ໃນບັນຍາກາດທີ່ເຕັມໄປດ້ວຍນໍ້າໃຈສາມັກຄີມິດຕະພາບແບບພິເສດລະຫວ່າງຫວຽດນາມ - ລາວ, ຄະນະປະຕິບັດງານ ໄດ້ມອບຂອງຂວັນເກືອບ 400 ພູດ ໃຫ້ແກ່ຄອບຄົວຢູ່ 6 ບ້ານໃນບໍລິເວນເມືອງດັກຈຶງ. ເຖິງວ່າຂອງຂວັນດັ່ງກ່າວມີມູນຄ່າບໍ່ຫຼາຍກໍ່ຕາມ, ແຕ່ມັນປະກອບດ້ວຍຄວາມຈິງໃຈ, ການແບ່ງປັນ ແລະຄວາມຮັບຜິດຊອບຂອງພະນັກງານ, ນັກຮົບຂອງກໍາລັງປະກອບອາວຸດນະຄອນດ່າໜັງ ທີ່ມີຕໍ່ປະຊາຊົນຢູ່ເຂດຊາຍແດນຂອງປະເທດເພື່ອນ ໃນໂອກາດຕ້ອນຮັບບຸນປີໃໝ່.

leftcenterrightdel
ຄະນະປະຕິບັດງານ ກອງບັນຊາການທະຫານນະຄອນດ່າໜັງ ຖ່າຍຮູບເປັນທີ່ລະນຶກກັບປະຊາຊົນທີ່ພິທີມອບຂອງຂວັນ. ພາບ: ຫາຍຮ່າ

ໂດຍໄດ້ຮັບເອົາອາລົມຈິດຄວາມຮັກແພງຂອງຄະນະປະຕິບັດງານ, ຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນເມືອງດັກຈຶງ ໄດ້ສະແດງຄວາມສະເທືອນໃຈ, ຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ຄວາມເອົາໃຈໃສ່ຂອງກອງບັນຊາການທະຫານນະຄອນ ດ່າໜັງ. ກິດຈະກຳດັ່ງກ່າວບໍ່ພຽງແຕ່ມີຄວາມໝາຍດ້ານມະນຸດສະທຳຢ່າງເລິກເຊິ່ງເທົ່ານັ້ນ ຫາກຍັງປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນສາມັກຄີແບບພິເສດ, ຄວາມສັດຊື່ບໍລິສຸດລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ ເວົ້າລວມ, ລະຫວ່າງນະຄອນດ່າໜັງ ກັບແຂວງເຊກອງ ເວົ້າສະເພາະ.

ໂດຍ: ຈາງຫງວຽນ