ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ໄດ້ເນັ້ນໜັກຄືດັ່ງກ່າວເມື່ອຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະຍະພາກເໜືອລາວ (1953-2023). ເນື້ອໃນການຕອບສໍາພາດດັ່ງລຸ່ມນີ້.

ນັກຂ່າວ: ຂໍຮຽນສະຫາຍເອກອັກຄະລັດຖະທູດ, ກອງທັບປະຊາຊົນຫວຽດນາມ ແລະກອງທັບປະຊາຊົນລາວ ມີມູນເຊື້ອສະໜິດຕິດພັນ, ຄຽງບ່າຄຽງໄຫຼ່ນຳກັນ, ໃນນັ້ນຕ້ອງເວົ້າເຖິງການສົມທົບກັນປະກອບສ່ວນຍາດເອົາໄຊຊະນະຢູ່ພາກເໜືອລາວເມື່ອປີ 1953. ສະຫາຍ ຕີລາຄາແນວໃດຕໍ່ຂໍ້ສັງເກດນີ້?

ສະຫາຍ ແສງເພັດ ຮຸ່ງບຸນຍວງ: ກ່ອນອື່ນໝົດຕ້ອງຢັ້ງຢືນວ່າ ການພົວພັນສະໜິດຕິດພັນຖານອ້າຍນ້ອງລະຫວ່າງສອງຊາດພວກເຮົາເຄີຍໄດ້ຮັບການສ້າງຕັ້ງ ແລະຫຼໍ່ຫຼອມໃນປະຫວັດສາດແຫ່ງການສ້າງສາ, ປົກປັກຮັກສາປະເທດຊາດທີ່ມີມານັບຫຼາຍພັນປີ ແລະນັບມື້ນັບໄດ້ຮັບການເປີດກວ້າງ, ພັດທະນາ, ຍົກສູງຂຶ້ນທາງດ້ານຄຸນນະພາບນັບແຕ່ເມື່ອມີການກຳເນີດ ແລະນຳພາຢ່າງສະຫຼາດສ່ອງໃສຂອງພັກກອມມູນິດອິນດູຈີນ, ຫຼັງຈາກນັ້ນແມ່ນພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ.

leftcenterrightdel
ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໄຊຊະນະພາກເໜືອລາວປີ 1953. ພາບ: ຫວິງອານ.

ການກຳເນີດຂອງລັດຖະບານສາທາລະນະລັດ ປະຊາທິປະໄຕຫວຽດນາມ (ວັນທີ 2 ກັນຍາ 1945) ແລະລັດຖະບານລາວ ອິດສະຫຼະ (ວັນທີ 12 ຕຸລາ 1945) ແມ່ນພື້ນຖານນຳ ຄວາມສາມັກຄີ, ການຊ່ວຍເຫຼືອກັນລະຫວ່າງສອງປະເທດຫວຽດນາມ-ລາວ ຂຶ້ນລະດັບສຳພັນທະມິດສູ້ຮົບ. ພາຍຫຼັງຍາດໄດ້ອຳນາດການປົກຄອງ, ລັດຖະບານສອງປະເທດໄດ້ເຊັນ ສົນທິສັນຍາໜູນຊ່ວຍກັນລາວ-ຫວຽດ ໃນວັນທີ 16 ຕຸລາ 1945 ແລະສັນຍາວ່າດ້ວຍການຈັດຕັ້ງທະຫານປະສົມລາວ-ຫວຽດ ໃນວັນທີ 30 ຕຸລາ 1945.

ນີ້ແມ່ນບັນດາເອກະສານທາງການທຳອິດທີ່ສ້າງພື້ນຖານນິຕິກຳ ເພື່ອໃຫ້ສອງປະເທດຫວຽດນາມ-ລາວ ຮ່ວມມື ແລະສາມັກຄີສູ້ຮົບຕ້ານສັດຕູໂຕດຽວ. ເວົ້າເຖິງພັນທະມິດສາມັກຄີສູ້ຮົບພິເສດລະຫວ່າງສອງປະເທດແລ້ວ, ທະຫານອາສາສະໝັກ ຫວຽດນາມ ຢູ່ລາວ ແມ່ນສັນຍາລັກອັນສູງສົ່ງແຫ່ງຄວາມສະໜິດຕິດແໜ້ນດັ່ງກ່າວ. ໃນການຕໍ່ສູ້ອັນຍຶດເຍື້ອຍາວນານເພື່ອຕ້ານລ່າເມືອງຂຶ້ນ ແລະຈັກກະພັດ, ພະນັກງານ, ນັກຮົບທະຫານອາສາສະໝັກຮຸ່ນຕ່າງໆຂອງຫວຽດນາມ ຢູ່ ລາວ ໄດ້ເຊີດຊູນ້ຳໃຈສາກົນກຳມະຊີບ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ, ຄຽງບ່າຄຽງໄຫຼ່ພ້ອມກັບທະຫານ ແລະປະຊາຊົນລາວສູ້ຮົບຈົນຮອດວັນຍາດໄດ້ໄຊຊະນະຢ່າງສົມບູນ, ປະກອບສ່ວນເຂົ້າໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ 3 ປະເທດອິນດູຈີນ: ຫວຽດນາມ, ລາວ ແລະກຳປູເຈຍ.

ສະຫາຍ ໄກສອນ ພົມວິຫານ ເຄີຍເວົ້າວ່າ “ບັນດາສະຫາຍນັກຮົບສາກົນພິເສດຫວຽດນາມ ປະຕິບັດຕາມຄຳສັ່ງຂອງພັກກອມມູນິດຫວຽດນາມ ແລະປະທານໂຮ່ຈີມິນ ໄດ້ເຊີດຊູນ້ຳໃຈສາກົນກຳມະຊີບອັນໃສແຈ້ງ, ຮັກປະຊາຊົນລາວ ຄືຮັກພໍ່ແມ່, ອ້າຍນ້ອງຄິງຂອງຕົນ, ຮ່ວມທຸກຮ່ວມສຸກ, “ເຂົ້າເມັດຫັກພັກເສັ້ນດຽວກໍ່ແບ່ງກັນ”, ຮັບຄວາມຫຍຸ້ງຍາກແກ່ຕົນ, ສະຫງວນຄວາມສະດວກໃຫ້ພວກຂ້າພະເຈົ້າ, ຄຽງບ່າຄຽງໄຫຼ່, ຮ່ວມເປັນຮ່ວມຕາຍພ້ອມກັບກອງທັບ ແລະປະຊາຊົນພວກຂ້າພະເຈົ້າສູ້ຮົບໃນຂຸມຄອງດຽວ, ດ້ວຍນ້ຳໃຈພິລະອາດຫານທີ່ສຸດ”.

ໃນການຕໍ່ສູ້ຕ້ານຝະລັ່ງ, ທະຫານອາສາສະໝັກຫວຽດນາມ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກກາກກຳ, ເສຍສະຫຼະຊີວິດ, ຄຽງບ່າຄຽງໄຫຼ່ພ້ອມກັບກອງທັບລາວອິດສະຫຼະ ຕໍ່ສູ້ ແລະຍາດເອົາໄຊຊະຍະອັນສະຫງ່າລາສີ. ຈາກການສົມທົບກັນສູ້ຮົບດ້ວຍບັນດາບັ້ນຮົບຂະໜາດນ້ອຍ, ທະຫານອາສາສະໝັກຫວຽດນາມ ແລະກອງທັບລາວ ອິດສະຫຼະ ຍິ່ງສູ້ຮົບຍິ່ງເຂັ້ມແຂງແຮງກ້າ ຍິ່ງສູ້ຮົບຍິ່ງເຕີບໃຫຍ່, ສົມທົບພ້ອມກັບບັນດາກົມກອງທະຫານຫຼວງຫວຽດນາມ ເປີດບັ້ນຮົບຂະໜາດໃຫຍ່ຍາດເອົາໄຊຊະນະ, ໃນນັ້ນຕ້ອງເວົ້າເຖິງບັ້ນຮົບພາກເໜືອລາວປີ 1953 (ແຕ່ວັນທີ 13 ເມສາ ຫາວັນທີ 3 ພຶດສະພາ 1953), ເປີດກວ້າງເຂດທີ່ໝັ້ນປະຕິວັດຂອງລາວ, ເຊື່ອມຕໍ່ກັບເຂດຕາເວັນຕົກສ່ຽງເໜືອຫວຽດນາມ.

ນັກຂ່າວ: ໄຊຊະນະພາກເໜືອລາວປີ 1953 ມີຄວາມໝາຍຄືແນວໃດຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດຂອງສອງປະເທດຫວຽດນາມ ແລະລາວ, ຂໍຮຽນທ່ານເອກອັກຄະລັດຖະທູດ?

leftcenterrightdel
ສະຫາຍພົນເອກ ຫວໍງວຽນຢາບ (ທີ 3, ຈາກຊ້າຍມາ) ແລະສະຫາຍ ສຸພານຸວົງ (ທີ 4, ຈາກຊ້າຍມາ) ປຶກສາຫາລືແຜນການສົມທົບກັນເປີດບັ້ນຮົບພາກເໜືອລາວ 1953. ພາບ: ເອກະສານ.

ສະຫາຍເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ: ໄຊຊະນະພາກເໜືອລາວປີ 1953 ມີຄວາມໝາຍສຳຄັນທີ່ສຸດຕໍ່ພາລະກິດຕໍ່ສູ້ປົດປ່ອຍຊາດ, ຍາດເອົາເອກະລາດ, ອິດສະຫຼະພາບຂອງສອງປະເທດພວກເຮົາ. ກ່ອນອື່ນໝົດ, ແມ່ນດັບສູນຫຼາຍກຳລັງຂອງສັດຕູ. ໄຊຊະນະພາກເໜືອລາວປີ 1953 ກໍ່ປະກອບສ່ວນສ້າງສະຖານະການໃໝ່ໃຫ້ແກ່ການຕໍ່ສູ້ປົດປ່ອຍຊາດຂອງລາວ, ນຳການປະຕິວັດລາວ ຈາກບັນດາຖານທີ່ໝັ້ນນ້ອຍກາຍເປັນຖານທີ່ໝັ້ນກວ້າງຂວາງ ແລະຕິດກັບເຂດປົດປ່ອຍຂອງຫວຽດນາມ. ນອກນັ້ນ, ຜ່ານໄຊຊະນະພາກເໜືອລາວ ປີ 1953 ກຳລັງຕໍ່ຕ້ານລາວ ໄດ້ຮັບການຫຼໍ່ຫຼອມ ແລະເຕີບໃຫຍ່ຂະຫຍາຍຕົວ, ຄວາມເຊື່ອໝັ້ນຕໍ່ສຳພັນທະມິດສາມັກຄີສູ້ຮົບລະຫວ່າງສອງປະເທດໄດ້ຮັບການປັບປຸງຕື່ມອີກ, ການສົມທົບຍຸດທະສາດລະຫວ່າງການປະຕິວັດສອງປະເທດຫວຽດນາມ-ລາວ ກໍ່ມີເງື່ອນໄຂພັດທະນາສະດວກກວ່າ.

ນັກຂ່າວ: ຕາມທ່ານເອກອັກຄະລັດຖະທູດ, ຜ່ານໄຊຊະນະພາກເໜືອລາວ ປີ 1953 ພວກເຮົາຖອດຖອນໄດ້ບົດຮຽນໃດແດ່ຕໍ່ກັບການພົວພັນສອງປະເທດຫວຽດນາມ-ລາວ ໃນປະຈຸ ບັນ?

ສະຫາຍເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ: ໄຊຊະນະພາກເໜືອລາວປີ 1953 ແມ່ນຂີດໝາຍສຳຄັນໃນວິວັດແຫ່ງການພັດທະນາຂອງສຳພັນທະມິດສາມັກຄີສູ້ຮົບຫວຽດ -ລາວ. ນີ້ບໍ່ພຽງແຕ່ແມ່ນໄຊຊະນະດ້ານການທະຫານເທົ່ານັ້ນ ຫາກຍັງແມ່ນໄຊຊະນະຂອງນ້ຳໃຈສາກົນກຳມະຊີບອັນສູງສົ່ງອີກດ້ວຍ.

ໄຊຊະນະນີ້ໄດ້ປະກອບສ່ວນຢັ້ງຢືນບົດບາດອັນໃຫຍ່ຫຼວງຂອງການພົວພັນສາມັກຄີສູ້ຮົບ, ສະໜິດຕິດພັນລະຫວ່າງທະຫານ ແລະປະຊາຊົນສອງປະເທດໃນການຕໍ່ສູ້ຕ້ານສັດຕູໂຕດຽວເພື່ອເອກະລາດ. ບໍ່ພຽງແຕ່ໄຊຊະນະພາກເໜືອລາວປີ 1953 ເທົ່ານັ້ນ, ຫວນຄືນໄລຍະທາງປະຫວັດສາດອັນພິລະອາດຫານຜ່ານມາ, ພວກເຮົາສຸດທີ່ເອກອ້າງທະນົງໃຈຕໍ່ສາຍພົວພັນສາມັກຄີແບບພິເສດລາວ-ຫວຽດນາມ, ຫວຽດນາມ-ລາວ ເຊິ່ງໄດ້ກາຍເປັນກົດເກນແຫ່ງການພັດທະນາ, ແມ່ນປັດໄຈສຳຄັນຮັບປະກັນໄຊຊະນະຂອງພາລະກິດປະຕິວັດຂອງແຕ່ລະປະເທດ ແລະແມ່ນຊັບສົມບັດລວມອັນລ້ຳຄ່າທີ່ສຸດຂອງສອງພັກ, ສອງຊາດ.

ໃນສະຖານະການໂລກ ແລະພາກພື້ນພວມພັດທະນາຢ່າງວ່ອງໄວ ແລະສັບສົນ, ຍິ່ງກວ່າເວລາໃດໝົດ, ສອງພັກ, ສອງລັດ ແລະປະຊາຊົນສອງປະເທດພວກເຮົາຍິ່ງຕ້ອງຮ່ວມແຮງຮ່ວມໃຈປົກປັກຮັກສາ, ປົກປ້ອງ, ເພີ່ມພູນຄູນສ້າງ, ເສີມຂະຫຍາຍມູນເສື້ອສາມັກຄີດັ່ງກ່າວ, ສືບຕໍ່ນຳພາລະກິດປະຕິວັດຂອງສອງຊາດພວກເຮົາກ້າວຂຶ້ນເປົ້າໝາຍສັງຄົມນິຍົມ, ເພື່ອຄວາມວັດທະນາຖາວອນ ແລະຄວາມຜາສຸກຂອງປະຊາຊົນສອງປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື, ພັດທະນາຢູ່ພາກພື້ນ ແລະໃນໂລກ.

ນັກຂ່າວ: ຂໍຂອບໃຈ!

ໂດຍ: ແສງເດືອນ