ກອງບັນຊາການທະຫານນະຄອນດ່ານັງ ຢ້ຽມຢາມ, ອວຍພອນບຸນປີໃໝ່ສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນດ່ານັງ
ກປ.ອອນໄລ - ຕອນເຊົ້າວັນທີ 10 ເມສາ, ເນື່ອງໃນໂອກາດບຸນປີໃໝ່ລາວ, ຄະນະປະຕິບັດງານກອງບັນຊາການທະຫານນະຄອນດ່ານັງ ນໍາໂດຍທ່ານພັນເອກ ເຈິ່ນກິມຕ໊ວນ ຮອງຜູ້ບັນຊາການ ກອງບັນຊາການທະຫານນະຄອນດ່ານັງ ໄປຢ້ຽມຢາມ, ອວຍພອນບຸນປີໃໝ່ສະຖານກົງສູນໃຫຍ່ລາວ ປະຈໍາ ນະຄອນດ່ານັງ.
ທ່ານພັນເອກ ເຈິ່ນກິມຕ໊ວນ ສົ່ງຄໍາອວຍພອນປີໃໝ່ອັນດີງາມມາຍັງທ່ານນາງ ວອນຄຳ ເຈື່ອງມະນີວົງ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນດ່ານັງ ແລະພະນັກງານ, ພາລະກອນສະຖານກົງສູນໃຫຍ່ລາວ ໝົດທຸກຄົນ; ອວຍພອນໃຫ້ປະເທດລາວ ສືບຕໍ່ພັດທະນາຢ່າງໝັ້ນແກ່ນ, ປະຊາຊົນນັບມື້ນັບອີ່ມໜຳສຳລານ, ມີຄວາມຜາສຸກ. ພ້ອມທັງ, ແຈ້ງໂດຍສັງເຂບບາງໝາກຜົນພົ້ນເດັ່ນຂອງນະຄອນດ່ານັງ ໃນຂົງເຂດຕ່າງໆ, ຄື: ການເມືອງ, ເສດຖະກິດ, ສັງຄົມ, ການຮ່ວມມືກັບແຂວງຊາຍແດນລາວ; ກໍ່ຄືເນັ້ນໜັກສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ ໃຫ້ນັບມື້ນັບປັບປຸງ ແລະພັດທະນາຮອບດ້ານ.
    |
 |
|
ທ່ານພັນເອກ ເຈິ່ນກິມຕ໊ວນ ຮອງຜູ້ບັນຊາການ ກອງບັນຊາການທະຫານນະຄອນດ່ານັງ ອວຍພອນທ່ານນາງ ວອນຄຳ ເຈື່ອງມະນີວົງ ກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນດ່ານັງ. ພາບ: ມິງທີ |
ທ່ານພັນເອກ ເຈິ່ນກິມຕ໊ວນ ປາດຖະໜາຢາກກົງສຸນໃຫຍ່ແຫ່ງ ສປປ ລາວ ປະຈຳ ນະຄອນດ່ານັງ ສືບຕໍ່ເສີມຂະຫຍາຍບົດບາດເປັນຂົວຕໍ່ສໍາຄັນ, ຊຸກຍູ້ການເຄື່ອນໄຫວຮ່ວມມືຢ່າງແທດຈິງ, ມີປະສິດທິຜົນລະຫວ່າງທ້ອງຖ່ິນຕ່າງໆຂອງລາວ ກັບນະຄອນດ່ານັງ; ຜ່ານນັ້ນປະກອບສ່ວນເຮັດໃຫ້ການພົວພັນສາມັກຄີ, ຄວາມສະໜິດຕິດພັນລະຫວ່າງສອງປະເທດໃຫ້ເລິກເຊິ່ງກວ່າອີກ.
ສ່ວນທ່ານນາງ ວອນຄຳ ເຈື່ອງມະນີວົງ ຂອບໃຈຕໍ່ອາລົມຈິດ, ຄວາມເອົາໃຈໃສ່ຂອງກອງບັນຊາການທະຫານນະຄອນດ່ານັງ; ພ້ອມທັງຕີລາຄາສູງໝາກຜົນການສົມທົບ, ການຮ່ວມມືລະຫວ່າງກອງບັນຊາການທະຫານນະຄອນ ກັບແຂວງຕ່າງໆທີ່ຕິດກັບລາວ ແລະກະຊວງປ້ອງກັນປະເທດສອງປະເທດໃນໄລຍະຜ່ານມາຢ່າງມີປະສິດທິຜົນ.
    |
 |
|
ຄະນະປະຕິບັດງານກອງບັນຊາການທະຫານນະຄອນດ່ານັງ ແລະພະນັກງານກົງສຸນໃຫຍ່ ແຫ່ງ ສປປ ລາວ ປະຈຳ ນະຄອນດ່ານັງ ຖ່າຍຮູບເປັນທີ່ລະນຶກ. ພາບ: ມິງທີ |
ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືດ້ານປ້ອງກັນຊາດສອງຝ່າຍລະຫວ່າງສອງປະເທດຈະສືບຕໍ່ພັດທະນາຢ່າງແຂງແຮງ; ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດລະຫວ່າງ ລາວ-ຫວຽດນາມ ເວົ້າລວມ, ບັນດາທ້ອງຖິ່ນຂອງລາວ ແລະນະຄອນດ່ານັງ ເວົ້າສະເພາະ.
ໂດຍ: ໄຊນີດາ