ໄລຍະ 2014-2016, ແຂວງກວ໋າງຈິ ໄດ້ເຊັນບົດບັນທຶກວ່າດ້ວຍການຮ່ວມມືກັບສອງແຂວງສະຫວັນນະເຂດ ແລະສາລະວັນ. ຕາມນັ້ນແລ້ວ, ແຂວງກວ໋າງຈິ ໄດ້ໜູນຊ່ວຍກໍ່ສ້າງກິດຈະກໍາຄ້າຍຄວບຄຸມດ່ານອາສົກ (ເມືອງສະໝ້ວຍ, ແຂວງສາລະວັນ) ແລະໂຮງຮຽນປະຖົມສຶກສາຢູ່ເມືອງພີນ, ແຂວງສະຫວັນນະເຂດ. ໄລຍະ 2017-2019, ແຂວງກວ໋າງຈິ ໄດ້ໜູນຊ່ວຍເງິນໃຫ້ແຂວງສະຫວັນນະເຂດ, ສາລະວັນ, ແຂວງລະ 6 ຕື້ດົ່ງ ເພື່ອຮັບໃຊ້ການກໍ່ສ້າງກິດຈະກໍາສະຫວັດດີການຢູ່ຕາມເສັ້ນຊາຍແດນ. ຫວ່າງແລ້ວນີ້, ຕາມໂຄງການຮ່ວມມືທີ່ໄດ້ລົງນາມ, ໄລຍະ 2020-2022, ແຂວງກວ໋າງຈິ ໄດ້ໜູນຊ່ວຍເງິນ 6 ຕື້ດົ່ງ ໃຫ້ແຂວງສະຫວັນນະເຂດ ເພື່ອກໍ່ສ້າງບັນດາກິດຈະກໍາສັງຄົມຮັບໃຊ້ຊຸມຊົນ.

ໃນໄລຍະທີ່ຜ່ານມາ, ສະຫາຍ ຫວໍວັນຮືງ, ຮອງເລຂາພັກແຂວງ, ປະທານຄະນະກໍາມະການປະຊາຊົນແຂວງກວ໋າງຈິ ພ້ອມດ້ວຍຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ, ກວດກາບັນດາກິດຈະກໍາໂດຍແຂວງກວ໋າງຈິ ໜູນຊ່ວຍກໍ່ສ້າງຢູ່ເມືອງນອງ, ແຂວງສະຫວັນນະເຂດ ໄລຍະ 2020-2022. ໃຫ້ຂ່າວກ່ຽວກັບຜົນຂອງການເຮັດວຽກ, ຄະນະກໍາມະການປະຊາຊົນແຂວງກວ໋າງຈິ ໃຫ້ຮູ້ວ່າ ບັນດາກິດຈະກໍາຢູ່ເມືອງນອງ ສໍາເລັດແລ້ວ 65%, ປ່ອຍສິນເຊື່ອໄດ້ກວ່າ 40%.

ສະຫາຍ ຫວໍວັນຮືງ ໃຫ້ຮູ້ວ່າ ເຖິງວ່າຍັງແມ່ນແຂວງທຸກຍາກ, ແຕ່ດ້ວຍໄມຕີຈິດມິດຕະພາບລະຫວ່າງສອງແຂວງ, ແຂວງກວ໋າງຈິ ຍາມໃດກໍ່ໃຫ້ບຸລິມະສິດໜູນຊ່ວຍເພື່ອໃຫ້ແຂວງສະຫວັນນະເຂດ ມີເງື່ອນໄຂກໍ່ສ້າງບັນດາກິດຈະກໍາຮັບປະກັນຊີວິດສັງຄົມ, ຊ່ວຍໃຫ້ປະຊາຊົນຢູ່ບັນດາທ້ອງຖິ່ນຂອງປະເທດເພື່ອນລາວ ມີເງື່ອນໄຂດໍາລົງຊີວິດໃຫ້ດີກວ່າອີກ.

leftcenterrightdel
ຄະນະປະຕິບັດງານແຂວງກວ໋າງຈິ ມອບຂອງຂວັນໃຫ້ຜູ້ຕາງໜ້າເມືອງນອງ, ແຂວງສະຫວັນນະເຂດ (ປະເທດລາວ). ພາບ: daidoanket.vn

ສ່ວນຝ່າຍແຂວງສະຫວັນນະເຂດ, ສະຫາຍ ພົງຄຳຮັກ ບຸດທະວົງ, ຫົວໜ້າພະແນກພົວພັນຕ່າງປະເທດ, ຫົວໜ້າຄະນະຄຸ້ມຄອງໂຄງການໂດຍແຂວງກວ໋າງຈິ ໜູນຊ່ວຍກໍ່ສ້າງໃຫ້ຮູ້ວ່າ: ລັດຖະບານລາວ ແລະອໍານາດການປົກຄອງແຂວງສະຫວັນນະເຂດ ພວມຕັດສິນໃຈລົງທຶນ ເພື່ອນຳເມືອງນອງ ຫຼຸດພົ້ນອອກຈາກຄວາມທຸກຍາກໃນປີ 2023. ຜ່ານນັ້ນ, ສະຫາຍ ພົງຄຳຮັກ ບຸດທະວົງ ເນັ້ນໜັກວ່າ ການໜູນຊ່ວຍຂອງແຂວງກວ໋າງຈິ ຜ່ານບັນດາກິດຈະກຳດັ່ງກ່າວໄດ້ກາຍເປັນສັນຍາລັກແຫ່ງການພົວພັນມິດຕະພາບແບບພິເສດລະຫວ່າງແຂວງກວ໋າງຈິ ແລະສະຫວັນນະເຂດ.

ໃນເດືອນເມສາ ປີ 2023, ສະຫາຍ ຫວໍວັນຮືງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງແຂວງກວ໋າງຈິ ໄປຢ້ຽມຢາມ ແລະອວຍພອນປີໃໝ່ປະຊາຊົນລາວບັນດາເຜົ່າ ແລະເຂົ້າຮ່ວມການເຮັດວຽກກັບການນຳແຂວງ ແລະຂະແໜງການຕ່າງໆຂອງແຂວງສະຫວັນນະເຂດ.

ໃນຊຸມປີຜ່ານມາ, ແຂວງກວ໋າງຈິ ແລະສະຫວັນນະເຂດ ໄດ້ເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດ, ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ. ເດືອນທັນວາ 2022, ສອງແຂວງໄດ້ຈັດຕັ້ງສໍາເລັດການພົບປະສອງຝ່າຍຂັ້ນສູງ ແລະເຊັນຂໍ້ຕົກລົງຮ່ວມມືໄລຍະ 2023-2025 ດ້ວຍຫຼາຍເນື້ອໃນ. ສອງແຂວງໄດ້ເຫັນດີສົມທົບກັນກໍ່ສ້າງໂຄງການເຂດເສດຖະກິດການຄ້າຂ້າມຊາຍແດນລາວບາວ-ແດນສະຫວັນ. ແຂວງກວ໋າງຈິ ພວມຊ່ວຍໃຫ້ແຂວງສະຫວັນນະເຂດ ກໍານົດທິດຍຸດທະສາດພັດທະນາເສດຖະກິດ - ສັງຄົມ; ຜ່ານນັ້ນປະກອບສ່ວນຊ່ວຍສອງແຂວງເປີດກວ້າງວິໄສທັດ, ເຊື່ອມຕໍ່ ແລະເປີດກວ້າງການພັດທະນາ.

ໃນຂອບເຂດການຢ້ຽມຢາມ, ເຮັດວຽກ, ຕາງໜ້າຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນແຂວງກວ໋າງຈິ, ສະຫາຍ ຫວໍວັນຮືງ ໄດ້ມອບເງິນຈຳນວນ 200 ລ້ານດົ່ງ ໃຫ້ອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າຢູ່ແຂວງສະຫວັນນະເຂດ; ໂຮງໝໍຫຼາຍຂະແໜງແຂວງກວ໋າງຈິ ມອບເງິນ 50 ລ້ານດົ່ງ ໃຫ້ໂຮງໝໍແຂວງສະຫວັນນະເຂດ ເພື່ອຊື້ເຄື່ອງອຸປະກອນການແພດ; ການນຳບັນດາພະແນກ ແລະຂະແໜງການ, ທ້ອງຖິ່ນຂອງແຂວງກວ໋າງຈິ ກໍ່ໄດ້ມອບຂອງຂວັນທີ່ມີຄວາມໝາຍຫຼາຍຢ່າງໃຫ້ຄະນະ, ຂະແໜງການ, ອົງການຂອງແຂວງສະຫວັນນະເຂດ.

ໂດຍ: ທູຈາງ