leftcenterrightdel
ບັນຍາກາດທີ່ພິທີຕ້ອນຮັບທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີລາວ. ພາບ: baochinhphu.vn.

ພາຍຫຼັງພິທີຕ້ອນຮັບ, ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີລາວ ໄດ້ດໍາເນີນການພົບປະເຈລະຈາ.

ທີ່ການພົບປະ, ນາຍົກລັດຖະມົນຕີສອງທ່ານໄດ້ຢືນຢັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງສອງປະເທດແມ່ນຍາມໃດກໍໍ່ຖືເປັນສຳຄັນ ແລະບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະເພີ່ມທະວີສາຍພົວພັນອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ - ລາວ, ລາວ - ຫວຽດນາມ. ສອງຝ່າຍເພິ່ງພໍ່ໃຈເມື່ອເຫັນວ່າ ເຖິງວ່າໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ກໍ່ຕາມ, ແຕ່ການພົວພັນຮ່ວມມືລະຫວ່າງສອງປະເທດຫວຽດນາມ-ລາວ ຍັງພັດທະນາຢ່າງຕັ້ງໜ້າ, ນັບມື້ນັບເຂົ້າສູ່ລວງເລິກ ແລະມີປະສິດທິຜົນ.

ສອງຝ່າຍຮັກສາການພົບປະ, ແລກປ່ຽນຄະນະຜູ້ແທນໃນທຸກຊ່ອງທາງ ແລະຜັນຂະຫຍາຍກົນໄກຮ່ວມມືສອງຝ່າຍເປັນປະຈຳດ້ວຍຫຼາຍຮູບການ. ການຮ່ວມມືດ້ານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການທູດ ແລະການສົມທົບກັນຢູ່ເວທີປາໄສສາກົນ ແລະພາກພື້ນສືບຕໍ່ໄດ້ຮັບການເພີ່ມທະວີ. ການຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ ແລະທ້ອງຖິ່ນນັບມື້ນັບໄດ້ຮັບການຍູ້ແຮງ. ພິເສດ, ວົງເງິນການຄ້າສອງສົ້ນບັນລຸ 1,3 ຕື້ໂດລາສະຫະລັດໃນປີ 2021, ເພີ່ມຂຶ້ນກວ່າ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ການລົງທຶນຂອງຫວຽດນາມ ເຂົ້າລາວ ບັນລຸ 112 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 27% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

leftcenterrightdel
ບັນຍາກາດທີ່ການພົບປະເຈລະຈາ. ພາບ: ສໍານັກຂ່າວສານຫວຽດນາມ.

ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີຈະສືບຕໍ່ຮັກສາບັນດາການຢ້ຽມຢາມ ແລະການພົບປະຂັ້ນສູງ, ທຸກຂັ້ນພາຍໃຕ້ຫຼາຍຮູບການຢ່າງມີໄຫວພິບ ແລະມີປະສິດທິຜົນ; ຜັນຂະຫຍາຍຂໍ້ຕົກລົງຂອງການນຳຂັ້ນສູງສອງຝ່າຍຢ່າງເຂັ້ມງວດ ແລະມີປະສິດທິຜົນ; ຈັດຕັ້ງບັນດາກິດຈະກຳໃນປີ 2022 - ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ເພື່ອສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ; …

ນາຍົກລັດຖະມົນຕີສອງທ່ານໄດ້ສຸມໃສ່ປຶກສາຫາລືບັນດາມາດຕະການຍົກລະດັບເສົາຄໍ້າຮ່ວມມືດ້ານເສດຖະກິດໃຫ້ເໝາະສົມກັບການພົວພັນແບບພິເສດຂອງສອງປະເທດ; ເຫັນດີເປັນເອກະພາບຍູ້ແຮງການເຊື່ອມຈອດສອງພື້ນຖານເສດຖະກິດ; ....

ສອງຝ່າຍເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍບັນດາສັນຍາ ແລະຂໍ້ຕົກລົງກ່ຽວກັບການຮ່ວມມືດ້ານເສດຖະກິດຢ່າງມີປະສິດທິຜົນ; ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ສະເໜີບັນດາກົນໄກ ແລະນະໂຍບາຍໃໝ່ທີ່ເໝາະສົມກັບລັກສະນະສະເພາະຂອງການພົວພັນຫວຽດນາມ - ລາວ.... ນາຍົກລັດຖະມົນຕີສອງທ່ານໄດ້ເຫັນດີສືບຕໍ່ຍົກສູງຄຸນນະພາບການຮ່ວມມືດ້ານການສຶກສາ-ກໍ່ສ້າງ; ເພີ່ມທະວີການພົບປະແລກປ່ຽນດ້ານວັດທະນະທໍາ, ກິລາ ແລະການທ່ອງທ່ຽວ; …

leftcenterrightdel
ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ແລະທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີລາວ. ພາບ: ສໍານັກຂ່າວສານຫວຽດນາມ

ທີ່ການພົບປະເຈລະຈາ, ທ່ານ ຟ້າມມິງຈິ໊ງ ແລະ ທ່ານ ພັນຄຳ ວິພາວັນ ໄດ້ແບ່ງປັນການຕີລາຄາ ແລະຂໍ້ສັງເກດລວມກ່ຽວກັບສະພາບການພາກພື້ນ ແລະສາກົນ; ເຫັນດີສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນອາຊຽນ, ສະຫະປະຊາຊາດ ແລະກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ; ສົມທົບກັບບັນດາປະເທດ ອາຊຽນ ສະໜັບສະໜູນ ກຳປູເຈຍ ດຳເນີນບົດບາດເປັນປະທານອາຊຽນ 2022 ໃຫ້ສຳເລັດຜົນ, ສູ້ຊົນຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມ ແລະບົດບາດໃຈກາງຂອງ ອາຊຽນ, ສ້າງປະຊາຄົມອາຊຽນ ໃຫ້ປະສົບຜົນສຳເລັດ; …

ພາຍຫຼັງການພົບປະເຈລະຈາ, ນາຍົກລັດຖະມົນຕີສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມ ແລະແລກປ່ຽນເອກະສານຮ່ວມມື 8 ສະບັບ ໃນຂົງເຂດຄວາມໝັ້ນຄົງ, ຊາຍແດນ, ເສດຖະກິດ, ທະນາຄານ, ການສຶກສາ, ສາທາລະນະສຸກ, ພະລັງງານໄຟຟ້າ.

ໂດຍ: ທະນາພອນ