ໃນບັນຍາກາດອັນເຄັ່ງຂຶມ, ບັນດາຜູ້ແທນໄດ້ສະຫງວນເວລາ 1 ນາທີ ເພື່ອອາໄລຫາຄຸນງາມຄວາມດີອັນໃຫຍ່ຫຼວງຂອງບັນດາວິລະຊົນນັກຮົບທີ່ໄດ້ເສຍສະຫຼະຊີວິດເພື່ອພາລະກິດສາກົນອັນສູງສົ່ງຢູ່ດິນແດນລາວ, ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ເພື່ອໃຫ້ສອງປະເທດມີສັນຕິພາບ ແລະເອກະລາດ ຄືດັ່ງທຸກມື້ນີ້.

leftcenterrightdel
ຜູ້ແທນວາງພວງມາລາ ອາໄລຫາວິລະຊົນນັກຮົບເສຍສະຫຼະຊີວິດເພື່ອຊາດ ຫວຽດນາມ ແລະລາວ. ພາບ: nhandan.vn

ພາຍຫຼັງວາງພວງມາລາ, ຖະຫວາຍທູບທຽນ, ຄະນະຜູ້ແທນຂອງສອງປະເທດ ໄດ້ຢືນຢັນວ່າ ຈະພ້ອມກັນຮັກສາ, ເພີ່ມທະວີ ແລະເພີ່ມພູນຄູນສ້າງສາຍພົວພັນ ຫວຽດນາມ - ລາວ, ລາວ - ຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຂຶ້ນຕື່ມ.

ອະນຸສາວະລີຮ່ວມສຳພັນສູ້ຮົບຫວຽດນາມ-ລາວ ແຂວງຊຽງຂວາງ ໄດ້ເປີດການນຳໃຊ້ແຕ່ທ້າຍປີ 1998, ເຊິ່ງແມ່ນສັນຍະລັກແຫ່ງນໍ້າໃຈສາມັກຄີ, ສາຍພົວພັນອັນສະໜິດຕິດແໜ້ນລະຫວ່າງສອງພັກ, ສອງລັດ ແລະກອງທັບສອງປະເທດ, ກໍຄືການເສຍສະຫຼະເລືອດເນື້ອເພື່ອພາລະກິດປະຕິວັດຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ໃນກິດຈະການຕໍ່ສູ້ຍາດເອົາເອກະລາດຂອງປະຊາຊົນລາວ.

ນີ້ກໍແມ່ນສະຖານທີ່ເພື່ອໃຫ້ຄົນລຸ້ນຫຼັງຂອງສອງປະເທດມາຢ້ຽມຊົມ ແລະຊອກຮູ້ກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ, ຫຸ້ນສ່ວນຍຸດທະສາດ ຫວຽດນາມ - ລາວ, ລາວ - ຫວຽດນາມ.

ໂດຍ: ທູຈາງ