ການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງການນຳຂັ້ນສູງຕ່າງປະເທດ  ໃນປີ 2022.

ການຢ້ຽມຢາມກໍ່ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳຂັ້ນສູງສອງປະເທດໃນການຊຸກຍູ້ການພົວພັນແບບພິເສດຫວຽດນາມ - ລາວ ເຂົ້າສູ່ລວງເລິກ, ແທດຈິງ ແລະຜັນຂະຫຍາຍຖະແຫຼງການຮ່ວມຫວຽດນາມ - ລາວ ເດືອນ ມິຖຸນາ 2021 ຢ່າງມີປະສິດທິຜົນພ້ອມກັນນັ້ນກໍ່ແມ່ນເຫດການທີ່ມີຄວາມໝາຍທຳອິດໃນຂອບເຂດປີສາມັກຄີມິດຕະພາບຫວຽດນາມ - ລາວ ແລະ ລາວ - ຫວຽດນາມ ເພື່ອແນໃສ່ຮັດແໜ້ນ ແລະເພີ່ມທະວີສາຍພົວພັນແບບພິເສດລະຫວ່າງສອງປະເທດ.

leftcenterrightdel
ທ່ານ ເຈີ່ນວັນເຊີນ ລັດຖະມົນຕີ, ຫົວໜ້າຫ້ອງວ່າການນາຍົກລັດຖະມົນຕີຫວຽດນາມ ຕ້ອນຮັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ທີ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ພິທີຕ້ອນຮັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ພິທີຕ້ອນຮັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທີ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ
leftcenterrightdel
ພິທີຕ້ອນຮັບທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ທີ່ສະໜາມບິນສາກົນໂນ້ຍບ່າຍ, ຮ່າໂນ້ຍ. ພາບ: ສໍານັກຂ່າວສານຫວຽດນາມ

ໂດຍ: ທະນາພອນ