ເຂົ້າຮ່ວມເຫດການມີຜູ້ແທນເກືອບ 400 ຄົນ, ລວມມີການນໍາຂອງບັນດາກະຊວງ, ຂະແໜງສອງປະເທດ; ຜູ້ຕາງໜ້າ 12 ທ້ອງຖິ່ນຂອງຫວຽດນາມ; ການນໍາຂອງ 5 ແຂວງໃນພາກໃຕ້-ພາກກາງຂອງລາວ (ຈໍາປາສັກ, ເຊກອງ, ສາລາວັນ, ອັດຕະປື, ສະຫວັນນະເຂດ); ແລະແຂວງ Ubon Ratchathani ຂອງປະເທດໄທ.

leftcenterrightdel
ບັນດາຜູ້ແທນເປັນການນໍາຂອງບັນດາກະຊວງ, ຂະແໜງ ແລະທ້ອງຖິ່ນຂອງສອງປະເທດເຂົ້າຮ່ວມເວທີປາໄສຖ່າຍຮູບຮ່ວມ. ຮູບພາບ: ສໍານັກຂ່າວສານຫວຽດນາມ

ນີ້ແມ່ນເຫດການພົວພັນການຕ່າງປະເທດ ແລະການຮ່ວມມືດ້ານເສດຖະກິດທີ່ສຳຄັນ, ເຊິ່ງຜັນຂະຫຍາຍ ເພື່ອແນໃສ່ເພີ່ມທະວີການເຊື່ອມຕໍ່, ຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າ ແລະການທ່ອງທ່ຽວຕາມແລວເສດຖະກິດຕາເວັນອອກ-ຕາເວັນຕົກທັງໝົດ; ໜູນຊ່ວຍວິສາຫະກິດ ໃນການສໍາຫຼວດຕະຫຼາດ, ຍູ້ແຮງການໂຄສະນາເຜີຍແຜ່ຜະລິດຕະພັນ, ເປີດກວ້າງການສົ່ງອອກສິນຄ້າທີ່ມີທ່າແຮງໄປຍັງລາວ ແລະພາກຕາເວັນອອກສຽງເໜືອຂອງປະເທດໄທ.

ກ່າວຄຳປາໄສເປີດເວທີປາໄສ, ທ່ານ ຟານຖາຍບິ່ງ ຮອງປະທານຄະນະກຳມະການປະຊາຊົນນະຄອນດ່າໜັງ ໃຫ້ຮູ້ວ່າ ແລວເສດຖະກິດຕາເວັນອອກ-ຕາເວັນຕົກ (EWEC) ບໍ່ພຽງແຕ່ເປັນເສັ້ນທາງຄົມມະນາຄົມຂ້າມອາຊີເທົ່ານັ້ນ, ຫາກຍັງເປັນພື້ນທີ່ການພັດທະນາທີ່ມີຂະຫຍັນຂັນເຂື່ອນ, ບ່ອນທີ່ຮວບຮວມບັນດາທ່າໄດ້ປຽບ ກ່ຽວກັບເສດຖະກິດ, ການເມືອງ ແລະວັດທະນະທຳຂອງບັນດາປະເທດໃນພາກພື້ນ. ແລວເສດຖະກິດຕາເວັນອອກ-ຕາເວັນຕົກ ເຊິ່ງຂະຫຍາຍຈາກມຽນມາ, ໄທ, ລາວ ຈົນເຖິງຫວຽດນາມ ໄດ້ ແລະກໍາລັງສວມບົດບາດທີ່ສໍາຄັນໃນການຊຸກຍູ້ການເຊື່ອມຕໍ່ໃນພາກພື້ນ, ການເປີດກວ້າງການຄ້າ, ການດຶງດູດການລົງທຶນ ແລະການພັດທະນາການທ່ອງທ່ຽວແບບຍືນຍົງ.

ຈຸດພົ້ນເດັ່ນຂອງເວທີປາໄສແມ່ນບັນຊີລາຍຊື່ບົດບັນທຶກຊ່ວຍຈໍາ (MOU) ຫຼາຍກວ່າ 20 ສະບັບທີ່ໄດ້ລົງນາມລະຫວ່າງນະຄອນດ່າໜັງ, ບັນດາທ້ອງຖິ່ນຂອງຫວຽດນາມ ແລະບັນດາທ້ອງຖິ່ນ ແລະສະມາຄົມວິສາຫະກິດທີ່ລາວ ໃນໄລຍະ 2026-2030.

ໂດຍ: ຈາງຫງວຽນ