ນະຄອນໂຮ່ຈີມິນ - ແຂວງຫົວພັນ ເພີ່ມທະວີການຮ່ວມມືໃນໄລຍະໃໝ່
ກປ.ອອນໄລ - ຕອນບ່າຍວັນທີ 7 ມີນາ, ສະຫາຍ ຟານວັນມ໊າຍ ຮອງເລຂາຜູ້ປະຈໍາການພັກນະຄອນ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບສະຫາຍ ວັນໄຊ ແພງຊຸມມາ ເລຂາພັກແຂວງ, ເຈົ້າແຂວງໆຫົວພັນ, ສປປ ລາວ.
ທີ່ການຕ້ອນຮັບ, ສະຫາຍ ຟານວັນມ໊າຍ ເນັ້ນໜັກວ່າ: ນະຄອນ ໂຮ່ຈີມິນ ປາດຖະໜາຢາກຮ່ວມມືຮອບດ້ານກັບແຂວງຫົວພັນໃນຫຼາຍຂົງເຂດ, ໃນນັ້ນມີການທ່ອງທ່ຽວ, ການຄ້າ ແລະການສຶກສາ - ບຳລຸງສ້າງ.
    |
 |
ສະຫາຍ ຟານວັນມ໊າຍ ມອບຂອງຂວັນໃຫ້ສະຫາຍ ວັນໄຊ ແພງຊຸມມາ. ພາບ: ຫວຽດຢຸງ |
ສະຫາຍ ວັນໄຊ ແພງຊຸມມາ ໄດ້ເຫັນດີເປັນເອກະພາບກັບຄຳເຫັນຂອງ ສະຫາຍ ຟານວັນມ໊າຍ ກ່ຽວກັບການຊຸກຍູ້ການຮ່ວມມືຮອບດ້ານລະຫວ່າງສອງທ້ອງຖິ່ນ, ໃນນັ້ນມີ 3 ຂົງເຂດທ່ອງທ່ຽວ, ການຄ້າ ແລະການສຶກສາ-ບຳລຸງສ້າງ. ກ່ຽວກັບການທ່ອງທ່ຽວ, ສະຫາຍ ວັນໄຊ ແພງຊຸມມາ ໃຫ້ຮູ້ວ່າ: ແຂວງຫົວພັນ ມີທ່າແຮງທາງດ້ານການທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະປະຫວັດສາດ. ມີເສັ້ນຊາຍແດນຕິດກັບເຊີນລາ, ແທງຮວ໊າ ແລະເງະອານ, ແຂວງຫົວພັນ ປະຈຸບັນພວມຜັນຂະຫຍາຍຫຼາຍໂຄງການຮ່ວມມືດ້ານການທ່ອງທ່ຽວກັບບັນດາແຂວງດັ່ງກ່າວ.
ທ່ານເຈົ້າແຂວງໆຫົວພັນ ຫວັງວ່າ ໃນໄລຍະຈະມາເຖິງ, ຜ່ານການຊຸກຍູ້ການຮ່ວມມືດ້ານການທ່ອງທ່ຽວ ກັບນະຄອນໂຮ່ຈີມິນ ຈະດຶງດູດນັກທ່ອງທ່ຽວນະຄອນ ມາຢ້ຽມຢາມແຂວງຫົວພັນ ແລະກົງກັນຂ້າມ. ກ່ຽວກັບຂົງເຂດການຄ້າ, ແຂວງຫົວພັນ ຫວັງວ່າ ຈະໄດ້ຕ້ອນຮັບບັນດາວິສາຫະກິດນະຄອນໂຮ່ຈີມິນ ມາສຳຫຼວດ ແລະຊອກຫາກາລະໂອກາດຮ່ວມມືຢູ່ແຂວງຫົວພັນ. ກ່ຽວກັບດ້ານການສຶກສາ ແລະບຳລຸງສ້າງ, ສະຫາຍ ວັນໄຊ ແພງຊຸມມາ ຂອບໃຈນະຄອນ ໂຮ່ຈີມິນ ໄດ້ໃຫ້ຄຳໝັ້ນສັນຍາມອບທຶນການສຶກສາປະມານ 50 ທຶນ ໃຫ້ແກ່ນັກຮຽນທີ່ຮຽນຈົບ ມ.7 ກໍ່ຄືບັນດາໂຄງການຝຶກອົບຮົມໄລຍະສັ້ນໃຫ້ແກ່ຄະນະພະນັກງານຂອງແຂວງຫົວພັນ...
ພາຍຫຼັງພິທີຕ້ອນຮັບ, ການນຳສອງທ້ອງຖິ່ນໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງຄະນະກຳມະການປະຊາຊົນນະຄອນໂຮ່ຈີມິນ ແລະອຳນາດການປົກຄອງແຂວງຫົວພັນ ໄລຍະ 2022-2025.
ໂດຍ: ທະນາພອນ