ງານບຸນປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງຫວຽດນາມ-ລາວ
ກປ.ອອນໄລ - ວັນທີ 19, ທີ່ເຂດປູຊະນີຍະສະຖານວິຫານ ເທື້ອງ - ວິຫານ ຫ້າ, ຕາແສງ ໄຕຮວາລື, ແຂວງນິງບິ່ງ ໄດ້ດໍາເນີນງານບຸນມູນເຊື້ອວິຫານ ເຈົ້າຍິງ ໂຍ່ຍຮວາ ປີ 2026. ນີ້ແມ່ນເຫດການວັດທະນະທຳ, ຄວາມເຊື່ອຖືທີ່ມີຄວາມໝາຍທາງປະຫວັດສາດ, ວັດທະນະທຳ ແລະການພົວພັນຕ່າງປະເທດທີ່ເລິກເຊິ່ງ.
ກ່າວຄໍາເຫັນທີ່ງານບຸນ, ທ່ານ ດັ້ງແທງເຊີນ, ຮອງປະທານຄະນະກຳມະການປະຊາຊົນແຂວງນິງບິ່ງ ໃຫ້ຮູ້ວ່າ ການຈັດງານບຸນມູນເຊື້ອວິຫານ ເຈົ້າຍິງ ໂຍ່ຍຮວາ ປີ 2026 ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງແຂວງໃນການອະນຸລັກຮັກສາ ແລະເສີມຂະຫຍາຍຄຸນຄ່າຂອງມໍລະດົກວັດທະນະທຳແຫ່ງຊາດ. ວຽກງານຈັດຕັ້ງໄດ້ດຳເນີນຕາມການກໍານົດຢ່າງເຂັ້ມງວດ, ຮັບປະກັນຄວາມສະຫງ່າຜ່າເຜີຍ, ຄວາມສີວິໄລ ແລະປະຢັດ.
    |
 |
|
ບັນດາຜູ້ແທນຖະຫວາຍທູບທຽນຢູ່ວິຫານ ເຈົ້າຍິງ ໂຍ່ຍຮວາ. ພາບ: nhandan.vn |
ທີ່ພິທີ, ຕາງໜ້າພັກ, ລັດ ແລະປະຊາຊົນລາວ, ທ່ານນາງ ຄຳເພົາ ເອີນທະວັນ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳຫວຽດນາມ ໄດ້ສະແດງຄວາມຂອບໃຈຢ່າງເລິກເຊິ່ງຕໍ່ອໍານາດການປົກຄອງແຂວງນິງບິ່ງ, ພິເສດແມ່ນປະຊາຊົນຕາແສງໄຕຮວາລື ໄດ້ອະນຸລັກຮັກສາ ແລະຈັດຕັ້ງພິທີອາໄລຫາໃນແຕ່ລະປີ, ຊ່ວຍໃຫ້ສະຖານທີ່ແຫ່ງນີ້ກາຍເປັນສະຖານທີ່ສັກກາລະບູຊາທີ່ຕິດພັນກັບທ້ອງຖິ່ນຢ່າງຍາວນານ.
ໃນໄລຍະຈະມາເຖິງ, ສະຖານທູດລາວ ຈະສືບຕໍ່ສົມທົບກັບແຂວງນິງບິ່ງຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ບັນດາຂັ້ນຕອນຮັບຮູ້ວິຫານ ເຈົ້າຍິງ ໂຍ່ຍຮວາ ເປັນປູຊະນີຍະສະຖານແຫ່ງຊາດ ແລະສ້າງໃຫ້ເປັນເຂດວັດທະນະທຳ, ທ່ອງທ່ຽວ ຫວຽດນາມ-ລາວ.
ນີ້ຈະເປັນສັນຍະລັກຂອງສາຍພົວພັນສາມັກຄີ, ສະໜິດຕິດພັນ, ປະກອບສ່ວນເຂົ້າໃນການດຶງດູດນັກທ່ອງທ່ຽວ ແລະເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດລະຫວ່າງສອງພັກ, ສອງລັດ, ແລະປະຊາຊົນສອງປະເທດ.
ໂດຍ: ຈາງຫງວຽນ