ພາຍຫຼັງທ່ານ ເຈິ່ນເກິ໊ມຕູ໊, ກໍາມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ແລະຄະນະຜູ້ແທນຂ້ັນສູງຫວຽດນາມ ສິ້ນສຸດການຢ້ຽມຢາມລາວ ຢ່າງເປັນທາງການຕາມຄໍາເຊີນຂອງທ່ານ ວິໄລ ຫຼ້າຄໍາຟອງ, ກໍາມະການກົມການເມືອງສູນກາງພັກ, ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈໍາ ລາວ ໄດ້ມີການແລກປ່ຽນກັບທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ກ່ຽວກັບໝາກຜົນການຢ້ຽມຢາມ.

leftcenterrightdel
ທ່ານ ບຸນເຫຼືອ ພັນດານຸວົງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ຕອບສໍາພາດຕໍ່ນັກຂ່າວ. ພາບ: ສໍານັກຂ່າວສານຫວຽດນາມ

ທ່ານ ບຸນເຫຼືອ ພັນດານຸວົງ ຢືນຢັນວ່າການຢ້ຽມຢາມລາວ ຢ່າງເປັນທາງການ ໃນວັນທີ 9 ເມສາ ຂອງທ່ານ ເຈິ່ນເກິ໊ມຕູ໊, ກໍາມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ປະສົບຜົນສໍາເລັດຢ່າງຈົບງາມໃນທຸກດ້ານ.

ການຢ້ຽມຢາມຄັ້ງນີ້ໄດ້ປະຕິບັດຕາມລາຍການເຄື່ອນໄຫວທີ່ໄດ້ວາງອອກຢ່າງດີເລີດ. ການພົບປະກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ; ການພົບປະກັບທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີລາວ ແລະພົບປະສອງຝ່າຍກັບຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ລ້ວນແຕ່ດໍາເນີນໃນທ່າມກາງບັນຍາກາດທີ່ຈິງໃຈ, ເປີດເຜີຍ, ສ້າງສາ ແລະເຕັມໄປດ້ວຍນໍ້າໃຈເພື່ອນມິດສະຫາຍ, ອ້າຍນ້ອງ. ສອງຝ່າຍໄດ້ແລກປ່ຽນໃນຂົງເຂດຮ່ວມມືສອງຝ່າຍ. ພິເສດ, ສອງຝ່າຍບັນລຸໄດ້ການເຫັນດີເປັນເອກະພາບສູງໃນການຫັນຂໍ້ຕົກລົງຂັ້ນສູງ, ນໍາການຮ່ວມມືເຂົ້າສູ່ລວງເລິກ ແລະແທດຈິງກວ່າໃຫ້ປະກົດຜົນເປັນຈິງ.

ສອງຝ່າຍເອົາ​ໃຈ​ໃສ່​ເປັນ​ພິ​ເສດເຖິງການຍູ້ໄວຄວາມຄືບໜ້າໂຄງການສໍາຄັນໃຫ້ບຸລິມະສິດຕ່າງໆ, ຄື: ເສັ້ນທາງດ່ວນວຽງຈັນ-ຮ່າໂນ້ຍ ແລະເສັ້ນທາງລົດໄຟວຽງຈັນ-ຫວູງອ໋າງ, ພ້ອມກັບໂຄງການຮ່ວມມືດ້ານການສຶກສາ ແລະພິເສດແມ່ນການເມືອງ, ສິ່ງທີ່ໄດ້ຖືແມ່ນເສົາຄໍ້້າກໍານົດທິດໃຫ້ອະນາຄົດການພົວພັນສອງປະເທດ.

ຜູ້ປະຈໍາການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ເນ້ັນໜັກວ່າ ການຢ້ຽມຢາມລາວ ຢ່າງເປັນທາງການຄັ້ງນີ້ຂອງທ່ານ ເຈິ່ນເກິ໊ມຕູ໊ ແມ່ນຂີດໝາຍສໍາຄັນ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເພີ່ມພູນຄູນສ້າງການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຊຸກຍູ້ຢ່າງແຂງແຮງ “ຫຸ້ນສ່ວນຍຸດທະສາດ” ລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດໃຫ້ນັບມື້ນັບພັດທະນາແບບຍືນຍົງ.

ໂດຍ: ໄຊນີດາ