ຜູ້ປະຈຳການຄະນະເລຂາທິການສູນກາງພັກ ເຈິ່ນເກິ໊ມຕູ໊ ເປັນສັກຂີພິຍານພິທີແລກປ່ຽນເອກະສານຮ່ວມມື ຫວຽດນາມ-ລາວ
ບັນດາເອກະສານລວມມີ: ແຜນຮ່າງການຮ່ວມມືວຽກງານສຳເນົາເອກະສານ ແລະຫໍສະໝຸດ ໄລຍະ 2026-2030 ລະຫວ່າງຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ກັບຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ...
    |
 |
|
ທ່ານ ເຈິ່ນເກິ໊ມຕູ໊ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນນິດຫວຽດນາມ ແລະທ່ານ ວິໄລ ຫຼ້າຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກປະຊາຊົນປະຕິວັດລາວ. ພາບ: ສໍານັກຂ່າວສານຫວຽດນາມ |
ໃນຂອບເຂດການຢ້ຽມຢາມລາວ ຢ່າງເປັນທາງການ, ຕອນເຊົ້າວັນທີ 9 ເມສາ, ຢູ່ສຳນັກງານສູນກາງພັກປະຊາຊົນປະຕິວັດລາວ, ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ທ່ານ ເຈິ່ນເກິ໊ມຕູ໊ ຜູ້ປະຈຳການຄະນະເລຂາທິການສູນກາງພັກກອມມູນິດຫວຽດນາມ ແລະທ່ານ ວິໄລ ຫຼ້າຄຳຟອງ ຜູ້ປະຈຳການເລຂາທິການສູນກາງພັກປະຊາຊົນປະຕິວັດລາວ ໄດ້ເປັນສັກຂີພິຍານພິທີແລກປ່ຽນບັນດາເອກະສານຮ່ວມມືເພື່ອແນໃສ່ສືບຕໍ່ຮັດແໜ້ນການພົວພັນຮ່ວມມືລະຫວ່າງບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດ.
ບັນດາເອກະສານລວມມີ: ແຜນຮ່າງການຮ່ວມມືວຽກງານສຳເນົາເອກະສານ ແລະຫໍສະໝຸດ ໄລຍະ 2026-2030 ລະຫວ່າງຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ກັບຫ້ອງວ່າການສູນກາງພັກປະຊາຊົນປະຕິວັດລາວ; ບົດບັນທຶກຊ່ວຍຈຳ (MOU) ລະຫວ່າງແຂວງດ້ຽນບຽນ ແລະແຂວງຫຼວງນ້ຳທາ ໄລຍະ 2026-2029.
ໃນໄລຍະຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ-ລາວ ສືບຕໍ່ພັດທະນາຢ່າງຕັ້ງໜ້າ, ຮອບດ້ານ, ບັນລຸໝາກຜົນແທດຈິງຫຼາຍຢ່າງໃນທຸກຂົງເຂດ. ສອງຝ່າຍກໍ່ໄດ້ຜັນຂະຫຍາຍບັນດາເນື້ອໃນ “ຫຸ້ນສ່ວນຍຸດທະສາດ” ຢ່າງວ່ອງໄວ, ເຊິ່ງເປັນໜຶ່ງນິຍາມສະແດງໃຫ້ເຫັນລະດັບການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງ, ຄົບຊຸດຈາກວິໄສທັດຕະຫຼອດຮອດນະໂຍບາຍລະອຽດ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ