ບໍລິສັດຮ່ວມມືເສດຖະກິດ 385 ຕ້ອນຮັບບຸນປີໃໝ່ ພ້ອມກັບກຳມະກອນ ແລະປະຊາຊົນລາວ
ກປ.ອອນໄລ - ແຕ່ວັນທີ 6-9 ເມສາ, ຢູ່ແຂວງອັດຕະປື, ບໍລິສັດຮ່ວມມືເສດຖະກິດ 385 (ແມ່ທັບນ້ອຍ 15) ໄດ້ຈັດຕັ້ງການຢ້ຽມຢາມ, ມອບຂອງຂວັນ ແລະຕ້ອນຮັບບຸນປີໃໝ່ 2026 ພ້ອມກັບກຳມະກອນ ແລະປະຊາຊົນທ້ອງຖິ່ນ.
ທີ່ລາຍການ, ການນໍາບໍລິສັດຮ່ວມມືເສດຖະກິດ 385 ໄດ້ແຈ້ງໃຫ້ຊາບກ່ຽວກັບໝາກຜົນການປະຕິບັດໜ້າທີ່ໃນໄລຍະຜ່ານມາ; ເນັ້ນໜັກເຖິງບົດບາດສຳຄັນຂອງການສົມທົບ, ຊ່ວຍເຫຼືອຂອງຄະນະພັກ, ອຳນາດການປົກຄອງທ້ອງຖິ່ນ, ພະນັກງານ ແລະຖັນແຖວກຳມະກອນຄົນລາວ ໃນຂະບວນວິວັດການຈັດຕັ້ງຜະລິດ, ພັດທະນາເສດຖະກິດ-ສັງຄົມໃນບໍລິເວນ. ຜ່ານນັ້ນ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ, ຮັກສາຄວາມໝັ້ນຄົງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ, ຄວາມປອດໄພໃນສັງຄົມ, ພ້ອມທັງສືບຕໍ່ປັບປຸງ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ ນັບມື້ນັບແໜ້ນແຟ້ນ.
    |
 |
|
ບໍລິສັດຮ່ວມມືເສດຖະກິດ 385 ມອບຂອງຂວັນໃຫ້ແກ່ກຳມະກອນຂອງກົມກອງ ແລະປະຊາຊົນປະເທດເພື່ອນມິດລາວ. ພາບ: qdnd.vn |
ເນື່ອງໃນໂອກາດບຸນປີໃໝ່, ການນຳບໍລິສັດໄດ້ສົ່ງຄຳອວຍພອນປີໃໝ່ມາຍັງພະນັກງານ, ປະຊາຊົນ ແລະຜູ້ອອກແຮງງານທຸກຄົນ; ຂໍອວຍພອນໃຫ້ປີໃໝ່ຈົ່ງມີຄວາມຜາສຸກ, ຄວາມສາມັກຄີ ແລະບັນລຸໄດ້ໄຊຊະນະໃໝ່ຫຼາຍຢ່າງ.
ຕາງໜ້າການນຳແຂວງອັດຕະປື ສະແດງຄວາມເຄົາລົບ ແລະຂອບໃຈຢ່າງເລິກເຊິ່ງຕໍ່ການປະກອບສ່ວນແທດຈິງຂອງບໍລິສັດຮ່ວມມືເສດຖະກິດ 385 ໃນການພັດທະນາເສດຖະກິດ, ສ້າງວຽກເຮັດງານທຳ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ; ຫວັງວ່າ ໃນໄລຍະຈະມາເຖິງ, ບໍລິສັດຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນກັບທ້ອງຖິ່ນ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນສາມັກຄີມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບຍືນຍົງ.
ເນື່ອງໃນໂອກາດນີ້, ບໍລິສັດຮ່ວມມືເສດຖະກິດ 385 ມອບຂອງຂວັນ 61 ພູດໃຫ້ແກ່ພະນັກງານ, ກຳມະກອນ ແລະບັນດາຄອບຄົວທີ່ສະໜິດຕິດພັນ; ມອບຂອງຂວັນໃຫ້ແກ່ກຳມະກອນຄົນລາວ 47 ຄົນທີ່ມີເວລາສະໜິດຕິດພັນກັບບໍລິສັດແຕ່ 5 ປີຂຶ້ນໄປ, ດ້ວຍມູນຄ່າທັງໝົດຫຼາຍກວ່າ 135 ລ້ານດົ່ງ.
ໂດຍ: ມອ໋ດ ແກ້ວກອງສີ