່ວມມືດ້ານການຄ້າ ແລະການລົງທຶນລະຫວ່າງສອງປະເທດ?

ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາແຂວງຫຼວງພະບາງ: ສະຖານກົງສູນໃຫຍ່ຫວຽດນາມ ປະຈຳ ແຂວງຫຼວງພະບາງ ຮັບຜິດຊອບ 8 ແຂວງພາກເໜືອລາວ ໃນຈໍານວນ17 ແຂວງ, ນະຄອນຂອງລາວ. ດ້ວຍບົດບາດປະຕິບັດວຽກງານການທູດດ້ານເສດຖະກິດ, ແຕ່ລະປີ, ສະຖານກົງສູນໃຫຍ່ ໄດ້ຈັດຕັ້ງກອງປະຊຸມສົ່ງເສີມການຄ້າ ແລະການລົງທຶນລະຫວ່າງບັນດາແຂວງຂອງຫວຽດນາມ ກັບບັນດາແຂວງພາກເໜືອຂອງລາວ ເພື່ອແນໃສ່ໂຄສະນາ ແລະແນະນຳຮູບພາບຂອງປະເທດຊາດ ແລະຊາວຫວຽດນາມ.

ຄຽງຂ້າງນັ້ນ, ສະຖານກົງສູນໃຫຍ່ ຍັງເປັນ “ຂົວເຊື່ອມຕໍ່” ເພື່ອໂຄສະນາກ່ຽວກັບແຜນນະໂຍບາຍໃຫ້ວິສາຫະກິດຂອງຫວຽດນາມ ແລະ ລາວ. ຈາກນັ້ນ, ເພີ່ມທະວີການແລກປ່ຽນ, ເຊື່ອມຕໍ່ ແລະຊຸກຍູ້ການພົວພັນຮ່ວມມື ແລະການແລກປ່ຽນການຄ້າລະຫວ່າງສອງຝ່າຍ.

leftcenterrightdel
ຄະນະຜູ້ແທນພະແນກອຸດສາຫະກໍາ ແລະການຄ້າ 6 ແຂວງພາກເໜືອຂອງລາວ ແລະພະແນກອຸດສາຫະກໍາ ແລະການຄ້າແຂວງດ້ຽນບຽນ ດໍາເນີນການພົບປະເຈລະຈາຮ່ວມມືຊຸກຍູ້ການຄ້າຊາຍແດນ. ພາບ: congthuong.vn

ຜ່ານກອງປະຊຸມຕ່າງໆ, ເພື່ອແນໃສ່ສ້າງກາລະໂອກາດໃຫ້ບັນດາທ້ອງຖິ່ນຂອງຫວຽດນາມ ແລະ ລາວ ແບ່ງປັນຂໍ້ມູນຂ່າວສານ, ຊຸກຍູ້ການເຊື່ອມຕໍ່, ການຮ່ວມມືດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ ກໍຄືເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືລະຫວ່າງບັນດາແຂວງກັບທ້ອງຖິ່ນຕ່າງໆຂອງລາວ; ຮຽກຮ້ອງໃຫ້ການຮ່ວມມືລົງທຶນໃສ່ຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ແລະມີທ່າໄດ້ປຽບຄື: ຂົງເຂດອຸດສາຫະກຳ, ກະສິກຳ, ປ່າໄມ້... ປະກອບສ່ວນພັດທະນາເສດຖະກິດຂອງທ້ອງຖິ່ນ, ຊຸກຍູ້ການລົງທຶນ ແລະ ການຜະລິດ, ດຳເນີນທຸລະກິດຢູ່ສອງປະເທດ.

ນັກຂ່າວ: ທ່ານນາງຕີລາຄາຄືແນວໃດກ່ຽວກັບຄວາມສາມາດ ແລະໂອກາດຊຸກຍູ້ການສົ່ງເສີມການຄ້າ ແລະການລົງທຶນຢູ່ເຂດພາກເໜືອຂອງລາວ?

ທ່ານນາງ ກ່ຽວທິຮັ່ງຟຸກ, ຫົວໜ້າກົງສູນໃຫຍ່ຫວຽດນາມ ປະຈໍາແຂວງຫຼວງພະບາງ: ພາກເໜືອຂອງລາວແມ່ນເຂດທີ່ມີທ່າແຮງໃນການພັດທະນາກະສິກຳ, ການຂຸດຄົ້ນແຮ່ທາດ, ປ່າໄມ້ ແລະໄຟຟ້ານ້ຳຕົກ. ເຖິງຢ່າງໃດກໍຕາມ, ປະຈຸບັນວິສາຫະກິດຫວຽດນາມ ມາລົງທຶນຢູ່ລາວ ຍັງໜ້ອຍຢູ່. ສະນັ້ນ, ທາງສະຖານກົງສູນໃຫຍ່ ຫວັງວ່າໃນແຕ່ລະປີ, ກະຊວງອຸດສາຫະກຳ ແລະການຄ້າຂອງສອງປະເທດ ແລະບັນດາແຂວງທີ່ມີການພົວພັນຮ່ວມມືແຮກສ່ຽວຈະມີການພົບປະແລກປ່ຽນ, ຈັດຕັ້ງກອງປະຊຸມ, ງານຕະຫຼາດນັດເພື່ອວາງສະແດງສິນຄ້າຫວຽດນາມ ຢູ່ເຂດພາກເໜືອລາວໃຫ້ຫຼາຍກ່ວາອີກ.

ກ່ຽວກັບມາດຕະການແກ້ໄຂ, ໃນຄວາມຄິດເຫັນຂອງຂ້າພະເຈົ້າ, ທີໜຶ່ງແມ່ນຄວນສ້າງ “ຮົ້ວ” ດ້ານນິຕິກໍາ ແລະນະໂຍບາຍບຸລິມະສິດເພື່ອດຶງດູດວິສາຫະກິດທັງສອງຝ່າຍມາລົງທຶນ.

ທີສອງ, ບັນດາກະຊວງ, ຂະແໜງການພິເສດແມ່ນກະຊວງອຸດສາຫະກຳ ແລະການຄ້າ ຄວນເອົາໃຈໃສ່ການຈັດກອງປະຊຸມ ແລະງານຕະຫຼາດນັດທີ່ມີຂະໜາດໃຫຍ່ໃຫ້ຫຼາຍກວ່າເກົ່າ ເພື່ອໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານ, ຜະລິດຕະພັນ, ສ້າງຄວາມລື້ງເຄີຍໃນການນໍາໃຊ້ຜະລິດຕະພັນຂອງບັນດາຝ່າຍ.

ທີສາມ, ເພີ່ມທະວີການພົວພັນຮ່ວມມືແຮກສ່ຽວໃນແຕ່ລະຂົງເຂດລະອຽດ, ພິເສດແມ່ນໃນຂົງເຂດກະສິກຳ ແລະ ອຸດສາຫະກຳ.

ນັກຂ່າວ: ຂໍຂອບໃນທ່ານນາງ!

ໂດຍ: ທູຈາງ