ບັນດາຂີດໝາຍທີ່ຮຸ່ງເຮືອງເຫຼືອງເຫຼື້ອມໃນປະຫວັດສາດການປະຕິວັດລາວ ລ້ວນແຕ່ຕິດພັນກັບການນຳພາຂອງປະທານ ໄກສອນ ພົມວິຫານ, ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນລາວ, ຜູ້ສ້າງຕັ້ງພັກປະຊາຊົນປະຕິວັດລາວ, ເປັນເພື່ອນມິດບໍລິສຸດຜຸດຜ່ອງຂອງປະທານໂຮ່ຈີມິນ ແລະປະຊາຊົນຫວຽດນາມ.

ໃນຕະຫຼອດຊີວິດເຄື່ອນໄຫວການປະຕິວັດຂອງຕົນ, ປະທານ ໄກສອນ ພົມວິຫານ ຍາມໃດກໍ່ສະຫງວນອາລົມຈິດພິເສດ, ຄວາມເຄົາລົບນັບຖື ແລະຄວາມໄວ້ເນື້ອເຊື່ອໃຈຢ່າງເດັດຂາດຕໍ່ປະທານ ໂຮ່ຈີມິນ ແລະບັນດາເພື່ອນມິດສະຫາຍຫວຽດນາມ, ນັ້ນແມ່ນໜຶ່ງໃນບັນດາພື້ນຖານໝັ້ນຄົງເຂັ້ມແຂງເພື່ອໃຫ້ສອງພັກ ແລະປະຊາຊົນສອງປະເທດຫວຽດນາມ ແລະລາວ ຍາມໃດກໍ່ ຄຽງບ່າຄຽງໄຫຼ່ໜູນຊ່ວຍເຊິ່ງກັນ ແລະກັນໃນຕະຫຼອດໄລຍະປະຫວັດສາດ.

leftcenterrightdel
ປະທານ ໂຮ່ຈີມິນ ຕ້ອນຮັບສະຫາຍ ໄກສອນ ພົມວິຫານ, ຫົວໜ້າຄະນະຜູ້ແທນພັກ ແລະແນວລາວຮັກຊາດຢ້ຽມຢາມສັນຖະວະໄມຕີຫວຽດນາມ (ປີ 1966) ຢ່າງອົບອຸ່ນສະໜິດສະໜົມ. ພາບ: ເອກະສານສຳນັກຂ່າວສານຫວຽດນາມ.

ປະທານ ໄກສອນ ພົມວິຫານ ບໍ່ພຽງແຕ່ແມ່ນຜູ້ນຳຮັກຊາດທີ່ດີເດັ່ນ, ນັກຮົບປະຕິວັດທີ່ອົງອາດກ້າແກ່ນຂອງພັກ ແລະປະຊາຊົນລາວ ເທົ່ານັ້ນຫາກຍັງແມ່ນເພື່ອນມິດທີ່ໃກ້ຊິດສະໜິດສະໜົມ, ບໍລິສຸດຜຸດຜ່ອງຂອງພັກ, ລັດ ແລະປະຊາຊົນຫວຽດນາມ ອີກດ້ວຍ. ໃນຕະຫຼອດຊີວິດ, ການຮ່ຳຮຽນ ແລະການເຄື່ອນໄຫວປະຕິວັດຂອງເພິ່ນລ້ວນແຕ່ຕິດພັນກັບຫວຽດນາມ. ປີ 1935 ຜູ້ບ່າວ ໄກສອນ ພົມວິຫານ ອອກຈາກບ້ານເກີດເມືອງນອນຢູ່ແຂວງສະຫວັນນະເຂດ ແຫ່ງ ສປປ ລາວ ດ້ວຍຊື່ເອີ້ນ ຫງວຽນຈີ໊ມຶວ ມາຫາຮ່າໂນ້ຍ ເພື່ອເສັງເຂົ້າໂຮງຮຽນເບື໊ອຍ (ປະຈຸບັນແມ່ນໂຮງຮຽນມັດທະຍົມຕອນປາຍ ຈູວັນອານ, ຮ່າໂນ້ຍ). ໃນຊຸມວັນດຳລົງຊີວິດ ແລະຮ່ຳຮຽນຢູ່ຮ່າໂນ້ຍ, ເພິ່ນໄດ້ມີຄວາມຕືນຕົວປະຕິວັດ ແລະໄປຕາມແນວທາງຂອງພັກ ກອມມູນິດ ອິນດູຈີນ. ຫຼັງຈາກນັ້ນ, ເພິ່ນຮຽນຢູ່ມະຫາວິທະຍາໄລກົດໝາຍຢູ່ຮ້າໂນ້ຍ ແລະເຂົ້າຮ່ວມຂະບວນການນັກຮຽນ-ນັກສຶກສາຕ້ານພວກລ່າເມືອງຂຶ້ນຝະລັ່ງ ແລະຍີ່ປຸ່ນ ຢູ່ຫວຽດນາມ.

ປີ 1946, ເພິ່ນເຮັດວຽກຢູ່ຄະນະຕິດຕໍ່ສື່ສານລາວ-ຫວຽດນາມ ຢູ່ຮ່າໂນ້ຍ ແລະຮັບຜິດຊອບບັນດາຜູ້ຮັກຊາດລາວ ຢູ່ຫວຽດນາມ ຕ້ານຝະລັ່ງ. ປີ 1948 ເພິ່ນໄດ້ກັບເມືອປະເທດນຳພາຂະບວນການຕ້ານຝະລັ່ງຢູ່ເຂດພາກເໜືອຂອງລາວ. ເພິ່ນເຂົ້າເປັນສະມາຊິກພັກກອມມູນິດອິນດູຈີນ ປີ 1949 ແລະໃນປີນັ້ນເພິ່ນສ້າງຕັ້ງກອງລາດຊະວົງ, ຕໍ່ມາເປັນກຽດທີ່ເປັນແກ່ນສານໃຫ້ແກ່ການສ້າງຕັ້ງກອງທັບລາວອິດສະຫຼະ (ປະຈຸບັນແມ່ນກອງທັບປະຊາຊົນລາວ).

ເດືອນສິງຫາ 1950, ລັດຖະບານລາວອິດສະຫຼະໄດ້ຮັບການສ້າງຕັ້ງ, ສະເດັດເຈົ້າ ສຸພານຸວົງ ເປັນປະທານ, ທ່ານ ໄກສອນ ພົມວິຫານ ເປັນຮອງປະທານ, ລັດຖະມົນຕີກະຊວງປ້ອງກັນປະເທດ. ເດືອນ ກຸມພາ 1951 ເພິ່ນນຳໜ້າຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມໃຫຍ່ ຄັ້ງທີ 2 ຂອງພັກກອມມູນິດ ອິນດູຈີນ, ກອງປະຊຸມໃຫຍ່ຄັ້ງນີ້ໄດ້ຕົກລົງສ້າງຕັ້ງບັນດາອົງການປະຕິວັດທີ່ເໝາະສົມກັບສະຖານະການຂອງລາວ ແລະກຳປູເຈຍ. ສະຫາຍ ໄກສອນ ພົມວິຫານ ໄດ້ຮັບໜ້າທີ່ກະກຽມທຸກເງື່ອນໄຂເພື່ອສ້າງຕັ້ງພັກປະຊາຊົນລາວ.

ວັນທີ 22 ມີນາ 1955, ຢູ່ແຂວງຫົວພັນ, ເພິ່ນເປັນປະທານກອງປະຊຸມໃຫຍ່ສ້າງຕັ້ງພັກປະຊາຊົນລາວ. ເພິ່ນໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຜູ້ທີໜ່ຶງຂອງຄະນະນຳພາພັກ, ເລຂາຄະນະພັກການທະຫານສູນກາງ, ທັງເປັນຜູ້ບັນຊາການສູງສຸດເພື່ອນຳພາການຕໍ່ສູ້ຕ້ານຝະລັ່ງ ແລະຫຼັງຈາກນັ້ນແມ່ນຕ້ານອາເມລິກາກູ້ຊາດຂອງປະຊາຊົນລາວ.

ປະຈຸບັນ, ຢູ່ຫວຽດນາມ ຍັງມີຫຼາຍບ່ອນທີ່ຕິດພັນກັບວິວັດການເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ. ນັ້ນແມ່ນເຂດປູຊະນີຍະສະຖານບ້ານ ລາວໂຄ (ຕາແສງພຽງຄວາຍ, ເມືອງອຽນເຈົາ, ແຂວງເຊີນລາ), ນີ້ແມ່ນບ່ອນສ້າງຕັ້ງຄະນະຕະລຸມບອນທາງພາກເໜືອລາວ (ປີ 1948) ໂດຍປະທານ ໄກສອນ ພົມວິຫານ ເປັນຫົວໜ້າຄະນະ; ເຂດປູຊະນີຍະສະຖານການປະຕິວັດລາວ ຕັ້ງຢູ່ບ້ານລ່າງງອຍ-ດ໊າບ່ານ, ຕາແສງໝີບັ່ງ, ເມືອງອຽນເຊິນ, ແຂວງຕວຽນກວາງ ແມ່ນບ່ອນຈັດຕັ້ງກອງປະຊຸມໃຫຍ່ແນວລາວອິດສະຫຼະ, ສ້າງຕັ້ງລັດຖະບານລາວຕໍ່ຕ້ານ, ເລືອກຕັ້ງສະຫາຍ ໄກສອນ ພົມວິຫານ ເປັນລັດຖະມົນຕີກະຊວງປ້ອງກັນປະເທດລາວ... ບັນດາສະຖານທີ່ນີ້ບໍ່ພຽງແຕ່ເປັນບ່ອນຕິດພັນກັບຫຼາຍເຫດການປະຫວັດສາດສຳຄັນຂອງການປະຕິວັດລາວ, ເປັນບ່ອນຍົກອອກບັນດານະໂຍບາຍ, ມາດຕະການທີ່ມີລັກສະນະຕັດສິນໃນພາລະກິດຕໍ່ສູ້ປົດປ່ອຍຊາດລາວ ເທົ່ານັ້ນຫາກຍັງແມ່ນບ່ອນທີ່ປະທານ ໂຮ່ຈີມິນ ຜູ້ຍິງໃຫຍ່, ປະທານ ໄກສອນ ພົມວິຫານ ແລະປະທານສຸພານຸວົງສ້າງພື້ນຖານໃຫ້ນ້ຳໃຈສາມັກຄີ, ສຳພັນສູ້ຮົບຫວຽດນາມ-ລາວ.

ເພິ່ນບໍ່ພຽງແຕ່ແມ່ນປັນຍາຊົນຜູ້ຮັກຊາດທີ່ດີເດັ່ນ, ກາຍເປັນນັກຮົບກອມມູນິດ ທີ່ອົງອາດກ້າແກ່ນເທົ່ານັ້ນ, ປະທານ ໄກສອນ ພົມວິຫານ ຍັງແມ່ນຜູ້ທີ່ເປັນສັນຍາລັກແຫ່ງຂອງນ້ຳໃຈສາມັກຄີຊົນຊາດ, ເປັນຜູ້ນຳ, ຜູ້ບັນຊາການທີ່ເກັ່ງກ້າສາມາດຂອງບັນດາກຳລັງປະກອບອາວຸດປະຕິວັດລາວ ທີ່ຄຽງບ່າຄຽງໄຫຼ່ກັບທະຫານອາສາສະໝັກຫວຽດນາມ ຕໍ່ສູ້ຕ້ານສັດຕູລວມ, ອຸທິດຕະຫຼອດຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດລາວ.

ພາຍຫຼັງຍາດເອົາໄດ້ເອກະລາດ, ອິດສະຫຼະພາບໃຫ້ປະເທດລາວ ໃນວັນທີ 2 ທັນວາ 1975, ປະທານ ໄກສອນ ພົມວິຫານ ໄດ້ມີຄຸນງາມຄວາມດີອັນໃຫຍ່ຫຼວງໃນພາລະກິດສ້າງສາ, ປົກປັກຮັກສາ ແລະພັດທະນາປະເທດລາວ. ໃນກິດຈະການປ່ຽນແປງໃໝ່ຂອງປະເທດລາວ, ເພິ່ນແມ່ນຜູ້ລິເລີ່ມແຜນນະໂຍບາຍທັດສະນະປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການ, ໝັ້ນຄົງເທື່ອລະກ້າວ, ທັງສະແຫວງຫາການຮ່ວມມືສາກົນ, ເພື່ອສ້າງການປ່ຽນແປງຢ່າງຕັ້ງໜ້າໃນການນຳພາຂອງພັກ, ການຄຸ້ມຄອງຂອງລັດ, ຊຸກຍູ້ເສດຖະກິດ, ວັດທະນະທຳ, ສັງຄົມໃຫ້ພັດທະນາເໝາະສົມກັບສະຖານະການຕົວຈິງ.

ປະທານ ໄກສອນ ພົມວິຫານ ແມ່ນໜຶ່ງໃນບັນດານັກເຄື່ອນໄຫວສາກົນທີ່ຕັ້ງໜ້າ, ຍາມໃດກໍ່ຍົກສູງຈິດໃຈສາກົນບໍລິສຸດ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າພາລະກິດຕໍ່ສູ້ເພື່ອເອກະລາດ, ອິດສະຫຼະພາບຂອງປະຊາຊົນໃນໂລກ, ເພື່ອພື້ນຖານສັນຕິພາບ, ການຮ່ວມມື, ມິດຕະພາບລະຫວ່າງຊາດຕ່າງໆ. ຍາມໃດເພິ່ນກໍ່ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ບໍລິສຸດຜຸດຜ່ອງ, ນ້ຳໃຈສາມັກຄີແບບພິເສດລາວ-ຫວຽດນາມ.

ພາຍຫຼັງສອງປະເທດລາວ ແລະຫວຽດນາມ ໄດ້ຮັບການປົດປ່ອຍຢ່າງສົມບູນໃນ ປີ 1975, ການພົວພັນລະຫວ່າງສອງປະເທດກ້າວເຂົ້າສູ່ໄລຍະໃໝ່. ໃນບົດກ່າວຄວາມເຫັນຄຳນັບຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກກອມມູນິດຫວຽດນາມ (ເດືອນທັນວາ 1976), ປະທານ ໄກສອນ ພົມວິຫານ ຢັ້ງຢືນວ່າ: “ປະຫວັດສາດການປະຕິວັດໃນໂລກ, ມີຫຼາຍແບບຢ່າງກ້ຽວກັບນ້ຳໃຈສກຳມະຊີບ, ສາກົນ, ແຕ່ບໍ່ທັນມີບ່ອນໃດ, ທີ່ມີສາຍພົວພັນສາມັກຄີສູ້ຮົບແບບພິເສດ, ຍາວນານ ແລະຮອບດ້ານຄືສາຍພົວພັນລາວ-ຫວຽດນາມ. ສາຍພົວພັນນັ້ນໄດ້ກາຍເປັນສາຍພົວພັນແບບພິເສດ, ບໍລິສຸດຜຸດຜ່ອງ, ທີ່ຫາຍາກ ແລະນັບມື້ນັບໄດ້ຮັບການປັບປຸງ, ພັດທະນາຢ່າງໝັ້ນຄົງເຂັ້ມແຂງ. ພວກຂ້າພະເຈົ້າໝັ້ນໝາຍຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອເພີ່ມພູນຄູນສ້າງນ້ຳໃຈມິດຕະພາບລາວ-ຫວຽດນາມໃຫ້ນັບມື້ນັບຂຽວສົດງົດງາມ, ໝັ້ນຄົງຂະໜົງແກ່ນໄປຊົ່ວກາລະນານ”.

ປີ 2020, ພັກ, ລັດລາວ ສະເຫຼີມສະຫຼອງ 100 ປີແຫ່ງວັນຄ້າຍວັນເກີດຂອງປະທານ ໄກສອນ ພົມວິຫານ, ໃນບັນຍາກາດທີ່ສອງພັກ, ສອງລັດພວກເຮົາພວມແຂ່ງຂັນສ້າງຜົນງານຄຳນັບຮັບຕ້ອນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງແຕ່ລະພັກ. ເພື່ອສືບທອດບັນດາມູນເຊື້ອອັນສະຫງ່າອົງອາດເຊິ່ງບັນພະບູລຸດລຸ້ນຕ່າງໆໄດ້ເພີ່ມພູນຄູນສ້າງ, ພວກເຮົາໝັ້ນໝາຍເປັນຈິດໜຶ່ງໃຈດຽວສາມັກຄີ, ສືບຕໍ່ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້, ປະກອບສ່ວນກໍ່ສ້າງ, ເພີ່ມພູນຄູນສ້າງ, ປັບປຸງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນ.

ພັນເອກ ຄຳສາວ ແກ້ວວິເສດ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ.