ສອນພາສາຢ່າງສຸດຈິດສຸດໃຈ

ຕົ້ນເດືອນກໍລະກົດ 2022, ໃນການຕິດຕາມຄະນະຜູ້ແທນຂັ້ນສູງນະຄອນດ່ານັ້ງ ໄປຢ້ຽມຢາມ, ເຮັດວຽກຢູ່ບັນດາແຂວງພາກກາງຂອງລາວ, ຂ້າພະເຈົ້າ ມີໂອກາດໄປຢ້ຽມຢາມສູນສອນພາສາຫວຽດ ສະຫວັນນະເຂດ ແລະມີຄວາມປະທັບໃຈເມື່ອໄດ້ພົບກັບຄູສອນທີ່ມີຄວາມເກັ່ງກ້າສາມາດ - ອ້າຍ ຫງວຽນວັນດຶກ. ອ້າຍດຶກ ແມ່ນໜຶ່ງໃນບັນດາຄູສອນຄົນຫວຽດ ໄດ້ຈັດສົ່ງໄປປະຕິບັດໜ້າທີ່ສອນພາສາຫວຽດຢູ່ລາວ ໃຫ້ແກ່ນັກສຳມະນາກອນ, ນັກສຶກສາລາວ ເມື່ອເຂົາເຈົ້າມາຮໍ່າຮຽນຕາມລາຍການທຶນການສຶກສາ ໂດຍນະຄອນດ່ານັ້ງ ອຸປະຖຳ. ຫ້ອງຮຽນທີ່ອ້າຍ ດຶກ ຮັບຜິດຊອບມີທັງໝົດ 20 ຄົນ, ນັບແຕ່ນັກຮຽນຈົນເຖິງພະນັກງານຂອງບັນດາພະແນກ, ຂະແໜງການຂອງແຂວງສະຫວັນນະເຂດ.

ເມື່ອໂອ້ລົມກ່ຽວກັບຄວາມສະໜິດຕິດພັນກັບປະເທດເພື່ອນລາວ, ອ້າຍດຶກ ໃຫ້ຮູ້ວ່າ ໄດ້ຮຽນພາສາລາວ ຢ່າງມີແບບມີແຜນ, ເພາະສະນັ້ນເມື່ອສູນສອນພາສາຫວຽດ ຢູ່ແຂວງສະຫວັນນະເຂດ ໂດຍນະຄອນດ່ານັ້ງ ກໍ່ສ້າງ ແລະເປີດນຳໃຊ້ຕາມໂຄງການຮ່ວມມືລະຫວ່າງສອງທ້ອງຖິ່ນນັ້ນ,  ທາງສູນພັດທະນາການຮ່ວມມືສາກົນນະຄອນດ່ານັ້ງ ໄດ້ເຊີມອ້າຍມາສອນພາສາຫວຽດ. ດ້ວຍຄວາມປາດຖະໜາຢາກອຸທິດຄວາມສາມາດຂອງຕົນໃຫ້ປະເທດຊາດ, ພ້ອມທັງຮັກປະເທດ, ຮັກຄົນລາວ ເພາະສະນັ້ນອ້າຍຈຶ່ງຕອບຮັບຄຳເຊີນເດີນທາງໄປປະຕິບັດໜ້າທີ່. ເຖິງວ່າໄດ້ຕັດສິນໃຈໄປປະຕິບັດໜ້າທີ່ຢູ່ປະເທດເພື່ອນລາວ ທີ່ຫ່າງໄກບ້ານເກີດເມືອງນອນ, ຄອບຄົວ, ເພື່ອນມິດກໍ່ຕາມ, ແຕ່ວ່າເມຍ, ລູກ ກໍ່ໃຫ້ກຳລັງໃຈ, ສະໜັບສະໜູນ, ອ້າຍອຸ່ນອຽນໃຈປະຕິບັດຄວາມໃຝ່ຝັນ.

leftcenterrightdel
ອ້າຍ ຫງວຽນວັນດຶກ (ເບື້ອງຂວາ) ຕິດຕາມ ແລະແປພາສາໃຫ້ຄະນະຜູ້ແທນຂັ້ນສູງນະຄອນດ່ານັ້ງ ໂດຍສະຫາຍ ຫງວຽນວັນກວາງ ກຳມະການສູນກາງພັກ, ເລຂາພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນດ່ານັ້ງ ໄປຢ້ຽມຢາມ, ເຮັດວຽກກັບບັນດາແຂວງພາກກາງຂອງລາວ ເດືອນກໍລະກົດ 2022. ພາບ: ງອັກຝູ໊.

ອ້າຍດຶກ ໃຫ້ຮູ້ວ່າ ຄົນຕ່າງປະເທດຮຽນພາສາຫວຽດ ຈະປະສົບຄວາມຫຍຸ້ງຍາກ, ໂດຍສະເພາະແມ່ນຄວາມໝາຍຂອງຄຳສັບ ແລະຫຼັກໄວຍາກອນ, ເພາະສະນັ້ນ ເພື່ອໃຫ້ຜູ້ຮຽນກຳໄດ້ດີ ແລະບໍ່ເບື່ອໜ່າຍນັ້ນ, ອ້າຍຕ້ອງກຽມບົດສອນຢ່າງລະອຽດ. ອ້າຍດຶກ ເວົ້າວ່າ “ຂຶ້ນຫ້ອງຮຽນບໍ່ພຽງແຕ່ສອນຄົບ ແລະຖືກເທົ່ານັ້ນ ຫາກຍັງຕ້ອງສອນມ່ວນ ແລະເຮັດໃຫ້ນັກສຳມະນາກອນມີຈິດໃຈແບບສະບາຍ, ເພາະສະນັ້ນ, ນອກຈາກການກຽມບົດສອນຢ່າງລະອຽດແລ້ວ, ຂ້າພະເຈົ້າ ຍັງຮຽນພາສາ, ວັດທະນະທຳລາວ ແລະຍົກເອົາເລື່ອງຕະລົກມາປະກອບໃສ່ໃນບົດສອນອີກດ້ວຍ. ຍ້ອນເຫດນັ້ນບັນຍາກາດໃນຫ້ອງຮຽນຈຶ່ງມີຄວາມເບີກບານມ່ວນຊື່ນ, ຟົດຟື້ນກວ່າ, ນັກສຶກສາມາຮຽນຄົບທຸກຄົນດ້ວຍຄວາມສະໝັກໃຈ”.

ເວລາໃນການຮຽນພາສາຫວຽດ ແຕ່ລະຊຸດແມ່ນ 6 ເດືອນ, ເມື່ອຮຽນຄົບຕາມຫຼັກສູດ ຈະມີການກວດກາ, ຕີລາຄາ ແລະທາງສູນ ຈະມອບໃບຢັ້ງຢືນໃຫ້. ໃນເວລາກວ່າ 10 ປີຜ່ານມາ, ອ້າຍໄດ້ເຂົ້າຮ່ວມສອນພາສາຫວຽດ ໃຫ້ນັກຮຽນ, ນັກສຶກສາຢູ່ແຂວງສະຫວັນນະເຂດ ໄດ້ຫຼາຍຮ້ອຍຄົນ. ນັກຮຽນ, ນັກສຶກສາຫຼາຍຄົນພາຍຫຼັງໄດ້ຮັບໃບຢັ້ງຢືນ ຈະມາຮຽນຕໍ່ຢູ່ດ່ານັ້ງ ແລະຫວຽດນາມ ຕາມທຶນການສຶກສາ. ອ້າຍ ວົງວຽງໄຊ, ນັກຮຽນຂອງສູນພາສາຫວຽດສະຫວັນນະເຂດ ໃຫ້ຂໍ້ສັງເກດວ່າ ອາຈານດຶກ ຮູ້ພາສາລາວໄດ້ດີເພາະສະນັ້ນການສອນພາສາຫວຽດ ຂອງອາຈານດຶກ ຈຶ່ງເຂົ້າໃຈໄດ້ງ່າຍ.

ຄວາມປາດຖະໜາຢາກອຸທິດສ່ວນ

ບໍ່ພຽງແຕ່ສອນພາສາຫວຽດ, ເພື່ອສ້າງຄວາມສະໜິດຕິດພັນກັບນັກຮຽນ, ປະຊາຊົນທ້ອງຖິ່ນເທົ້ານັ້ນ, ອ້າຍດຶກ ຍັງຊ່ວຍເຫຼືອນັກສຶກສາ, ນັກຮຽນປະສົບກັບຄວາມຫຍຸ້ງຍາກ; ພົບປະ, ແລກປ່ຽນກັບປະຊາຊົນ, ສອນຮ້ອງເພງກ່ຽວກັບນ້ຳໃຈມິດຕະພາບຫວຽດນາມ-ລາວ ໃຫ້ນັກຮຽນ, ເຂົ້າຮ່ວມການເຄື່ອນໄຫວຕ່າງໆເປັນຕົ້ນແມ່ນງານດອງຂອງນັກຮຽນ. ການເຊື່ອມຕົວຂອງອ້າຍໄດ້ສ້າງຄວາມໃກ້ຊິດ, ສະໜິດຕິດພັນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ.

ພ້ອມດ້ວຍວຽກງານສິດສອນ, ອ້າຍດຶກ ໄດ້ຮັບໜ້າທີ່ໃຫ້ຕິດຕາມ ແລະແມ່ນນາຍແປພາສາເມື່ອມີຄະນະຜູ້ແທນການນຳຂັ້ນສູງຂອງນະຄອນດ່ານັ້ງ ແລະບັນດາແຂວງພາກກາງ ໄປຢ້ຽມຢາມ ແລະເຮັດວຽກກັບບັນດາທ້ອງຖິ່ນຂອງລາວ. ນັບແຕ່ຕອນອ້າຍດຶກ ໄປລາວ ມາຮອດປະຈຸບັນແມ່ນໄດ້ 10 ກວ່າປີແລ້ວ, ອ້າຍເປັນກຽດໄດ້ຮັບໃຊ້ຫຼາຍຄະນະຜູ້ແທນຂັ້ນສູງຂອງນະຄອນດ່ານັ້ງ.

ສິ່ງທີ່ພິເສດກວ່າ, ຫຼາຍເທື່ອອ້າຍ ກັບເມືອບ້ານເກີດເມືອງນອນດ້ວຍບົດບາດແມ່ນນາຍແປພາສາ ຂອງຄະນະຜູ້ແທນຂັ້ນສູງແຂວງສະຫວັນນະເຂດໄປຢ້ຽມຢາມແຂວງເພື່ອນ, ໄປເຮັດວຽກຢູ່ນະຄອນດ່ານັ້ງ ແລະບັນດາແຂວງພາກກາງຂອງຫວຽດນາມ. ອ້າຍດຶກ ແບ່ງປັນວ່າ “ພາສາລາວ ແລະພາສາຫວຽດ ມີຄຳຍາກຫຼາຍ, ເຂົ້າໃຈຜິດໄດ້ງ່າຍ, ເພາະສະນັ້ນຕ້ອງຄົ້ນຄວ້າຢ່າງເລິກເຊິ່ງໃນຕອນແປພາສາ ເຮັດແນວໃດເພື່ອຝ່າຍເພື່ອນ ແລະຝ່າຍເຮົາເຂົ້າໃຈຢ່າງເໝາະສົມ. ຍ້ອນມີປະສົບການ ແລະອົດທົນຄົ້ນຄວ້າ, ທາງຂັ້ນເທິງຈຶ່ງມອບໝາຍໜ້າທີ່ໃຫ້ຂ້າພະເຈົ້າ ຕິດຕາມບັນດາຄະນະ ແລະເປັນນາຍແປພາສາໃນຫຼາຍປີ, ກາຍເປັນຜູ້ເຊື່ອມຕໍ່, ຊ່ວຍເຫຼືອຄົນຫວຽດ, ຄົນລາວ ຫຍັບເຂົ້າໃກ້ກັນກວ່າ”.

ໃນໂອກາດຕິດຕາມໄປແປພາສາໃຫ້ຄະນະຜູ້ແທນຂັ້ນສູງຂອງນະຄອນໄປຢ້ຽມຢາມ, ເຮັດວຽກກັບ 5 ແຂວງພາກກາງລາວ. ຕອນຄະນະອຳລາອ້າຍດຶກ, ລາວເວົ້າວ່າ: “ຂ້າພະເຈົ້າຂໍຝາກຄວາມຄິດຮອດຄິດເຖິງ, ຄວາມຮັກແພງເຖິງດ່ານັ້ງ ແລະຫວຽດນາມ ແດ່ເດີ, ແຕ່ວ່າຢູ່ທີ່ນີ້, ຄົນລາວ ຢາກມີຄູສອນເພື່ອໄດ້ຮຽນພາສາຫວຽດ ແລະຍິ່ງໄປກວ່ານັ້ນ ຂ້າພະເຈົ້າ ມີຄວາມປາດຖະໜາຢາກອຸທິດການສອນພາສາຫວຽດ  ແລະເຜີຍແຜ່ວັດທະນະທຳຫວຽດ ໃຫ້ປະເທດເພື່ອນ”.

ຫ່າງຈາກຄອບຄົວ, ບ້ານເກີດເມືອງນອນມາໄດ້ 10 ກວ່າປີແລ້ວ, ແຕ່ວ່າການແບ່ງປັນຂອງອ້າຍ ຫງວຽນວັນດຶກ ເຮັດໃຫ້ຄະນະປະຕິບັດງານພວກຂ້າພະເຈົ້າ ມີຄວາມອົບອຸ່ນ ແລະເຊື່ອໝັ້ນຕໍ່ສາຍພົວພັນມິດຕະພາບຫວຽດນາມ-ລາວ ໝັ້ນແກ່ນຕະຫຼອດກາລະນານ.

ໂດຍ: ແສງເດືອນ