ປະຊາຊົນຢູ່ບ້ານ ນາແປ, ເມືອງຄຳເກີດ, ແຂວງບໍລິຄຳໄຊ (ລາວ) ພວມຮີບເຮັ່ງສ້າງເສັ້ນທາງໄປຍັງໂຮງຮຽນປະຖົມ ແລະໂຮງຮຽນອະນຸບານ ຂອງບ້ານ. ເສັ້ນທາງນີ້ ຍາວ 250 ແມັດ, ກ່ອນໜ້ານີ້ແມ່ນດິນແດງ, ມີຂີ້ຝຸ່ນໃນຍາມແລ້ງ, ຂີ້ຕົມຍາມຝົນຕົກອັນໄດ້ສົ່ງຜົນກະທົບເຖິງການໄປມາຂອງເດັກນ້ອຍ ແລະຄູອາຈານ. ຕໍ່ໜ້າສະພາບດັ່ງກ່າວ, ຮອດທ້າຍປີ 2023, ທະຫານຊາຍແດນຮ່າຕິ້ງ ແລະຄະນະກຳມະການປະຊາຊົນຕາແສງ ເຊີນກິມ 2 (ເມືອງ ເຮືອງເຊີນ) ໄດ້ໜູນຊ່ວຍ 100 ລ້ານດົ່ງ ເພື່ອກໍ່ສ້າງທາງເບຕົງ.

leftcenterrightdel
ຊາວບ້ານນາແປ ສ້າງທາງເບຕົງໄປສູ່ໂຮງຮຽນປະຖົມ ແລະໂຮງຮຽນອະນຸບານຂອງບ້ານ (ທະຫານ ຊາຍແດນຮ່າຕິ້ງ ແລະຕາແສງເຊີນກິມ 2 ຊ່ວຍເຫຼືອ 100 ລ້ານດົ່ງ). ພາບ: baohatinh.vn

ທ່ານ ຕິດວຽງ ກຽງທະວີ, ນາຍບ້ານນາແປ ໃຫ້ຮູ້ວ່າ: “ບ້ານພວກຂ້າພະເຈົ້າ ມີ 270 ຄອບຄົວ, ມີພົນລະເມືອງປະມານ 1.400 ຄົນ, ໃນນັ້ນ 90% ມີເຊື້ອຊາດຫວຽດນາມ, ມີຕົ້ນກຳເນີດຈາກບ້ານລ່າງແຈ່ (ຕາແສງ ເຊີນກິມ 2). ໄດ້ຮັບຄວາມເອົາໃຈໃສ່ ແລະໜູນຊ່ວຍຫຼາຍດ້ານຈາກບ້ານເກີດເມືອງນອນເກົ່າ, ພິເສດແມ່ນສ້າງເງື່ອນໄຂສະດວກ ເພື່ອກັບເມືອຢ້ຽມຢາມຍາດຕິພີ່ນ້ອງ ແລະຖອດຖອນບົດຮຽນໃນການທໍາມາຫາກິນ, ແນະນຳການຜະລິດທີ່ມີປະສິດທິຜົນ, ສະໜອງທຶນກໍ່ສ້າງເສັ້ນທາງ, ຊ່ວຍເຫຼືອສົ່ງເສີມສຸຂະພາບ...., ພໍ່ແມ່ປະຊາຊົນພວກຂ້າພະເຈົ້າຮູ້ບຸນຄຸນ ມີຄວາມຂອບອົກຂອບໃຈ ແລະຈະຈື່ຈໍາກົກເຄົ້າເຫງົ້າກໍຂອງຕົນຕະຫຼອດໄປ".

leftcenterrightdel
ມາຫວຽດນາມ ເພື່ອຮ່ຳຮຽນ, ຖອດຖອນບົດຮຽນປະສົບການ ແລະໄດ້ຮັບການຊ່ວຍເຫຼືອຈາກແພດທະຫານຊາຍແດນຫວຽດນາມ, ອ້າຍ ຫວື່ວາຊົ່ງ ສາມາດລ້ຽງງົວໃຫ້ທີ່ມູນຄ່າເສດຖະກິດສູງ. ພາບ: baohatinh.vn

ກ່ອນໜ້ານີ້, ອ້າຍ ຫວື່ວາຊົ່ງ ຢູ່ບ້ານທົ່ງເປ (ເມືອງຄຳເກີດ) ແມ່ນຄອບຄົວທຸກຍາກທີ່ສຸດຢູ່ບ້ານ, ອຶດຫິວຕະຫຼອດປີ ເພາະຄອບຄົວມີລູກຫຼາຍຄົນ ແລະບໍ່ຮູ້ວິທີລ້ຽງສັດ, ບໍ່ມີວຽກເຮັດງານທຳ, ທຸກສິ່ງທຸກຢ່າງອາໄສການເຮັດນາ 1 ລະດູການ/ປີ. ພາຍຫຼັງທີ່ແພດທະຫານຊາຍແດນ ລະດົມກໍາລັງໃຈທໍາມາຫາກິນ ແລະໄດ້ມາຫວຽດນາມ ຮ່ຳຮຽນ, ຖອດໂອນບົດຮຽນ ປະສົບການຫຼາຍເທື່ອ, ອ້າຍໄດ້ຮູ້ຈັກວິທີຜະລິດ, ລ້ຽງສັດ. ປະຈຸບັນ, ຄອບຄົວຂອງລາວມີເຂົ້າສານ, ສາລີ ແລະຝູງງົວ 12 ໂຕ, ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ.

leftcenterrightdel
ຊາວບ້ານຕິດກັບຊາຍແດນປະເທດເພື່ອນລາວ ມາຮ່ຳຮຽນຖອດຖອນບົດຮຽນປະສົບການໃນການຜະລິດຢູ່ຕາແສງ ເຊີນກິມ 1. ພາບ: baohatinh.vn

ອ້າຍ ຫວື່ວາຊົ່ງ ຮູ້ສຶກດີໃຈ ແລະແບ່ງປັນວ່າ: “ທະຫານຊາຍແດນ ແລະເພື່ອນມິດຫວຽດນາມ ໄດ້ແນະນຳໃຫ້ພວກຂ້າພະເຈົ້າ ປູກເຂົ້າ, ປູກສາລີ, ມັນຕົ້ນທີ່ໃຫ້ສະມັດຕະພາບສູງ 2 ລະດູການ/ປີ.  ນອກລະດູການຕົ້ນຕໍແລ້ວ, ພວກຂ້າພະເຈົ້າຍັງປູກພືດຜັກ ແລະພືດສຳຮອງ ແລະ ນຳໃຊ້ຜະລິດຕະພັນກະເສດສໍາຮອງ ແລະປູກຫຍ້າລ້ຽງສັດ. ຊີວິດການເປັນຢູ່ນັບມື້ນັບດີຂຶ້ນ, ສະນັ້ນ ພວກຂ້າພະເຈົ້າຮູ້ບຸນຄຸນບັນດາເພື່ອນມິດຫວຽດນາມ ຫຼາຍ. ພວກຂ້າພະເຈົ້າຍາມໃດກໍ່ມີສະຕິຄວາມຮັບຜິດຊອບ ເພື່ອພ້ອມກັນເພີ່ມພູນຄູນສ້າງຄວາມສາມັກຄີພິເສດ, ປົກປັກຮັກສາເສັ້ນຊາຍແດນຮ່ວມ.”

leftcenterrightdel
ແພດທະຫານຊາຍແດນ ແນະນຳໃຫ້ປະຊາຊົນວິທີປູກຜັກໃນສວນມີຄາປົກຄຸມ. ພາບ: baohatinh.vn

ໃນຊຸມປີຜ່ານມາ, ຄຽງຄູ່ກັບບັນດາເມືອງຕິດກັບຊາຍແດນຄື ເຮືອງເຊີນ ແລະຫວູກວາງ, ເມືອງເຮືອງເຄ ໄດ້ມີຫຼາຍວຽກງານທີ່ມີຄວາມໝາຍເພື່ອຊ່ວຍເຫຼືອປະຊາຊົນລາວ ທີ່ດຳລົງຊີວິດລຽບຕາມຊາຍແດນຮ່ວມ, ຍາວ 51 ກິໂລແມັດຂອງເມືອງນາກາຍ, ແຂວງຄຳມ່ວນ (ລາວ). ປະຕິບັດແຜນນະໂຍບາຍຂອງແຂວງ, ນັບແຕ່ປີ 2013 ມາຮອດປະຈຸບັນ, ເມືອງພູດອຍແຫ່ງນີ້ໄດ້ແຮກສ່ຽວກັບເມືອງນາກາຍ ແລະຮັກສາການພົວພັນຮ່ວມມື, ການໄປມາ, ຮ່ຳຮຽນ, ແລກປ່ຽນບົດຮຽນປະສົບການ, ຊ່ວຍເຫຼືອເພື່ອນລາວໃນຫຼາຍຂົງເຂດເປັນປະຈໍາ.

ເຖິງວ່າຍັງປະສົບກັບຄວາມຫຍຸ້ງຍາກກໍ່ຕາມ, ແຕ່ນອກຈາກການຊ່ວຍເຫຼືອ ແລະໜູນຊ່ວຍ ເພື່ອນລາວ ປົກປັກຮັກສາເຂດຊາຍແດນຮ່ວມແລ້ວ, ເມືອງເຮືອງເຄ ຍັງເປັນເຈົ້າການຊ່ວຍເຫຼືອປະຊາຊົນພັດທະນາເສດຖະກິດ ຄື: ສ້າງເງື່ອນໄຂໃຫ້ບັນດາຄະນະຜູ້ແທນລາວ ມາຮໍ່າຮຽນຖອດຖອນບົດຮຽນປະສົບການໃນການປູກພືດ ແລະລ້ຽງສັດ, ສຳຫຼວດທີ່ຕັ້ງ ແລະປູກຕົ້ນໝາກກ້ຽງເຄໄມ 2 ເຮັກຕາ ຢູ່ລາວ, ວິທີການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ... ອີກດ້ວຍ ພ້ອມກັນນັ້ນ, ໄດ້ໜູນຊ່ວຍເມືອງແຮກສ່ຽວນາກາຍ ພັດທະນາວັດທະນະທຳ - ສັງຄົມ, ພິເສດແມ່ນການຈັດຕັ້ງເຫດການໃຫຍ່, ວຽກງານການສຶກສາມູນເຊື້ອ, ຍົກສູງຄຸນນະພາບການສຶກສາ, ໜູນຊ່ວຍອຸປະກອນການແພດ ແລະ ປ້ອງກັນພະຍາດ...

ດ້ວຍຈິດໃຈ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ”, ທະຫານຊາຍແດນຮ່າຕິ້ງ ໄດ້ເສີມຂະຫຍາຍບົດບາດ, ຄວາມຮັບຜິດຊອບ, ອາລົມຈິດຂອງຕົນ ເພື່ອຊ່ວຍບັນດາກຳລັງເຈົ້າໜ້າທີ່ ແລະປະຊາຊົນປະເທດເພື່ອນປະຕິບັດໜ້າທີ່ປົກປັກຮັກສາຊາຍແດນ, ດ່ານຊາຍແດນຮ່ວມ. ຜ່ານນັ້ນ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີແບບພິເສດລະຫວ່າງຫວຽດນາມ - ລາວ, ສ້າງເສັ້ນຊາຍແດນຮ່ວມສັນຕິພາບ, ມິດຕະພາບ ແລະພັດທະນາ.

ທ່ານພັນໂທ ຟານແທງຮ່ຽວ, ຮອງຫົວໜ້າການເມືອງທະຫານຊາຍແດນ ຮ່າຕິ້ງ ໃຫ້ຮູ້ວ່າ: ແຕ່ປີ 2016 ມາຮອດປະຈຸບັນ, ບັນດາຄ້າຍຊາຍແດນເຂດປ່າໄມ້ໄດ້ສົມທົບກັນເປັນປະຈໍາ, ສ້າງເງື່ອນໄຂ, ໜູນຊ່ວຍເພື່ອນປະຕິບັດການລາດຕະເວນສອງຝ່າຍ 20 ຄັ້ງ; ມ້າງຄະດີຢາເສບຕິດ 20 ຄະດີ, ... ນອກຈາກນັ້ນ, ກອງບັນຊາການທະຫານຊາຍແດນແຂວງ ຮ່າຕິ້ງ ຍັງເປີດຊຸດຝຶກອົບຮົມ, ກໍ່ສ້າງວິຊາຊີບການປ້ອງກັນຊາຍແດນ, ປ້ອງກັນດ່ານຊາຍແດນໃຫ້ເພື່ອນລາວ; ແຕ່ລະປີໄດ້ກວດ, ປິ່ນປົວ, ສົ່ງເສີມສຸຂະພາບໃຫ້ປະຊາຊົນ 1.260 ກວ່າເທື່ອຄົນ ແລະໄດ້ແຈກຢາຍຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນປະມານ 650 ເທື່ອຄົນ ດ້ວຍມູນຄ່າ 33 ລ້ານດົ່ງ...

ໂດຍ: ທະນາພອນ