ໃນບັ້ນຮົບທິດຕາເວັນຕົກສ່ຽງເໜືອ, ທະຫານ ແລະປະຊາຊົນແຂວງເຊີນລາ ໄດ້ປະກອບເຫື່ອແຮງ ແລະວັດຖຸສິ່ງຂອງບໍ່ແມ່ນໜ້ອຍເພື່ອໃຫ້ບັ້ນຮົບຍາດໄດ້ໄຊຊະນະໃນວັນທີ 10 ທັນວາ 1952.

ຢູ່ທຸກຫົນແຫ່ງທະຫານທ້ອງຖິ່ນ ແລະທະຫານລາດປ້ອງກັນຕົວລ້ວນແຕ່ເຂົ້າຮ່ວມການຕໍ່ສູ້ ແລະຮັບໃຊ້ບັ້ນຮົບ, ທະຫານ ແລະປະຊາຊົນແຂວງເຊີນລາ ປະກອບແຮງງານກວ່າ 1.421.000 ວັນ, ບາງໄລຍະປະຊາຊົນ 4.000 ຄົນໄດ້ຮັບໃຊ້ບັ້ນຮົບຕະຫຼອດເດືອນ, ສະໜອງເຂົ້າສານ 693.434 ກິໂລກຣາມ; ສາລີ 8 ໂຕນ; ຊີ້ນທຸກຊະນິດໄດ້ກວ່າ 48.300 ກິໂລກຣາມ. ທະຫານ ແລະປະຊາຊົນແຂວງເຊີນລາ ໄດ້ເຮັດຫຼ້ອນໜ້າທີ່ອັນສະຫງ່າລາສີຂອງຕົນ, ສົມທົບກັບທະຫານ ແລະປະຊາຊົນທົ່ວປະເທດນໍາບັ້ນຮົບທິດຕາເວັນຕົກສຽງເໜືອເຖິງໄຊຊະນະ.

leftcenterrightdel
ພະນັກງານກອງບັນຊາການທະຫານແຂວງເຊີນລາ ແນະນໍາພະນັກງານກອງບັນຊາການທະຫານແຂວງຫົວພັນ (ລາວ), ເຕັກນິກປູກຜັກ. ພາບ: qdnd.vn

ທະຫານ ແລະປະຊາຊົນແຂວງເຊີນລາ ສືບຕໍ່ປະຕິບັດໜ້າທີ່ສໍາຄັນຂອງຄະນະພັກການທະຫານປະຕິບັດໜ້າທີ່ສາກົນ, ຊ່ວຍເຫຼືອປະຊາຊົນບັນດາແຂວງພາກເໜືອລາວ. ອົງຄະນະພັກ, ທະຫານ ແລະປະຊາຊົນແຂວງເຊີນລາກະກຽມທຸກດ້ານເປັນຢ່າງດີເພື່ອກໍ່ສ້າງ ແລະພັດທະນາກໍາລັງ, ປັບປຸງ, ສ້າງບັນດາຮາກຖານມະຫາຊົນປະຕິວັດ; ໂຄສະນາ ແລະຂົນຂວາຍປະຊາຊົນລາວ ບັນດາເຜົ່າສາມັກຄີ, ສົມທົບກັບກໍາລັງປະກອບອາວຸດແຂວງເຊີນລາ ສຸມໃສ່ເປີດການເຄື່ອນທັບຕ້ານການກວາດລ້າງຂອງສັດຕູຢູ່ແຂວງ ຊໍາເໜືອ, ຊຽງຂວາງ.

ເຖິງວ່າຫາກໍ່ໄດ້ຮັບການປົດປ່ອຍ, ຊີວິດການເປັນຢູ່ຂອງປະຊາຊົນຍັງປະສົບກັບຄວາມຫຍຸ້ງຍາກ, ຂາດເຂີນຫຼາຍ, ແຕ່ດ້ວຍນ້ຳໃຈສາມັກຄີແບບພິເສດ, ສັດຊື່ບໍລິສຸດ, ອົງຄະນະພັກ, ທະຫານ ແລະປະຊາຊົນແຂວງເຊີນລາ ໄດ້ຫ້າວຫັນປະກອບເຫື່ອແຮງ, ວັດຖຸສິ່ງຂອງຊ່ວຍເຫຼືອບັ້ນຮົບພາກເໜືອລາວ.

ໂດຍແມ່່ນບໍລິເວນທີ່ມີທີ່ຕັ້ງຍຸດທະສາດສຳຄັນພິເສດໃນບັ້ນຮົບນີ້, ທີ່ແຂວງເຊີນລາ, ສັດຕູອອກແຮງປັບປຸງການປ້ອງກັນລຽບຕາມແມ່ນໍ້າມ້າ, ທາງເລກທີ 41 (ປະຈຸບັນແມ່ນ ທາງຫຼວງເລກ 6) ເພື່ອຮັກສາແລວປອດໄຟລະຫວ່າງແຂວງເຊີນລາ ກັບພາກເໜືອລາວ.

ຄະນະພັກທຸກຂັ້ນໃນກໍາລັງປະກອບອາວຸດເຊີນລາ ສຸມໃສ່ວຽກງານຊາບຊຶມ, ສຶກສາ, ບໍາລຸງບາງເນື້ອໃນກ່ຽວກັບການພົວພັນສາກົນ, ປຸກລະດົມພະນັກງານ, ນັກຮົບກ່ຽວກັບວຽກງານຂົນຂວາຍປະຊາຊົນ, ການພົວພັນກັບມະຫາຊົນ, ບັນດາຂໍ້ກໍານົດກ່ຽວກັບການພົບປະກັບປະຊາຊົນ, ຮີດຄອງປະເພນີຂອງປະເທດເພື່ອນ, ສ້າງເງື່ອນໄຂສະດວກໃຫ້ພະນັກງານ, ນັກຮົບທຸກຄົນເຂົ້າຮ່ວມການຕໍ່ສູ້ຢູ່ດິນແດນເພື່ອນລາວ. ເພື່ອຊ່ວຍເຫຼືອໃຫ້ບັ້ນຮົບພາກເໜືອລາວ, ທະຫານ ແລະປະຊາຊົນແຂວງເຊີນລາ ໄດ້ຍູ້ແຮງການສ້າງກໍາລັງ, ຈັດສົ່ງພະນັກງານ, ນັກຮົບອາສາສະໝັກຫຼາຍຄົນໄປຊ່ວຍເພື່ອນ. ດ້ວຍບັນດາການເຄື່ອນໄຫວຢ່າງແຮງຂອງສໍາພັນທະມິດຫວຽດ-ລາວ, ໄດ້ບຸກໂຈມຕີຢູ່ຊໍາເໜືອ, ຊຽງຂວາງ, ນາບຂູ່ຫຼວງພະບາງ, ບັງຄັບທະຫານຝະລັ່ງຕ້ອງຈັດສົ່ງ 2 ກອງພັນເຄື່ອນທີ່ຈາກ ນາສານ ມາຊ່ວຍ, ແຕ່ພວກມັນບໍ່ສາມາດກູ້ຊ່ວຍສະຖານະການນີ້ໄດ້. ບັ້ນຮົບພາກເໜືອລາວ ສິ້ນສຸດລົງ, ເຂດດິນແດນກວ້າງໃຫຍ່ກວ່າ 35.000 km2 ໄດ້ຮັບການປົດປ່ອຍ, ໃນນັ້ນມີ ຊໍາເໜືອ ແລະຊຽງຂວາງ ດ້ວຍປະຊາຊົນກວ່າ 4 ໝື່ນຄົນ. ຖານທີ່ໝັ້ນຕໍ່ຕ້ານຂອງລາວ ໄດ້ຮັບການເປີດກວ້າງ, ຕິດຈອດກັບເຂດທິດຕາເວັນຕົກສ່ຽງເໜືອຫວຽດນາມ.

ພ້ອມກັບບັນດາເຜົ່າ ແລະປະຊາຊົນຢູ່ບໍລິເວນໃນທ່ົວປະເທດ, ແຂວງເຊີນລາ ໄດ້ສ້າງຖານທີ່ໝັ້ນແຫ່ງທໍາອິດ, ຈຸດເລີ່ມຕົ້ນແມ່ນບັນດາສະຖານທີ່ສົ່ງຕໍ່ທັນຍາຫານ, ສະບຽງອາຫານ, ອາວຸດ..., ລະອຽດແມ່ນ: ກໍາລັງປະກອບອາວຸດແຂວງເຊີນລາ ພ້ອມກັບປະຊາຊົນທິດຕາເວັນຕົກສ່ຽງເໜືອສະໜອງ, ລຳລຽງໃຫ້ບັ້ນຮົບ: ເຂົ້າສານ 6.300 ໂຕນ, ເກືອ 200 ໂຕນ, ຊີ້ນ 290 ໂຕນ ແລະອື່ນໆ. ແຂວງເຊີນລາ ສົມທົບກັນຢ່າງແໜ້ນແຟ້ນກັບສະໜາມຮົບພາກເໜືອລາວ, ໄລ່ສະເພາະແຕ່ເດືອນ ມັງກອນ ຫາເດືອນ ມີຖຸນາ 1953, ນອກຈາກ ດັບສູນການເຄື່ອນທັບກວາດລ້າງ, “ປົດ” ປ້ອມ, ຄ້າຍຂອງສັດຕູໄດ້ຫຼາຍ... ຈໍານວນສັດຕູ້ຖືກເສຍຊີວິດ ແລະຮັບບາດເຈັບແມ່ນ 404 ຄົນ, ຖືກຈັບ ແລະຍອມຈຳນົນ 266 ຄົນ, ທະຫານເຮົາເກັບປືນທຸກຊະນິດໄດ້ 218 ກະບອກ,...

ໄຊຊະນະຂອງບັ້ນຮົບປົດປ່ອຍພາກເໜືອລາວປີ 1953 ໄດ້ຢັ້ງຢືນສາຍພົວພັນສາມັກຄີສະໜິດຕິດພັນແບບພິເສດລະຫວ່າງກໍາລັງປະກອບອາວຸດແຂວງເຊີນລາ ກັບບັນດາແຂວງພາກເໜືອລາວ ເວົ້າສະເພາະ ແລະນໍ້າໃຈສາມັກຄີລະຫວ່າງພັກ, ລັດຖະບານ, ກອງທັບ ແລະປະຊາຊົນສອງປະເທດຫວຽດ-ລາວ ເວົ້າລວມ.

ສືບທອດ ແລະເສີມຂະຫຍາຍບັນດາຄຸນຄ່າມູນເຊື້ອທີ່ດີງາມ, ໃນໄລຍະປະຈຸບັນ ແຂວງເຊີນລາ ກໍາລັງຍູ້ແຮງການເຄື່ອນໄຫວຮ່ວມມືມິດຕະພາບກັບບັນດາແຂວງພາກເໜືອລາວ. ຄຽງຂ້າງບັນດາການເຄື່ອນໄຫວຮ່ວມມື, ພົບປະແລກປ່ຽນເສດຖະກິດ, ແຕ່ລະປີແຂວງເຊີນລາ ແລະບັນດາແຂວງພາກເໜືອລາວ ຍັງເພີ່ມທະວີການຮ່ວມມື, ແລກປ່ຽນ, ຖອດຖອນບົດຮຽນໃນວຽກງານຄຸ້ມຄອງລັດ; ຮ່ວມມື ໃນຂົງເຂດສຶກສາບໍາລຸງສ້າງ, ສາທາລະນະສຸກ; ແລກປ່ຽນຂໍ້ມູນສະພາບການກ່ຽວກັບໜ້າທ່ີປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັກສາການປະຊຸມປະຈໍາໄລຍະ ແລະບັງເອີນ, ເພື່ອແຈ້ງສະພາບການທີ່ກ່ຽວຂ້ອງເຖິງໜ້າທີ່ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງຢູ່ເຂດຊາຍແດນລະຫວ່າງສອງປະເທດ, ຜ່ານນັ້ນສ້າງສະພາບແວດລ້ອມໃຫ້ມີສະຖຽນລະພາບ, ເປັນມິດຢູ່ເຂດຊາຍແດນ, ປະກອບສ່ວນສ້າງຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື, ພ້ອມກັນພັດທະນາ ແລະສ້າງທ່າໝັ້ນຄົງໃຫ້ເຂດປ້ອງກັນແຂວງ, ປະກອບສ່ວນນໍາການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະລາວ ໃຫ້ນັບມື້ນັບຍືນຍົງ, ຕອບສະໜອງຄວາມຕ້ອງການປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ໂດຍ: ໄຊນີດາ