ປະທານປະເທດຫວຽດນາມ ມາຮອດນະຄອນຫຼວງວຽງຈັນ, ເລີ່ມຕົ້ນການຢ້ຽມຢາມລາວ ຢ່າງເປັນທາງການ
ກປ.ອອນໄລ - ເວລາ 8 ໂມງ 30 ນາທີ ວັນທີ 10 ເມສາ, ຕາມເວລາທ້ອງຖິ່ນ, ສະຫາຍ ຫວໍວັນເຖືອງ ປະທານປະເທດ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ມາຮອດສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ, ເລີ່ມຕົ້ນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການຕາມຄໍາເຊີນຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ.
    |
 |
ສະຫາຍ ຫວໍວັນເຖືອງ ປະທານປະເທດຫວຽດນາມ ມາຮອດນະຄອນຫຼວງວຽງຈັນ, ເລີ່ມຕົ້ນການຢ້ຽມຢາມລາວ ຢ່າງເປັນທາງການ. ພາບ: ສໍານັກຂ່າວສານຫວຽດນາມ. |
ທີ່ສະໜາມບິນມີຕາງໜ້າຊາວຫວຽດນາມ ອາໄສຢູ່ລາວ ແລະນັກສຶກສາຫວຽດນາມ ຢູ່ລາວ, ປະຊາຊົນລາວຖືທຸງຊາດສອງປະເທດ ແລະດອກໄມ້ທີ່ສວຍງາມເພື່ອຕ້ອນຮັບປະທານປະເທດ ຫວໍວັນເຖືອງ ແລະຄະນະຢູ່ສະໜາມບິນ.
    |
 |
ພິທີຕ້ອນຮັບສະຫາຍ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຢູ່ສະໜາມບິນສາກົນວັດໄຕ. ພາບ: ສໍານັກຂ່າວສານຫວຽດນາມ. |
ພິເສດ, ຢູ່ບັນດາຖະໜົນຈາກສະໜາມບິນເຂົ້ານະຄອນ, ປະຊາຊົນລາວ ຫຼາຍພັນຄົນຖືດອກໄມ້ ແລະທຸງຊາດສອງປະເທດໂບກມືຕ້ອນຮັບປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມລາວ ຢ່າງເປັນທາງການ.
    |
 |
ພິທີຕ້ອນຮັບສະຫາຍ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຢູ່ສະໜາມບິນສາກົນວັດໄຕ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນສະພາບການໂລກ ແລະພາກພື້ນກໍາລັງຜັນແປຢ່າງສັບສົນ, ກໍ່ຄວາມຫຍຸຸ້ງຍາກ ແລະສິ່ງທ້າທາຍ, ການຢ້ຽມຢາມລາວ ຂອງປະທານປະເທດຫວຽດນາມ ສະແດງການສະໜັບສະໜູນຢ່າງແຮງ, ຮອບດ້ານຂອງຫວຽດນາມ ຕໍ່ກັບກິດຈະການປ່ຽນແປງໃໝ່, ຟື້ນຟູ ແລະພັດທະນາເສດຖະກິດ-ສັງຄົມ, ເຊື່ອມໂຍງເຂົ້າກັບສາກົນຂອງປະເທດເພື່ອນລາວ.
    |
 |
ພິທີຕ້ອນຮັບສະຫາຍ ຫວໍວັນເຖືອງ ປະທານປະເທດຫວຽດນາມ ຢູ່ສະໜາມບິນສາກົນວັດໄຕ. ພາບ: ສໍານັກຂ່າວສານຫວຽດນາມ. |
ຄາດວ່າ ໃນໄລຍະຢ້ຽມຢາມລາວ, ສະຫາຍ ຫວໍວັນເຖືອງ ປະທານປະເທດ ຈະເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ, ພົບປະເຈລະຈາ ແລະພ້ອມກັບສະຫາຍເລຂາທິການໃຫຍ່, ປະທານປະເທດລາວ ເປັນສັກຂີພິຍານພິທີເຊັນເອກະສານຮ່ວມມືລະຫວ່າງສອງປະເທດ. ສະຫາຍປະທານປະເທດ ຫວໍວັນເຖືອງ ກໍ່ຈະມີການພົບປະກັບສະຫາຍ ນາຍົກລັດຖະມົນຕີ ແລະປະທານສະພາແຫ່ງຊາດລາວ; ຕ້ອນຮັບປະທານສູນກາງແນວລາວສ້າງຊາດ, ຕ້ອນຮັບປະທານສະຫະພັນມິດຕະພາບລາວ-ຫວຽດນາມ; ເຂົ້າຮ່ວມງານລ້ຽງຢ່າງເປັນທາງການຂອງເລຂາທິການໃຫຍ່, ປະທານປະເທດລາວ; ຢ້ຽມຢາມສະຖານທູດຫວຽດນາມ ປະຈໍາ ລາວ ແລະພົບປະກັບຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ລາວ.
ໂດຍ: ໄຊນີດາ