ກຸ່ມບ້ານພັດທະນາທົ່ງກາຫຼົງ ມີ 12 ບ້ານ, ຕັ້ງຢູ່ລະຫວ່າງພູພຽງບໍລະເວນ ໃຫຍ່ໂຕມະໂຫຖານ, ໄດ້ວາງແຜນຜັງ, ລົງທຶນ, ກໍ່ສ້າງແບບໃຫຍ່ໂຕສວຍງາມ, ຄົບຊຸດ. ເມື່ອໄດ້ຮັບການສ້າງຕັ້ງໃໝ່, ກຸ່ມບ້ານມີພຽງແຕ່ 200 ຄອບຄົວ ມີພົນລະເມືອງຈຳນວນ 1.000 ຄົນ, ແຕ່ວ່າພາຍຫຼັງເວລາສັ້ນ, ຫຼາຍຄອບຄົວຈາກພາກເໜືອລາວ ແລະບັນດາເຂດອ້ອມຂ້າງໄດ້ຍ້າຍມາດຳລົງຊີວິດ, ເຮັດວຽກຢູ່ເຂດນີ້, ເພາະສະນັ້ນປະຊາກອນຢູ່ທີ່ນີ້ຈຶ່ງເພີ່ມຂຶ້ນຫຼາຍພໍສົມຄວນ. ທະຫານຄະນະເສດຖະກິດ-ປ້ອງກັນຊາດ 206, ທະຫານເຂດ 5 ໄດ້ສົມທົບພ້ອມກັບຄະນະພັກ, ອຳນາດການປົກຄອງທ້ອງຖິ່ນໜູນຊ່ວຍມອບດິນ, ສ້າງເຮືອນ; ຝຶກອົບຮົມ, ແນະນຳເຕັກນິກ; ມອບແນວພັນ, ສັດລ້ຽງ... ມາຮອດປະຈຸບັນ, ຫຼາຍຄອບຄົວໄດ້ມີຂອງຢູ່ຂອງກິນ.

leftcenterrightdel
ການນຳທະຫານເຂດ 5 ແລະຜູ້ແທນພ້ອມກັບປະຊາຊົນຂອງກຸ່ມບ້ານພັດທະນາທົ່ງກາຫຼົງ. ພາບ: ຫວຽດຮຸ່ງ.

ຕາມເຈົ້າກົກເຈົ້າເຫຼົ່າ ທະມານຸວັນ ແລ້ວ, ກ່ອນນີ້, ພໍ່ແມ່ປະຊາຊົນລາວເວນ, ລາເຮີ໊ນ, ລາເວນ, ລາວີ, ຕ່າໂອຍ, ເອີດູ... ດຳລົງຊີວິດ ແລະປູກຝັງແບບເຄື່ອນທີ່ຢູ່ຮ່ອມພູ, ເປີ້ນພູຂອງສາຍພູຫຼວງ. ບໍ່ມີໄຟຟ້າ, ຖະໜົນຫົນທາງ, ໂຮງຮຽນ, ສຸກສາລາ, ການໄປມາຫາສູ່ປະສົບຄວາມຫຍຸ້ງຍາກຫຼາຍຢ່າງເພາະສະນັ້ນເດັກນ້ອຍຮູ້ໜັງສືຈຶ່ງມີຈຳນວນໜ້ອຍ. ການເອົາຜົວເອົາເມຍເມື່ອອາຍຸບໍ່ເຕັມກະສຽນ, ການສົມລົດກັບເລືອດເນື້ອເຊື້ອສາຍດຽວກັນ, ເຊື່ອຖືງົມງວາຍເປັນບັນຫາໜັກໜ່ວງ. ເມື່ອໃນຄອບຄົວມີຜູ້ເຈັບເປັນ, ພໍ່ແມ່ປະຊາຊົນບອກກັນເຊີນໝໍຜີ, ໝໍເຢົາ ເພື່ອລ້ຽງຜີ, ຂັບໄລ່ຜີສາງ, ເຮັດໃຫ້ຄົນໜຸ່ມເສຍຊີວິດ. ຖືກພວກຄົນບໍ່ດີຊັກຊວນ, ຈອບອອຍ, ບາງຄອບຄົວປູກຝີ່ນ, ນຳເອົາມາເຂດຂາຍຢູ່ເຂດທົ່ງພຽງ, ເຮັດໃຫ້ສະພາບການຄວາມສະຫງົບດ້ານການເມືອງສັບສົນ. ເຈົ້າກົກເຈົ້າເຫຼົ່າ ທະມານຸວັນ ແບ່ງປັນວ່າ “ນັບແຕ່ວັນຍ້າຍມາກຸ່ມບ້ານ, ຊີວິດການເປັນຢູ່ຂອງປະຊາຊົນມີການປ່ຽນແປງຫຼາຍຢ່າງ. ດີໃຈທີ່ສຸດແມ່ນພວກນ້ອງນ້ອຍໄດ້ໄປໂຮງຮຽນ, ໄດ້ນຳໃຊ້ອິນເຕີແນັດ, ໄດ້ຮຽນສິ່ງທີ່ດີ ເພື່ອຫຼັງຈາກນີ້ສາມາດຊ່ວຍເຫຼືອສັງຄົມ.

ເປີດແຜນທີ່ວາງແຜນຜັງກຸ່ມບ້ານພັດທະນາທົ່ງກາຫຼົງ, ທ່ານພັນເອກ ຮວ່າງວັນເຊີນ, ຫົວໜ້າໜ່ວຍກຸ່ມບ້ານເລກທີ 2, ຄະນະເສດຖະກິດ-ປ້ອງກັນຊາດ 206 ໃຫ້ຮູ້ວ່າ: “ພາຍຫຼັງ 16 ປີ ທີ່ຜູກພັນກັບກຸ່ມບ້ານ, ທະຫານຫວຽດນາມ ໄດ້ລົງທຶນຫຼາຍຮ້ອຍຕື້ດົງ ເພື່ອກໍ່ສ້າງລະບົບຄ້າຍທະຫານ, ສຸກສາລາ, ຫໍວັດທະນະທຳ, ກິດຈະການໄຟຟ້ານ້ຳຕົກ, ສະໜອງນ້ຳປະປາ, ລະບົບຊົນລະປະທານ, ໂຮງຮຽນ (ແຕ່ຂັ້ນອະນຸບານ ເຖິງມັດທະຍົມ); ສ້າງໃໝ່, ສ້ອມແປງ, ບູລະນະຫົນທາງໄດ້ເກືອບ 30 km,  ຂົວເບຕົງເສີມເຫຼັກໄດ້ 42 ແຫ່ງ... ຊ່ວຍປະຊາຊົນໄປມາຫາສູ່ໄດ້ຢ່າງສະດວກກວ່າ”. ປະຕິບັດຕາມທິດນຳ “3 ໃກ້ຊິດຕິດແທດ”, “4 ພ້ອມ”, ບັນດາໜ່ວຍປະຕິບັດງານຂອງເຮົາ ແລະເພື່ອນໄດ້ຕັ້ງໜ້າໃກ້ຊິດຕິດແທດກັບບໍລິເວນ, ໃກ້ຊິດຕິດແທດກັບພະນັກງານ, ເຈົ້າກົກເຈົ້າເຫຼົ່າ, ນາຍບ້ານ, ປະຕິບັດການຢູ່ກິນ, ເຮັດວຽກນໍາກັນ, ເວົ້າພາສາຊົນເຜົ່າສ່ວນໜ້ອຍນຳກັນ ເພື່ອໂຄສະນາ, ຂົນຂວາຍ, ຊ່ວຍເຫຼືອປະຊາຊົນ ບືນຕົວຂຶ້ນ ເພື່ອຫຼຸດພົ້ນຄວາມທຸກຍາກ. ຈາກການແນະນຳຂອງຄະນະເສດຖະກິດ-ປ້ອງກັນຊາດ 206, ຫຼາຍບໍລິສັດ, ວິສາຫະກິດຂອງຫວຽດນາມ ແລະລາວ ໄດ້ມາລົງທຶນ, ຜະລິດ, ດຳເນີນທຸລະກິດຢູ່ກຸ່ມບ້ານ, ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານ.

ພາພວກຂ້າພະເຈົ້າໄປຕາມເສັ້ນທາງເບຕົງ, ມີຄົນ ແລະພາຫະນະທ່ຽວທາງໄປມາຢ່າງຄັບຄາໜາແໜ້ນ. ທ່ານ ວັນແກ້ວ, ເລຂາພັກທັງເປັນນາຍບ້ານນໍ້າໂກງ ເວົ້າດ້ວຍຄວາມດີໃຈວ່າ: “ໂຮງຮຽນໂດຍທະຫານຫວຽດນາມ ກໍ່ສ້າງໃຫ້, ສະພາບການກືກໜັງສື  ແລະກັບມາກືກໜັງສືຄືນໃໝ່ຢູ່ທົ່ງກາຫຼົງ ບໍ່ມີແລ້ວ. ຫວ່າງມໍ່ໆມານີ້, ລູກສາວ ຂອງສະຫາຍເລຂາພັກ, ຮອງຫົວໜ້າໜ່ວຍປະຕິບັດງານກໍ່ສ້າງກຸ່ມບ້ານ (ກອງບັນຊາການທະຫານແຂວງຈຳປາສັກ) ເສັງເຂົ້າໂຮງຮຽນມະຫາວິທະຍາໄລສ້າງຄູເຕັກນິກຫວິງລອງ (ຫວຽດນາມ) ດ້ວຍຄະແນນດີເລີດ. ປະຈຸບັນ, ແຕ່ລະເດືອນ, ຄະນະເສດຖະກິດ-ປ້ອງກັນຊາດ 206 ໄດ້ໜູນຊ່ວຍນັກສຶກສາຄົນນີ້ເປັນເງິນ 1 ລ້ານກີບ ເພື່ອມີເງື່ອນໄຂຮ່ຳຮຽນຕື່ມອີກ. ສຳລັບພວກຂ້າພະເຈົ້າ, ທະຫານຫວຽດນາມ ຄືຄົນໃນຄອບຄົວດຽວກັນ”.

ຢູ່ສາຍພູຫຼວງໃຫຍ່ໂຕມະໂຫຖານຟາກເບື້ອງນັ້ນ, ບັນດາວຽກເຮັດທີ່ແທດຈິງ, ມີປະສິດທິຜົນ ແລະມີຄວາມຮັບຜິດຊອບຂອງທະຫານຄະນະເສດຖະກິດ-ປ້ອງກັນຊາດ 206 ໄດ້ປະກອບສ່ວນເພີ່ມພູນຄູນສ້າງເຮັດໃຫ້ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງຊາດອ້າຍນ້ອງຫວຽດນາມ-ລາວ ເລິກເຊິ່ງຂຶ້ນຕື່ມ.

ໂດຍ: ແສງເດືອນ