ນັກຂ່າວສຳນັກຂ່າວຫວຽດນາມ ໄດ້ສຳພາດທ່ານ ຮ່າສີ໋ດົ່ງ ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງກວາງຈິ້ ກ່ຽວກັບພື້ນຖານ, ນະໂຍບາຍ ແລະຄວາມຫວັງຈາກເຂດເສດຖະກິດ-ການຄ້າຂ້າມຊາຍແດນ ລາວບ໊າວ-ແດນສະຫວັນ.

ນັກຂ່າວ: ຂໍຮຽນທ່ານ, ເລື່ອງສ້າງແຜນຮ່າງເຂດເສດຖະກິດ-ການຄ້າຂ້າມຊາຍແດນ ລາວບ໊າວ-ແດນສະຫວັນ (ແຜນຮ່າງ) ມີຄວາມສຳຄັນເປັນພິເສດຕໍ່ການພັດທະນາຂອງແຂວງກວາງຈິ້ ໃນໄລຍະຈະມາເຖິງ. ແຜນຮ່າງນີ້ໄດ້ຮັບກໍ່ສ້າງບົນພື້ນຖານທາງດ້ານກົດໝາຍ ແລະພຶດຕິກຳຕົວຈິງໃດແດ່?

ທ່ານ ຮ່າສີ໋ດົ່ງ ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງກວາງຈິ້: ແຂວງກວາງຈິ້ ມີທ່າໄດ້ປຽບແມ່ນນອນໃນແລວເສດຖະກິດຕາເວັນອອກ-ຕາເວັນຕົກ ຕິດພັນກັບລາວ ແລະບັນດາປະເທດອື່ນໃນພາກພື້ນ. ວັນທີ 3 ພະຈິກ 2022, ກົມການເມືອງ ປະກາດໃຊ້ມະຕິສະບັບເລກທີ 26-NQ/TW ວ່າດ້ວຍການພັດທະນາເສດຖະກິດ, ສັງຄົມ ແລະຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ທິດເໜືອພາກກາງ ແລະເຂດແຄມ ທະເລພາກກາງ ຮອດປີ 2030, ວິໄສທັດຮອດປີ 2045, ໃນນັ້ນກໍານົດ: “ຍູ້ແຮງການຮ່ວມມືເສດຖະກິດຜ່ານບັນດາດ່ານຊາຍແດນໃນເຂດຕິດກັບແລວເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC). ຄົ້ນຄວ້າທົດລອງຮູບແບບເຂດເສດຖະກິດດ່ານຊາຍແດນຜ່ານຊາຍແດນໃນ EWEC”.

leftcenterrightdel
ທ່ານ ຮ່າສີ໋ດົ່ງ ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງກວາງຈິ້. ພາບ: ສໍານັກຂ່າວສານຫວຽດນາມ

ໃນແຜນຜັງສັງລວມແຫ່ງຊາດເຊິ່ງສະພາແຫ່ງຊາດຮັບຮອງເອົາໃນປີ 2023 ໄດ້ອັບເດັດບັນດາເຂດການຄ້າຂ້າມຊາຍແດນໃນ EWEC. ບັນດາມະຕິຂອງຄະນະພັກແຂວງກວາງຈິ້, ໂຄງການດໍາເນີນງານ ແລະຄໍາເຫັນສະຫຼຸບຂອງນາຍົກລັດຖະມົນຕີ, ບັນດາສະຫາຍການນຳພັກ, ລັດ ທີ່ມາເຮັດວຽກຢູ່ກວາງຈິ້; ແຜ່ນແຕ້ມແຜນຜັງຂອງແຂວງກວາງຈິ້ ຮອດປີ 2030 ແລະວິໄສທັດຮອດປີ 2050 ລ້ວນແຕ່ກຳນົດຍຸດທະສາດ, ບົດບາດ, ທີ່ຕັ້ງ ແລະຍັງມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຂອງ EWEC, ເປັນຕົ້ນແມ່ນສືບທອດເຂດເສດຖະກິດ-ການຄ້າພິເສດລາວບ໊າວ ແລະເຂດການຄ້າແດນສະຫວັນ. ໂດຍເຫັນໄດ້ຄວາມສໍາຄັນຂອງແຜນຮ່າງ, ຄະນະປະຈຳຄະນະພັກແຂວງກວາງຈິ້ ໄດ້ສ້າງຕັ້ງໜ່ວຍປະຕິບັດງານ 626 (ໜ່ວຍປະຕິບັດງານ 626) ເພື່ອສ້າງແຜນຮ່າງເຂດເສດຖະກິດ-ການຄ້າຂ້າມຊາຍແດນ ລາວບ໊າວ-ແດນສະຫວັນ. ຝ່າຍແຂວງສະຫວັນນະເຂດ ກໍ່ສ້າງຕັ້ງໜ່ວຍປະຕິບັດງານເພື່ອສົມທົບກັນສ້າງແຜນຮ່າງ.

ນັກຂ່າວ: ດັ່ງທີ່ທ່ານໄດ້ກ່າວມານັ້ນແມ່ນຄວນມີກົນໄກ, ນະໂຍບາຍທີ່ພົ້ນເດັ່ນຢູ່ເຂດດ່ານຊາຍແດນ ລາວບ໊າວ-ແດນສະຫວັນ ເພື່ອພັດທະນາໃຫ້ສົມກັບຄວາມສາມາດບົ່ມຊ້ອນ. ສະນັ້ນນະໂຍບາຍທີ່ພົ້ນເດັ່ນທີ່ຄາດວ່າຈະປະຕິບັດຢູ່ເຂດເສດຖະກິດ-ການຄ້າຂ້າມຊາຍແດນ ລາວບ໊າວ-ແດນສະຫວັນ ມີຫຍັງແດ່?

ທ່ານ ຮ່າສີ໋ດົ່ງ ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງກວາງຈິ້: ແຜນຮ່າງທີ່ພວກຂ້າພະເຈົ້າ ອອກແບບມີ 3 ພາກສ່ວນຕົ້ນຕໍລວມມີ: ທີໜຶ່ງ, ແນະນຳຄວາມສາມາດບົ່ມຊ້ອນ ແລະພື້ນຖານກົດໝາຍເພື່ອສ້າງເຂດເສດຖະກິດ-ການຄ້າຂ້າມຊາຍແດນ ລາວບ໊າວ-ແດນສະຫວັນ. ທີສອງແມ່ນປຽບທຽບນະໂຍບາຍລະຫວ່າງຫວຽດນາມ-ລາວ ໃນປະຈຸບັນ, ເພື່ອຍົກອອກແຜນນະໂຍບາຍ, ນະໂຍບາຍ, ຄື: ຂັ້ນຕອນລະບຽບການດຶງດູດການລົງທຶນ, ນະໂຍບາຍສິນເຊື່ອ, ນະໂຍບາຍໃຫ້ຜູ້ອອກແຮງງານ ແລະນະໂຍບາຍເຂດປອດພາສີ. ທີສາມແມ່ນສົມທົບກັນເພື່ອປະກາດໃຊ້ສັນຍາສອງຝ່າຍລະຫວ່າງລັດຖະບານຫວຽດນາມ ແລະລັດຖະບານລາວ, ຄົບຊຸດ ແລະສອດຄ່ອງກັບກົດໝາຍ; ໃນນັ້ນມີບັນດານະໂຍບາຍເກີນຂໍ້ກຳນົດຂອງກົດໝາຍ, ຕ້ອງໄດ້ລາຍງານຕໍ່ສະພາແຫ່ງຊາດ ແລະຄະນະປະຈໍາສະພາແຫ່ງຊາດຂອງສອງປະເທດເພື່ອປະກອບຄຳເຫັນກ່ອນທີ່ປະກາດໃຊ້ສັນຍາ.

ກ່ຽວກັບການເຄື່ອນໄຫວ, ຮ່າງແຜນຮ່າງເຂດເສດຖະກິດ-ການຄ້າຂ້າມຊາຍແດນ ລາວບ໊າວ-ແດນສະຫວັນ, ຄາດວ່າຈະສ້າງຮູບແບບ “ສອງປະເທດ, ໜຶ່ງເຂດເສດຖະກິດ”; ມີກົນໄກ, ນະໂຍບາຍ ແລະການຄຸ້ມຄອງການເຄື່ອນໄຫວອັນດຽວກັນ; ເຄົາລົບເອກະລາດ, ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງກັນ...

ບົນພື້ນຖານການປະຕິບັດຄວາມຮຽກຮ້ອງດ້ານກົດໝາຍຂອງທັງສອງຝ່າຍ ແລະທຳນຽມສາກົນ, ເຂດເສດຖະກິດ-ການຄ້າຂ້າມຊາຍແດນລາວບ໊າວ-ແດນສະຫວັນ ເປັນເອກະພາບຕໍ່ແຜນຜັງຮ່ວມ, ການຈັດຕັ້ງ ແລະການເຄື່ອນໄຫວຮ່ວມ, ກໍ່ສ້າງພື້ນຖານໂຄງລ່າງລວມຢູ່ເຂດໃຈກາງ; ພື້ນຖານໂຄງລ່າງເຊື່ອມຕໍ່ພາຍໃນ ແລະພາຍນອກເຂດໃຈກາງ; ສ້າງຄວາມສະດວກໃຫ້ການເຊື່ອມຕໍ່ການຂົນສົ່ງ, logistics ຂ້າມຊາຍແດນ; ສ້າງ ແລະຜັນຂະຫຍາຍກົນໄກ "ສາມໃນໜຶ່ງ". ນັ້ນແມ່ນນະໂຍບາຍຮ່ວມ, ຫຼັກເກນຮ່ວມ, ມາດຕະຖານລວມ ແລະຮ່ວມເຂດ; ນໍາໃຊ້ກົນໄກ, ນະໂຍບາຍບຸລິມະສິດສູງສຸດເຊິ່ງລັດຖະບານຫວຽດນາມ ແລະລັດຖະບານລາວ ພວມປະຕິບັດຢູ່ບັນດາເຂດເສດຖະກິດ,  ການຄ້າຂອງສອງປະເທດ.

ນັກຂ່າວ: ຂໍຮຽນທ່ານ, ແຂວງກວາງຈິ້ ໄດ້ ແລະພວມກະກຽມອັນໃດແດ່ໃນການກໍ່ສ້າງ ແລະປະຕິບັດແຜນຮ່າງເຂດເສດຖະກິດການຄ້າຂ້າມຊາຍແດນ ລາວບ໊າວ-ແດນສະຫວັນ ໃຫ້ປະສົບຜົນສຳເລັດຕາມຄາດໝາຍຂອງທ້ອງຖິ່ນກ່ຽວກັບຮູບແບບນີ້?

ທ່ານ ຮ່າສີ໋ດົ່ງ ຮອງປະທານຜູ້ປະຈໍາການຄະນະກຳມະການປະຊາຊົນແຂວງກວາງຈິ້: ແຂວງກວາງຈິ້ ໄດ້ ແລະພວມລະດົມທຶນຮອນ, ດຶງດູດການລົງທຶນເພື່ອພັດທະນາພື້ນຖານໂຄງລ່າງຄົມມະນາຄົມເຊື່ອມຕໍ່ເຂດທົ່ງພຽງກັບດ່ານຊາຍແດນສາກົນລາວບ໊າວ. ໃນອະນາຄົດ, ຍັງໄດ້ພິຈາລະນາເຖິງການກໍ່ສ້າງທາງລົດໄຟ ດົງຮ່າ-ລາວບ໊າວ ເຊື່ອມຕໍ່ກັບທາງລົດໄຟ ແດນສະຫວັນ-ສະຫວັນນະເຂດ ຂອງລາວ, ຜ່ານນັ້ນສ້າງເປັນເສັ້ນທາງລົດໄຟໃນລະບົບ EWEC.

ໃນໄລຍະຜ່ານມາ, ພວກຂ້າພະເຈົ້າ ໄດ້ສຸມໃສ່ຄົ້ນຄວ້າ, ປຶກສາຫາລືກັບນັກຊ່ຽວຊານ, ນັກວິທະຍາສາດ, ວິສາຫະກິດເພື່ອສັງລວມຄວາມສາມາດບົ່ມຊ້ອນທີ່ສາມາດພັດທະນາໄດ້, ຄື: ພັດທະນາເຂດວັດຖຸດິບກະສິກຳ ແລະປ່າໄມ້; ພິເສດແມ່ນຜະລິດຕະພັນສິນຄ້າຈາກບັນດາປະເທດໃນໂລກທີ່ນໍາເຂົ້າເຂດເສດຖະກິດການຄ້າຂ້າມຊາຍແດນຮ່ວມ, ເພື່ອໄດ້ຮັບບຸລິມະສິດກ່ຽວກັບພາສີ. ຄວາມຫວັງຈາກແຜນຮ່າງແມ່ນສ້າງເຂດຊາຍແດນລາວບ໊າວ-ແດນສະຫວັນ ໃຫ້ກາຍເປັນຈຸດພົ້ນເດັ່ນຂອງແລວເສດຖະກິດຕາເວັນອອກ-ຕາເວັນຕົກ ກ່ຽວກັບຝ່າຍຫວຽດນາມ, ແມ່ນຮູບແບບການຄ້າຂ້າມຊາຍແດນ, ຕາມມະຕິເລກທີ 26 ຂອງກົມການເມືອງ ແລະແຜນຜັງສັງລວມແຫ່ງຊາດ.

ປະຈຸບັນ EWEC ນອນໃນລະບົບທາງຄົມມະນາຄົມທີ່ສໍາຄັນຢູ່ແຄມທະເລພາກກາງ, ກາຍເປັນແລວທາງເສດຖະກິດເຊື່ອມຕໍ່ຫວຽດນາມ-ລາວ-ໄທ ແລະມຽນມາ, ເຊື່ອມຕໍ່ສອງຝັ່ງປາຊີຟິກ ກັບມະຫາສະໝຸດອິນເດຍ ເປັນສັນຍາລັກ, ກຳລັງໜູນໃຫ້ການພົວພັນມິດຕະພາບ, ການຮ່ວມມື ແລະການພັດທະນາ; ປະກອບສ່ວນເຂົ້າຫັນຄວາມມຸ່ງມາດປາດຖະໜາກາຍເປັນປະເທດເຂັ້ມແຂງແຮງກ້າ, ວັດທະນາຖາວອນໃຫ້ປະກົດຜົນເປັນຈິງ. ການສ້າງເຂດເສດຖະກິດ-ການຄ້າຂ້າມຊາຍແດນ ລາວບ໊າວ-ແດນສະຫວັນ ປະສົບຜົນສໍາເລັດກໍ່ປະກອບສ່ວນຮັດແໜ້ນສາຍພົວພັນມິດຕະພາບແບບພິເສດຫວຽດນາມ-ລາວ “ໃຫ້ສວຍສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ນັກຂ່າວ: ຂໍຂອບໃຈທ່ານ!

ໂດຍ: ເຈິ່ນຮວ່ຽນ