ໂດຍໄດ້ຮັບຄຳເຊີີນຂອງນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ຄະນະຜູ້ແທນຂັ້ນສູງຂອງລັດຖະບານລາວ ນຳໂດຍທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີລາວ ເປັນຫົວໜ້າຄະນະຈະມາຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 8-10 ມັງກອນ ຈະມາເຖິງ.

ເນື່ອງໃນໂອກາດນີ້, ນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳ ລາວ ໄດ້ມີການສຳພາດທ່ານ ຫງວຽນບ໊າຮຸ່ງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງສສ.ຫວຽດນາມ ປະຈຳ ສປປ.ລາວ ກ່ຽວກັບການພົວພັນລາວ-ຫວຽດນາມ, ກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ແລະແງ່ຫວັງຂອງການພົວພັນຂອງສອງປະເທດ. ເນື້ອໃນການສຳພາດມີດັ່ງນີ້:

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ທ່ານຕີລາຄາແນວໃດກ່ຽວກັບການພົວພັນ ຫວຽດນາມ-ລາວ ໃນໄລຍະຜ່ານມາ?

ເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ: ໃນສະພາບການໂລກ ແລະພາກພື້ນມີການຫັນປ່ຽນໂດຍໄວ, ສັບສົນ, ພິເສດແມ່ນພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຫຍໍ້ທໍ້ເຖິງທຸກດ້ານຂອງຊີວິດສັງຄົມ, ຂ້າພະເຈົ້າພາກພູມໃຈເມື່ອເຫັນວ່າການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການເພີີ່ມທະວີ, ພັດທະນາ ແລະບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ສະແດງໃຫ້ເຫັນແມ່ນການພົວພັນແບບພິເສດທີ່ຫາຍາກໃນໂລກ, ຂໍຍົກອອກບາງຂົງເຂດລະອຽດດັ່ງລຸ່ມນີ້:

ການພົວພັນດ້ານການເມືອງໄດ້ຮັບການປັບປຸງຢ່າງເລິກເຊິ່ງກວ່າໂດຍອີງໃສ່ຄວາມໄວ້ເນື້ອເຊື່ອໃຈ, ຄວາມສະໜິດຕິດພັນລະຫວ່າງສອງພັກ, ສອງລັດ. ເຖິງວ່າພະຍາດໂຄວິດ-19 ສືບຕໍ່ມີການຜັນແປສັບສົນກໍ່ຕາມ, ແຕ່ການນຳຂັ້ນສູງຂອງສອງພັກ, ສອງລັດ ຍັງໄດ້ດຳເນີນການແລກປ່ຽນ, ພົບປະດ້ວຍຫຼາຍຮູບການ, ທັງໂດຍກົງ ແລະທາງອ້ອມຢ່າງເປັນປະຈຳ, ພົ້ນເດັ່ນແມ່ນການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໃນເດືອນມີຖຸນາ 2021 ແລະການຢ້ຽມຢາມລາວ ຢ່າງເປັນທາງການຂອງປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໃນເດືອນສິງຫາ 2021.

leftcenterrightdel
ນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຖ່າຍຮູູບລວມ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນການຢ້ຽມຢາມສອງຄັ້ງດັ່ງກ່າວ, ການນຳສອງປະເທດໄດ້ຍົກອອກບັນດາສານສຳຄັນທີ່ສຸດ, ຢັ້ງຢືນຄວາມຕັດສິນໃຈດ້ານການເມືອງຂອງສອງປະເທດໃນການປະຕິບັດສຳເລັດແນວທາງພົວພັນຕ່າງປະເທດເຊິ່ງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ແລະກອງປະຊຸມ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໄດ້ວາງອອກ, ໃນນັ້ນ, ສອງຝ່າຍໄດ້ຢັ້ງຢືນບູລິມະສິດສູງສຸດໃຫ້ການປັບປຸງ, ພັດທະນາຍາວນານ, ມີປະສິດທິຜົນ, ຍືນຍົງສຳລັບການພົວພັນແບບພິເສດຫວຽດນາມ-ລາວ.

ການຮ່ວມມືໃນຂົງເຂດການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບການເພີ່ມທະວີພັດທະນາຢ່າງເລິກເຊິ່ງກວ້າງຂວາງ, ມີປະສິດທິຜົນ, ສືບຕໍ່ແມ່ນເສົາຄ້ຳໝັ້ນແກ່ນຂອງການພົວພັນສອງປະເທດ.

ການຮ່ວມມືດ້ານເສດຖະກິດ, ວິທະຍາສາດເຕັກນິກ, ວັດທະນະທຳ, ການສຶກສາສືບຕໍ່ໄດ້ປັບປຸງນັບມື້ນັບມີປະສິດທິຜົນ, ແທດຈິງກວ່າ. ພິເສດ, ບັນດາໂຄງການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ເຊື່ອມຕໍ່ຄົມມະນາຄົມຂົນສົ່ງ, ເຊື່ອມຕໍ່ພື້ນຖານໂຄງລ່າງພະລັງງານລັດຖະບານສອງປະເທດສືບຕໍ່ໃຫ້ບູລິມະສິດຊຸກຍູ້ ແລະມາຮອດປະຈຸບັນບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ສ້າງປະຖົມປັດໄຈເພື່ອໃຫ້ສອງປະເທດຜັນຂະຫຍາຍຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ.

ໃນນັ້ນ, ໝາກຜົນພົ້ນເດັ່ນແມ່ນຫວຽດນາມ ໄດ້ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ປະເທດເພື່ອນລາວ ມີທາງອອກສູ່ທະເລຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ. ຫວຽດນາມ ກໍ່ຕັ້ງໜ້າຊ່ວຍເຫຼືອລາວ ຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນໂດຍຜ່ານການແບ່ງປັນບົດຮຽນກ່ຽວກັບບັນຫາເສດຖະກິດມະຫາພາກ, ແກ້ໄຂບັນຫາພັດທະນາ...

ການຮ່ວມມືລະຫວ່າງລາວ ແລະຫວຽດນາມ ຢູ່ເວທີປາໄສສາກົນ ແລະພາກພື້ນ, ໂດຍສະເພາະແມ່ນໃນປະຊາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ), ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນໍ້າຂອງ ສຶບຕໍ່ໄດ້້ເອົາໃຈໃສ່, ເພີ່ມທະວີສົມທົບກັນ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູດ, ໃນໄລຍະຈະມາເຖິງ, ນາຍົກລັດຖະມົນຕີລາວ ຈະຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ທ່ານເອກອັກຄະລັດຖະທູດ ຕີລາຄາແນວໃດກ່ຽວກັບຈຸດປະສົງ, ຄວາມໝາຍຂອງການຢ້ຽມຢາມ ແລະແງ່ຫວັງຂອງການພົວພັນຫວຽດນາມ-ລາວ ໃນໄລຍະຈະມາເຖິງ?

ເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ: ນີ້ແມ່ນການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ໃນຖານະຕ່ຳແໜ່ງໃໝ່, ກໍ່ແມ່ນ ການຢ້ຽມຢາມຫວຽດນາມ ຄັ້ງທຳອິດຂອງການນຳຂັ້ນສູງຕ່າງປະເທດ ໃນປີ 2022.

ນອກຈາກການປະກອບສ່ວນຢ່າງຕັ້ງໜ້າໃນການກໍ່ສ້າງ ແລະປັບປຸງການພົວພັນໃນນາມສ່ວນຕົວນາຍົກລັດຖະມົນຕີລາວ ພັນຄຳ ວິພາວັນ ກັບບັນດາສະຫາຍການ ນຳຂັ້ນສູງຫວຽດນາມແລ້ວ, ການຢ້ຽມຢາມໄດ້ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍໃນແນວທາງພົວພັນຕ່າງປະເທດຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ພ້ອມທັງສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳຂັ້ນສູງສອງປະເທດໃນການຊຸກຍູ້ການພົວພັນພິເສດຫວຽດນາມ-ລາວ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະຜັນຂະຫຍາຍຖະແຫຼງການຮ່ວມຫວຽດນາມ-ລາວ ໃນເດືອນມີຖຸນາ ຢ່າງມີປະສິດທິຜົນ.

ນີ້ກໍ່ແມ່ນການຢ້ຽມຢາມແຫ່ງສາຍຈິດມິດໃຈ, ສະແດງໃຫ້ເຫັນການພົວພັນບໍລິສຸດຜຸດຜ່ອງ, “ຫາຍາກໃນໂລກ” ພິເສດລະຫວ່າງສອງປະເທດຫວຽດນາມ-ລາວ. ຈາກນັ້ນ, ປະຊາຊົນສອງປະເທດກໍ່ຈະຮັບຮູ້ຢ່າງຈະແຈ້ງກວ່າອີກກ່ຽວກັບຄວາມໝາຍ, ຄວາມສຳຄັນເປັນຕາຍ ແລະຄວາມຮັບຜິດຊອບໃນການຮັກສາ, ເພີ່ມພູນຄູນສ້າງໃຫ້ການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງຊາດ.

leftcenterrightdel
ເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ. ພາບ: ສຳນັກຂ່າວສານຫວຽດນາມ.

ໃນໄລຍະຈະມາເຖິງ, ລັດຖະບານ, ກະຊວງ, ຂະແໜງການ ແລະບັນດາທ້ອງຖິ່ນຂອງສອງປະເທດ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ຜັນຂະຫຍາຍຂໍ້ຕົກລົງຂັ້ນ ສູງ, ບັນດາສັນຍາສອງຝ່າຍໄດ້ລົງນາມ, ພິເສດແມ່ນສັນຍາຮ່ວມມືສອງຝ່າຍຫວຽດນາມ-ລາວ ໄລຍະ 2021-2025 ແລະຂໍ້ຕົກລົງຍຸດທະສາດຮ່ວມມືຫວຽດນາມ-ລາວ ໄລຍະ 2021-2030.

ດ້ວຍເລື່ອງລັດຖະບານລາວ ພວມຕັ້ງໜ້າປັບປຸງກອບກົດໝາຍ, ມານະພະຍາຍາມປັບປຸງສະພາບແວດລ້ອມການລົງທຶນ ແລະສິນຄ້າລາວສາມາດແຊກແຊງເຂົ້າຕະຫຼາດທີ່ມີປະຊາກອນ 100 ລ້ານຄົນ, ກໍ່ຄືໄປຜ່ານບໍ່ວ່າທ່າກຳປັ່ນໃດຂອງຫວຽດນາມ ແລະອອກສູ່ທະເລຕາມເນື້ອໃນຈິດໃຈການກ່າວຄຳເຫັນຂອງປະທານປະເທດ ຫງວຽນຊວນຟຸກ ທີ່ກອງປະຊຸມທຳອິດຂອງສະພາແຫ່ງຊາດລາວ ຊຸດທີ IX, ການຮ່ວມມືເສດຖະກິດໝັ້ນໝາຍວ່າຈະມີຄວາມບຸກທະລຸ, ພັດທະນາກ້າວກະໂດດຂັ້ນ, ເສີມຂະຫຍາຍໄດ້ຄວາມສາມາດບົ່ມຊ້ອນ, ນຳມາເຊິ່ງຜົນະໂຫຍດແທດຈິງຫຼາຍຢ່າງໃຫ້ປະຊາຊົນສອງປະເທດ.

ນັກຂ່າວ: ຂໍຮຽນທ່ານເອກອັກຄະລັດຖະທູູດ, ຄາດຄະເນວ່າ ໃນການຢ້ຽມຢາມຄັ້ງນີ້, ນາຍົກລັດຖະມົນຕີລາວ ແລະນາຍົກລັດຖະມົນຕີຫວຽດນາມ ຈະພ້ອມກັນປຸກລະດົມປີສາມັກຄີ, ມິດຕະພາບຫວຽດນາມ-ລາວ, ຂໍທ່ານເອກອັກຄະລັດຖະທູດໃຫ້ຮູ້ຄວາມໝາຍ ແລະຄວາມສຳຄັນຂອງເຫດການນີ້ ແລະຫວຽດນາມ-ລາວ ຄວນເຮັດຫຍັງແດ່ເພື່ອຮັດແໜ້ນ ແລະເພີ່ມທະວີການພົວພັນແບບພິເສດລະຫວ່າງສອງປະເທດໃນສະພາບການໂລກ ແລະພາກພື້ນນັບມື້ນັບສັບສົນຄືໃນປະຈຸບັນ?

ເອກອັກຄະລັດຖະທູດ ຫງວຽນບ໊າຮຸ່ງ: 60 ປີກ່ອນນີ້, ຄືວັນທີ 5 ກັນຍາ 1962, ຫວຽດນາມ ແລະລາວ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ສ້າງໜ້າປະຫວັດສາດໃໝ່ໃນພາລະກິດແຫ່ງການປັບປຸງ ແລະພັດທະນາການພົວພັນສາມັກຄີແບບພິເສດລະຫວ່າງສອງຊາດຫວຽດນາມ-ລາວ ກວ່າອີກ.

ເມື່ອຫວນຄືນໄລຍະທາງ 60 ປີຜ່ານມາ, ພິເສດແມ່ນ 45 ປີແຫ່ງວັນປະຕິບັດສົນທິສັນຍາມິດຕະພາບ ແລະການຮ່ວມມື, ປະຊາຊົນສອງປະເທດມີຄວາມພາກພູມໃຈກ່ຽວກັບການພົວພັນແບບພິເສດລະຫວ່າງສອງປະເທດຫວຽດນາມ-ລາວ ອ້າຍນ້ອງ, ເຊິ່ງເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ. ປະຈຸບັນ, ສະພາບການມີການຜັນປ່ຽນວ່ອງໄວ, ບໍ່ເຄີຍມີມາກ່ອນ, ຄາດເດົາໄດ້ຍາກພ້ອມກັບຜົນກະທົບຂອງການປະຕິວັດອຸດສາຫະກຳ 4.0 ນັ້ນ, ໄດ້ສ້າງກາລະໂອກາດ ແລະສິ່ງທ້າທາຍສະຫຼັບກັນໄປ.

leftcenterrightdel
ພົນເອກ ຟານວັນຢາງ ແລະພົນເອກ ຈັນສະໝອນ ຈັນຍາລາດ ເປັນສັກຂີພິຍານການລາດຕະເວນຮ່ວມຢູ່ເສັ້ນຊາຍແດນໃນຂອບເຂດການພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາດເຂດຊາຍແດນຫວຽດນາມ-ລາວ ຄັ້ງທີ 1. ພາບ: ສຳນັກຂ່າວສານຫວຽດນາມ.

ເພື່ອຮັກສາສົນທິສັນຍາມິດຕະພາບ ແລະການຮ່ວມມືຈົນເຖິງຄົນຮຸ່ນຫຼັງ, ບໍ່ມີອິດທິກຳລັງສັດຕູໂຕໃດສາມາດແບ່ງແຍກການພົວພັນສອງປະເທດຄືດັ່ງຄຳເວົ້າຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ, ຂ້າພະເຈົ້າຖືວ່າ ສອງປະເທດພວກເຮົາຄວນສືບຕໍ່ຄຽງບ່າຄຽງໄຫຼ່ນຳກັນ, ເພີ່ມທະວີປະສິດທິຜົນການຮ່ວມມື. ໃນສະເພາະໜ້າ, ສອງປະເທດຄວນສຸມໃສ່ບູລິມະສິດດັ່ງລຸ່ມນີ້:

ທີໜຶ່ງ, ສືບຕໍ່ນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ປະຕິບັດບັນດາຂໍ້ຕົກລົງຂັ້ນສູງ, ພິເສດ, ຄວນສືບຕໍ່ຮັກສາ ແລະຍົກສູງປະສິດທິຜົນບັນດາກົນໄກຮ່ວມມືລະຫວ່າງການນຳຂັ້ນສູງຂອງສອງປະເທດ; ຊາມຊຶມ ແລະຍົກສູງຄວາມຮັບຮູ້ລວມກ່ຽວກັບຄວາມສຳຄັນຂອງການພົວພັນແບບພິເສດຫວຽດນາມ-ລາວ ໃຫ້ປະຊາຊົນໝົດທຸກຄົນ.

ທີສອງ, ຍົກລະດັບການຮ່ວມມືດ້ານເສດຖະກິດຂອງສອງປະເທດດ້ວຍການເປີດກວ້າງ, ຍົກລະດັບການເຊື່ອມຕໍ່ຄົມມະນາຄົມຕາເວັນອອກ-ຕາເວັນຕົກ; ສ້າງກົນໄກຮ່ວມມືຄົບຊຸດ, ນະໂຍບາຍພິເສດເພື່ອສ້າງຄວາມສະດວກທີ່ສຸດໃຫ້ແກ່ວິສາຫະກິດ, ປະຊາຊົນສອງປະເທດລົງທຶນ, ດຳເນີນທຸລະກິດ; ໝູນໃຊ້ບັນດາສັນຍາການຄ້າເສລີ ເພື່ອເພີ່ມທະວີປະສິດທິຜົນການຄ້າ, ເປີດກວ້າງຕະຫຼາດ ແລະດຶງດູດການລົງທຶນ.

ທີສາມ, ສຸມໃສ່ຄຸນນະພາບ, ປະສິດທິຜົນໃນການພັດທະນາແຫຼ່ງຊັບພະຍາກອນມະນຸດ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການກ່ຽວກັບການພັດທະນາແຫຼ່ງ ຊັບພະຍາກອນມະນຸດຂອງແຕ່ລະປະເທດ, ພ້ອມທັງປະກອບສ່ວນຮັດແໜ້ນນ້ຳໃຈສະໜິດຕິດພັນ, ຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.

ຂ້າພະເຈົ້າເຊື່ອໝັ້ນວ່າ ສອງປະເທດຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັນພັດທະນາປະເທດໃຫ້ຮັ່ງມີເຂັ້ມແຂງ, ສືບຕໍ່ປັບປຸງ ແລະເພີ່ມທະວີປະສິດທິຜົນການພົວພັນແບບພິເສດ ຫວຽດນາມ-ລາວ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະພັດທະນາຢູ່ພາກພື້ນ ແລະໂລກ.

ໂດຍ: ແສງເດືອນ