ຢ້ຽມຢາມ ແລະອວຍພອນບຸນປີໃໝ່ ສະຫາຍ ວັນທອງ ກອງມະນີ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ ກົງກັບໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບລາວ ຄົບຮອບ 65 ປີ, ຕາງໜ້າອົງຄະນະພັກ, ອຳນາດການປົກຄອງ, ກໍາລັງປະກອບອາວຸດ ແລະປະຊາຊົນແຂວງເງະອານ, ສະຫາຍ ຫວໍຈ້ອງຫາຍ ໄດ້ສົ່ງພອນໄຊອັນປະເສີດມາຍັງສະຫາຍພົນໂທ ວັນທອງ ກອງມະນີ ພ້ອມດ້ວຍພະນັກງານ, ນັກຮົບກຳລັງປ້ອງກັນຄວາມສະຫງົບລາວ. ຄຽງຂ້າງນັ້ນ, ການນຳແຂວງເງະອານ ກໍ່ປາດຖະໜາຢາກກະຊວງປ້ອງກັນຄວາມສະຫງົບລາວ ຊຸກຍູ້ການຜັນຂະຫຍາຍໂຄງການທາງດ່ວນ ວຽງຈັນ-ຮ່າໂນ້ຍ ໄປຜ່ານຄູ່ດ່ານຊາຍແດນນີ້. ນີ້ແມ່ນໂຄງການທີ່ມີຄວາມໝາຍສຳຄັນ, ສ້າງບາດກ້າວບຸກທະລຸໃນການເຊື່ອມຕໍ່ຄົມມະນາຄົມ, ການຄ້າ ແລະການລົງທຶນລະຫວ່າງສອງປະເທດ, ນຳມາເຊິ່ງຜົນປະໂຫຍດໂດຍກົງໃຫ້ບັນດາແຂວງຕິດກັບຊາຍແດນ.

leftcenterrightdel
ຄະນະປະຕິບັດງານແຂວງເງະອານ ມາຢ້ຽມຢາມ ແລະອວຍພອນບຸນປີໃໝ່ ສະຫາຍ ວັນທອງ ກອງມະນີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບລາວ. ພາບ: nghean.gov.vn

ສ່ວນສະຫາຍ ວັນທອງ ກອງມະນີ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ຕ້ອນຮັບຄະນະຜູ້ແທນແຂວງເງະອານ ໃນຊຸມວັນທໍາອິດຂອງປີໃໝ່. ໃນໄລຍະຈະມາເຖິງ, ສະຫາຍ ວັນທອງ ກອງມະນີ ປາດຖະໜາວ່າ ການຮ່ວມມືລະຫວ່າງແຂວງເງະອານ ແລະທ້ອງຖິ່ນຂອງລາວ ສືບຕໍ່ໄດ້ຮັບການຍົກສູງ ແລະພັດທະນາຕາມລວງເລິກໃນທຸກດ້ານ, ພິເສດແມ່ນໃນຂົງເຂດຄົມມະນາຄົມ, ພະລັງງານ...

leftcenterrightdel
ຄະນະປະຕິບັດງານແຂວງເງະອານ ມາຢ້ຽມຢາມ ແລະອວຍພອນບຸນປີໃໝ່ ສະຫາຍ ວັນໄຊ ພອງສະຫວັນ ປະທານຄະນະກວດກາສູນກາງພັກ. ພາບ: nghean.gov.vn

ມາຢ້ຽມຢາມ ແລະອວຍພອນບຸນປີໃໝ່, ສະຫາຍ ຫວໍຈ້ອງຫາຍ ໄດ້ສົ່ງພອນໄຊອັນປະເສີດມາຍັງສະຫາຍ ວັນໄຊ ພອງສະຫວັນ, ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ. ສະຫາຍ ຫວໍຈ້ອງຫາຍ ກໍ່ສະເໜີມາດຕະການຊຸກຍູ້ການຮ່ວມມືຍຸດທະສາດ, ລວມມີການຍົກລະດັບດ່ານຊາຍແດນ ແລະຜັນຂະຫຍາຍເສັ້ນທາງດ່ວນເຊື່ອມຕໍ່ລະຫວ່າງນະຄອນຫຼວງ ວຽງຈັນ-ຮ່າໂນ້ຍ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່ແລກປ່ຽນການຄ້າແບບຍືນຍົງ.

ຂອບໃຈຕໍ່ອາລົມຈິດຈິງໃຈ, ສະໜິດສະໜົມ, ສະຫາຍ ວັນໄຊ ພອງສະຫວັນ ເນັ້ນໜັກເຖິງການຮັດແໜ້ນສາຍພົວພັນການຮ່ວມມືຍຸດທະສາດລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ແລະລາວ ໃນຫຼາຍດ້ານທີ່ສຳຄັນ. ພ້ອມທັງຫວັງວ່າຈະສ້າງບາດກ້າວບຸກທະລຸໃນການແລກປ່ຽນການຄ້າ ແລະຮັບປະກັນການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂ້າມຊາຍແດນໃນໄລຍະຈະມາເຖິງ.

ໂດຍ: ເຈິ່ນຮວ່ຽນ