ທີ່ການພົບປະ, ທ່ານເອກອັກຄະລັດຖະທູດ ເລກວາງລອງ ໄດ້ສົ່ງພອນໄຊອັນປະເສີດມາຍັງພະນັກງານ, ພາລະກອນສະຖານທູດລາວ; ອວຍພອນໃຫ້ປະຊາຊົນລາວ ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ສືບຕໍ່ບັນລຸໄດ້ຜົນງານອັນໃຫຍ່ຫຼວງຫຼາຍຢ່າງໃນກິດຈະການກໍ່ສ້າງ ແລະພັດທະນາປະເທດຊາດ.

leftcenterrightdel
ຄະນະຜູ້ແທນສະຖານທູດຫວຽດນາມ ປະຈໍາ ກູບາ ມາອວຍພອນພະນັກງານສະຖານທູດລາວ ປະຈໍາ ກູບາ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດລາວ. ພາບ: nhandan.vn

ບຸນປີໃໝ່ປະຈຳຊາດໃຫຍ່ທີ່ສຸດໃນປີຂອງປະຊາຊົນລາວ, ຕາມປົກກະຕິແລ້ວຈະຈັດຂຶ້ນໃນກາງເດືອນເມສາ, ແມ່ນໂອກາດເພື່ອອວຍພອນໃຫ້ຈົ່ງຢູ່ດີມີແຮງຈະເລີນຮັ່ງມີ, ຄວາມວັດທະນາຖາວອນ, ຄວາມຜາສຸກໃນປີໃໝ່. ບຸນປີໃໝ່ມີສີສັນວັດທະນະທໍາດ້ວຍຫຼາຍພິທີປະເພນີເຊັ່ນ: ບາສີສູ່ຂວັນ, ສົງພະ... ສະແດງໃຫ້ເຫັນຄວາມຄາດຫວັງກ່ຽວກັບຄວາມໂຊກດີ  ແລະການເລີ່ມຕົ້ນອັນດີງາມ.

ທ່ານເອກອັກຄະລັດຖະທູດ ເລກວາງລອງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະປາດຖະໜາຢາກສືບຕໍ່ປັບປຸງ, ພັດທະນາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ-ລາວ.

ສ່ວນທ່ານເອກອັກຄະລັດຖະທູດ ວັນທາ ແສງເມືອງ ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ອາລົມຈິດອັນດີງາມຂອງທ່ານເອກອັກຄະລັດຖະທູດ ເລກວາງລອງ ແລະບັນດາພະນັກງານ, ພາລະກອນສະຖານທູດຫວຽດນາມ; ພ້ອມທັງເນັ້ນໜັກວ່າ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນແນໃສ່ເພີ່ມພູນຄູນສ້າງການພົວພັນ ລາວ-ຫວຽດນາມ ໃຫ້ນັບມື້ນັບພັດທະນາແບບຍືນຍົງ.

ໂດຍ: ເຈິ່ນຮວ່ຽນ