ຫວຽດນາມ-ລາວ ຍາມໃດກໍ່ແມ່ນອ້າຍນ້ອງ

ສິ່ງພິເສດຢູ່ເຂດຊາຍແດນຫວຽດນາມ-ລາວ ເວົ້າລວມ ແລະແຂວງກວາງຈິ້ ເວົ້າສະເພາະແມ່ນປະຊາຊົນຢູ່ສອງຟາກຊາຍແດນຕິດກັບຊາຍແດນເຄີຍມີສາຍພົວພັນຍາດຕິພີ່ນ້ອງ. ສິ່ງນີ້ເລີ່ມມາຈາກປະຫວັດສາດ. ກ່ອນທີ່ວາງແຜນຊາຍແດນ, ຊາວເຜົ່າປາໂກ, ເວີນກ່ຽວ ຮ່ວມດຳລົງຊີວິດ, ຮ່ວມຂົນສົ່ງເຄື່ອງຂອງອາວຸດໃຫ້ທະຫານ, ຈັບປືນຂັບໄລ່ສັດຕູຜູ້ຮຸກຮານ. ພາຍຫຼັງວາງແຜນຜັງ, ເສັ້ນຊາຍແດນແບ່ງປັນສອງປະເທດ, ປະຊາຊົນດຳລົງຊີວິດຢູ່ຜືນແຜ່ນດິນຫວຽດນາມ ຖືສັນຊາດຫວຽດນາມ; ປະຊາຊົນດຳລົງຊີວິດຢູ່ຜືນແຜ່ນດິນລາວ ຖືສັນຊາດລາວ. ເຖິງວ່າດຳລົງຊີວິດຢູ່ສອງປະເທດ, ມີສັນຊາດແຕກຕ່າງກັນກໍ່ຕາມແຕ່ພັດກໍ່ມີກົກເຄົ້າດຽວກັນ ເພາະສະນັ້ນຄຳເວົ້າທີ່ວ່າ “ຫວຽດນາມ-ລາວ ອ້າຍນ້ອງ” ທັງຖືກຕາມຄວາມໝາຍແຄບທັງຖືກຕາມຄວາມໝາຍກວ້າງ.

leftcenterrightdel
ແພດໝໍທະຫານຊາຍແດນແຂວງກວາງຈິ້ ກວດ ແລະປິ່ນປົວພະຍາດໃຫ້ປະຊາຊົນຢູ່ບ້ານຣໍຮໍ໊. ພາບ: ແທັງຈູກ

ຈຸດລວມຂອງບັນດາບ້ານລາວຢູ່ຕິດກັບຊາຍແດນແມ່ນໄກຈາກໃຈກາງເມືອງ, ການໄປມາປະສົບກັບຄວາມຫຍຸ້ງຍາກ ແລະຊີວິດການເປັນຢູ່ດ້ານເສດຖະກິດໃນລະດັບຕ່ຳ. ຢູ່ເສັ້ນຊາຍແດນເກືອບ 200 km, ແຂວງກວາງຈິ້ ຕິດຈອດກັບ 2 ແຂວງສາລາວັນ ແລະສະຫວັນນະເຂດ (ລາວ), ປະຊາຊົນຢູ່ສອງຟາກຊາຍແດນມີສາຍພົວພັນເປັນຍາດຕິພີ່ນ້ອງນຳກັນເພາະສະນັ້ນເຄີຍໄປມາຢ້ຽມຢາມຖາມຂ່າວ ແລະຊ່ວຍເຫຼືອກັນ. ບັນດາຄ້າຍທະຫານຊາຍແດນ, ອຳນາດການປົກຄອງທ້ອງຖິ່ນ ກໍ່ມີການໜູນຊ່ວຍແນວພັນພືດ, ສັດລ້ຽງ ເພື່ອໃຫ້ປະຊາຊົນລາວ ພັດທະນາເສດຖະກິດ ແລະພິເສດແມ່ນເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນ.

ຕາມທ່ານພັນເອກພິເສດ ເລວັນເຟືອງ, ຫົວໜ້າກອງບັນຊາການທະຫານຊາຍແດນແຂວງກວາງຈິ້ ແລ້ວ: ປະຈຸບັນ, ຢູ່ເຂດຊາຍແດນທາງບົກຂອງແຂວງກວາງຈິ້ ມີຫ້ອງກວດພະຍາດ 4 ແຫ່ງ ແລະ 4 ສຸກສາລາແພດທະຫານ-ປະຊາຊົນ. ໃນ 5 ປີ ຜ່ານມາ, ກຳລັງແພດທະຫານຊາຍແດນແຂວງກວາງຈິ້ ໄດ້ດຳເນີນການກວດພະຍາດ, ປະຖົມພະຍາບານ, ປິ່ນປົວໄດ້ເກືອບ 50.000 ເທື່ອຄົນ, ໃນນັ້ນປະຊາຊົນລາວ ມີ 4.655 ເທື່ອຄົນ, ຄາດຄະເນວ່າລາຍຈ່າຍແຈກຢາຍຢຸກຢາແມ່ນກວ່າ 3,2 ຕື້ດົ່ງ. ໃນໄລຍະການແຜ່ລະບາດຂອງພະຍາດໂຄ ວິດ-19, ກໍາລັງແພດທະຫານໄດ້ໜູນຊ່ວຍຢາ, ວັດຖຸອຸປະກອນການແພດປ້ອງກັນ ແລະຕ້ານພະຍາດໂຄວິດ-19 ໃຫ້ບັນດາທ້ອງຖິ່ນຂອງລາວ ທີ່ຕິດກັບເຂດຊາຍແດນລວມມູນຄ່າກວ່າ 400 ລ້ານດົ່ງ.

“ນັກການທູດ” ໄມຕີຈິດມິດຕະພາບ

ບ້ານກະຕູບ (ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ) ມີ 86 ຄອບຄົວດ້ວຍປະຊາກອນ 450 ຄົນ. ນີ້ແມ່ນບ້ານຕິດຈອດກັບຊາຍແດນ, ຫ່າງໄກຈາກສູນການແພດເມືອງ, ຊີວິດການເປັນຢູ່ດ້ານເສດຖະກິດຂອງປະຊາຊົນປະສົບຄວາມຫຍຸ້ງຍາກຫຼາຍຢ່າງ, ຈາກບ້ານກະຕູບ ໄປເຖິງສູນການແພດເມືອງເຊໂປນ ປະມານ 40 km ເພາະສະນັ້ນປະຊາຊົນໄປກວດພະຍາດຢູ່ໂຮງໝໍປະສົບຄວາມຫຍຸ້ງຍາກຫຼາຍຢ່າງ. ຕໍ່ໜ້າຄວາມຫຍຸ້ງຍາກດັ່ງກ່າວ, ດ້ວຍນ້ຳໃຈມິດຕະພາບ, ຄວາມສາມັກຄີ, ໃນຊຸມປີກ່ອນນີ້, ກຳລັງແພດທະຫານຂອງຄ້າຍທະຫານຊາຍແດນດ່ານສາກົນລາວບາວ, ທະຫານຊາຍແດນແຂວງກວາງຈິ້ ໄດ້ດຳເນີນການກວດພະຍາດ ແລະແຈກຢາຍຢຸກຢາໃຫ້ແກ່ປະຊາຊົນບ້ານກະຕູບ ເປັນປະຈຳ.

leftcenterrightdel
ຍ້ອນມີການໜູນຊ່ວຍຂອງຄ້າຍທະຫານຊາຍແດນດ່ານສາກົນລາວບາວ, ເງື່ອນໄຂເຮັດວຽກຂອງພະນັກງານສຸກສາລາກະຕູບ ກໍ່ດີກວ່າ. ພາບ: ແທັງຈູກ

ເດືອນເມສາ 2014, ກອງບັນຊາການທະຫານຊາຍແດນແຂວງກວາງຈິ້ ເປີດນຳໃຊ້ສຸກສາລາແພດທະຫານ-ປະຊາຊົນ ອາວາວ ຢູ່ຕາແສງອາວາວ (ເມືອງ ດັ໊ກຣົງ, ແຂວງກວາງຈິ້). ສຸກສາລາ ມີແພດໝໍ 2 ຄົນ, ມີຫ້ອງກວດ, ປິ່ນປົວ ແລະຫ້ອງກິນນອນ. ຕົວຈິງແລ້ວ, ເມື່ອທຽບໃສ່ກັບຫຼາຍແຫ່ງ, ສຸກສາລາຢູ່ທີ່ນີ້ບໍ່ໃຫຍ່ແຕ່ວ່າຢູ່ເຂດຫ່າງໄກສອກຫຼີກຄືຢູ່ອາວາວ, ນີ້ແມ່ນ ສິ່ງທີ່ດີກວ່າຄວາມຄອຍຖ້າ. ດ້ວຍລັກສະນະສະເພາະຢູ່ເຂດຊາຍແດນ, ຫ່າງໄກຈາກສູນການແພດ, ໂຮງໝໍ ໃນເງື່ອນໄຂອາກາດຮ້າຍແຮງ, ການຈາລະຈອນປະສົບຄວາມຫຍຸ້ງຍາກ, ເພາະສະນັ້ນສຸກສາລາແພດທະຫານ-ປະຊາຊົນ ອາວາວ ບໍ່ພຽງແຕ່ກວດ ແລະປິ່ນປົວພະຍາດໃຫ້ພະນັກງານ, ນັກຮົບຄ້າຍທະຫານຊາຍແດນອາວາວ ແລະປະຊາຊົນຢູ່ໃນບໍລິເວນເທົ່ານັ້ນ, ເວລາເກືອບ 10 ປີຜ່ານມາ, ບັນດາແພດໝໍຢູ່ສຸກສາລາ ໄດ້ເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນລາວ ຢູ່ບ້ານ ຣໍຣໍ໊ (ກຸ່ມ 2, ເມືອງສະໝ້ວຍ, ແຂວງສາລາວັນ, ລາວ) ອີກດ້ວຍ.

leftcenterrightdel
ຄ້າຍທະຫານຊາຍແດນອາວາວ ມອບສະບຽງອາຫານໃຫ້ປະຊາຊົນບ້ານຣໍຣໍ໊ (ເມືອງສະໝ້ວຍ, ແຂວງສາລາວັນ, ລາວ). ພາບ: ແທັງຈູກ

ຄວາມຈິງແລ້ວ, ຖັນແຖວແພດທະຫານມີຈຳນວນໜ້ອຍ, ແຕ່ວຽກງານພັດຫຼາຍ, ເງື່ອນໄຂພື້ນຖານດ້ານວັດຖຸ, ອຸປະກອນການແພດ, ຢຸກຢາບໍ່ພຽງພໍ, ສະນັ້ນຍິ່ງຮຽກຮ້ອງໃຫ້ມີຄວາມຮູ້ດ້ານວິຊາສະເພາະທີ່ດີ, ມີຄວາມຮັບຜິດຊອບສູງຈຶ່ງຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່. ແບ່ງປັນກ່ຽວກັບວຽກງານ ເຊິ່ງບັນດາແພດໝໍສຸກສາລາທະຫານ-ປະຊາຊົນ ອາວາວ ໄດ້ຊ່ວຍເຫຼືອ, ທ່ານ ໂກນລວນ, ນາຍບ້ານ ຣໍຣໍ໊ ໃຫ້ຮູ້ວ່າ: “ບ້ານພວກຂ້າພະເຈົ້າຫ່າງໄກຈາກໃຈກາງເມືອງສະໝ້ວຍ, ການຈໍລະຈອນບໍ່ສະດວກ, ຊີວິດການເປັນຢູ່ຂອງປະຊາຊົນບ້ານ ຣໍຣໍ໊ ເປັນຕົ້ນແມ່ນລ້ຽງສັດ ແລະທຳການຜະລິດຂະໜາດໜ້ອຍ, ສ່ວນຫຼາຍເຮັດໄຮ່ເຮັດນາ, ເພາະສະນັ້ນຈຶ່ງປະສົບກັບຄວາມຫຍຸ້ງຍາກຫຼາຍ, ໂດຍສະເພາະແມ່ນດ້ານເສດຖະກິດ. ເມື່ອປະຊາຊົນ ຕິດພະຍາດ, ບໍ່ສາມາດໄປຍັງເຂດໃຈກາງເມືອງໄດ້, ເພາະສະນັ້ນພວກຂ້າພະເຈົ້າ ໄປຫາຄ້າຍທະຫານຊາຍແດນອາວາວ, ທະຫານຊາຍແດນແຂວງກວາງຈິ້. ຍ້ອນມີບັນດາແພດໝໍທະຫານຊາຍແດນ, ພໍ່ແມ່ປະຊາຊົນຫຼາຍຄົນໄດ້ຮັບການປິ່ນປົວພະຍາດ. ບັນດາແພດໝໍທະຫານຊາຍແດນບໍ່ພຽງແຕ່ກວດ ແລະປິ່ນປົວພະຍາດໃຫ້ເທົ່ານັ້ນ ຫາກຍັງແນະນຳພວກຂ້າພະເຈົ້າວິທີປ້ອງກັນພະຍາດປະເພດຕ່າງໆ, ກິນສຸກ, ກິນຮ້ອນ, ຮັກສາອະນາໄມບ່ອນກິນ, ບ່ອນຢູ່ເພື່ອມີສຸຂະພາບແຂງແຮງ. ພວກຂ້າພະເຈົ້າ ຂໍຂອບອົກຂອບໃຈທະຫານຊາຍແດນຫວຽດນາມ”.

ອາດສາມາດເຫັນໄດ້ວ່າ, ດ້ວຍບັນດາວຽກງານ ແລະການກະທຳທີ່ແທດຈິງດັ່ງກ່າວ, ຖັນແຖວແພດໝໍທະຫານຊາຍແດນແຂວງກວາງຈິ້ ໄດ້ສ້າງຄວາມປະທັບໃຈອັນດີງາມໃຫ້ປະຊາຊົນປະເທດເພື່ອນລາວ. ວຽກງານນີ້ຍິ່ງເພີ່ມພູນຄູນສ້າງນ້ຳໃຈມິດຕະພາບສະໜິດແໜ້ນລະຫວ່າງປະຊາຊົນ 2 ຟາກຊາຍແດນ ຫວຽດນາມ-ລາວ.

ໂດຍ: ແສງເດືອນ