ຂົວຕໍ່ວັດທະນະທໍາຈາກວິຈິດສິນ

ໃນຂອບເຂດການເຄື່ອນໄຫວສັບປະດາທ່ອງທ່ຽວສະຫວັນນະເຂດ, ລາວ ປີ 2024 ທີ່ດຳເນີນໃນເດືອນມີນາ ຜ່ານມາ, ງານວາງສະແດງວິຈິດສິນສາກົນ ລາວ-ຫວຽດນາມ-ໄທ ໄດ້ຮັບການຈັດຕັ້ງ. ງານວາງສະແດງປະກອບມີ 60 ກວ່າຜະລິດຕະພັນຂອງນັກສິລະປິນທີ່ມາຈາກ 3 ປະເທດ, ດ້ວຍຫຼາຍແບບວິທີ ແລະວັດຖຸພັນທີ່ແຕກຕ່າງກັນ, ເຊັ່ນ: ຈິດຕະກຳ, ແກະສະຫຼັກ, ...

ພິເສດ, ທີ່ງານວາງສະແດງຄັ້ງນີ້, ມະຫາວິທະຍາໄລສິລະປະ, ມະຫາວິທະຍາໄລເຫວ້ ຕາງໜ້າໃຫ້ຫວຽດນາມ ເຂົ້າຮ່ວມ. ດ້ວຍ 17 ຜະລິດຕະພັນຂອງບັນດານັກສິລະປິນຫວຽດນາມ, ໃນຫຼາຍວັດຖຸພັນ: Acrylic, ສີນ້ຳມັນ, ສີນ້ຳ, ແກະສະຫຼັກ... ບັນດາຜະລິດຕະພັນພົ້ນເດັ່ນ ຄື: ຄວາຍແດງ, ໂຄມໄຟ, ດອກບົວ, ຮ່ອງຮອຍບູຮານ...

leftcenterrightdel
ທ່ານ ປອ ຟານເລຈຸງ ປະທານສະພາມະຫາວິທະຍາໄລສິລະປະ, ມະຫາວິທະຍາໄລເຫວ້ ມອບຂອງຂວັນໃຫ້ຜູ້ຕາງໜ້າໂຮງຮຽນວິຈິດສິນສະຫວັນນະເຂດ ລາວ ທີ່ງານວາງສະແດງຢູ່ເຫວ້. ພາບ: baothuathienhue.vn

ທ່ານ ປອ ຟານເລຈຸງ ປະທານສະພາມະຫາວິທະຍາໄລສິລະປະ, ມະຫາວິທະຍາໄລເຫວ້ ແບ່ງປັນວ່າ ບັນດາຜະລິດຕະພັນທີ່ໄດ້ເລືອກເຟັ້ນເຂົ້າຮ່ວມງານວາງສະແດງແມ່ນບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ ແລະໂດດເດັ່ນ ທັງສະແດງໃຫ້ເຫັນຈຸດພິເສດຂອງຄວາມງາມ ທັງຢືນຢັນກ່ຽວກັບສິລະປະ. ຜ່ານນັ້ນ, ປະກອບສ່ວນແນະນຳວັດທະນະທຳເຫວ້ ເວົ້າສະເພາະ ແລະຫວຽດນາມ ເວົ້າລວມ ຜ່ານບັນດາຜະລິດຕະພັນ, ສ້າງຈຸດພົ້ນເດັ່ນທີ່ສຳຄັນ ແລະເປັນເອກະລັກສະເພາະຂອງເຂດວາງສະແດງ.

ການເຂົ້າຮ່ວມງານວາງສະແດງຢູ່ ລາວ ຍັງແມ່ນຜົນແຫ່ງການຮ່ວມມືລະຫວ່າງມະຫາວິທະຍາໄລສິລະປະ, ມະຫາວິທະຍາໄລເຫວ້ ແລະໂຮງຮຽນວິຈິດສິນແຂວງສະຫວັນນະເຂດ  ລາວ ເຊິ່ງທັງສອງຝ່າຍໄດ້ລົງນາມໃນເດືອນພະຈິກ 2023. ໃນການເຄື່ອນໄຫວລົງນາມທີ່ດຳເນີນເມື່ອໃນທ້າຍປີກາຍນີ້, ຢູ່ມະຫາວິທະຍາໄລສິລະປະ, 2 ຝ່າຍໄດ້ສົມທົບກັນຈັດຕັ້ງງານວາງສະແດງວິຈິດສິນງານພົບປະແລກປ່ຽນວັດທະນະທຳ ຫວຽດນາມ-ລາວ ດ້ວຍຫົວຂໍ້ “Connecting”  (ເຊື່ອມຕໍ່). ງານວາງສະແດງໄດ້ແນະນຳ 57 ຜະລິດຕະພັນຂອງນັກປະພັນ 45 ຄົນທີ່ມາຈາກໂຮງຮຽນວິຈິດສິນສະຫວັນນະເຂດ ລາວ ແລະວິທະຍາໄລສິລະປະ, ມະຫາວິທະຍາໄລເຫວ້.

ນັກຈິດຕະກອນ ຫງວຽນແອງເຢືອງ, ອາຈານສອນຢູ່ມະຫາວິທະຍາໄລສິລະປະ ແບ່ງປັນວ່າ, ບັນດາຜະລິດຕະພັນເຂົ້າຮ່ວມງານວາງສະແດງລະຫວ່າງສອງປະເທດແມ່ນຄວາມເປັນກຽດຂອງຈິດຕະກອນແຕ່ລະຄົນ. ງານວາງສະແດງໄດ້ຊ່ວຍໃຫ້ບັນດາພະນັກງານ, ຄູອາຈານ, ນັກສຶກສາລະຫວ່າງສອງໂຮງຮຽນມີໂອກາດແລກປ່ຽນ ແລະຮຽນຮູ້ກ່ຽວກັບການປະດິດສ້າງວິຈິດສິນ. ຜ່ານງານວາງສະແດງດັ່ງກ່າວ, ຈິດຕະກອນຂອງໂຮງຮຽນໄດ້ເຂົ້າເຖິງບັນດາຮູບແບບສິລະປະໃໝ່ຈາກລາວ ແລະກໍ່ແມ່ນໂອກາດ ເພື່ອແນະນຳລັກສະນະສິລະປະ ແລະທ່າແຮງຂອງຈິດຕະກອນໃນໂຮງຮຽນເຖິງນັກຈິດຕະກອນຂອງປະເທດເພື່ອນມິດ. ກິດຈະກໍາເປັນຂົວຕໍ່ເພື່ອແນະນຳສິລະປະ, ຖອດຖອນບົດຮຽນເພື່ອພ້ອມກັນພັດທະນາ.

ເພີ່ມທະວີນໍ້າໃຈມິດຕະພາບ

ຜູ້ຕາງໜ້າໂຮງຮຽນວິຈິດສິນສະຫວັນນະເຂດ ລາວ ຕີລາຄາວ່າ ເຫວ້ ແມ່ນນະຄອນທີ່ມີປະຫວັດຄວາມເປັນມາແຕ່ບູຮານ, ມີຫຼາຍຮ່ອງຮອຍໄດ້ຮັບການຮັບຮອງເປັນມໍລະດົກວັດທະນະທໍາໂລກ. ຮູບພາບກ່ຽວກັບດິນແດນ ແລະວັດທະນະທຳອັນເປັນເອກະລັກສະເພາະ ນີ້ແມ່ນມີຊື່ສຽງຢູ່ປະເທດລາວ. ແຂວງສະຫວັນນະເຂດ ແລະເທື່ອທຽນເຫວ້ ກໍ່ມີສາຍພົວພັນ ມິດຕະພາບອັນດີງາມນຳກັນໃນຕະຫຼອດໄລຍະຜ່ານມາ. ສະນັ້ນ, ງານວາງສະແດງຈັດຂຶ້ນຢູ່ບັນດາທ້ອງຖິ່ນຂອງ 2 ປະເທດແມ່ນກາລະໂອກາດທີ່ດີ ເພື່ອປຽບທຽບສິ່ງທີ່ແຕກຕ່າງກັນໃນການສະແດງຄວາມງາມຂອງຈິດຕະກອນຫວຽດນາມ ແລະລາວ, ກໍ່ຄືຄວາມແຕກຕ່າງຂອງແຕ່ລະຄົນກ່ຽວກັບຄວາມເຂົ້າໃຈ ແລະຮູ້ສຶກຕໍ່ສັດສາວາສິ່ງ. ບໍ່ພຽງແຕ່ແມ່ນຄວາມເຫັນໃຈດ້ານສິລະປະເທົ່ານັ້ນ, ງານວາງສະແດງຍັງແມ່ນກິດຈະກຳພົບປະແລກປ່ຽນວັດທະນະທຳ, ຄວາມເຂົ້າໃຈລະຫວ່າງສອງປະເທດຈະນັບມື້ນັບເລິກເຊິ່ງກວ່າອີກ ອີກດ້ວຍ.

ຕາມທ່ານ ປອ ຟານເລຈຸງ ແລ້ວ, ເທື່ອທຽນເຫວ້ ແລະສະຫວັນນະເຂດ ລ້ວນແຕ່ແມ່ນສະຖານທີ່ວັດທະນະທຳທີ່ພົ້ນເດັ່ນ, ຂອງສອງປະເທດ ຫວຽດນາມ-ລາວ. ສອງທ້ອງຖິ່ນ ກໍ່ຕັ້ງຢູ່ແລວເສດຖະກິດຕາເວັນອອກ-ຕາເວັນຕົກທີ່ມີຊື່ສຽງຜ່ານ 4 ປະເທດຄື: ມຽນມາ, ໄທ, ລາວ ແລະຫວຽດນາມ. ການພົບປະແລກປ່ຽນວັດທະນະທຳຜ່ານງານວາງສະແດງ ແລະແນະນຳສິລະປະ, ທັງໂຄສະນາພາບພົດປະເທດຊາດຂອງສອງປະເທດ, ແນະນຳຮູບພາບ ແລະ ປະຊາຊົນຫວຽດນາມ ເຖິງເພື່ອນມິດລາວ  ແລະກົງກັນຂ້າມ; ທັງປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພັດທະນາເສດຖະກິດ, ພິເສດແມ່ນຂະແໜງ "ອຸດສາຫະກຳວັດທະນະທຳ" ແລະການທ່ອງທ່ຽວ.

ງານວາງສະແດງຄັ້ງນີ້ສ້າງຂີດໝາຍບາດກ້າວສຳຄັນໃນການຮ່ວມມືລະຫວ່າງສອງໂຮງຮຽນຂຶ້ນກັບກຸ່ມຂະແໜງວັດທະນະທຳສິລະປະ. ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ໂຮງຮຽນແບ່ງປັນບັນດາຜົນງານທີ່ບັນລຸໄດ້ໃນການບຳລຸງສ້າງ ແລະປະດິດສິລະປະ. ຈາກນັ້ນ, ມີຂໍ້ສະເໜີເພື່ອຍົກສູງຄຸນນະພາບການສຶກສາມະຫາວິທະຍາໄລກ່ຽວກັບຂົງເຂດສິລະປະ. ນີ້ກໍ່ແມ່ນໂອກາດເພື່ອເປີດແງ່ຫວັງໃນວຽກງານແລກປ່ຽນວິຊາການ ແລະກິດຈະກໍາຮ່ວມມື, ບໍາລຸງສ້າງຕ່າງໆໃນອະນາຄົດ. ພິເສດ, ຜ່ານນັ້ນ, ຊ່ວຍໃຫ້ບັນດາຮາກຖານສຶກສາຂັ້ນມະຫາວິທະຍາໄລຂອງຫວຽດນາມ ແລະລາວ ເປັນເຈົ້າການໃນການດຶງດູດນັກສຶກສາຂອງ 2 ປະເທດເຂົ້າຮ່ວມກັນໃນໄລຍະຈະມາເຖິງ. ສະນັ້ນ, 2 ຝ່າຍ ພ້ອມກັນວາງເປົ້າໝາຍຈະເຊື່ອມຕໍ່ກັນກວ່າອີກຜ່ານບັນດາກິດຈະກຳເຄື່ອນໄຫວພົບປະແລກປ່ຽນວັດທະນະທຳສິລະປະ, ບຳລຸງສ້າງ ແລະ ວຽກງານວິຊາການ.

ໂດຍ: ທະນາພອນ