leftcenterrightdel
ບັນຍາກາດທີ່ກອງປະຊຸມຂ່າວ. ພາບ: nhandan.vn

ທີ່ກອງປະຊຸມຂ່າວ, ສະຫາຍນາງ ຕະເຟືອງຢຸງ ຫົວໜ້າສະຖານກົງສູນໃຫຍ່ ໄດ້ແຈ້ງໃຫ້ບັນດາຜູ້ແທນ ຮັບຊາບກ່ຽວກັບຄວາມໝາຍ, ແຜນນະໂຍບາຍ, ແນວທາງຂອງກອງປະຊຸມໃຫຍ່ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ວຽກງານກະກຽມຈັດຕັ້ງກອງປະຊຸມໃຫຍ່, ການກໍານົດທິດໃຫຍ່ ແລະໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ, ລວມມີ 3 ບຸກທະລຸຍຸດທະສາດ ແລະ 6 ໜ້າທີ່ຈຸດສຸມ; ວຽກງານກະກຽມເອກະສານກອງປະຊຸມໃຫຍ່, ໃນນັ້ນພົ້ນເດັ່ນແມ່ນການປ່ຽນແປງໃໝ່ກ່ຽວກັບວິທີສ້າງເອກະສານ, ເລີ່ມຕົ້ນຈາກພຶດຕິກຳຕົວຈິງໃໝ່ຂອງປະເທດ, ການພັດທະນາຄວາມຮັບຮູ້ດ້ານທິດສະດີ ແລະຈັດຕັ້ງປະຕິບັດ, ຮັບປະກັນຄວາມສະເໝີຕົ້ນສະເໝີປາຍກ່ຽວກັບເນື້ອໃນ.

leftcenterrightdel
ບັນດາຜູ້ແທນຖ່າຍຮູບເປັນທີ່ລະນຶກ ຢູ່ສຳນັກງານສະຖານກົງສູນໃຫຍ່ຫວຽດນາມ ປະຈໍາ ນະຄອນປາກເຊ. ພາບ: nhandan.vn

ສ່ວນສະຫາຍ ສົມບຸນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ ໄດ້ຕີລາຄາສູງເລື່ອງສະຖານກົງສູນໃຫຍ່ຫວຽດນາມ ຈັດຕັ້ງກອງປະຊຸມຂ່າວກ່ຽວກັບກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກກອມມູນິດຫວຽດນາມ, ຜ່ານນັ້ນສະແດງໃຫ້ເຫັນຢ່າງຈະແຈ້ງວ່າ ສອງພັກ, ສອງລັດ ມີແຜນນະໂຍບາຍສືບຕໍ່ພັດທະນາສາຍພົວພັນສະໜິດຕິດພັນກວ່າອີກ.

ສະຫາຍ ສົມບຸນ ເຮືອງວົງສາ ກໍ່ໄດ້ຕີລາຄາສູງເລື່ອງພັກກອມມູນິດຫວຽດນາມ ໄດ້ນຳພາ, ຊີ້ນໍາ ເພື່ອນໍາພື້ນຖານເສດຖະກິດຫວຽດນາມ ນັບມື້ນັບພັດທະນາ, ສ້າງລັກສະນະແກ່ງແຍ້ງນັບມື້ນັບສູງໃນໂລກ; ເນັ້ນໜັກວ່າ ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກະພາບ ໃນເມື່ອກ່ອນ,  ປະຈຸບັນ ສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ຈະສືບຕໍ່ພ້ອມກັນເພີ່ມພູນຄູນສ້າງ, ພັດທະນາ ແລະຍົກລະດັບສາຍພົວພັນແບບພິເສດໜຶ່ງບໍ່ມີສອງໃນໂລກ.

ໂດຍ: ເຈິ່ນຮວ່ຽນ