ໃນຊຸມປີຜ່ານມາ, ການບໍລິໂພກຜະລິດຕະພັນອາຫານອົງຄະທາດໃນໂລກມີທ່າອ່ຽງເພີ່ມຂຶ້ນຢ່າງແຮງ ແລະພວມນັບມື້ນັບໄດ້ຮັບຄວາມນິຍົມຈາກຜູ້ບໍລິໂພກ.

ກໍານົດໄດ້ຄວາມຕ້ອງການນີ້, ນັກລົງທຶນຫວຽດນາມ ຢູ່ລາວ ເປັນຈຳນວນຫຼວງຫຼາຍໄດ້ ແລະພວມລົງທຶນຜະລິດບັນດາຜະລິດຕະພັນກະສິກໍາອົງຄະທາດ. ສິ່ງນີ້ບໍ່ພຽງແຕ່ຊ່ວຍໃຫ້ເຂົາເຈົ້າມີສົ້ນອອກດີໃຫ້ຜະລິດຕະພັນເທົ່ານັ້ນ ຫາກຍັງນໍາມາເຊິ່ງລາຍຮັບໝັ້ນຄົງ ແລະສູງສົມຄວນເມື່ອທຽບໃສ່ລາຍຮັບສະເລ່ຍຂອງປະຊາຊົນລາວ, ພິເສດຍັງຊ່ວຍປະຊາຊົນຢູ່ເຂດຫ່າງໄກສອກຫຼີກຂອງລາວ ປ່ຽນແປງປະເພນີ, ວິທີການປູກຝັງ, ທຳຄວາມລື້ງເຄີຍກັບຜະລິດກະສິກໍາເຕັກໂນໂລຢີສູງ, ຜ່ານນັ້ນໜູນຊ່ວຍຮັບປະກັນໃຫ້ການດຳລົງຊີວິດເປັນປົກກະຕິຍາວນານ.

leftcenterrightdel
ກຳມະກອນບໍລິສັດ ຂັນໄຊ ພັດທະນາການກະເສດ ຈໍາກັດ, ກຸ່ມບໍລິສັດຮວ່າງແອັງຢາລາຍ ຢູ່ແຂວງອັດຕະປື ສົ່ງໝາກກ້ວຍເຂົ້າໂຮງງານປຸງແຕ່ງພາຍຫຼັງເກັບກ່ຽວ. ພາບ: ສໍານັກຂ່າວສານຫວຽດນາມ

ດ້ວຍເນື້ອທີ່ປູກກ້ວຍອົງຄະທາດເຕັກໂນໂລຢີສູງກວ່າ 1.000 ເຮັກຕາຢູ່ເມືອງໄຊເສດຖາ, ແຂວງອັດຕະປື, ແຕ່ລະປີ, ບໍລິສັດ ຂັນໄຊ ພັດທະນາການກະເສດ ຈໍາກັດ ຂຶ້ນກັບກຸ່ມບໍລິສັດຮວ່າງແອັງຢາລາຍ ສາມາດຜະລິດຜະລິດຕະພັນກະສິກໍາສະອາດໄດ້ກວ່າ 30 ລ້ານໂດລາສະຫະລັດ.

ໂອ້ລົມກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ, ທ່ານ ຫງວຽນຈີ໊ທັ໊ງ ຜູ້ອຳນວຍການບໍລິສັດ ຂັນໄຊ ພັດທະນາການກະເສດ ຈໍາກັດ ໃຫ້ຮູ້ວ່າ ໃນສະພາບຄວາມຕ້ອງການບັນດາຜະລິດຕະພັນອົງຄະທາດຂອງຕະຫຼາດ ຈີນ ແລະໂລກ ນັບມື້ນັບເພີ່ມຂຶ້ນ, ລັດຖະບານລາວ ໄດ້ສົ່ງເສີມ ແລະສ້າງເງື່ອນໄຂສະດວກທີ່ສຸດໃຫ້ບັນດາວິສາຫະກິດ, ໃນນັ້ນມີບັນດາວິສາຫະກິດຫວຽດນາມ ລົງທຶນເຂົ້າໃນຂົງເຂດກະສິກຳເຕັກໂນໂລຢີສູງ.

ນອກຈາກນັ້ນ, ການລົງທຶນເຂົ້າໃນຂົງເຂດກະສິກຳສະອາດ ຍັງຊ່ວຍໃຫ້ບໍລິສັດຜະລິດສິນຄ້າອົງຄະທາດປະເພດຕ່າງໆທີ່ມີມູນຄ່າສ່ວນເກີນສູງ, ພ້ອມທັງຊ່ວຍປົກປັກຮັກສາທີ່ດິນ, ນ້ຳ ແລະສະພາບແວດລ້ອມແຫ່ງການດຳລົງຊີວິດຂອງປະຊາຊົນ, ເໝາະສົມກັບນະໂຍບາຍພັດທະນາກະສິກຳແບບຍືນຍົງຂອງລັດຖະບານລາວ.

ຕໍ່ໜ້າຄວາມສາມາດບົ່ມຊ້ອນ ແລະຄວາມຕ້ອງການນັບມື້ນັບເພີ່ມຂຶ້ນຂອງຕະຫຼາດຜະລິດຕະພັນອົງຄະທາດ, ປະຈຸບັນ, ບໍລິສັດ ຂັນໄຊ ພັດທະນາການກະເສດ ຈໍາກັດ ພວມຂໍອຳນາດການປົກຄອງແຂວງເນື້ອທີ່ດິນຕື່ມອີກປະມານ 500 ເຮັກຕາ ເພື່ອເປີດກວ້າງເນື້ອທີ່ປູກພືດອົງຄະທາດ. ທິດທາງໃໝ່ຂອງບໍລິສັດໄດ້ປະກອບສ່ວນສ້າງລາຍຮັບສູງ ແລະໝັ້ນຄົງໃຫ້ຜູ້ອອກແຮງງານທ້ອງຖິ່ນ.

leftcenterrightdel
ການເຄື່ອນໄຫວຜະລິດຢູ່ໂຮງງານປຸງແຕ່ງກ້ວຍອົງຄະທາດຂອງບໍລິສັດ ຂັນໄຊ, ກຸ່ມບໍລິສັດຮວ່າງແອັງຢາລາຍ ຢູ່ແຂວງອັດຕະປື, ພາກໃຕ້ຂອງລາວ.  ພາບ: ສໍານັກຂ່າວສານຫວຽດນາມ

ຕົວຢ່າງຄື ເອື້ອຍ ແກ້ວ ຄູນລາຄອນ, ຢູ່ເມືອງສາມັກຄີໄຊ, ແຂວງອັດຄະປື ໄດ້ກັບເມືອບ້ານພາຍຫຼັງພັດພາກຈາກບ້ານເປັນເວລາ 9 ປີ, ເພື່ອເປັນກຳມະກອນໃນບໍລິສັດຕັດຫຍິບຂອງຝຣັ່ງ ຢູ່ນະຄອນຫຼວງວຽງຈັນ ດ້ວຍລາຍຮັບປະມານ 3 ລ້ານກີບ/ເດືອນ.

ແບ່ງປັນກັບນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ ເອື້ອຍ ແກ້ວ ໃຫ້ຮູ້ວ່າ: “ເຮັດວຽກຢູ່ນີ້ມ່ວນຫຼາຍ, ທັງໃກ້ກັບຄອບຄົວ, ທັງມີເງິນເດືອນກວ່າ 3 ລ້ານກີບ/ເດືອນ ຄືເມື່ອເຮັດວຽກໃຫ້ບໍລິສັດຝຣັ່ງ ຢູ່ວຽງຈັນ. ນອກຈາກນັ້ນ, ບໍລິສັດຫວຽດນາມ ຍັງໜູນຊ່ວຍສະບຽງອາຫານ ແລະເຂົ້າປະຈຳເດືອນໃຫ້ກຳມະກອນອີກ. ຂ້າພະເຈົ້າດີໃຈຫຼາຍ".

ກໍ່ເຊັ່ນດ່ຽວກັບເອື້ອຍ ແກ້ວ ຄູນລາຄອນ, ອ້າຍ ແກ້ວ ກິດຕິໄຊ, ເມືອງໂຂງ, ແຂວງຈຳປາສັກ (ຫ່າງຈາກເມືອງໄຊເສດຖາ, ແຂວງອັດຕະປື ປະມານກວ່າ 300 ກິໂລແມັດ) ໃຫ້ຮູ້ວ່າ ນັບແຕ່ເປັນກຳມະກອນເກັບກ່ຽວກ້ວຍຢູ່ບໍລິສັດ ຂັນໄຊ ພັດທະນາການກະເສດ ຈໍາກັດ, ອ້າຍ ທັງມີວຽກງານເປັນປົກກະຕິ, ທາງບໍລິສັດກໍ່ຈັດບ່ອນຢູ່ໃຫ້ຄອບຄົວ, ທັງມີລາຍຮັບແຕ່ 3,5 ລ້ານກີບ-5 ລ້ານກີບ/ເດືອນ. ຍ້ອນເຫດນັ້ນ, ອ້າຍຮູ້ສຶກດີໃຈຫຼາຍ ແລະຢາກເຮັດວຽກໃນບໍລິສັດໃນໄລຍະຍາວ.

ຕາມທ່ານ ຫງວຽນຈີ໊ທັ໊ງ ແລ້ວ, ປະຈຸບັນບໍລິສັດ ພວມສ້າງວຽກເຮັດງານທຳເປັນປົກກະຕິໃຫ້ຜູ້ອອກແຮງງານທ້ອງຖິ່ນປະມານ 900 ຄົນດ້ວຍລາຍຮັບສະເລ່ຍແຕ່ 3-5 ລ້ານກີບ. ນອກຈາກນະໂຍບາຍໜູນຊ່ວຍສະບຽງອາຫານ, ທັນຍາຫານ, ທີ່ພັກ, ພາຫະນະຮັບສົ່ງແລ້ວ, ບໍລິສັດຍັງໜູນຊ່ວຍໃນການປິ່ນປົວພະຍາດເມື່ອເຈັບປ່ວຍ, ອຸປະຕິເຫດແຮງງານໂດຍບໍ່ເສຍຄ່າອີກ. ນີ້ກໍ່ແມ່ນເຫດຜົນທີ່ພາໃຫ້ຜູ້ອອກແຮງງານທ້ອງຖິ່ນຫຼາຍຄົນຢາກເຮັດວຽກກັບບໍລິສັດໃນໄລຍະຍາວ.

ແລກປ່ຽນກັບນັກຂ່າວສຳນັກຂ່າວສານຫວຽດນາມ, ທ່ານ ທະນູໄຊ ບັນຊາລິດ ຮອງເຈົ້າແຂວງໆອັດຕະປື, ໄດ້ຕີລາຄາສູງປະສິດທິຜົນບັນດາໂຄງການລົງທຶນຂອງຫວຽດນາມ ຢູ່ແຂວງ, ພິເສດແມ່ນໂຄງການກະສິກຳເຕັກໂນໂລຢີສູງ. ທ່ານ ທະນູໄຊ ບັນຊາລິດ ເນັ້ນໜັກວ່າ ບັນດາໂຄງການເຫຼົ່ານີ້ບໍ່ພຽງແຕ່ຊ່ວຍປະຊາຊົນປ່ຽນແປງວິທີການປູກຝັງເທົ່ານັ້ນ ມີການປະກອບສ່ວນສຳຄັນໃນການສ້າງລາຍຮັບ ແລະວຽກເຮັດງານທຳເປັນປົກກະຕິໃຫ້ປະຊາຊົນເທົ່ານັ້ນ, ຫາກຍັງຜະລິດສິນຄ້າຫຼາຍປະເພດທີ່ບັນລຸມາດຕະຖານສົ່ງອອກໃຫ້ແຂວງ ແລະລາວ ອີກ.

ຕີລາຄາກ່ຽວກັບບັນຫານີ້, ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະການລົງທຶນລາວ ໃຫ້ຮູ້ວ່າ ໃນຊຸມປີຜ່ານມາ, ຫວຽດນາມ ໄດ້ໜູນຊ່ວຍລາວ ຄົ້ນຄວ້າ, ສ້າງນະໂຍບາຍພັດທະນາກະສິກໍາ, ຊຸກຍູ້ການຮ່ວມມື-ລົງທຶນໃນຂະແໜງກະສິກຳ, ນຳໃຊ້ເຕັກໂນໂລຢີສູງເພື່ອຜະລິດຜະລິດຕະພັນກະເສດສະອາດ ແລະຍືນຍົງ. ແນໃສ່ຕອບສະໜອງຄວາມຕ້ອງການພາຍໃນປະເທດ ແລະສົ່ງອອກ ໃນນັ້ນມີໂຄງການພັດທະນາກະສິກຳປະສົມຂອງບໍລິສັດຮວ່າງແອັງ ອັດຕະປື, ໂຄງການລ້ຽງງົວຢູ່ແຂວງຊຽງຂວາງ ແລະຫຼາຍໂຄງການອື່ນໆ, ອັນໄດ້ນຳມາເຊິ່ງໝາກຜົນດີທີ່ສຸດ…

ບັນດາໂຄງການດັ່ງກ່າວ ບໍ່ພຽງແຕ່ມີຄວາມໝາຍສຳຄັນດ້ານເສດຖະກິດ-ສັງຄົມ ແລະການເມືອງເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນວຽກງານລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກຂອງປະຊາຊົນລາວ ບັນດາເຜົ່າ.

ໂດຍ: ເຈິ່ນຮວ່ຽນ