ຄະນະປະຕິບັດງານ ໄດ້ມາຢ້ຽມຢາມ, ອວຍພອນບຸນປີໃໝ່ຄ້າຍຕຳຫຼວດຕ່າວາງ, ກອງຮ້ອຍທະຫານຊາຍແດນ 531 (ແຂວງເຊກອງ); ຄ້າຍຕຳຫຼວດໂກຕາຍ ແລະບັນດາກອງຮ້ອຍທະຫານຊາຍແດນ 511, 514 (ແຂວງສາລະວັນ)
    |
 |
|
ຄະນະປະຕິບັດງານ ຢ້ຽມຢາມ ແລະອວຍພອນບຸນປີໃໝ່ຄ້າຍຕຳຫຼວດຕ່າວາງ, ກອງຮ້ອຍທະຫານຊາຍແດນ 531 (ແຂວງເຊກອງ, ລາວ). ພາບ: qdnd.vn |
ທີ່ບັນດາກົມກອງ, ທ່ານ ຫງວຽນວັນແມ້ງ ໄດ້ພ້ອມກັບຄະນະປະຕິບັດງານມາຢ້ຽມຢາມຖາມຂ່າວ, ສົ່ງຄໍາອວຍພອນປີໃໝ່ມາຍັງພະນັກງານ, ນັກຮົບ. ທ່ານ ຫງວຽນວັນແມ້ງ ຢືນຢັນວ່າ ໃນໄລຍະຜ່ານມາ, ສາຍພົວພັນມິດຕະພາບແບບພິເສດລະຫວ່າງນະຄອນເຫວ້ ກັບແຂວງສາລະວັນ ແລະແຂວງເຊກອງ ໄດ້ຮັບການປັບປຸງ, ພັດທະນາຢ່າງບໍ່ຢຸດຢັ້ງ, ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ.
ທ່ານ ຫງວຽນວັນແມ້ງ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ກໍາລັງທີ່ກ່ຽວຂ້ອງສອງຝ່າຍຈະສືບຕໍ່ສົມທົບຢ່າງແໜ້ນແຟ້ນໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຮັກສາຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ, ປະກອບສ່ວນກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາແບບຍືນຍົງ.
ເນື່ອງໃນໂອກາດນີ້, ຄະນະປະຕິບັດງານ ໄດ້ມອບຂອງຂວັນອວຍພອນບຸນປີໃໝ່ໃຫ້ແກ່ບັນດາກົມກອງຂອງປະເທດເພື່ອນລາວ; ແລກປ່ຽນຂໍ້ມູນຂ່າວສານ, ເຫັນດີເປັນເອກະພາບບາງເນື້ອໃນສົມທົບໃນວຽກງານຄຸ້ມຄອງ, ປົກປັກຮັກສາຊາຍແດນ ໃນໄລຍະຈະມາເຖິງ.
    |
 |
|
ຄະນະປະຕິບັດງານ ຢ້ຽມຢາມ, ອວຍພອນບຸນປີໃໝ່ຄ້າຍຕຳຫຼວດໂກຕາຍ ແລະກອງຮ້ອຍທະຫານຊາຍແດນ 511, 514 (ແຂວງສາລະວັນ, ລາວ). ພາບ: qdnd.vn |
ໃນວັນດຽວກັນ, ກອງບັນຊາການທະຫານຊາຍແດນນະຄອນເຫວ້ ໄດ້ສົມທົບກັບຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ນະຄອນເຫວ້ ໄດ້ຈັດຕັ້ງການມອບຂອງຂວັນໃຫ້ແກ່ປະຊາຊົນ ແລະກໍາລັງກ່ຽວຂ້ອງຂອງປະເທດເພື່ອນລາວ.
ຄະນະປະຕິບັດງານ ໄດ້ມາຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ປະຊາຊົນທີ່ບັນດາບ້ານຕິດຈອດກັບຊາຍແດນ, ຄື: ເຊຊາບ, ກາໂລ (ເມືອງກະລຶມ, ແຂວງເຊກອງ) ແລະບ້ານໂກຕາຍ (ສະໝ້ວຍ, ແຂວງສາລະວັນ); ມອບຂອງຂວັນໃຫ້ບັນດາກົມກອງກໍາລັງປ້ອງກັນຊາຍແດນຂອງລາວ.
ໃນໂອກາດນີ້, ຄະນະປະຕິບັດງານ ໄດ້ມອບຂອງຂວັນ 300 ພູດ ໃຫ້ແກ່ປະຊາຊົນບັນດາບ້ານຢູ່ເຂດຊາຍແດນ ແລະກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນລາວ.
ໂດຍ: ທູຈາງ