ຕາງໜ້າການນໍາກະຊວງການເງິນ, ພ້ອມທັງ, ດ້ວຍນາມທີ່ເປັນຮອງປະທານຄະນະກໍາມະການຮ່ວມມື ຫວຽດນາມ-ລາວ, ທ່ານ ເຈິ່ນກວກເຝືອງ ຮອງລັດຖະມົນຕີ ໄດ້ສົ່ງຄໍາອວຍພອນອັນດີງາມທີ່ສຸດມາຍັງຄະນະພະນັກງານສະຖານທູດລາວ ປະຈໍາ ຫວຽດນາມ ໝົດທຸກຄົນເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດລາວ.
    |
 |
|
ທ່ານ ເຈິ່ນກວກເຝືອງ ຮອງລັດຖະມົນຕີ ພ້ອມຕາງໜ້າບັນດາກົມຂຶ້ນກັບກະຊວງການເງິນມອບດອກໄມ້ອວຍພອນສະຖານທູດລາວ ປະຈໍາ ຫວຽດນາມ. ພາບ: ມິງດຶກ |
ຕ້ອນຮັບຮອງລັດຖະມົນຕີ ເຈິ່ນກວກເຝືອງ ພ້ອມຕາງໜ້າການນໍາບັນດາຫົວໜ່ວຍຂອງກະຊວງການເງິນ, ທ່ານນາງ ລັດຕະນາ ສີຫາລາດ, ຮອງເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ ສະແດງຄວາມເຄົາລົບ, ຂອບໃຈຄໍາອວຍພອນອັນດີງາມຂອງກະຊວງການເງິນ ກັບສະຖານທູດລາວ ເນື່ອງໃນໂອກາດບຸນປີໃໝ່ລາວ.
ຕາມທ່ານ ເຈິ່ນກວກເຝືອງ ແລ້ວ, ສອງປະເທດມີທ່າໄດ້ປຽບຫຼາຍຢ່າງເພື່ອຊຸກຍູ້ໃນຂົງເຂດຕ່າງໆ. ຄືສະພາບການໃນປະຈຸບັນ, ບັນດາບັນຫາຮ່ວມມືກ່ຽວກັບພະລັງງານດັ່ງນັ້ນຈຶ່ງໄດ້ຮັບບຸລິມະສິດ, ນີ້ກໍ່ແມ່ນປັດໄຈເພື່ອຮັບປະກັນແຫຼ່ງສະຫຼອງພະລັງງານ, ໂດຍສະເພາະແມ່ນນໍ້າມັນ, ຜ່ານນັ້ນ ຮັບປະກັນບັນດາເປົ້າໝາຍພັດທະນາຍຸດທະສາດເສດຖະກິດຂອງສອງປະເທດ.
    |
 |
|
ທ່ານ ເຈິ່ນກວກເຝືອງ ຮອງລັດຖະມົນຕີກະຊວງການເງິນ ແລກປ່ຽນກັບທ່ານນາງ ລັດຕະນາ ສີຫາລາດ, ຮອງເອກອັກຄະລັດຖະທູດລາວ ປະຈໍາ ຫວຽດນາມ. ພາບ: ມິງດຶກ |
ຕາມສະຖິຕິ, ປະຈຸບັນ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດນໍາໜ້າໃນການລົງທຶນຢູ່ລາວ ດ້ວຍໂຄງການ 274 ແຫ່ງມີເງິນຈົດທະບຽນທັງໝົດ 5,82 ຕື້ໂດລາສະຫະລັດ. ຫຼາຍໂຄງການເຄື່ອນໄຫວມີປະສິດທິຜົນ, ໂດຍສະເພາະແມ່ນຂົງເຂດໂທລະຄົມມະນາຄົມ, ທະນາຄານ, ພະລັງງານ, ຂຸດຄົ້ນແຮ່ທາດ, ຢາງພາລາ ແລະປຸງແຕ່ງສະບຽງອາຫານ.
ການລົງທຶນຂອງຫວຽດນາມ ເຂົ້າລາວ ກໍ່ພວມພັດທະນາຕາມທິດຍືນຍົງ; ຮັບຮູ້ຂໍ້ມູນຈາກການສະຖິຕິໃນ 8 ເດືອນ ປີ 2025 ເຊິ່ງບັນລຸ 322 ລ້ານໂດລາສະຫະລັດ (ທົບ 6 ເທື່ອເມື່ອທຽບໃສ່ໄຕມາດດຽວກັນຂອງປີ 2024). ໃນນັ້ນ ບັນດາໂຄງການລົງທຶນຂອງຫວຽດນາມ ເຂົ້າລາວ ສຸມໃສ່ເຂົ້າຂົງເຂດຕ່າງໆ ຄື ພະລັງງານ, ຂຸດຄົ້ນແຮ່ທາດ ແລະຂົນສົ່ງ.
ຕາມຖະແຫຼງການຮ່ວມຫວຽດນາມ-ລາວ ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດຂອງທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ ແລະພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງພັກ, ລັດຫວຽດນາມ ໄປຍັງ ສປປ ລາວ (ໃນລະຫວ່າງວັນທີ 1-2 ທັນວາ 2025), ສອງຝ່າຍເຫັນດີເປັນເອກະສັນສະແດງການຕັດສິນໃຈການເມືອງສູງໃນການສ້າງບາດກ້າວຫັນປ່ຽນຢ່າງແຂງແຮງ, ມີລັກສະນະກະໂດດຂັ້ນກ່ຽວກັບຍຸດທະສາດໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະພັດທະນາພື້ນຖານໂຄງລ່າງ, ນໍາຂົງເຂດນີ້ກາຍເປັນເສົາຄໍ້າຫຸ້ນສ່ວນຍຸດທະສາດ, ສົມກັບການພົວພັນແບບພິເສດຫວຽດນາມ-ລາວ.
ຫວຽດນາມ-ລາວ ກໍ່ໄດ້ເຫັນດີເປັນເອກະພາບມານະພະຍາຍາມຊຸກຍູ້ການເຕີບໂຕວົງເງິນການຄ້າສອງຝ່າຍ, ສູ້ຊົນປະຕິບັດເປົ້າໝາຍ 5 ຕື້ໂດລາສະຫະລັດໃນໄລຍະຈະມາເຖິງໂດຍໄວ; ເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍປະຊາຄົມວິສາຫະກິດຍູ້ແຮງການເຄື່ອນໄຫວສົ່ງເສີມການຄ້າ, ໂຄສະນາເຜີຍແຜ່, ສ້າງເຄື່ອງໝາຍການຄ້າ ແລະລະບົບຈໍາໜ່າຍສິນຄ້າຂອງຫວຽດນາມ ແລະລາວ ຢູ່ແຕ່ລະປະເທດ, ຜ່ານນັ້ນ ສ້າງສົ້ນອອກທີ່ມີສະຖຽນລະພາບ, ຍືນຍົງ ໃຫ້ແກ່ຜະລິດຕະພັນຕ່າງໆຂອງຫວຽດນາມ ແລະລາວ.
ໂດຍ: ໄຊນີດາ