ທ່າແຮງພິເສດ

ປະຈຸບັນ, ໃນເສັ້ນຊານແດນຫວຽດນາມ-ລາວ ພຽງແຕ່ມີເຂດດ່ານສາກົນລາວບ໊າວ (ເມືອງເຮື໊ອງຮ໊ວາ-ແດນສະຫວັນ (ເມືອງເຊໂປນ, ສະຫວັນນະເຂດ, ລາວ) ໄດ້ສ້າງຕັ້ງເຂດເສດຖະກິດທຽບຄູ່ກັນເທົ່ານັ້ນ. ຕາມນັ້ນແລ້ວ, ເຂດເສດຖະກິດພິເສດລາວບ໊າວ ໄດ້ຮັບການສ້າງຕັ້ງໃນປີ 1998, ເຂດການຄ້າຊາຍແດນແດນສະຫວັນ ກໍ່ໄດ້ຮັບການສ້າງຕັ້ງຫຼັງຈາກນັ້ນ 4 ປີ. ວິວັດທະນາການກໍ່ສ້າງ ແລະພັດທະນາ, ໄດ້ປະກອບສ່ວນເຮັດໃຫ້ໂສມໜ້າເຂດສອງຟາກຊາຍແດນປ່ຽນແປງ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາສອງແຂວງກວາງຈິ້ ແລະສະຫວັນນະເຂດ. ເຖິງຢ່າງໃດກໍ່ຕາມ, ຍ້ອນບັນດາເຫດຜົນພາວະວິໄສ ແລະອັດຕະວິໄສ ຄຽງຂ້າງບັນດາໝາກຜົນ, ເປົ້າໝາຍທີ່ບັນລຸໄດ້ນັ້ນຍັງມີຂໍ້ຈຳກັດບາງຢ່າງຢູ່; ບັນດາການເຄື່ອນໄຫວລົງທຶນ, ການຄ້າ, ການບໍລິການຢູ່ເຂດເສດຖະກິດການຄ້າພິເສດລາວບ໊າວ ແລະເຂດການຄ້າຊາຍແດນແດນສະຫວັນ ຍັງບໍ່ທັນບັນລຸໄດ້ຄວາມຄາດຫວັງເທົ່າທີ່ຄວນ. ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງເຂດເສດຖະກິດການຄ້າພິເສດລາວບ໊າວ ແລະເຂດການຄ້າຊາຍແດນແດນສະຫວັນ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ, ຍົກສູງປະສິດທິຜົນການຮ່ວມມືມິດຕະພາບຫວຽດນາມ-ລາວ, ແຕ່ປີ 2015 ຈົນຮອດປະຈຸບັນ, ແຂວງ ກວາງຈິ້ ໄດ້ເປັນເຈົ້າການສະເໜີຕໍ່ສູນກາງກ່ຽວກັບທິດທາງຄົ້ນຄວ້າ ສ້າງເຂດເສດຖະກິດການຄ້າຂ້າມຊາຍແດນຮ່ວມລາວບ໊າວ-ແດນສະຫວັນ. ຝ່າຍລາວ ແລະແຂວງສະຫວັນນະເຂດ ກໍ່ປາດຖະໜາຢາກຮ່ວມມືກັບຫວຽດນາມ ໃນການຄົ້ນຄວ້າສ້າງເຂດເສດຖະກິດການຄ້າຂ້າມຊາຍແດນດັ່ງກ່າວ.

leftcenterrightdel
ສິນຄ້າຈາກຫວຽດນາມ ທີ່ຂົນສົ່ງໄປຍັງລາວ ຜ່ານດ່ານຊາຍແດນສາກົນ ລາວບ໊າວ. ພາບ: ບາວຮ່າ

ການກໍ່ສ້າງ ແລະພັດທະນາເຂດເສດຖະກິດຂ້າມຊາຍແດນຮ່ວມລາວບ໊າວ-ແດນສະຫວັນ ມີຄວາມໝາຍຍຸດທະສາດໃນການຊຸກຍູ້ການເຊື່ອມຕໍ່ເສດຖະກິດຫວຽດນາມ-ລາວ; ປະກອບສ່ວນສຳຄັນເຂົ້າໃນການຊຸກຍູ້ການພົວພັນຮ່ວມມືມິດຕະພາບຫວຽດນາມ-ລາວ ແລະຮັບປະກັນປ້ອງກັນຊາດ, ປ້ອງກັນຄວາມສະຫງົບໃຫ້ທັງສອງປະເທດ. ຄຽງຄູ່ກັນນັ້ນ, ເຂດເສດຖະກິດການຄ້ານີ້ຍັງມີແງ່ຫວັງນຳມາເຊິ່ງປະສິດທິຜົນເສດຖະກິດສູງໃຫ້ທັງສອງປະເທດ. ໃນໄລຍະມໍ່ໆມານີ້, ພັກ, ລັດຖະບານ ກໍ່ໄດ້ເອົາໃຈໃສ່ຊີ້ນຳການຄົ້ນຄວ້າສ້າງເຂດເສດຖະກິດການຄ້າດັ່ງກ່າວ. ວັນທີ 3 ພະຈິກ 2022, ກົມການເມືອງ ມີມະຕິສະບັບເລກທີ 26-NQ/TW ວ່າດ້ວຍການພັດທະນາເສດຖະກິດ-ສັງຄົມ ແລະຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດທິດເໜືອພາກກາງ ແລະເຂດແຄມທະເລພາກກາງ ຈົນຮອດປີ 2030, ວິໄສທັດເຖິງປີ 2045, ໃນນັ້ນລະບຸວ່າ: ຍູ້ແຮງການຮ່ວມມືເສດຖະກິດຜ່ານບັນດາດ່ານຊາຍແດນໃນເຂດຕິດພັນກັບແລວເສດຖະກິດຕາເວັນອອກ-ຕາເວັນຕົກ. ຄົ້ນຄວ້າທົດລອງຮູບແບບເຂດເສດຖະກິດດ່ານຊາຍແດນຜ່ານຊາຍແດນໃນລະບົບ EWEC”. ດ້ວຍແຜນນະໂຍບາຍທີ່ມີຄວາມໝາຍນີ້, ກວາງຈິ້ ໄດ້ຕັ້ງໜ້າສົມທົບກັນກໍ່ສ້າງແຜນຮ່າງ “ເຂດເສດຖະກິດການຄ້າຂ້າມຊາຍແດນຮ່ວມລາວບ໊າວ-ແດນສະຫວັນ”. ເພື່ອຜັນຂະຫຍາຍການປະຕິບັດ, ແຂວງກວາງຈິ້ ໄດ້ສ້າງຕັ້ງໜ່ວຍປະຕິບັດງານ 626 ສົມທົບກັບສອງແຂວງສະຫວັນນະເຂດ ແລະສາລາວັນ (ລາວ) ເພື່ອຄົ້ນຄວ້າບັນດາກົນໄກ, ນະໂຍບາຍຮ່ວມມືເສດຖະກິດສັງຄົມຈຳເພາະຂອງແຂວງກວາງຈິ້ ສົມທົບກັບ 2 ແຂວງສາລາວັນ, ສະຫວັນນະເຂດ (ລາວ), ໃນນັ້ນມີເນື້ອໃນສ້າງແຜນຮ່າງ “ເຂດເສດຖະກິດການຄ້າຂ້າມຊາຍແດນຮ່ວມລາວບ໊າວ-ແດນສະຫວັນ”.

ທ່ານ ຮ່າສີດົ່ງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງຈິ້, ຫົວໜ້າໜ່ວຍປະຕິບັດງານ 626 ໃຫ້ຮູ້ວ້າ ໃນປີ 2023 ໄດ້ສໍາເລັດ 3 ກຸ່ມໜ້າທີ່ຫຼັກ, ໃນນັ້ນມີການປັບປຸງແຜນຮ່າງເຂດເສດຖະກິດການຄ້າຂ້າມຊາຍແດນຮ່ວມລາວບ໊າວ-ແດນສະຫວັນ, ຜັນຂະຫຍາຍບົດບັນທຶກຂໍ້ຕົກລົງຂອງ 2 ລັດຖະບານຫວຽດນາມ-ລາວ; ໜູນຊ່ວຍບັນດາແຂວງຂອງລາວ ໃນການປະຕິບັດວຽກງານວາງແຜນຜັງ, ປັບປຸງການວາງແຜນຜັງເຂດເສດຖະກິດການຄ້າພິເສດ ລາວບ໊າວ ແລະເຂດເສດຖະກິດການຄ້າຊາຍແດນແດນສະຫວັນ. ແລະວຽກງານກະກຽມໃຫ້ກອງປະຊຸມສຳມະນາ ທີ່ຈະຈັດຂຶ້ນໃນກາງເດືອນມີນາ 2024 ແມ່ນໄດ້ຣຽບຣ້ອຍແລ້ວ.

ເຊື່ອມຕໍ່ເຂດ

ໄປຫາເຂດຊາຍແດນໃນເດືອນມີນາ ນີ້, ພວກຂ້າພະເຈົ້າຮູ້ສຶກໄດ້ບັນຍາກາດຄຶກຄັກ, ມ່ວນຊື່ນຂອງປະຊາຊົນຢູ່ສອງຟາກຊາຍແດນ. ເອື້ອຍ Peanui (ເມືອງເຊໂປນ, ສະຫວັນນະເຂດ) ເວົ້າວ່າ ເຂດເສດຖະກິດການຄ້າ ຈະສ້າງກາລະໂອກາດກ່ຽວກັບວຽກເຮັດງານທຳຫຼາຍກວ່າ, ຊີວິດການເປັນຢູ່ຂອງປະຊາຊົນຈະມີການປ່ຽນແປງຫຼາຍ. ເອື້ອຍ Peanui ປາດຖະໜາວ່າ ກອງປະຊຸມສຳມະນາ ຈະມາເຖິງຈະປະສົບຜົນສຳເລັດຢ່າງຈົບງາມ, ບັນລຸໄດ້ບັນດາເປົ້າໝາຍທີ່ໄດ້ວາງອອກ.

leftcenterrightdel
ຮ້ານອາຫານການກິນລາວ ຢູ່ຖະໜົນຍ່າງ ຫງວຽນເຫວ້ (ເທດສະບານເມືອງລາວບ໊າວ) ໄດ້ຈັດຕັ້ງໃນໂອກາດຕ້ອນຮັບປີໃໝ່ 2024. ພາບ: ບາວຮ່າ

ຄາດວ່າຈະມີຜູ້ແທນກວ່າ 200 ຄົນເຂົ້າຮ່ວມກອງປະຊຸມສຳມະນາ ເພື່ອແລກປ່ຽນບັນດາເນື້ອໃນແຜນຮ່າງທົດລອງໃນການສ້າງເຂດເສດຖະກິດການຄ້າຂ້າມຊາຍແດນຮ່ວມລາວບ໊າວ-ແດນສະຫວັນ, ໃນນັ້ນສຸມໃສ່ໂຄສະນາເຜີຍແຜ່, ແນະນຳຄວາມເປັນໄປໄດ້ ແລະກົນໄກ, ນະໂຍບາຍບຸລິມະສິດສ້າງເງື່ອນໄຂສະດວກໃຫ້ວິສາຫະກິດລົງທຶນ, ດຳເນີນທຸລະກິດຢູ່ເຂດເສດຖະກິດການຄ້າຂ້າມຊາຍແດນຮ່ວມ. ພ້ອມທັງແນະນຳຄວາມສາມາດ, ທ່າແຮງ, ກາລະໂອກາດລົງທຶນ ເພື່ອແນໃສ່ດຶງດູດການລົງທຶນເຂົ້າເຂດເສດຖະກິດການຄ້າພິເສດລາວບ໊າວ ແລະເຂດການຄ້າຊາຍແດນແດນສະຫວັນ. ຜ່ານກອງປະຊຸມສຳມະນາ, ສ້າງຊ່ອງທາງພົບປະ, ພົບປະແລກປ່ຽນໂດຍກົງ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງແຂວງກວາງຈິ້ ກັບບັນດາອົງການຈັດຕັ້ງ, ວິສາຫະກິດ, ນັກລົງທຶນພາຍໃນປະເທດ ແລະສາກົນ, ພ້ອມທັງຮັບເອົາຄຳເຫັນຂອງວິສາຫະກິດກ່ຽວກັບກົນໄກ, ນະໂຍບາຍບຸລິມະສິດ ເຊິ່ງຄາດວ່າຈະໝູນໃຊ້ຢູ່ເຂດເສດຖະກິດການຄ້າຂ້າມຊາຍແດນຮ່ວມລາວບາວ-ແດນສະຫວັນ. ທ່ານ ຮ່າສີດົ່ງ ຮອງປະທານຜູ້ປະຈຳການຄະນະກຳມະການປະຊາຊົນແຂວງກວາງຈິ້ ເນັ້ນໜັກວ່າ ກອງປະຊຸມສຳມະນາໄດ້ຈັດຕັ້ງດ້ວຍລະດັບສາກົນ, ເພາະສະນັ້ນ, ຮຽກຮ້ອງໃຫ້ວຽກງານກະກຽມຕ້ອງຮອບຄອບຖີ່ຖ້ວນ, ລະອຽດລະອໍໃນທຸກວຽກງານ, ເນື້ອໃນຕ້ອງໄດ້ກວດກາຄືນ ເພື່ອຮັບປະກັນໃຫ້ກອງປະຊຸມສຳມະນາບັນລຸຄຸນນະພາບດີ.

ເມື່ອເຂດເສດຖະກິດການຄ້າຂ້າມຊາຍແດນປະກົດຜົນເປັນຈິງ, ນີ້ຈະແມ່ນເຂດເສດຖະກິດສ້າງກຳລັງໜູນ, ລະດັບເຕີບໂຕໃໝ່ໃຫ້ແຂວງກວາງຈິ້, ແຂວງສະຫວັນນະເຂດເວົ້າສະເພາະ, ເສັ້ນຊາຍແດນຫວຽດນາມ - ລາວ ເວົ້າລວມ. ໝັ້ນໝາຍວ່າ ນີ້ຈະແມ່ນບ່ອນປະກອບອັດຕາສ່ວນໃຫຍ່ກ່ຽວກັບຄຸນຄ່າຜະລິດຕະພັນໃຫ້ເສດຖະກິດສອງແຂວງ, ບ່ອນຜັນຂະຫຍາຍບາງຮູບແບບ, ໂຄງການຜະລິດໃໝ່. ພ້ອມນັ້ນ, ນີ້ກໍ່ແມ່ນເຂດຈຸດສຸມທີ່ໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການຜະລິດ, ດຳເນີນທຸລະກິດ, ກໍ່ສ້າງອາຊີບ, ສ້າງວຽກເຮັດງານທຳ, ຍົກສູງລາຍຮັບໃຫ້ຄົນງານທ້ອງຖິ່ນ ແລະເຂດອ້ອມຂ້າງ.

ໂດຍ: ແສງເດືອນ