ໃນໄລຍະຕໍ່ສູ້ຕ້ານກັບຈັກກະພັດ​ຕ່າງ​ດ້າວທັງແບບເກົ່າ ແລະແບບໃໝ່ທີ່ຮຸກຮານ, ສອງປະເທດໄດ້ຮ່ວມແຮງຮ່ວມໃຈກັນຕໍ່ສູ້ຕ້ານສັດຕູດຽວ; ທະຫານອາສາສະໝັກຫວຽດນາມ ໄດ້ຕໍ່ສູ້ຄຽງບ່າຄຽງໄຫລ່ກັບກຳລັງປະກອບອາວຸດລາວ, ປະກອບສ່ວນເຮັດໃຫ້ການຕໍ່ສູ້ໄດ້ຮັບໄຊຊະນະອັນສະຫງ່າງາມ. ດັ່ງປະທານໂຮ່ຈີມິນ ໄດ້ຕີລາຄາສູງຕໍ່ສາຍພົວພັນ ແລະຄວາມສາມັກຄີພິເສດລະຫວ່າງສອງພັກ, ກອງທັບ ແລະປະຊາຊົນ ຫວຽດນາມ-ລາວ ວ່າ: "ການຊ່ວຍເຫລືອປະຊາຊົນຂອງເພື່ອນແມ່ນຊ່ວຍເຫລືອຕົວເອງ". ປະທານ ໄກສອນ ພົມວິຫານ ກໍໄດ້ຕີລາຄາວ່າ:  “ໃນປະຫວັດສາດຂອງການປະຕິວັດໂລກ, ມີຫລາຍຕົວຢ່າງທີ່ຈະແຈ້ງກ່ຽວກັບນໍ້າໃຈສາກົນກຳມາຊີບອັນສູງສົ່ງ, ແຕ່ບໍ່ເຄີຍເຫັນ ແລະຍັງບໍ່ທັນມີຄວາມສາມັກຄີ, ຄວາມສຳພັນສູ້ຮົບພິເສດ, ຍາວນານ, ຮ້ອບດ້ານຄືກັບ ຫວຽດນາມ - ລາວ”. ດ້ວຍຈິດໃຈສາກົນກຳມາຊີບ ແລະປະຕິບັດຄຳສອນຂອງປະທານ ໂຮ່ຈີມິນ, ບັນດານັກຮົບອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ປະກອບສ່ວນຢ່າງໃຫຍ່ຫລວງ, ປະສົບຜົນສຳເລັດຢ່າງຈົບງາມພ້ອມກັບກອງທັບ ແລະປະຊາຊົນລາວບັນດາເຜົ່າຍາດໄດ້ໄຊຊະນະຢ່າງສົມບູນໃນສົງຄາມຕໍ່ຕ້ານຈັກກະພັດຜູ້ຮຸກຮານ (ໃນປີ 1945-1975).

ຫວຽດນາມ ບໍ່ພຽງແຕ່ຊ່ວຍສ້າງພື້ນຖານການເມືອງໃຫ້ລາວເທົ່ານັ້ນ ຫາກຍັງຊ່ວຍກໍ່ສ້າງ, ປັບປຸງກຳລັງປະກອບອາວຸດ ແລະຖານທີ່ໝັ້ນຂອງການປະຕິວັດອີກດ້ວຍ, ພ້ອມນີ້ນັກຮົບອາສາສະໝັກ ແລະຊ່ຽວຊານຫວຽດນາມ ກໍ່ໄດ້ປະກອບສ່ວນຊ່ວຍ່ກໍ່ສ້າງກຳລັງປະກອບອາວຸດ, ເພີ່ມທະວີຄວາມຮູ້ວຽກງານການເມືອງ, ກໍ່ສ້າງພັກ, ສົ່ງເສີມ ແລະພັດທະນາຄວາມຮູ້ຄວາມສາມາດໃຫ້ນັກຮົບປະຕິວັດລາວ. ໃນສະພາບຫຍຸ້ງຍາກ, ຊ່ຽວຊານ ແລະນັກຮົບອາສາສະໝັກຫວຽດນາມ ໄດ້ຍົກສູງຄວາມເສຍສະຫຼະປະຕິບັດໂດຍຍຶດໝັ້ນຄຳຂວັນ “ສາມຢ່າງພ້ອມກັບປະຊາຊົນ, ຍຶດໝັ້ນຢ່າງບໍ່ຢຸດຢັ້ງ ແລະກໍ່ສ້າງຮາກຖານປະຕິວັດ”. ດ້ວຍການຊ່ວຍເຫລືອຢ່າງຕັ້ງໜ້າຂອງນັກຮົບອາສາສະໝັກຫວຽດນາມ ແລະຄວາມພະຍາຍາມອັນໃຫຍ່ຫລວງຂອງລາວ, ໃນຕອນທ້າຍຂອງສົງຄາມຕໍ່ຕ້ານພວກລ່າເມືອງຂຶ້ນແບບເກົ່າ , ພື້ນຖານການປະຕິວັດ ແລະເຂດປົດປ່ອຍຂອງ ລາວໄດ້ຂະຫຍາຍອອກໄປ, ໃນນັ້ນມີຫລາຍທີ່ໝັ້ນຂອງລາວທີ່ເຊື່ອມຕໍ່ພື້ນທີ່ທາງທິດຕາເວັນຕົກສ່ຽງເໜືອ, ເຂດແນວຫລັງຂອງເຂດປະສົມພາກ 4, 5 (ປະເທດຫວຽດນາມ).

ໃນໄລຍະ 30 ປີ (1945-1975), ກອງທັບຫວຽດນາມ ພ້ອມດ້ວຍກອງທັບ ແລະປະຊາຊົນລາວບັນດາເຜົ່າ ໄດ້ຕໍ່ສູ້ຄຽງບ່າຄຽງໄຫລ່, ເອົາຊະນະໃນສົງຄາມຕໍ່ສູ້ຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ ແລະແບບໃໝ່. ພິເສດ, ທະຫານອາສາສະໝັກຫວຽດນາມ ແລະກອງທັບປະຊາຊົນລາວ ໄດ້ຕໍ່ສູ້ປົກປັກຮັກສາເສັ້ນທາງຂົນສົ່ງຍຸດທະສາດໂຮ່ຈີມິນ ທາງທິດຕາເວັນຕົກເຈື່ອງເຊີນ; ປະກອບສ່ວນເຂົ້າໃນໄຊຊະນະລວມຂອງການປະຕິວັດຂອງ 3 ປະເທດຫວຽດນາມ, ລາວ ແລະ ກຳປູເຈຍ. ໃນຕົ້ນປີ 1951, ທະຫານທະຫານອາສາສະໝັກ ທີ 80, ພ້ອມດ້ວຍບາງໜ່ວຍຂອງກອງທັບລາວອິດສະລະໄດ້ບຸກໂຈມຕີຫລາຍຄັ້ງເພື່ອຕ້ານສັດຕູໄດ້ສ້າງໂອກາດໃຫ້ສາມາດປ່ຽນເປັນການຕໍ່ສູ້ຢ່າງຕໍ່ເນື່ອງ; ພ້ອມກັນນັ້ນ, ຍັງໄດ້ປະສານສົມທົບກັບບັນດາກົມກອງໃຫຍ່ຂອງຫວຽດນາມ ເພື່ອເປີດບັ້ນຮົບໃຫຍ່ຫລາຍບັ້ນຮົມອັນໄດ້ປະກອບສ່ວນໄດ້ທຳລາຍ ແລະບັ່ນທອນກຳລັງແຮງຂອງສັດຕູຫລາຍໜ່ວຍ, ໄດ້ຂະຫຍາຍ ແລະປັບປຸງເຂດປົດປ່ອຍຢູ່ພາກເໜືອຂອງລາວ, ຂັດຂວາງກົນອຸບາຍປາບປາມຂອງສັດຕູ ເພື່ອແບ່ງແຍກຄວາມສາມັກຄີພິເສດລະຫວ່າງກອງທັບ ແລະປະຊາຊົນສອງປະເທດ ລາວ - ຫວຽດນາມ.

ດ້ວຍຜົນງານ ແລະໄຊຊະນະທີ່ຍາດມາໄດ້, ທະຫານທະຫານອາສາສະໝັກຫວຽດນາມ ສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນກັບກຳລັງປະກອບອາວຸດປະເທດລາວ ເພື່ອຊຸກຍູ້ການສູ້ຮົບຢູ່ພາກກາງ ແລະພາກໃຕ້, ຮ່ວມກັນບັນລຸໄຊຊະນະໃນບັ້ນຮົບລາມເຊີນ 719 ໃນບໍລິເວນເສັ້ນທາງ 9 ພາກໃຕ້ຂອງລາວ. ໄຊຊະນະຂອງກອງທັບ ແລະປະຊາຊົນສອງປະເທດ ໄດ້ບັ່ນທອນ ແລະທຳລາຍຊີວິດຂອງສັດຕູຢ່າງຫລວງຫລາຍ, ໄດ້ຮັບໄຊຊະນະທາງການທະຫານເປັນແຕ່ລະບາດກ້າວ, ສະໜັບສະໜູນການຕໍ່ສູ້ຂອງປະຊາຊົນລາວ, ເອົາຊະນະ ແລະຕີຖອຍຍຸດທະສາດ "ສົງຄາມພິເສດ" ແລະ ໄຊຊະນະໃນການຕໍ່ສູ້ກັບ "ສົງຄາມພິເສດ" ຂອງຈັກກະພັດອາເມລິກາ ຢູ່ລາວ. ປະກອບສ່ວນຊຸກຍູ້ການບຸກໂຈມຕີ ແລະການລຸກຮືຂຶ້ນຂອງກອງທັບ ແລະປະຊາຊົນພາກໃຕ້ຫວຽດນາມ, ເຮັດໃຫ້ສັດຕູອ່ອນກຳລັງລົງ ແລະຍອມປະລາໄຊທຸກຢ່າງ. ຍ້ອນມີການກະກຽມສະໜາມຮົບຢ່າງຮອບຄອບ, ບັນດາບັ້ນຮົບໃນການບຸກໂຈມຕີຢູ່ສະໜາມຮົບລາວໃນປີ 1962-1972, ການເຂົ້າຮ່ວມຂອງທະຫານອາສາສະໝັກ ແລະກອງກຳລັງຫລວງຂອງຫວຽດນາມ ແລະລາວ ໄດ້ເພີ່ມຂຶ້ນ. ສະໜາມຮົບລາວ ກາຍເປັນສະໜາມຮົບທີ່ມີປະສິດທິຜົນ, ຍາດໄຊຊະນະອັນຍິ່ງໃຫຍ່ໃນສົງຄາມຕໍ່ຕ້ານຕ້ານຈັກກະພັດລ່າເມືອງຂຶ້ນແບບໃໝ່ຂອງປະຊາຊົນ 3 ປະເທດຫວຽດນາມ, ລາວ ແລະ ກຳປູເຈຍ.

ປະຕິບັດຕາມພາລະກິດສາກົນຢູ່ສະໜາມຮົບລາວ ໃນສະໄໝສົງຄາມຕໍ່ຕ້ານຕ້ານພວກລ່າເມືອງຂຶ້ນແບບເກົ່າ ແລະໃໝ່, ບັນດານັກຮົບອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ເສຍສະຫຼະທຸກຢ່າງ ເພື່ອປະສົບຜົນສຳເລັດໃນໜ້າທີ່ທີ່ພັກ ແລະປະຊາຊົນມອບໝາຍໃຫ້ ແລະສ້າງວິລະກຳຫລວງຫລາຍໃນສະໜາມຮົນຢູ່ລາວ. ມີຫລາຍໝູ່ຄະນະ ແລະບຸກຄົນຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ຮັບການຍ້ອງຍໍສັນລະເສີນອັນສູງສົ່ງຈາກພັກ ແລະລັດລາວ, ນັກຮົບອາສາສະໝັກ ແລະຊ່ຽວຊານຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ ແລະຄວາມຮັກແພງຈາກປະຊາຊົນລາວບັນດາເຜົ່າ ແລະຖືວ່າເປັນຄົນໃນຄອບຄົວດຽວກັນ. ການປະກອບສ່ວນອັນໃຫຍ່ຫລວງດັ່ງກ່າວໄດ້ເຮັດໃຫ້ສາຍພົວພັນຄີພິເສດ, ມິດຕະພາບອັນຍິ່ງໃຫຍ່ລະຫວ່າງສອງຊາດ ລາວ - ຫວຽດນາມ ແໜ້ນແຟ້ນຍິ່ງໆຂຶ້ນ.

ເນື້ອໃນ: ຂປລ